ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະນິມິດ 1
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະນິມິດ

      • ເລື່ອງ​ທີ່​ພະເຈົ້າ​ເປີດເຜີຍ​ຜ່ານ​ທາງ​ພະ​ເຢຊູ (1-3)

      • ຄຳ​ທັກທາຍ​ເຖິງ​ປະຊາຄົມ​ທັງ​ເຈັດ (4-8)

        • “ເຮົາ​ເປັນ​ອັນຟາ​ແລະ​ໂອເມກາ” (8)

      • ພະລັງ​ຂອງ​ພະເຈົ້າ​ພາ​ໂຢຮັນ​ໄປ​ຢູ່​ໃນ​ວັນ​ຂອງ​ຜູ້​ເປັນ​ນາຍ (9-11)

      • ນິມິດ​ເລື່ອງ​ພະ​ເຢຊູ​ທີ່​ມີ​ອຳນາດ​ຍິ່ງໃຫຍ່​ແລ້ວ (12-20)

ພະນິມິດ 1:1

ໄຂເງື່ອນ

  • *

    ຫຼື “ທາດ​ຂອງ​ພະ​ເຢຊູ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 2:28
  • +ອມ 3:7; ພນມ 7:3, 4
  • +ມທ 10:2; ມຣກ 1:19; ຢຮ 21:20

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    5/2022, ໜ້າ 2

ພະນິມິດ 1:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 1:2; ລກ 11:28; ຢຮ 13:17; ຢກບ 1:22

ພະນິມິດ 1:4

ໄຂເງື່ອນ

  • *

    ແຂວງ​ໜຶ່ງ​ຂອງ​ຈັກກະວັດ​ໂຣມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 1:11
  • +ພນມ 1:8; 4:8; 11:17
  • +ພນມ 4:5

ພະນິມິດ 1:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 3:14
  • +ກລຊ 1:18
  • +ພສ 89:27; 1ຕມ 6:15; ພນມ 19:16
  • +ຢຮ 15:9
  • +ຮຣ 9:14; 1ປຕ 1:18, 19; 1ຢຮ 1:7

ພະນິມິດ 1:6

ໄຂເງື່ອນ

  • *

    ຫຼື “ຂໍ​ໃຫ້​ເປັນ​ແນວ​ນັ້ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:6; ລກ 22:28-30
  • +1ປຕ 2:5; ພນມ 5:9, 10; 20:6

ພະນິມິດ 1:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 26:64; ມຣກ 13:26
  • +ມທ 24:30

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 226

    ຊີວິດຕະຫຼອດໄປ ໜ້າ 146

ພະນິມິດ 1:8

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

  • *

    ໃນ​ພາສາ​ກຣີກ ອັນຟາ​ເປັນ​ໂຕ​ອັກສອນ​ທຳອິດ​ແລະ​ໂອເມກາ​ເປັນ​ໂຕ​ອັກສອນ​ສຸດທ້າຍ ຄື​ກັບ​ໂຕ​ອັກສອນ ກ ແລະ ຮ ໃນ​ພາສາ​ລາວ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 48:12; ພນມ 21:6; 22:13
  • +ອພຍ 6:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2418

ພະນິມິດ 1:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 24:9
  • +ລກ 12:32
  • +ມທ 10:22; 2ຕມ 2:12
  • +ຣມ 8:17

ພະນິມິດ 1:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    5/2022, ໜ້າ 2-3

ພະນິມິດ 1:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 1:1; ພນມ 2:1
  • +ພນມ 2:8
  • +ພນມ 2:12
  • +ພນມ 2:18
  • +ພນມ 3:1
  • +ພນມ 3:7
  • +ພນມ 3:14

ພະນິມິດ 1:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 1:20

ພະນິມິດ 1:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 7:13

ພະນິມິດ 1:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 19:12

ພະນິມິດ 1:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 2:18

ພະນິມິດ 1:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 1:20
  • +ອຊຢ 49:2
  • +ມທ 17:1, 2

ພະນິມິດ 1:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 26:23; ກລຊ 1:18; ພນມ 1:5
  • +ພນມ 2:8

ພະນິມິດ 1:18

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 15:45
  • +1ປຕ 3:18
  • +ຣມ 6:9; 1ຕມ 6:16
  • +ມທ 16:18; ຢຮ 6:54; 11:25

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ນະມັດສະການ ໜ້າ 83

ພະນິມິດ 1:20

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ທູດສະຫວັນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 5:16; ຟລປ 2:15

