ຈົດໝາຍເຖິງຄລິດສະຕຽນໃນເມືອງໂກໂລຊາຍ
2 ຂ້ອຍຢາກໃຫ້ພວກເຈົ້າຮູ້ວ່າຂ້ອຍກຳລັງຕໍ່ສູ້ໜັກສ່ຳໃດເພື່ອພວກເຈົ້າແລະເພື່ອຄົນທີ່ຢູ່ໃນເມືອງລາວດີເກອາ+ກັບຄົນອື່ນທີ່ຍັງບໍ່ເຄີຍເຈິຂ້ອຍ. 2 ຂ້ອຍຕໍ່ສູ້ແນວນີ້ກໍເພື່ອເຂົາເຈົ້າຈະໄດ້ຮັບກຳລັງໃຈ+ແລະເປັນອັນໜຶ່ງອັນດຽວກັນດ້ວຍຄວາມຮັກ+ ເພື່ອຈະໄດ້ຮັບສິ່ງທີ່ມີຄ່າຫຼາຍ. ສິ່ງນັ້ນແມ່ນຄວາມເຂົ້າໃຈທີ່ຖືກຕ້ອງຊັດເຈນແລະຄວາມຮູ້ທີ່ຖືກຕ້ອງເລື່ອງຄວາມລັບສັກສິດຂອງພະເຈົ້າ. ຄວາມລັບນັ້ນແມ່ນເລື່ອງພະຄລິດ.+ 3 ຄັງສະຕິປັນຍາແລະຄວາມຮູ້ທີ່ລ້ຳຄ່າທັງໝົດຖືກເຊື່ອງໄວ້ຢູ່ນຳເພິ່ນ.+ 4 ຂ້ອຍເວົ້າເລື່ອງນີ້ກໍເພື່ອບໍ່ໃຫ້ຜູ້ໃດມາຫຼອກລວງພວກເຈົ້າໄດ້ ເຖິງວ່າລາວຈະໃຊ້ຄຳເວົ້າຈູງໃຈທີ່ເປັນຕາຟັງ. 5 ເຖິງວ່າໂຕຂ້ອຍບໍ່ໄດ້ຢູ່ນຳ ແຕ່ໃຈຂ້ອຍກໍຢູ່ນຳພວກເຈົ້າ. ຂ້ອຍດີໃຈທີ່ເຫັນພວກເຈົ້າຢູ່ນຳກັນແບບເປັນລະບຽບ+ແລະມີຄວາມເຊື່ອທີ່ໝັ້ນຄົງໃນພະຄລິດ.+
6 ເມື່ອພວກເຈົ້າຍອມຮັບພະເຢຊູຄລິດຜູ້ເປັນນາຍແລ້ວ ກໍໃຫ້ໃຊ້ຊີວິດແບບເພິ່ນຕໍ່ໄປ. 7 ໃຫ້ມີຄວາມເຊື່ອທີ່ໝັ້ນຄົງໃນພະຄລິດ+ຕາມທີ່ພວກເຈົ້າຖືກສອນມາ. ພວກເຈົ້າຈຶ່ງຈະເປັນຄືກັບຕົ້ນໄມ້ໃຫຍ່ທີ່ມີຮາກຢັ່ງເລິກລົງດິນ+ ແລະໃຫ້ຂອບໃຈພະເຈົ້າສະເໝີ.+
8 ລະວັງໃຫ້ດີ ຢ່າໃຫ້ຜູ້ໃດຊັກຊວນພວກເຈົ້າໃຫ້ຫຼົງດ້ວຍປັດຊະຍາແລະຄຳຫຼອກລວງທີ່ບໍ່ມີປະໂຫຍດ+ຕາມທີ່ມະນຸດສອນຕໍ່ໆກັນມາແລະຕາມແນວຄິດຕ່າງໆຂອງໂລກ ເຊິ່ງບໍ່ໄດ້ມາຈາກພະຄລິດ. 9 ພະຄລິດສະແດງຄຸນລັກສະນະຂອງພະເຈົ້າໄດ້ຢ່າງຄົບຖ້ວນ.+ 10 ພວກເຈົ້າຈຶ່ງມີຄົບທຸກຢ່າງຍ້ອນເພິ່ນເປັນຜູ້ນຳ*ທີ່ຢູ່ເໜືອການປົກຄອງແລະເໜືອອຳນາດທັງໝົດ.+ 11 ຍ້ອນພວກເຈົ້າມີຄວາມເຊື່ອໃນພະຄລິດ ພວກເຈົ້າຈຶ່ງຮັບສິນຕັດ* ແຕ່ການຮັບສິນຕັດນັ້ນບໍ່ໄດ້ເປັນແບບທີ່ມະນຸດຮັບ. ພວກເຈົ້າສະລະຮ່າງກາຍທີ່ມີບາບ+ ເຊິ່ງເປັນການຮັບສິນຕັດແບບທີ່ຜູ້ຮັບໃຊ້ຂອງພະຄລິດຮັບ.+ 12 ພວກເຈົ້າຖືກຝັງໄວ້ກັບພະຄລິດດ້ວຍການຮັບບັບເຕມາແບບດຽວກັບເພິ່ນ.+ ເມື່ອເປັນຄົນຂອງພະຄລິດແລ້ວ ພວກເຈົ້າຈຶ່ງຖືກປຸກໃຫ້ຄືນມາຈາກຕາຍ+ແລະຢູ່ກັບເພິ່ນ ຍ້ອນພວກເຈົ້າມີຄວາມເຊື່ອໃນລິດເດດທີ່ພະເຈົ້າປຸກເພິ່ນໃຫ້ຄືນມາຈາກຕາຍ.+
