ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມາຣະໂກ 1
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມມາຣະໂກ

      • ໂຢຮັນ​ຜູ້​ໃຫ້​ບັບເຕມາ​ປະກາດ (1-8)

      • ພະ​ເຢຊູ​ຮັບ​ບັບເຕມາ (9-11)

      • ຊາຕານ​ລໍ້ໃຈ​ພະ​ເຢຊູ (12, 13)

      • ພະ​ເຢຊູ​ເລີ່ມ​ປະກາດ​ໃນ​ແຂວງ​ຄາລີເລ (14, 15)

      • ເອີ້ນ​ເອົາ​ລູກສິດ​ກຸ່ມ​ທຳອິດ (16-20)

      • ໄລ່​ປີສາດ​ອອກ (21-28)

      • ພະ​ເຢຊູ​ປົວ​ຄົນ​ບັກ​ຫຼາຍ⁠​ໆ​ໃນ​ເມືອງ​ກາເປນາອູມ (29-34)

      • ອະທິດຖານ​ໃນ​ບ່ອນ​ທີ່​ບໍ່​ມີ​ຄົນ​ຢູ່ (35-39)

      • ປົວ​ຄົນ​ຂີ້ທູດ (40-45)

ມາຣະໂກ 1:2

ໄຂເງື່ອນ

  • *

    ຂໍ້​ຄວາມ​ໃນ​ວົງ​ເລັບ​ຍົກ​ມາ​ຈາກ ມລກ 3:1 ແລະ​ສ່ວນ​ທີ່​ເຫຼືອ​ແມ່ນ​ມາ​ຈາກ​ຄຳ​ພະຍາກອນ​ຂອງ​ເອຊາຢາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມລກ 3:1; ມທ 3:1, 3; 11:10; ລກ 3:2-6; 7:27

ມາຣະໂກ 1:3

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 40:3; ຢຮ 1:23

ມາຣະໂກ 1:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 3:1, 2; ກຈກ 13:24; 19:4

ມາຣະໂກ 1:5

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 3:5, 6

ມາຣະໂກ 1:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 1:8
  • +ມທ 3:4

ມາຣະໂກ 1:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 3:16; ຢຮ 1:26, 27; ກຈກ 13:25

ມາຣະໂກ 1:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢອ 2:28; ກຈກ 2:1, 4; 11:16; 1ກຣ 12:13

ມາຣະໂກ 1:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 3:13; ລກ 3:21, 22

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 23

ມາຣະໂກ 1:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 42:1; ມທ 3:16; ຢຮ 1:32-34

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 23

ມາຣະໂກ 1:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 2:7; ມທ 3:17; ລກ 3:22; 2ປຕ 1:17

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2019, ໜ້າ 8-10

ມາຣະໂກ 1:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 4:1-10; ລກ 4:1-13
  • +ມທ 4:11

ມາຣະໂກ 1:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 4:12
  • +ລກ 4:14, 15; 8:1

ມາຣະໂກ 1:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 4:17

ມາຣະໂກ 1:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 10:2
  • +ມທ 4:18
  • +ລກ 5:4

ມາຣະໂກ 1:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 4:19, 20

ມາຣະໂກ 1:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 19:27; ລກ 5:11

ມາຣະໂກ 1:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 4:21, 22

ມາຣະໂກ 1:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 4:31-37

ມາຣະໂກ 1:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 7:28, 29

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 101

ມາຣະໂກ 1:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 8:28, 29
  • +ຢກບ 2:19

ມາຣະໂກ 1:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 8:14, 15; ລກ 4:38, 39

ມາຣະໂກ 1:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 9:5

ມາຣະໂກ 1:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 8:16; ລກ 4:40, 41

ມາຣະໂກ 1:34

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ພວກ​ມັນ​ຮູ້​ວ່າ​ເພິ່ນ​ແມ່ນ​ໃຜ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 53:4

ມາຣະໂກ 1:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 14:23; ມຣກ 14:32; ລກ 4:42; ຮຣ 5:7

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 9

ມາຣະໂກ 1:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 61:1; ລກ 4:43; ຢຮ 17:4