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    11/2019, ໜ້າ 5

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພນມ. 1:1ດນອ 2:28
ພນມ. 1:1ອມ 3:7; ພນມ 7:3, 4
ພນມ. 1:1ມທ 10:2; ມຣກ 1:19; ຢຮ 21:20
ພນມ. 1:3ພສ 1:2; ລກ 11:28; ຢຮ 13:17; ຢກບ 1:22
ພນມ. 1:4ພນມ 1:11
ພນມ. 1:4ພນມ 1:8; 4:8; 11:17
ພນມ. 1:4ພນມ 4:5
ພນມ. 1:5ຢຮ 15:9
ພນມ. 1:5ຮຣ 9:14; 1ປຕ 1:18, 19; 1ຢຮ 1:7
ພນມ. 1:5ພນມ 3:14
ພນມ. 1:5ກລຊ 1:18
ພນມ. 1:5ພສ 89:27; 1ຕມ 6:15; ພນມ 19:16
ພນມ. 1:6ອພຍ 19:6; ລກ 22:28-30
ພນມ. 1:61ປຕ 2:5; ພນມ 5:9, 10; 20:6
ພນມ. 1:7ມທ 26:64; ມຣກ 13:26
ພນມ. 1:7ມທ 24:30
ພນມ. 1:8ອຊຢ 48:12; ພນມ 21:6; 22:13
ພນມ. 1:8ອພຍ 6:3
ພນມ. 1:9ມທ 24:9
ພນມ. 1:9ລກ 12:32
ພນມ. 1:9ມທ 10:22; 2ຕມ 2:12
ພນມ. 1:9ຣມ 8:17
ພນມ. 1:11ອຟຊ 1:1; ພນມ 2:1
ພນມ. 1:11ພນມ 2:8
ພນມ. 1:11ພນມ 2:12
ພນມ. 1:11ພນມ 2:18
ພນມ. 1:11ພນມ 3:1
ພນມ. 1:11ພນມ 3:7
ພນມ. 1:11ພນມ 3:14
ພນມ. 1:12ພນມ 1:20
ພນມ. 1:13ດນອ 7:13
ພນມ. 1:14ພນມ 19:12
ພນມ. 1:15ພນມ 2:18
ພນມ. 1:16ພນມ 1:20
ພນມ. 1:16ອຊຢ 49:2
ພນມ. 1:16ມທ 17:1, 2
ພນມ. 1:17ກຈກ 26:23; ກລຊ 1:18; ພນມ 1:5
ພນມ. 1:17ພນມ 2:8
ພນມ. 1:181ກຣ 15:45
ພນມ. 1:181ປຕ 3:18
ພນມ. 1:18ຣມ 6:9; 1ຕມ 6:16
ພນມ. 1:18ມທ 16:18; ຢຮ 6:54; 11:25
ພນມ. 1:20ມທ 5:16; ຟລປ 2:15
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
ຄຳພີໄບເບິນສະບັບແປໂລກໃໝ່
ພະນິມິດ 1:1-20

ພະນິມິດທີ່ເປີດເຜີຍໃຫ້ໂຢຮັນ

1 ເລື່ອງ​ທັງ​ໝົດນີ້​ແມ່ນ​ສິ່ງ​ທີ່​ພະ​ເຢຊູ​ຄລິດ​ໄດ້​ເປີດເຜີຍ.+ ພະ​ເຢຊູ​ໄດ້​ຮັບ​ຄວາມ​ຮູ້​ນີ້​ຈາກ​ພະເຈົ້າ ເພື່ອ​ເພິ່ນ​ຈະ​ເປີດເຜີຍ​ໃຫ້​ພວກ​ທາດຂອງ​ພະເຈົ້າ+​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ໄວ​ໆ​ນີ້. ພະ​ເຢຊູ​ໃຊ້​ທູດສະຫວັນ​ຂອງ​ເພິ່ນ​ໃຫ້​ບອກ​ໂຢຮັນ+​ທາດ​ຂອງ​ພະເຈົ້າ*​ໂດຍ​ທາງ​ນິມິດ. 2 ໂຢຮັນ​ເປັນ​ພະຍານ​ຢືນຢັນ​ທຸກ​ສິ່ງ​ທີ່​ລາວ​ເຫັນ. ລາວ​ຂຽນ​ກ່ຽວກັບ​ສິ່ງ​ທີ່​ພະເຈົ້າ​ເວົ້າ​ແລະ​ເຫດການ​ທີ່​ພະ​ເຢຊູ​ຄລິດ​ໃຫ້​ເຫັນ. 3 ຄວາມ​ສຸກ​ຈະ​ເກີດ​ກັບ​ຄົນ​ທີ່​ອ່ານ​ອອກ​ສຽງ ຄົນ​ທີ່​ໄດ້​ຍິນ​ຄຳ​ພະຍາກອນ​ນີ້ ແລະ​ຄົນ​ທີ່​ເຮັດ​ຕາມ​ສິ່ງ​ທີ່​ຂຽນ​ໄວ້+ ຍ້ອນ​ເວລາ​ກຳນົດ​ໃກ້​ເຂົ້າ​ມາ​ແລ້ວ.

