1 ໂກຣິນໂທ
4 ຄົນອື່ນຄວນຈະເບິ່ງພວກເຮົາວ່າເປັນຄົນງານຂອງພະຄລິດ ແລະເປັນຄົນຮັບໃຊ້ທີ່ໄດ້ຮັບມອບໝາຍໃຫ້ເບິ່ງແຍງຄວາມລັບອັນສັກສິດຂອງພະເຈົ້າ. 2 ມີການຄາດໝາຍວ່າຄົນຮັບໃຊ້ນັ້ນຕ້ອງເປັນຄົນສັດຊື່ໃນໜ້າທີ່. 3 ບໍ່ວ່າພວກເຈົ້າຫຼືສານຂອງມະນຸດຈະຕັດສິນຂ້ອຍແນວໃດ ນັ້ນກໍບໍ່ສຳຄັນສຳລັບຂ້ອຍ. ແມ່ນແຕ່ຂ້ອຍກໍບໍ່ຕັດສິນຕົວເອງ. 4 ຂ້ອຍບໍ່ຮູ້ສຶກວ່າຕົວເອງເຮັດຫຍັງຜິດ. ແຕ່ນັ້ນກໍບໍ່ໄດ້ພິສູດວ່າຂ້ອຍເປັນຄົນດີພ້ອມ ພະເຢໂຫວາເປັນຜູ້ທີ່ຕັດສິນຂ້ອຍ. 5 ດັ່ງນັ້ນ ຢ່າຟ້າວຕັດສິນຫຍັງກ່ອນເວລາ ໃຫ້ລໍຖ້າຈົນກວ່າຜູ້ເປັນນາຍຈະມາ. ແລ້ວເພິ່ນຈະເປີດເຜີຍສິ່ງທີ່ເຊື່ອງຢູ່ໃນບ່ອນມືດແລະເຮັດໃຫ້ຮູ້ເຈຕະນາທີ່ແທ້ຈິງຂອງຄົນເຮົາ ຕອນນັ້ນພະເຈົ້າຈະຊົມເຊີຍແຕ່ລະຄົນຕາມສິ່ງທີ່ລາວເຮັດ.
6 ພີ່ນ້ອງເອີຍ ຂ້ອຍໃຊ້ຕົວຂ້ອຍກັບອາໂປໂລເປັນຕົວຢ່າງເພື່ອພວກເຈົ້າຈະໄດ້ຮຽນຮູ້ກົດທີ່ວ່າ: “ຢ່າກາຍຂອບເຂດທີ່ຂຽນໄວ້” ພວກເຈົ້າຈຶ່ງຈະບໍ່ຈອງຫອງ ບໍ່ຍົກຍ້ອງຄົນໜຶ່ງວ່າດີກວ່າອີກຄົນໜຶ່ງ. 7 ຜູ້ໃດໃຫ້ເຈົ້າວິເສດກວ່າຄົນອື່ນ? ທີ່ຈິງແລ້ວສິ່ງທີ່ເຈົ້າມີຕອນນີ້ ມີຫຍັງບໍທີ່ເຈົ້າບໍ່ໄດ້ຮັບຈາກພະເຈົ້າ? ໃນເມື່ອພະອົງໃຫ້ທຸກຢ່າງກັບເຈົ້າ ເປັນຫຍັງຈຶ່ງອວດຄືກັບວ່າເຈົ້າໄດ້ສິ່ງນັ້ນມາເອງ?
