ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະນິມິດ 21
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະນິມິດ

      • ຟ້າ​ໃໝ່​ກັບ​ໂລກ​ໃໝ່ (1-8)

        • ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ (4)

        • ພະເຈົ້າ​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່ (5)

      • ລາຍລະອຽດ​ຂອງ​ເຢຣູຊາເລັມ​ໃໝ່ (9-27)

ພະນິມິດ 21:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 65:17; 66:22; 2ປຕ 3:13
  • +2ປຕ 3:10; ພນມ 20:11
  • +ອຊຢ 57:20

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2023, ໜ້າ 4

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    12/2019, ໜ້າ 6

ພະນິມິດ 21:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 3:12
  • +ພນມ 19:7

ພະນິມິດ 21:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 37:27

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 26

ພະນິມິດ 21:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 7:17
  • +ອຊຢ 25:8; 1ກຣ 15:26
  • +ອຊຢ 35:10; 65:19

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 2

ພະນິມິດ 21:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 4:2, 3
  • +2ປຕ 3:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2023, ໜ້າ 3-4

    ໃກ້ຊິດ ໜ້າ 81-86

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    12/2019, ໜ້າ 6

ພະນິມິດ 21:6

ໄຂເງື່ອນ

  • *

    ໃນ​ພາສາ​ກຣີກ ອັນຟາ​ເປັນ​ໂຕ​ອັກສອນ​ທຳອິດ​ແລະ​ໂອເມກາ​ເປັນ​ໂຕ​ອັກສອນ​ສຸດທ້າຍ ຄື​ກັບ​ໂຕ​ອັກສອນ ກ ແລະ ຮ ໃນ​ພາສາ​ລາວ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 1:8; 22:13
  • +ພສ 36:9; ອຊຢ 55:1; ພນມ 7:17; 22:1

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2023, ໜ້າ 3, 4-7

    ຫໍສັງເກດການ (ສຶກສາ)

    10/2016, ໜ້າ 16

    ສະບັບແປໂລກໃໝ່ ໜ້າ 2418

ພະນິມິດ 21:8

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

  • *

    ໝາຍເຖິງ​ຄວາມ​ຕາຍ​ຕະຫຼອດ​ໄປ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຢຮ 5:10
  • +1ຢຮ 3:15
  • +ອຟຊ 5:5
  • +ຢຮ 8:44
  • +ພນມ 19:20
  • +ສພສ 10:7; ຮຣ 10:26, 27; ພນມ 2:11; 20:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2400

ພະນິມິດ 21:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 15:1
  • +ພນມ 19:7

ພະນິມິດ 21:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 12:22; ພນມ 3:12; 21:2

ພະນິມິດ 21:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 60:1, 2
  • +ອພຍ 24:9, 10

ພະນິມິດ 21:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 22:14

ພະນິມິດ 21:14

ໄຂເງື່ອນ

  • *

    ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 10:2-4; ລກ 6:13-16; ກຈກ 1:13

ພະນິມິດ 21:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 40:3, 5

ພະນິມິດ 21:16

ໄຂເງື່ອນ

  • *

    ປະມານ 2.220 ກິໂລແມັດ. 1 ຊະທາດິອອນ​ເທົ່າ​ກັບ 185 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.

ພະນິມິດ 21:17

ໄຂເງື່ອນ

  • *

    64 ແມັດ

ພະນິມິດ 21:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 4:3; 21:10, 11

ພະນິມິດ 21:22

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 6:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    5/2022, ໜ້າ 17-18

ພະນິມິດ 21:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 60:19, 20; ພນມ 22:5
  • +ຢຮ 1:9; ກຈກ 26:13, 15; ຮຣ 1:3

ພະນິມິດ 21:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 60:3

ພະນິມິດ 21:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 60:11, 20

ພະນິມິດ 21:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 60:5

ພະນິມິດ 21:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 5:6; ອຊຢ 52:1; 1ກຣ 6:9, 10; ຄລຕ 5:19-21; ພນມ 21:8
  • +ດນອ 12:1; ຟລປ 4:3; ພນມ 13:8