ມາຣະໂກ 1:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 4:23

ມາຣະໂກ 1:40

ໄຂເງື່ອນ

  • *

    ຫຼື “ເຮັດ​ໃຫ້​ຂ້ອຍ​ສະອາດ​ໄດ້”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 8:1, 2; ລກ 5:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 152-153

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 17

ມາຣະໂກ 1:41

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 8:3; ລກ 5:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 152-153

    ໃກ້ຊິດ ໜ້າ 293-295

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 17

ມາຣະໂກ 1:42

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 17

ມາຣະໂກ 1:44

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 14:3, 4, 10, 11; ພບຍ 24:8
  • +ມທ 8:4; ລກ 5:14

ມາຣະໂກ 1:45

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 5:15

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ມຣກ. 1:2ມລກ 3:1; ມທ 3:1, 3; 11:10; ລກ 3:2-6; 7:27
ມຣກ. 1:3ອຊຢ 40:3; ຢຮ 1:23
ມຣກ. 1:4ມທ 3:1, 2; ກຈກ 13:24; 19:4
ມຣກ. 1:5ມທ 3:5, 6
ມຣກ. 1:62ກສ 1:8
ມຣກ. 1:6ມທ 3:4
ມຣກ. 1:7ລກ 3:16; ຢຮ 1:26, 27; ກຈກ 13:25
ມຣກ. 1:8ຢອ 2:28; ກຈກ 2:1, 4; 11:16; 1ກຣ 12:13
ມຣກ. 1:9ມທ 3:13; ລກ 3:21, 22
ມຣກ. 1:10ອຊຢ 42:1; ມທ 3:16; ຢຮ 1:32-34
ມຣກ. 1:11ພສ 2:7; ມທ 3:17; ລກ 3:22; 2ປຕ 1:17
ມຣກ. 1:13ມທ 4:1-10; ລກ 4:1-13
ມຣກ. 1:13ມທ 4:11
ມຣກ. 1:14ມທ 4:12
ມຣກ. 1:14ລກ 4:14, 15; 8:1
ມຣກ. 1:15ມທ 4:17
ມຣກ. 1:16ມທ 10:2
ມຣກ. 1:16ມທ 4:18
ມຣກ. 1:16ລກ 5:4
ມຣກ. 1:17ມທ 4:19, 20
ມຣກ. 1:18ມທ 19:27; ລກ 5:11
ມຣກ. 1:19ມທ 4:21, 22
ມຣກ. 1:21ລກ 4:31-37
ມຣກ. 1:22ມທ 7:28, 29
ມຣກ. 1:24ມທ 8:28, 29
ມຣກ. 1:24ຢກບ 2:19
ມຣກ. 1:29ມທ 8:14, 15; ລກ 4:38, 39
ມຣກ. 1:301ກຣ 9:5
ມຣກ. 1:32ມທ 8:16; ລກ 4:40, 41
ມຣກ. 1:34ອຊຢ 53:4
ມຣກ. 1:35ມທ 14:23; ມຣກ 14:32; ລກ 4:42; ຮຣ 5:7
ມຣກ. 1:38ອຊຢ 61:1; ລກ 4:43; ຢຮ 17:4
ມຣກ. 1:39ມທ 4:23
ມຣກ. 1:40ມທ 8:1, 2; ລກ 5:12
ມຣກ. 1:41ມທ 8:3; ລກ 5:13
ມຣກ. 1:44ລລວ 14:3, 4, 10, 11; ພບຍ 24:8
ມຣກ. 1:44ມທ 8:4; ລກ 5:14
ມຣກ. 1:45ລກ 5:15
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
ຄຳພີໄບເບິນສະບັບແປໂລກໃໝ່
ມາຣະໂກ 1:1-45