13 ເຖິງວ່າພວກເຈົ້າຕາຍໄປແລ້ວຍ້ອນການເຮັດຜິດແລະບໍ່ໄດ້ຮັບສິນຕັດຢູ່ຮ່າງກາຍ ແຕ່ພະເຈົ້າກໍເຮັດໃຫ້ພວກເຈົ້າມີຊີວິດຮ່ວມກັບພະຄລິດ.+ ເພິ່ນຍົກໂທດໃຫ້ພວກເຮົາສຳລັບຄວາມຜິດທຸກຢ່າງ+ 14 ແລະຍົກເລີກກົດໝາຍທີ່ຂຽນໄວ້+ເຊິ່ງມີຂໍ້ກຳນົດ+ທີ່ເຮັດໃຫ້ເຫັນວ່າພວກເຮົາມີບາບ.+ ເພິ່ນເອົາກົດໝາຍນັ້ນໄປຄຶງໄວ້ຢູ່ເສົາທໍລະມານ.*+ 15 ໂດຍເສົາທໍລະມານນີ້* ພະເຈົ້າເຮັດໃຫ້ພວກຜູ້ປົກຄອງແລະຜູ້ມີອຳນາດພ່າຍແພ້ ແລະເພິ່ນປະຈານເຂົາເຈົ້າຕໍ່ໜ້າຄົນບັກຫຼາຍໆ.+ ເພິ່ນເຮັດໃຫ້ເຂົາເຈົ້າເປັນຄືກັບຊະເລີຍທີ່ຍ່າງນຳຫຼັງຂະບວນແຫ່ສະຫຼອງໄຊຊະນະ.
16 ດັ່ງນັ້ນ ຢ່າໃຫ້ຜູ້ໃດສັ່ງພວກເຈົ້າວ່າອັນໃດກິນໄດ້ອັນໃດກິນບໍ່ໄດ້ ອັນໃດດື່ມໄດ້ອັນໃດດື່ມບໍ່ໄດ້.+ ບໍ່ມີໃຜມີສິດບອກພວກເຈົ້າວ່າເທດສະການອັນໃດສະຫຼອງໄດ້ ຫຼືຖືມື້ເດືອນອອກໃໝ່+ຫຼືວັນຊະບາໂຕໄດ້ຫຼືບໍ່ໄດ້.+ 17 ສິ່ງເຫຼົ່ານັ້ນເປັນແຕ່ເງົາຂອງສິ່ງທີ່ຈະຕ້ອງມາ+ ແຕ່ຂອງແທ້ຈະມາທາງພະຄລິດ.+ 18 ຢ່າໃຫ້ຜູ້ໃດເຮັດໃຫ້ພວກເຈົ້າພາດລາງວັນ.+ ບາງຄົນທຳທ່າເຮັດເປັນຄົນຖ່ອມແລະມັກນະມັດສະການພວກທູດສະຫວັນ.* ເຂົາເຈົ້າຍຶດໝັ້ນກັບສິ່ງທີ່ເຫັນດ້ວຍຕາແລະຄິດແບບຄົນບາບ. ເຂົາເຈົ້າອວດດີແບບບໍ່ມີເຫດຜົນ. 19 ເຂົາເຈົ້າບໍ່ເຮັດຕາມຜູ້ທີ່ເປັນຫົວ.*+ ເພິ່ນເປັນຜູ້ທີ່ເຮັດໃຫ້ທຸກສ່ວນຂອງຮ່າງກາຍໄດ້ຮັບການລ້ຽງແລະເຊື່ອມຕໍ່ກັນດ້ວຍຂໍ້ຕໍ່ແລະເສັ້ນເອັນ. ເພິ່ນເຮັດໃຫ້ຮ່າງກາຍເຕີບໃຫຍ່ຕາມທີ່ພະເຈົ້າຕ້ອງການ.+
20 ໃນເມື່ອພວກເຈົ້າຕາຍຮ່ວມກັບພະຄລິດແລະປະຕິເສດແນວຄິດຕ່າງໆຂອງໂລກແລ້ວ+ ເປັນຫຍັງພວກເຈົ້າຍັງໃຊ້ຊີວິດຄືກັບເປັນຄົນໃນໂລກແລະຍອມເຮັດຕາມຂໍ້ກຳນົດຕ່າງໆເຊັ່ນ:+ 21 “ຢ່າຈັບ ຢ່າບາຍ ຢ່າຊີມ”? 22 ຂໍ້ກຳນົດເຫຼົ່ານີ້ກ່ຽວຂ້ອງກັບສິ່ງຂອງທີ່ຖືກໃຊ້ແລ້ວກໍໝົດໄປ. ຂໍ້ກຳນົດເຫຼົ່ານີ້ເປັນພຽງຄຳສັ່ງແລະຄຳສອນຂອງມະນຸດ.+ 23 ທີ່ຈິງ ຂໍ້ກຳນົດເຫຼົ່ານີ້ຟັງເບິ່ງຄືສະຫຼາດ ແຕ່ແທ້ແລ້ວເປັນວິທີນະມັດສະການທີ່ຄົນຄິດຂຶ້ນມາເອງ. ເຂົາເຈົ້າທໍລະມານຮ່າງກາຍ+ແລະທຳທ່າເຮັດເປັນຄົນຖ່ອມໂຕ ແຕ່ການເຮັດແບບນັ້ນບໍ່ຊ່ວຍໃຫ້ຊະນະຄວາມຕ້ອງການຂອງຮ່າງກາຍທີ່ມີບາບໄດ້ເລີຍ.