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພນມ. 21:1ອຊຢ 65:17; 66:22; 2ປຕ 3:13
ພນມ. 21:12ປຕ 3:10; ພນມ 20:11
ພນມ. 21:1ອຊຢ 57:20
ພນມ. 21:2ພນມ 3:12
ພນມ. 21:2ພນມ 19:7
ພນມ. 21:3ອຊກ 37:27
ພນມ. 21:4ພນມ 7:17
ພນມ. 21:4ອຊຢ 25:8; 1ກຣ 15:26
ພນມ. 21:4ອຊຢ 35:10; 65:19
ພນມ. 21:5ພນມ 4:2, 3
ພນມ. 21:52ປຕ 3:13
ພນມ. 21:6ພນມ 1:8; 22:13
ພນມ. 21:6ພສ 36:9; ອຊຢ 55:1; ພນມ 7:17; 22:1
ພນມ. 21:81ຢຮ 5:10
ພນມ. 21:81ຢຮ 3:15
ພນມ. 21:8ອຟຊ 5:5
ພນມ. 21:8ຢຮ 8:44
ພນມ. 21:8ພນມ 19:20
ພນມ. 21:8ສພສ 10:7; ຮຣ 10:26, 27; ພນມ 2:11; 20:6
ພນມ. 21:9ພນມ 15:1
ພນມ. 21:9ພນມ 19:7
ພນມ. 21:10ຮຣ 12:22; ພນມ 3:12; 21:2
ພນມ. 21:11ອຊຢ 60:1, 2
ພນມ. 21:11ອພຍ 24:9, 10
ພນມ. 21:13ພນມ 22:14
ພນມ. 21:14ມທ 10:2-4; ລກ 6:13-16; ກຈກ 1:13
ພນມ. 21:15ອຊກ 40:3, 5
ພນມ. 21:18ພນມ 4:3; 21:10, 11
ພນມ. 21:22ອພຍ 6:3
ພນມ. 21:23ອຊຢ 60:19, 20; ພນມ 22:5
ພນມ. 21:23ຢຮ 1:9; ກຈກ 26:13, 15; ຮຣ 1:3
ພນມ. 21:24ອຊຢ 60:3
ພນມ. 21:25ອຊຢ 60:11, 20
ພນມ. 21:26ອຊຢ 60:5
ພນມ. 21:27ພສ 5:6; ອຊຢ 52:1; 1ກຣ 6:9, 10; ຄລຕ 5:19-21; ພນມ 21:8
ພນມ. 21:27ດນອ 12:1; ຟລປ 4:3; ພນມ 13:8
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
ຄຳພີໄບເບິນສະບັບແປໂລກໃໝ່
ພະນິມິດ 21:1-27