ຂ່າວດີທີ່ຂຽນໂດຍມາຣະໂກ

1 ຕໍ່ໄປ​ນີ້​ແມ່ນ​ຕອນ​ເລີ່ມ​ຕົ້ນ​ຂອງ​ຂ່າວດີ​ກ່ຽວກັບ​ພະ​ເຢຊູ​ຄລິດ​ລູກ​ຂອງ​ພະເຈົ້າ. 2 ຜູ້​ພະຍາກອນ​ເອຊາຢາ*​ຂຽນ​ໄວ້​ວ່າ: “(ຖ້າ​ເບິ່ງ​ເດີ້! ເຮົາ​ຈະ​ໃຫ້​ຜູ້​ສົ່ງ​ຂ່າວ​ຂອງ​ເຮົາ​ໄປ​ກ່ອນ​ເຈົ້າ. ລາວ​ຈະ​ກຽມ​ທາງ​ໄວ້​ໃຫ້​ເຈົ້າ.)+ 3 ມີ​ສຽງ​ຮ້ອງ​ອອກ​ມາ​ຈາກ​ບ່ອນ​ກັນດານ​ວ່າ ‘ໃຫ້​ກຽມ​ທາງ​ໄວ້​ສຳລັບ​ພະ​ເຢໂຫວາ.* ໃຫ້​ເຮັດ​ທາງ​ຂອງ​ເພິ່ນ​ໃຫ້​ຊື່​ໆ​.’”+ 4 ແລ້ວ​ໂຢຮັນ​ຜູ້​ໃຫ້​ບັບເຕມາ​ກໍ​ມາ​ປະກາດ​ຢູ່​ບ່ອນ​ກັນດານ. ລາວ​ບອກ​ໃຫ້​ຄົນ​ຮັບ​ບັບເຕມາ​ເພື່ອ​ສະແດງ​ວ່າ​ເຂົາເຈົ້າ​ກັບໃຈ ແລ້ວ​ພະເຈົ້າ​ຈະ​ຍົກໂທດ​ຄວາມ​ຜິດ​ຂອງ​ເຂົາເຈົ້າ.+ 5 ຄົນ​ຈາກ​ທົ່ວ​ແຂວງ​ຢູດາຍ​ແລະ​ຈາກ​ເມືອງ​ເຢຣູຊາເລັມ​ຈຶ່ງ​ພາກັນ​ໄປ​ຫາ​ໂຢຮັນ. ລາວ​ໄດ້​ບັບເຕມາ*​ໃຫ້​ເຂົາເຈົ້າ​ຢູ່​ແມ່​ນ້ຳ​ຈໍແດນ ແລະ​ເຂົາເຈົ້າ​ສາລະພາບ​ຄວາມ​ຜິດ​ຂອງ​ໂຕເອງ​ຢ່າງ​ເປີດເຜີຍ.+ 6 ໂຢຮັນ​ນຸ່ງ​ເຄື່ອງ​ທີ່​ເຮັດ​ຈາກ​ຂົນ​ອູດ​ແລະ​ໃສ່​ສາຍ​ແອວ​ໜັງ.+ ຂອງກິນ​ຂອງ​ລາວ​ແມ່ນ​ຕັກກະແຕນ​ກັບ​ນ້ຳ​ເຜີ້ງ​ປ່າ.+ 7 ລາວ​ປະກາດ​ວ່າ: “ຈະ​ມີ​ຜູ້​ໜຶ່ງ​ທີ່​ມາ​ພາຍ​ຫຼັງ​ຂ້ອຍ. ເພິ່ນ​ຍິ່ງໃຫຍ່​ກວ່າ​ຂ້ອຍ​ຫຼາຍ. ຂ້ອຍ​ບໍ່​ເໝາະສົມ​ທີ່​ຈະ​ແກ້​ສາຍ​ມັດ​ເກີບ​ຂອງ​ເພິ່ນ​ຊ້ຳ.+ 8 ຂ້ອຍ​ໃຫ້​ບັບເຕມາ​ພວກ​ເຈົ້າ​ດ້ວຍ​ນ້ຳ ແຕ່​ເພິ່ນ​ຈະ​ໃຫ້​ບັບເຕມາ​ພວກ​ເຈົ້າ​ດ້ວຍ​ພະລັງ​ບໍລິສຸດ.”+

