ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງໂກຣິນໂທ
4 ຄົນອື່ນຄວນຈະເບິ່ງພວກເຮົາວ່າເປັນຄົນເຮັດວຽກຂອງພະຄລິດ ແລະເປັນຄົນຮັບໃຊ້ທີ່ໄດ້ຮັບມອບໝາຍໃຫ້ເບິ່ງແຍງຄວາມລັບສັກສິດຂອງພະເຈົ້າ.+ 2 ຄົນຮັບໃຊ້ຖືກຄາດໝາຍໃຫ້ເປັນຄົນສັດຊື່ໃນໜ້າທີ່. 3 ພວກເຈົ້າຫຼືສານຂອງມະນຸດຈະຕັດສິນຂ້ອຍແນວໃດກະຢ່າ ມັນບໍ່ສຳຄັນສຳລັບຂ້ອຍ. ຂ້ອຍເອງກໍບໍ່ຕັດສິນໂຕເອງ. 4 ຂ້ອຍບໍ່ໄດ້ຮູ້ສຶກວ່າໂຕເອງເຮັດຫຍັງຜິດ. ແຕ່ນັ້ນກໍບໍ່ໄດ້ພິສູດວ່າຂ້ອຍເປັນຄົນດີພ້ອມ. ພະເຢໂຫວາ*ເປັນຜູ້ທີ່ຕັດສິນຂ້ອຍ.+ 5 ດັ່ງນັ້ນ ຢ່າຟ້າວຕັດສິນ+ຫຍັງກ່ອນເວລາ ແຕ່ໃຫ້ລໍຖ້າຈົນກວ່າຜູ້ເປັນນາຍຈະມາ. ແລ້ວເພິ່ນຈະເປີດເຜີຍສິ່ງທີ່ເຊື່ອງຢູ່ໃນບ່ອນມືດແລະເຮັດໃຫ້ຮູ້ເຈຕະນາທີ່ແທ້ຈິງຂອງຄົນເຮົາ. ຕອນນັ້ນ ພະເຈົ້າຈະຊົມເຊີຍແຕ່ລະຄົນຕາມສິ່ງທີ່ລາວເຮັດ.+
6 ພີ່ນ້ອງເອີ້ຍ ຂ້ອຍໃຊ້ໂຕຂ້ອຍກັບອາໂປໂລເປັນຕົວຢ່າງ+ເພື່ອພວກເຈົ້າຈະໄດ້ຮຽນຮູ້ກົດທີ່ວ່າ: “ຢ່າກາຍຂອບເຂດທີ່ຂຽນໄວ້.” ພວກເຈົ້າຈະໄດ້ບໍ່ຈອງຫອງ+ ແລະບໍ່ຍົກຍ້ອງຄົນໜຶ່ງວ່າດີກວ່າອີກຄົນໜຶ່ງ. 7 ຜູ້ໃດໃຫ້ເຈົ້າວິເສດກວ່າຄົນອື່ນ? ທີ່ຈິງແລ້ວ ມີຫຍັງບໍທີ່ເຈົ້າມີໃນຕອນນີ້ທີ່ບໍ່ໄດ້ມາຈາກພະເຈົ້າ?+ ໃນເມື່ອເພິ່ນໃຫ້ທຸກຢ່າງກັບເຈົ້າ ເປັນຫຍັງເຈົ້າຈຶ່ງອວດຄືກັບວ່າເຈົ້າໄດ້ມາເອງ?