ພະນິມິດທີ່ເປີດເຜີຍໃຫ້ໂຢຮັນ

21 ຈາກນັ້ນ ຂ້ອຍ​ເຫັນ​ຟ້າ​ໃໝ່​ກັບ​ໂລກ​ໃໝ່.+ ຟ້າ​ເກົ່າ​ກັບ​ໂລກ​ເກົ່າ​ນັ້ນ​ຫາຍ​ສາບສູນໄປ​ແລ້ວ+​ແລະ​ບໍ່​ມີ​ທະເລ+​ອີກ​ຕໍ່​ໄປ. 2 ຂ້ອຍ​ໄດ້​ເຫັນ​ເມືອງ​ບໍລິສຸດ​ນຳ ເຊິ່ງ​ແມ່ນ​ເຢຣູຊາເລັມ​ໃໝ່​ທີ່​ກຳລັງ​ລົງ​ມາ​ຈາກ​ສະຫວັນ. ເມືອງ​ນັ້ນ​ມາ​ຈາກ​ພະເຈົ້າ+​ແລະ​ກຽມ​ໄວ້​ພ້ອມ​ຄື​ກັບ​ເຈົ້າ​ສາວ​ທີ່​ແຕ່ງ​ໂຕ​ງາມ​ໆ​ສຳລັບ​ເຈົ້າບ່າວ.+ 3 ແລ້ວ​ຂ້ອຍ​ໄດ້​ຍິນ​ສຽງ​ດັງ​ມາ​ຈາກ​ບັນລັງ​ນັ້ນ​ວ່າ: “ເບິ່ງ​ແມ້! ເຕັ້ນ​ຂອງ​ພະເຈົ້າຢູ່​ກັບ​ມະນຸດ​ແລ້ວ. ເພິ່ນ​ຈະ​ຢູ່​ກັບ​ເຂົາເຈົ້າ ແລະ​ເຂົາເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເພິ່ນ. ພະເຈົ້າ​ຈະ​ຢູ່​ກັບ​ເຂົາເຈົ້າ.+ 4 ພະເຈົ້າ​ຈະ​ເຊັດ​ນ້ຳ​ຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ເຂົາເຈົ້າ.+ ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ.+ ຄວາມ​ໂສກເສົ້າ ຫຼື​ສຽງ​ຮ້ອງໄຫ້​ເສຍໃຈ ຫຼື​ຄວາມ​ເຈັບ​ປວດ​ຈະ​ບໍ່​ມີ​ອີກ​ເລີຍ.+ ສິ່ງ​ຕ່າງ​ໆ​ເຫຼົ່າ​ນີ້​ທີ່​ເຄີຍ​ເຮັດ​ໃຫ້​ພວກ​ເຮົາ​ເຈັບ​ປວດ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ.”

5 ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ+​ເວົ້າ​ວ່າ: “ເຮົາ​ກຳລັງ​ສ້າງ​ທຸກ​ສິ່ງ​ຂຶ້ນ​ໃໝ່.”+ ເພິ່ນ​ເວົ້າ​ອີກ​ວ່າ: “ຂຽນ​ໄວ້​ເດີ້! ຍ້ອນ​ຄຳເວົ້າ​ທັງໝົດ​ນີ້​ເຊື່ອຖື​ໄດ້​ແລະ​ເປັນ​ຄວາມ​ຈິງ.” 6 ແລ້ວ​ເພິ່ນ​ກໍ​ເວົ້າ​ກັບ​ຂ້ອຍ​ວ່າ: “ເລື່ອງ​ທັງໝົດ​ນີ້​ສຳເລັດ​ແລ້ວ! ເຮົາ​ເປັນ​ອັນຟາ​ແລະ​ໂອເມກາ* ເປັນ​ຈຸດ​ເລີ່ມ​ຕົ້ນ​ແລະ​ຈຸດຈົບ.+ ຜູ້​ໃດ​ທີ່​ຫິວ​ນ້ຳ ເຮົາ​ຈະ​ໃຫ້​ລາວ​ກິນ​ນ້ຳ​ຈາກ​ນ້ຳ​ພຸ​ທີ່​ໃຫ້​ຊີວິດ​ໂດຍ​ບໍ່​ຕ້ອງ​ຈ່າຍ​ຄ່າ​ຫຍັງ​ເລີຍ.+ 7 ຄົນ​ທີ່​ໄດ້​ໄຊ​ຊະນະ​ຈະ​ໄດ້​ຮັບ​ສິ່ງ​ເຫຼົ່າ​ນີ້​ເປັນ​ມໍລະດົກ. ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ລາວ ແລະ​ລາວ​ຈະ​ເປັນ​ລູກ​ຂອງ​ເຮົາ. 8 ສ່ວນ​ຄົນ​ຂີ້​ຢ້ານ ຄົນ​ບໍ່​ມີ​ຄວາມ​ເຊື່ອ+ ຄົນ​ບໍ່​ສະອາດ ຄົນ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ ຄົນ​ຂ້າ​ຄົນ+ ຄົນ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ*+ ຄົນ​ຫຼິ້ນ​ໄສຍະສາດ ຄົນ​ຂາບ​ໄຫວ້​ຮູບ​ບູຊາ ແລະ​ທຸກ​ຄົນ​ທີ່​ເວົ້າ​ຕົວະ+ ເຂົາເຈົ້າ​ຈະ​ຕ້ອງ​ຢູ່​ໃນ​ບຶງ​ໄຟ​ທີ່​ລຸກ​ໄໝ້​ດ້ວຍ​ມາດ.+ ບຶງ​ໄຟ​ນີ້​ໝາຍເຖິງ​ຄວາມ​ຕາຍ​ປະເພດ​ທີ 2.”*+