9 ໃນ​ຕອນນັ້ນ ພະ​ເຢຊູ​ເດີນທາງ​ມາ​ຈາກ​ເມືອງ​ນາຊາເຣັດ​ໃນ​ແຂວງ​ຄາລີເລ ເພື່ອ​ໃຫ້​ໂຢຮັນ​ບັບເຕມາ​ໃຫ້​ເພິ່ນ​ຢູ່​ແມ່​ນ້ຳ​ຈໍແດນ.+ 10 ທັນທີ​ທີ່​ຂຶ້ນ​ມາ​ຈາກ​ນ້ຳ ພະ​ເຢຊູ​ກໍ​ເຫັນ​ທ້ອງຟ້າ​ເປີດ​ອອກ ແລະ​ເຫັນ​ພະລັງ​ຂອງ​ພະເຈົ້າ​ຄື​ກັບ​ນົກ​ເຂົາ​ລົງ​ມາ​ຢູ່​ເທິງ​ເພິ່ນ.+ 11 ແລ້ວ​ກໍ​ມີ​ສຽງ​ເວົ້າ​ຈາກ​ຟ້າ​ວ່າ: “ເຈົ້າ​ແມ່ນ​ລູກ​ທີ່​ພໍ່​ຮັກ​ຫຼາຍ. ພໍ່​ພໍໃຈ​ລູກ​ຫຼາຍ.”+

12 ທັນທີ​ຫຼັງ​ຈາກນັ້ນ ພະລັງ​ຂອງ​ພະເຈົ້າ​ກໍ​ກະຕຸ້ນ​ພະ​ເຢຊູ​ໃຫ້​ເຂົ້າ​ໄປ​ບ່ອນ​ກັນດານ. 13 ພະ​ເຢຊູ​ຢູ່​ຫັ້ນ 40 ມື້ ແລະ​ຊາຕານ​ກໍ​ມາ​ລໍ້ໃຈ​ເພິ່ນ.+ ໃນ​ບ່ອນ​ກັນດານ​ນັ້ນ​ມີ​ສັດ​ປ່າ​ຢູ່​ນຳ ແຕ່​ທູດສະຫວັນ​ໄດ້​ເຝົ້າ​ເບິ່ງແຍງ​ເພິ່ນ.+

14 ຫຼັງ​ຈາກ​ໂຢຮັນ​ຖືກ​ຈັບ ພະ​ເຢຊູ​ກໍ​ໄປ​ແຂວງ​ຄາລີເລ+​ແລະ​ປະກາດ​ຂ່າວດີ​ທີ່​ມາ​ຈາກ​ພະເຈົ້າ.+ 15 ເພິ່ນ​ປະກາດ​ວ່າ: “ຕອນນີ້​ເປັນ​ເວລາ​ທີ່​ກຳນົດ​ໄວ້​ແລະ​ການ​ປົກຄອງ​ຂອງ​ພະເຈົ້າ​ໃກ້​ຈະ​ມາ​ແລ້ວ. ດັ່ງນັ້ນ ໃຫ້​ກັບ​ໂຕ​ກັບໃຈ+​ແລະ​ເຊື່ອ​ຂ່າວດີ​ທີ່​ມາ​ຈາກ​ພະເຈົ້າ.”