8 ພວກເຈົ້າມີພ້ອມທຸກຢ່າງແລ້ວບໍ? ພວກເຈົ້າຮັ່ງແລ້ວແມ່ນບໍ? ພວກເຈົ້າໄດ້ປົກຄອງເປັນກະສັດ+ກ່ອນພວກເຮົາແລ້ວບໍ? ຖ້າພວກເຈົ້າໄດ້ປົກຄອງເປັນກະສັດແທ້ໆກໍດີ ພວກເຮົາຈະໄດ້ໄປປົກຄອງເປັນກະສັດກັບພວກເຈົ້າຄືກັນ.+ 9 ຂ້ອຍຮູ້ສຶກຄືກັບວ່າພະເຈົ້າໃຫ້ພວກເຮົາທີ່ເປັນອັກຄະສາວົກ*ເປັນຄົນທີ່ຖືກຕັດສິນໃຫ້ຕາຍ ແລະອອກມາເປັນກຸ່ມສຸດທ້າຍຕໍ່ໜ້າຜູ້ຊົມໃນເດີ່ນສະແດງ+ ພວກເຮົາຈຶ່ງຖືກຄົນຢູ່ທົ່ວໂລກແນມເບິ່ງ.+ ທີ່ຈິງ ທັງພວກທູດສະຫວັນແລະມະນຸດກໍແນມເບິ່ງຢູ່. 10 ພວກເຮົາຖືກເບິ່ງວ່າເປັນຄົນໂງ່+ຍ້ອນເຫັນແກ່ພະຄລິດ ແຕ່ພວກເຈົ້າເບິ່ງວ່າໂຕເອງສະຫຼາດຍ້ອນເປັນລູກສິດຂອງພະຄລິດ. ພວກເຮົາອ່ອນແອ ແຕ່ພວກເຈົ້າແຂງແຮງ. ພວກເຈົ້າໄດ້ຮັບກຽດ ແຕ່ພວກເຮົາຖືກດູຖູກ. 11 ຈົນຮອດດຽວນີ້ ພວກເຮົາຍັງຫິວເຂົ້າ+ ຫິວນ້ຳ+ ບໍ່ມີເຄື່ອງນຸ່ງ ຖືກຕີ+ ບໍ່ມີເຮືອນຢູ່ 12 ແລະເຮັດວຽກໜັກດ້ວຍມືຂອງພວກເຮົາເອງ.+ ເມື່ອຖືກດ່າ ພວກເຮົາກໍອວຍພອນ.+ ເມື່ອຖືກຂົ່ມເຫງ ພວກເຮົາກໍອົດທົນເອົາ.+ 13 ເມື່ອຖືກໃສ່ຮ້າຍ ພວກເຮົາຕອບແບບສຸພາບ.+ ໂລກຖືວ່າພວກເຮົາເປັນຄືກັບຂີ້ເຫຍື້ອແລະສິ່ງເສດເຫຼືອຂອງສັງຄົມຈົນຮອດດຽວນີ້.
14 ຂ້ອຍຂຽນເລື່ອງທັງໝົດນີ້ບໍ່ແມ່ນເພື່ອເຮັດໃຫ້ພວກເຈົ້າອັບອາຍ ແຕ່ເພື່ອເຕືອນພວກເຈົ້າຄືກັບເຕືອນລູກທີ່ຂ້ອຍຮັກ. 15 ເຖິງວ່າພວກເຈົ້າຈະມີຄູສອນ*ຮອດ 10.000 ຄົນມາສອນເລື່ອງພະຄລິດ ແຕ່ພວກເຈົ້າບໍ່ໄດ້ມີພໍ່ຫຼາຍຄົນດອກ. ຂ້ອຍເປັນຄືກັບພໍ່ທີ່ສອນພວກເຈົ້າໃນເລື່ອງຂ່າວດີແລະໃຫ້ຕິດຕາມພະຄລິດເຢຊູ.+ 16 ດັ່ງນັ້ນ ຂ້ອຍຂໍໃຫ້ພວກເຈົ້າຮຽນແບບຂ້ອຍ.+ 17 ຍ້ອນແນວນີ້ ຂ້ອຍຈຶ່ງສົ່ງຕີໂມທຽວໄປຫາພວກເຈົ້າ. ລາວເປັນລູກທີ່ຂ້ອຍຮັກແລະລາວສັດຊື່ໃນການຮັບໃຊ້ຜູ້ເປັນນາຍ. ລາວຈະຊ່ວຍເຕືອນພວກເຈົ້າວ່າຂ້ອຍຮັບໃຊ້ພະຄລິດເຢຊູແນວໃດ+ ແບບດຽວກັບທີ່ຂ້ອຍສອນຢູ່ໃນທຸກປະຊາຄົມ.
18 ມີບາງຄົນອວດໂຕຫຼາຍຄືກັບວ່າຂ້ອຍຈະບໍ່ໄປຫາພວກເຈົ້າແລ້ວ. 19 ແຕ່ຖ້າພະເຢໂຫວາ*ຕ້ອງການ ອີກບໍ່ດົນຂ້ອຍຈະໄປຫາພວກເຈົ້າ. ບໍ່ແມ່ນຍ້ອນຂ້ອຍຢາກຮູ້ວ່າພວກຄົນອວດດີພາກັນເວົ້າແນວໃດ ແຕ່ເພື່ອຈະຮູ້ວ່າເຂົາເຈົ້າມີພະລັງຂອງພະເຈົ້າແທ້ໆບໍ່. 20 ສິ່ງທີ່ເຮັດໃຫ້ຮູ້ວ່າພວກເຮົາຍອມຮັບການປົກຄອງຂອງພະເຈົ້າຫຼືບໍ່ ບໍ່ແມ່ນຄຳເວົ້າ ແຕ່ແມ່ນການກະທຳທີ່ບອກໃຫ້ຮູ້ວ່າພວກເຮົາມີພະລັງຂອງພະເຈົ້າ. 21 ພວກເຈົ້າຈະເລືອກຫຍັງ? ຈະໃຫ້ຂ້ອຍຖືໄມ້ແສ້ມາຫາພວກເຈົ້າ+ ຫຼືຈະໃຫ້ຂ້ອຍມາພ້ອມກັບຄວາມຮັກແລະຄວາມອ່ອນໂຍນ?