9 ແລ້ວ​ທູດສະຫວັນ​ອົງ​ໜຶ່ງ​ໃນ​ທູດສະຫວັນ 7 ອົງ​ເຊິ່ງ​ມີ​ຂັນ 7 ໜ່ວຍ​ທີ່​ມີ​ໄພພິບັດ 7 ຢ່າງ​ສຸດທ້າຍ+​ກໍ​ມາ​ເວົ້າ​ກັບ​ຂ້ອຍ​ວ່າ: “ມາ​ນີ້ ຂ້ອຍ​ຈະ​ໃຫ້​ເຈົ້າ​ເບິ່ງ​ເຈົ້າ​ສາວ​ທີ່​ຈະ​ເປັນ​ເມຍ​ຂອງ​ແກະ​ນ້ອຍ​ຂອງ​ພະເຈົ້າ.”+ 10 ດັ່ງນັ້ນ ດ້ວຍ​ພະລັງ​ຂອງ​ພະເຈົ້າ ລາວ​ໄດ້​ພາ​ຂ້ອຍ​ໄປ​ພູ​ໜ່ວຍ​ໜຶ່ງ​ທີ່​ທັງ​ໃຫຍ່​ທັງ​ສູງ ແລະ​ໃຫ້​ຂ້ອຍ​ເຫັນ​ເຢຣູຊາເລັມ​ເມືອງ​ບໍລິສຸດ​ທີ່​ກຳລັງ​ລົງ​ມາ​ຈາກ​ສະຫວັນ. ເມືອງ​ນັ້ນ​ລົງ​ມາ​ຈາກ​ພະເຈົ້າ+ 11 ແລະ​ສະຫງ່າ​ງາມ​ດ້ວຍ​ແສງ​ລັດສະໝີ​ຂອງ​ພະເຈົ້າ.+ ເມືອງ​ນັ້ນ​ເຫຼື້ອມ​ຍິບ​ຍັບ​ຄື​ກັບ​ເພັດ​ພອຍ​ທີ່​ມີ​ຄ່າ​ຫຼາຍ ແລະ​ຄື​ກັບ​ຫີນ​ແຈສະເປີທີ່​ເປັ່ງ​ປະ​ກາຍ​ໃສ​ໆ​.+ 12 ເມືອງ​ນັ້ນ​ມີ​ກຳແພງ​ທີ່​ທັງ​ໃຫຍ່​ທັງ​ສູງ​ແລະ​ມີ​ປະຕູ 12 ປ່ອງ. ມີ​ທູດສະຫວັນ 12 ອົງ​ເຝົ້າ​ຢູ່​ປະຕູ​ລະ​ອົງ. ຢູ່​ປະຕູ​ເຫຼົ່າ​ນັ້ນ​ມີ​ຊື່​ຂອງ​ລູກ​ຫຼານອິດສະຣາເອນ 12 ຕະກູນ​ຂຽນ​ໄວ້​ປະຕູ​ລະ​ຊື່. 13 ຢູ່​ທາງ​ທິດ​ຕາເວັນ​ອອກ​ມີ 3 ປະຕູ ທາງ​ທິດເໜືອ​ມີ 3 ປະຕູ ທາງ​ທິດໃຕ້​ມີ 3 ປະຕູ ແລະ​ທາງ​ທິດ​ຕາເວັນ​ຕົກ​ມີ 3 ປະຕູ.+ 14 ກຳແພງ​ເມືອງ​ນັ້ນ​ມີ​ຫີນ​ຮາກ​ຖານ 12 ກ້ອນ. ເທິງ​ຫີນ​ເຫຼົ່າ​ນັ້ນ​ມີ​ຊື່​ຂອງ​ອັກຄະສາວົກ* 12 ຄົນ+​ຂອງ​ແກະ​ນ້ອຍ​ຂອງ​ພະເຈົ້າ​ຂຽນ​ໄວ້​ກ້ອນ​ລະ​ຊື່.