16 ຕອນ​ທີ່​ພະ​ເຢຊູ​ກຳລັງ​ຍ່າງ​ຢູ່​ແຄມ​ທະເລ​ຄາລີເລ ເພິ່ນ​ເຫັນ​ສອງ​ອ້າຍ​ນ້ອງ​ຊື່​ຊີໂມນ​ກັບ​ອັນເດອາ+​ທີ່​ມີ​ອາຊີບ​ຫາ​ປາ.+ ເຂົາເຈົ້າ​ກຳລັງ​ຢ່ອນ​ດາງ​ລົງ​ທະເລ.+ 17 ພະ​ເຢຊູ​ຈຶ່ງ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ມາ​ນຳ​ຂ້ອຍ​ແມ້ ຂ້ອຍ​ຈະ​ໃຫ້​ພວກ​ເຈົ້າ​ໄປ​ຊອກຫາ​ຄົນ​ແທນ​ທີ່​ຈະ​ຫາ​ປາ.”+ 18 ທັງ​ສອງ​ຄົນ​ກໍ​ປະ​ດາງ​ໄວ້​ແລ້ວ​ໄປ​ນຳ​ເພິ່ນ​ທັນທີ.+ 19 ເມື່ອ​ພະ​ເຢຊູ​ຍ່າງ​ໄປ​ອີກ​ໜ້ອຍ​ໜຶ່ງ​ກໍ​ເຫັນ​ຢາໂກໂບ​ກັບ​ໂຢຮັນ​ທີ່​ເປັນ​ລູກ​ຊາຍ​ຂອງ​ເຊເບດາຍ. ເຂົາເຈົ້າ​ກຳລັງ​ແປ​ງ​ດາງຢູ່​ໃນ​ເຮືອ.+ 20 ພະ​ເຢຊູ​ເຂົ້າ​ໄປ​ເອີ້ນ​ເອົາ​ເຂົາເຈົ້າ​ທັນທີ ແລະ​ທັງ​ສອງ​ຄົນ​ກໍ​ໄປ​ນຳ​ເພິ່ນ. ສ່ວນ​ເຊເບດາຍ​ພໍ່​ຂອງ​ເຂົາເຈົ້າ​ກໍ​ເຮັດ​ວຽກ​ກັບ​ລູກ​ຈ້າງ​ຕໍ່ໄປ​ໃນ​ເຮືອ. 21 ແລ້ວ​ພະ​ເຢຊູ​ກັບ​ພວກ​ລູກສິດ​ກໍ​ເຂົ້າ​ໄປ​ໃນ​ເມືອງ​ກາເປນາອູມ.

ເມື່ອ​ຮອດ​ວັນ​ຊະບາໂຕ ພະ​ເຢຊູ​ໄດ້​ເຂົ້າ​ໄປ​ສອນ​ຢູ່​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ.+ 22 ຄົນ​ທີ່​ໄດ້​ຟັງ​ກໍ​ຮູ້ສຶກ​ງຶດ​ໃນ​ວິທີ​ສອນ​ຂອງ​ພະ​ເຢຊູ ຍ້ອນ​ເພິ່ນ​ບໍ່​ໄດ້​ສອນ​ຄື​ກັບ​ພວກ​ຄູ​ສອນ​ສາສະໜາ ແຕ່​ສອນ​ແບບ​ຄົນ​ທີ່​ໄດ້​ຮັບ​ອຳນາດ​ຈາກ​ພະເຈົ້າ.+ 23 ໃນ​ຕອນ​ນັ້ນ ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ຖືກ​ປີສາດ​ສິງ​ກໍ​ຮ້ອງ​ຂຶ້ນ​ໃນ​ບ່ອນ​ປະຊຸມ​ວ່າ: 24 “ເຢຊູ​ຄົນ​ນາຊາເຣັດ ເຈົ້າ​ຊິ​ມາ​ວຸ່ນວາຍ​ກັບ​ຂ້ອຍ​ເຮັດ​ຫຍັງ?+ ຈະ​ມາ​ທຳລາຍ​ຂ້ອຍ​ຫວະ? ຂ້ອຍ​ຮູ້​ໄດ໋​ວ່າ​ເຈົ້າ​ແມ່ນ​ໃຜ. ເຈົ້າ​ເປັນ​ຜູ້​ບໍລິສຸດ​ຂອງ​ພະເຈົ້າ!”+ 25 ແຕ່​ພະ​ເຢຊູ​ສັ່ງ​ມັນ​ວ່າ: “ມິດ​ແມະ! ອອກ​ໄປ​ຈາກ​ລາວ​ດຽວ​ນີ້.” 26 ປີສາດ​ເຮັດ​ໃຫ້​ຜູ້​ຊາຍ​ຄົນ​ນີ້​ຊັກ​ດີ້ນ​ຊັກ​ງໍ​ແລະ​ຮ້ອງ​ຈົນ​ສຸດ​ສຽງ ແລ້ວ​ມັນ​ກໍ​ອອກ​ໄປ​ຈາກ​ລາວ. 27 ປະຊາຊົນ​ຮູ້ສຶກ​ງຶດ​ຫຼາຍ​ຈົນ​ພາກັນ​ເວົ້າ​ວ່າ: “ແມ່ນ​ຫຍັງ​ນິ? ບໍ່​ເຄີຍ​ເຫັນ​ຜູ້​ໃດ​ສອນ​ແບບ​ນີ້​ຈັກ​ເທື່ອ! ຜູ້​ນີ້​ສັ່ງ​ພວກ​ປີສາດ​ໄດ້ ແລະ​ພວກ​ມັນ​ກໍ​ເຊື່ອຟັງ​ລາວ.” 28 ຂ່າວ​ເລື່ອງ​ພະ​ເຢຊູ​ຈຶ່ງ​ແພ່​ອອກ​ໄປ​ທົ່ວ​ແຂວງ​ຄາລີເລ​ຢ່າງ​ໄວ​ວາ.