8 ພວກເຈົ້າມີພ້ອມທຸກຢ່າງແລ້ວບໍ? ພວກເຈົ້າຮັ່ງມີແລ້ວແມ່ນບໍ? ພວກເຈົ້າໄດ້ປົກຄອງເປັນກະສັດກ່ອນພວກເຮົາແລ້ວບໍ? ຖ້າພວກເຈົ້າໄດ້ປົກຄອງເປັນກະສັດແທ້ໆກໍດີ ພວກເຮົາຈະໄດ້ໄປປົກຄອງເປັນກະສັດກັບພວກເຈົ້າຄືກັນ. 9 ຂ້ອຍຮູ້ສຶກຄືກັບວ່າ ພະເຈົ້າໃຫ້ພວກເຮົາທີ່ເປັນອັກຄະສາວົກເປັນຄົນທີ່ຖືກຕັດສິນໃຫ້ຕາຍແລະອອກມາເປັນກຸ່ມສຸດທ້າຍຕໍ່ໜ້າຜູ້ຊົມໃນເດີ່ນສະແດງ ພວກເຮົາຈຶ່ງຢູ່ໃນສາຍຕາຂອງຄົນທົ່ວໂລກ ທີ່ຈິງທັງຂອງພວກທູດສະຫວັນແລະມະນຸດນຳ. 10 ພວກເຮົາຖືກເບິ່ງວ່າເປັນຄົນໂງ່ເພາະເຫັນແກ່ພະຄລິດ ແຕ່ພວກເຈົ້າເບິ່ງວ່າຕົວເອງສະຫຼາດເພາະເປັນລູກສິດຂອງພະຄລິດ. ພວກເຮົາອ່ອນແອແຕ່ພວກເຈົ້າແຂງແຮງ ພວກເຈົ້າໄດ້ຮັບກຽດແຕ່ພວກເຮົາຖືກດູຖູກຢຽດຫຍາມ. 11 ຈົນຮອດດຽວນີ້ ພວກເຮົາຍັງຫິວເຂົ້າ ຫິວນ້ຳ ບໍ່ມີເຄື່ອງນຸ່ງ ຖືກທຸບຕີ ບໍ່ມີເຮືອນຢູ່ 12 ແລະເຮັດວຽກໜັກດ້ວຍມືຂອງພວກເຮົາເອງ. ເມື່ອຖືກດ່າ ພວກເຮົາກໍອວຍພອນ ເມື່ອຖືກຂົ່ມເຫງ ພວກເຮົາກໍອົດທົນເອົາ. 13 ເມື່ອຖືກໃສ່ຮ້າຍ ພວກເຮົາຕອບແບບສຸພາບ. ໂລກຖືວ່າພວກເຮົາເປັນຄືກັບຂີ້ເຫຍື້ອແລະສິ່ງເສດເຫຼືອຂອງສັງຄົມຈົນຮອດດຽວນີ້.
14 ຂ້ອຍຂຽນເລື່ອງທັງໝົດນີ້ບໍ່ແມ່ນເພື່ອເຮັດໃຫ້ພວກເຈົ້າອັບອາຍ ແຕ່ເພື່ອເຕືອນພວກເຈົ້າຄືກັບເຕືອນລູກທີ່ຮັກຂອງຂ້ອຍ. 15 ເພາະເຖິງວ່າພວກເຈົ້າຈະມີຄູສອນ*ຮອດ 10.000 ຄົນມາສອນເລື່ອງພະຄລິດ ແຕ່ແນ່ນອນວ່າພວກເຈົ້າບໍ່ໄດ້ມີພໍ່ຫຼາຍຄົນ. ຂ້ອຍເປັນຄືກັບພໍ່ທີ່ສອນພວກເຈົ້າໃນເລື່ອງຂ່າວດີແລະໃຫ້ຕິດຕາມພະຄລິດເຢຊູ. 16 ດັ່ງນັ້ນ ຂ້ອຍຂໍໃຫ້ພວກເຈົ້າຮຽນແບບຂ້ອຍ. 17 ນັ້ນເປັນສາເຫດທີ່ຂ້ອຍສົ່ງຕີໂມທຽວໄປຫາພວກເຈົ້າ ລາວເປັນຄືລູກທີ່ຮັກຂອງຂ້ອຍແລະສັດຊື່ໃນການຮັບໃຊ້ຜູ້ເປັນນາຍ. ລາວຈະຊ່ວຍເຕືອນພວກເຈົ້າວ່າຂ້ອຍຮັບໃຊ້ພະຄລິດເຢຊູແນວໃດ ຄືກັບທີ່ຂ້ອຍສອນຢູ່ໃນທຸກປະຊາຄົມ.
18 ມີບາງຄົນອວດຕົວຫຼາຍຄືກັບວ່າຂ້ອຍຈະບໍ່ໄປຫາພວກເຈົ້າແລ້ວ. 19 ແຕ່ອີກບໍ່ດົນຂ້ອຍຈະໄປຫາພວກເຈົ້າຖ້າພະເຢໂຫວາຕ້ອງການ ບໍ່ແມ່ນຍ້ອນຢາກຮູ້ວ່າພວກຄົນອວດດີພາກັນເວົ້າແນວໃດ ແຕ່ເພື່ອຈະຮູ້ວ່າພວກເຂົາມີພະລັງຂອງພະເຈົ້າແທ້ໆບໍ. 20 ເພາະຄົນເຮົາຍອມຮັບການປົກຄອງ*ຂອງພະເຈົ້າຫຼືບໍ່ນັ້ນບໍ່ໄດ້ເບິ່ງທີ່ຄຳເວົ້າ ແຕ່ເບິ່ງທີ່ການກະທຳເຊິ່ງບອກໃຫ້ຮູ້ວ່າລາວມີພະລັງຂອງພະເຈົ້າ. 21 ພວກເຈົ້າຈະເລືອກຫຍັງ? ຈະໃຫ້ຂ້ອຍຖືໄມ້ແສ້ມາຫາພວກເຈົ້າ ຫຼືຈະໃຫ້ຂ້ອຍມາພ້ອມກັບຄວາມຮັກແລະຄວາມອ່ອນໂຍນ?