15 ຜູ້​ທີ່​ກຳລັງ​ເວົ້າ​ກັບ​ຂ້ອຍ​ຖື​ໄມ້​ອໍ້​ຄຳ​ເພື່ອ​ຈະ​ໃຊ້​ແທກ​ເມືອງ ປະຕູ​ເມືອງ ແລະ​ກຳແພງ​ເມືອງ​ນັ້ນ.+ 16 ເມືອງ​ນັ້ນ​ເປັນ​ຮູບ​ສີ່​ລ່ຽມ​ທີ່​ມີ​ລວງ​ຍາວ​ເທົ່າ​ກັບ​ລວງ​ກວ້າງ. ລາວ​ເອົາ​ໄມ້​ອໍ້​ແທກ​ເມືອງ​ນັ້ນ​ໄດ້ 12.000 ຊະທາດິອອນ.* ເມືອງ​ນັ້ນ​ມີ​ລວງ​ຍາວ ລວງ​ກວ້າງ ແລະ​ລວງ​ສູງ​ເທົ່າ​ກັນ​ໝົດ. 17 ລາວ​ແທກ​ກຳແພງ​ເມືອງ​ນັ້ນ​ໄດ້ 144 ສອກ*​ຕາມ​ມາດຕາ​ວັດແທກ​ຂອງ​ມະນຸດ​ເຊິ່ງ​ກໍ​ເປັນ​ມາດຕາ​ວັດແທກ​ຂອງ​ທູດສະຫວັນ​ຄື​ກັນ. 18 ກຳແພງ​ເມືອງ​ສ້າງ​ດ້ວຍ​ຫີນ​ແຈສະເປີ+ ແລະ​ເມືອງ​ນັ້ນ​ເປັນ​ຄຳ​ແທ້​ຄື​ກັບ​ແກ້ວ​ໃສ​ໆ​. 19 ຮາກ​ຖານ​ກຳແພງ​ເມືອງ​ນັ້ນ​ຕົກ​ແຕ່ງ​ດ້ວຍ​ເພັດ​ພອຍ​ທຸກ​ຊະນິດ. ຮາກ​ຖານ​ທີ 1 ເປັນ​ຫີນແຈສະເປີ ຮາກ​ຖານ​ທີ 2 ເປັນ​ແກ້ວ​ໄພ​ລິນ ຮາກ​ຖານ​ທີ 3 ເປັນ​ຫີນ​ໂມຣາ ຮາກ​ຖານ​ທີ 4 ເປັນ​ມໍລະກົດ 20 ຮາກ​ຖານ​ທີ 5 ເປັນ​ຫີນ​ຊາໂດນິກ ຮາກ​ຖານ​ທີ 6 ເປັນ​ພອຍ​ສີ​ແດງ ຮາກ​ຖານ​ທີ 7 ເປັນ​ແກ້ວ​ຄຣິດໂຊໄລທ໌ ຮາກ​ຖານ​ທີ 8 ເປັນ​ແກ້ວ​ເບຣລິນ ຮາກ​ຖານ​ທີ 9 ເປັນ​ແກ້ວ​ໂທພັດສ໌ ຮາກ​ຖານ​ທີ 10 ເປັນ​ຫີນ​ຄຣີດໂຊເພຣດ ຮາກ​ຖານ​ທີ 11 ເປັນ​ແກ້ວ​ໄຮຢາຊິນ ແລະ​ຮາກ​ຖານ​ທີ 12 ເປັນ​ແກ້ວ​ອາເມທິດທ໌. 21 ປະຕູ 12 ປ່ອງ​ເປັນ​ໄຂ່​ມຸກ 12 ເມັດ. ແຕ່​ລະ​ປະຕູ​ເຮັດ​ຈາກ​ໄຂ່​ມຸກ 1 ເມັດ. ທາງ​ໃຫຍ່​ຂອງ​ເມືອງ​ນັ້ນ​ເປັນ​ຄຳ​ແທ້​ຄື​ກັບ​ແກ້ວ​ໃສ​ໆ​.