29 ເມື່ອ​ອອກ​ຈາກ​ບ່ອນ​ປະຊຸມ​ແລ້ວ ພະ​ເຢຊູ ຢາໂກໂບ​ແລະ​ໂຢຮັນ​ກໍ​ໄປ​ເຮືອນ​ຂອງ​ຊີໂມນ​ກັບ​ອັນເດອາ.+ 30 ຕອນນັ້ນ ແມ່​ເຖົ້າ​ຂອງ​ຊີໂມນ+​ນອນ​ເປັນ​ໄຂ້​ຢູ່ ເຂົາເຈົ້າ​ຈຶ່ງ​ຟ້າວ​ເລົ່າ​ອາການ​ຂອງ​ລາວ​ໃຫ້​ພະ​ເຢຊູ​ຟັງ. 31 ພະ​ເຢຊູ​ເຂົ້າ​ໄປ​ຫາ​ລາວ ຈັບ​ມື​ລາວ​ແລ້ວ​ໂຈມ​ຂຶ້ນ. ລາວ​ກໍ​ເຊົາ​ໄຂ້​ແລະ​ລຸກ​ຂຶ້ນ​ມາ​ແຕ່ງ​ກິນ​ໃຫ້​ເຂົາເຈົ້າ.

32 ໃນ​ຕອນ​ຄ່ຳ ຫຼາຍ​ຄົນ​ກໍ​ພາ​ຄົນ​ທີ່​ເຈັບ​ປ່ວຍ​ແລະ​ຄົນ​ທີ່​ຖືກ​ປີສາດ​ສິງ​ມາ​ຫາ​ພະ​ເຢຊູ.+ 33 ຄົນ​ໝົດ​ເມືອງ​ໄດ້​ມາອັ່ງກັນ​ຢູ່​ປະຕູ​ເຮືອນ. 34 ພະ​ເຢຊູ​ຈຶ່ງ​ປົວ​ຫຼາຍ​ຄົນ​ທີ່​ເຈັບ​ປ່ວຍ​ເປັນ​ພະຍາດ​ຕ່າງ​ໆ​+​ແລະ​ໄດ້​ໄລ່​ປີສາດ​ຫຼາຍ​ໂຕ​ອອກ. ແຕ່​ພະ​ເຢຊູ​ຫ້າມ​ບໍ່​ໃຫ້​ພວກ​ປີສາດ​ເວົ້າ ຍ້ອນ​ພວກ​ມັນ​ຮູ້​ວ່າ​ເພິ່ນ​ເປັນ​ພະຄລິດ.*

35 ຕອນ​ເຊົ້າ​ໆ​ຍັງ​ບໍ່​ທັນ​ແຈ້ງ ພະ​ເຢຊູ​ກໍ​ຕື່ນ​ນອນ ແລ້ວ​ອອກ​ຈາກ​ເຮືອນ​ໄປ​ອະທິດຖານ​ໃນ​ບ່ອນ​ທີ່​ບໍ່​ມີ​ຄົນ​ຢູ່.+ 36 ແຕ່​ຊີໂມນ​ກັບ​ພວກ​ໝູ່​ພາກັນ​ຊອກຫາ​ເພິ່ນ. 37 ເມື່ອ​ເຫັນ​ພະ​ເຢຊູ​ແລ້ວ ເຂົາເຈົ້າ​ບອກ​ເພິ່ນ​ວ່າ: “ທຸກ​ຄົນ​ກຳລັງ​ຊອກຫາ​ທ່ານ.” 38 ແຕ່​ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ໄປ໋ ພວກ​ເຮົາ​ໄປ​ບ່ອນ​ອື່ນ. ໄປ​ຕາມ​ເມືອງ​ທີ່​ຢູ່​ໃກ້​ໆ​ນີ້ ຂ້ອຍ​ຈະ​ປະກາດ​ຢູ່​ຫັ້ນ​ນຳ ຍ້ອນ​ຂ້ອຍ​ມາ​ເພື່ອ​ເຮັດ​ວຽກ​ນີ້.”+ 39 ແລ້ວ​ພະ​ເຢຊູ​ກໍ​ໄປ​ປະກາດ​ຕາມ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ​ທົ່ວ​ແຂວງ​ຄາລີເລ​ແລະ​ໄດ້​ໄລ່​ພວກ​ປີສາດ​ອອກ.+

