ຈົດໝາຍສະບັບທຳອິດຂອງເປໂຕ
5 ຂ້ອຍຂໍຂຽນຫາພວກຜູ້ເບິ່ງແຍງທີ່ຢູ່ນຳພວກເຈົ້າ ຍ້ອນຂ້ອຍກໍເປັນຜູ້ເບິ່ງແຍງຄືກັນ. ຂ້ອຍເປັນຜູ້ຮູ້ເຫັນການທົນທຸກທໍລະມານຂອງພະຄລິດແລະກໍເປັນຜູ້ໜຶ່ງທີ່ຈະໄດ້ຮັບກຽດຮ່ວມກັບພວກເຈົ້າ.+ ຂ້ອຍຢາກຂໍຮ້ອງວ່າ 2 ໃຫ້ເອົາໃຈໃສ່ຝູງແກະຂອງພະເຈົ້າ+ທີ່ພວກເຈົ້າເບິ່ງແຍງ. ເມື່ອພວກເຈົ້າເຮັດໜ້າທີ່ຜູ້ເບິ່ງແຍງ ຢ່າເຮັດແບບຝືນໃຈ ແຕ່ໃຫ້ເຮັດແບບເຕັມໃຈໃຫ້ພະເຈົ້າ.+ ຢ່າເຮັດເພື່ອຈະໄດ້ຜົນປະໂຫຍດໃສ່ໂຕເອງ+ ແຕ່ໃຫ້ເຮັດແບບກະຕືລືລົ້ນ. 3 ຢ່າເຮັດຄືກັບເປັນນາຍເໜືອຄົນທີ່ເປັນຊັບສົມບັດຂອງພະເຈົ້າ+ ແຕ່ໃຫ້ເປັນຕົວຢ່າງໃຫ້ຝູງແກະ.+ 4 ເມື່ອຜູ້ລ້ຽງຄົນສຳຄັນ+ມາຮອດ* ພວກເຈົ້າກໍຈະໄດ້ຮັບມົງກຸດທີ່ມີກຽດທີ່ບໍ່ມີມື້ຫ່ຽວແຫ້ງ.+
5 ໃຫ້ຜູ້ຊາຍທີ່ອາຍຸນ້ອຍເຊື່ອຟັງຄົນທີ່ອາຍຸຫຼາຍກວ່າ.*+ ໃຫ້ພວກເຈົ້າທຸກຄົນສະແດງຄວາມຖ່ອມຕໍ່ກັນສະເໝີ* ຍ້ອນພະເຈົ້າຊັງຄົນຍິ່ງ ແຕ່ເພິ່ນສະແດງຄວາມກະລຸນາທີ່ຍິ່ງໃຫຍ່ຕໍ່ຄົນຖ່ອມ.+
6 ດັ່ງນັ້ນ ໃຫ້ຖ່ອມໂຕລົງຕໍ່ພະເຈົ້າຜູ້ມີລິດເດດຍິ່ງໃຫຍ່* ເພື່ອເພິ່ນຈະໃຫ້ກຽດພວກເຈົ້າເມື່ອຮອດເວລາ.+ 7 ໃຫ້ຝາກຄວາມອຸກໃຈທັງໝົດໄວ້ກັບພະເຈົ້າ+ ຍ້ອນເພິ່ນເປັນຫ່ວງພວກເຈົ້າ.+ 8 ພວກເຈົ້າຕ້ອງມີສະຕິຢູ່ສະເໝີແລະເຝົ້າລະວັງໃຫ້ດີ+ ຍ້ອນມານຮ້າຍສັດຕູຂອງພວກເຈົ້າເປັນຄືກັບໂຕສິງທີ່ແຜດສຽງຮ້ອງແລະຍ່າງໄປຍ່າງມາເພື່ອຊອກຫາເຫຍື່ອ*ທີ່ມັນຈະກັດກິນໄດ້.+ 9 ພວກເຈົ້າຕ້ອງຕໍ່ສູ້ກັບມັນ+ແລະມີຄວາມເຊື່ອທີ່ໝັ້ນຄົງ. ໃຫ້ຮູ້ວ່າພີ່ນ້ອງຂອງພວກເຈົ້າຢູ່ທົ່ວໂລກ*ກໍເຈິຄວາມທຸກແບບດຽວກັນ.+ 10 ແຕ່ຫຼັງຈາກພວກເຈົ້າທົນທຸກລຳບາກໃນໄລຍະສັ້ນໆແລ້ວ ພະເຈົ້າທີ່ເປັນບໍ່ເກີດຂອງຄວາມກະລຸນາທີ່ຍິ່ງໃຫຍ່ຈະຝຶກອົບຮົມພວກເຈົ້າຈົນສຳເລັດ. ເພິ່ນເລືອກພວກເຈົ້າມາເພື່ອໃຫ້ໄດ້ຮັບກຽດຕະຫຼອດໄປ+ຍ້ອນພວກເຈົ້າເປັນລູກສິດຂອງພະຄລິດ. ເພິ່ນຈະເຮັດໃຫ້ພວກເຈົ້າໝັ້ນຄົງ+ ເຂັ້ມແຂງ+ ແລະບໍ່ຫວັ່ນໄຫວ. 11 ຂໍໃຫ້ພະເຈົ້າມີລິດເດດຕະຫຼອດໄປ. ອາແມນ.*
12 ຂ້ອຍໃຫ້ຊີລາວານ*+ເຊິ່ງຂ້ອຍຖືວ່າເປັນພີ່ນ້ອງທີ່ສັດຊື່ຊ່ວຍຂ້ອຍຂຽນຈົດໝາຍສັ້ນໆສະບັບນີ້ໄປຫາພວກເຈົ້າ ເພື່ອໃຫ້ກຳລັງໃຈແລະເພື່ອເຮັດໃຫ້ພວກເຈົ້າໝັ້ນໃຈວ່າພະເຈົ້າໄດ້ສະແດງຄວາມກະລຸນາທີ່ຍິ່ງໃຫຍ່. ຂໍໃຫ້ຍຶດໝັ້ນກັບຄວາມກະລຸນານີ້. 13 ພີ່ນ້ອງຍິງ*ທີ່ຢູ່ເມືອງບາບີໂລນເຊິ່ງເປັນຜູ້ຖືກເລືອກຄືກັບພວກເຈົ້າໄດ້ຝາກຄວາມຄິດຮອດໄປຫາພວກເຈົ້າ ແລະມາຣະໂກທີ່ເປັນຄືກັບລູກຂອງຂ້ອຍກໍຝາກຄວາມຄິດຮອດໄປຫາພວກເຈົ້າຄືກັນ.+ 14 ຂໍໃຫ້ຈູບທັກທາຍກັນແບບພີ່ນ້ອງທີ່ຮັກກັນ.
ຂໍໃຫ້ພວກເຈົ້າທຸກຄົນທີ່ເປັນລູກສິດຂອງພະຄລິດມີສັນຕິສຸກ.