22 ຂ້ອຍ​ບໍ່​ເຫັນ​ວ່າ​ມີ​ວິຫານ​ໃນ​ເມືອງ​ນັ້ນ ຍ້ອນ​ພະ​ເຢໂຫວາ*​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ+​ເປັນ​ວິຫານ​ຂອງ​ເມືອງ​ນັ້ນ ແລະ​ແກະ​ນ້ອຍ​ຂອງ​ເພິ່ນ​ກໍ​ເປັນ​ຄື​ກັນ. 23 ເມືອງ​ນັ້ນ​ບໍ່​ຕ້ອງ​ໃຊ້​ແສງ​ຈາກ​ຕາເວັນ​ຫຼື​ເດືອນ ຍ້ອນ​ແສງ​ລັດສະໝີ​ຂອງ​ພະເຈົ້າ​ເຮັດ​ໃຫ້​ເມືອງ​ນັ້ນ​ແຈ້ງ​ສະຫວ່າງ+ ແລະ​ແກະ​ນ້ອຍ​ຂອງ​ພະເຈົ້າ​ເປັນ​ຕະກຽງ​ຂອງ​ເມືອງ​ນັ້ນ.+ 24 ເມືອງ​ນັ້ນ​ຈະ​ສ່ອງ​ແສງ​ສະຫວ່າງ​ໃສ່​ທາງ​ຍ່າງ​ເພື່ອ​ຊາດ​ຕ່າງ​ໆ​ຈະ​ຍ່າງ​ໄດ້+ ແລະ​ພວກ​ກະສັດ​ຂອງ​ໂລກ​ຈະ​ເອົາ​ສະຫງ່າ​ລາສີ​ຂອງ​ໂຕເອງ​ເຂົ້າ​ມາ​ໃນ​ເມືອງ​ນັ້ນ. 25 ປະຕູ​ຂອງ​ເມືອງ​ນັ້ນ​ຈະ​ເປີດ​ໄວ້​ຕະຫຼອດ​ຍ້ອນ​ມີ​ແຕ່​ກາງເວັນ ແລະ​ຢູ່​ເມືອງ​ນັ້ນ​ຈະ​ບໍ່​ມີ​ກາງຄືນ​ເລີຍ.+ 26 ເຂົາເຈົ້າ​ຈະ​ເອົາ​ສະຫງ່າ​ລາສີ​ແລະ​ກຽດ​ຕິຍົດ​ຂອງ​ຊາດ​ຕ່າງ​ໆ​ເຂົ້າ​ມາ​ໃນ​ເມືອງ​ນັ້ນ​ນຳ.+ 27 ແຕ່​ສິ່ງ​ທີ່​ບໍ່​ສະອາດ ແລະ​ຄົນ​ທີ່​ເຮັດ​ສິ່ງ​ເປັນ​ຕາ​ຂີ້ດຽດ​ແລະ​ມັກ​ເວົ້າ​ຕົວະ​ຈະ​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ​ບໍ່​ໄດ້​ເລີຍ.+ ຄົນ​ທີ່​ຈະ​ເຂົ້າ​ໄປ​ໄດ້​ຈະ​ຕ້ອງ​ເປັນ​ຄົນ​ທີ່​ມີ​ຊື່​ຢູ່​ໃນ​ມ້ວນ​ໜັງສື​ລາຍຊື່​ຄົນ​ທີ່​ຈະ​ໄດ້​ຊີວິດ ເຊິ່ງ​ເປັນ​ມ້ວນ​ໜັງສື​ຂອງ​ແກະ​ນ້ອຍ​ຂອງ​ພະເຈົ້າ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