40 ມີ​ຜູ້​ໜຶ່ງ​ທີ່​ເປັນ​ຂີ້ທູດ​ໄດ້​ມາ​ຫາ​ພະ​ເຢຊູ ລາວ​ເຖິງຂັ້ນ​ຄູ້​ເຂົ່າ​ລົງ​ອ້ອນວອນ​ເພິ່ນ​ວ່າ: “ຖ້າ​ທ່ານ​ຢາກຊ່ວຍ ຂ້ອຍ​ຮູ້​ວ່າ​ທ່ານ​ຈະ​ປົວ​ຂ້ອຍ​ໄດ້.”*+ 41 ພະ​ເຢຊູ​ຮູ້ສຶກ​ອີ່ຕົນ​ຈຶ່ງ​ເດ່​ມື​ໄປ​ຈັບ​ລາວ​ແລະ​ເວົ້າ​ວ່າ: “ຂ້ອຍ​ຢາກ​ຊ່ວຍ. ໃຫ້​ເຈົ້າເຊົາ​ເດີ້.”+ 42 ແລ້ວ​ລາວ​ກໍ​ເຊົາ​ເປັນ​ຂີ້ທູດ​ທັນທີ. 43 ກ່ອນ​ທີ່​ພະ​ເຢຊູ​ຈະ​ບອກ​ໃຫ້​ລາວ​ໄປ ເພິ່ນ​ສັ່ງ​ຢ່າງ​ໜັກແໜ້ນ​ວ່າ: 44 “ຢ່າ​ເລົ່າ​ເລື່ອງ​ນີ້​ໃຫ້​ຜູ້​ໃດ​ຟັງ ແຕ່​ໄປ​ໃຫ້​ປະໂລຫິດ​ກວດ​ເບິ່ງ​ແລະ​ເອົາ​ເຄື່ອງ​ຂອງ​ໄປ​ໃຫ້​ຕາມ​ທີ່​ກົດໝາຍ​ໂມເຊ​ສັ່ງ​ໄວ້+ ເພື່ອ​ເປັນ​ຫຼັກ​ຖານ​ວ່າ​ເຈົ້າ​ເຊົາ​ພະຍາດ​ແລ້ວ.”+ 45 ແຕ່​ເມື່ອ​ຜູ້​ຊາຍ​ຄົນ​ນັ້ນ​ໄປ​ແລ້ວ ລາວ​ກໍ​ເລີ່ມ​ບອກ​ຄົນອື່ນ​ແລະ​ເລື່ອງ​ນັ້ນ​ກໍ​ແພ່​ອອກ​ໄປ​ຈົນ​ພະ​ເຢຊູ​ເຂົ້າ​ໄປ​ໃນ​ເມືອງ​ຢ່າງ​ເປີດເຜີຍ​ບໍ່​ໄດ້​ອີກ. ເພິ່ນ​ຈຶ່ງ​ຢູ່​ນອກ​ເມືອງ​ໃນ​ບ່ອນ​ທີ່​ບໍ່​ມີ​ຄົນ​ຢູ່. ແຕ່​ປະຊາຊົນ​ຈາກ​ທຸກ​ບ່ອນ​ກໍ​ຍັງ​ພາກັນ​ມາ​ຫາ​ເພິ່ນ​ບໍ່​ຂາດ​ສາຍ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