4 ຂ້ອຍ​ໂຢຮັນ​ຂຽນ​ຫາ 7 ປະຊາຄົມ+​ໃນ​ແຂວງ​ອາຊີ*​ດັ່ງນີ້:

ຂໍ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ແລະ​ສັນຕິສຸກ​ຈາກ “ຜູ້​ມີ​ຊີວິດ​ຢູ່​ໃນ​ອະດີດ ຜູ້​ມີ​ຊີວິດ​ຢູ່​ຕອນນີ້ ແລະ​ຜູ້​ທີ່​ກຳລັງ​ຈະ​ມາ”+ ແລະ​ຈາກ​ພະລັງ​ທັງ​ເຈັດ+​ທີ່​ຢູ່​ໜ້າ​ບັນລັງ​ຂອງ​ເພິ່ນ 5 ແລະ​ຈາກ​ພະ​ເຢຊູ​ຄລິດ​ທີ່​ເປັນ “ພະຍານ​ທີ່​ສັດຊື່”+ ແລະ​ເປັນ “ຜູ້​ທຳອິດ​ທີ່​ຄືນ​ມາ​ຈາກ​ຕາຍ”+ ແລະ​ເປັນ “ຜູ້​ປົກຄອງ​ເໜືອ​ກະສັດ​ທຸກ​ອົງ​ໃນ​ໂລກ.”+

ພະ​ເຢຊູ​ຮັກ​ພວກ​ເຮົາ+​ແລະ​ໃຊ້​ເລືອດ​ຂອງ​ເພິ່ນ​ປົດປ່ອຍ​ພວກ​ເຮົາ​ໃຫ້​ເປັນ​ອິດສະຫຼະ​ຈາກ​ບາບ.+ 6 ເພິ່ນ​ເຮັດ​ໃຫ້​ພວກ​ເຮົາ​ເປັນ​ກະສັດ+​ແລະ​ເປັນ​ປະໂລຫິດ+​ຂອງ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ເພິ່ນ. ຂໍ​ໃຫ້​ເພິ່ນ​ໄດ້​ຮັບ​ສະຫງ່າ​ລາສີ​ແລະ​ລິດເດດ​ຕະຫຼອດ​ໄປ. ອາແມນ.*

7 ເບິ່ງແມ້! ເພິ່ນ​ກຳລັງ​ມາ​ເທິງ​ຂີ້ເຝື້ອ.+ ທຸກ​ຄົນ​ຈະ​ເຫັນ​ເພິ່ນ​ແລະ​ຄົນ​ທີ່​ແທງ​ເພິ່ນ​ກໍ​ຈະ​ເຫັນ​ເພິ່ນ​ຄື​ກັນ. ທຸກ​ຕະກູນ​ທົ່ວ​ໂລກ​ຈະ​ຮ້ອງໄຫ້​ໂສກເສົ້າ​ຍ້ອນ​ເພິ່ນ. ແມ່ນ​ແລ້ວ ເລື່ອງ​ນີ້​ຈະ​ເກີດຂຶ້ນ​ແນ່ນອນ.+ ອາແມນ.

8 ພະ​ເຢໂຫວາ*​ພະເຈົ້າ​ເວົ້າ​ວ່າ: “ເຮົາ​ເປັນ​ອັນຟາ​ແລະ​ໂອເມກາ*+ ເປັນ​ຜູ້​ມີ​ຊີວິດ​ຢູ່​ໃນ​ອະດີດ ເປັນ​ຜູ້​ມີ​ຊີວິດ​ຢູ່​ຕອນນີ້ ແລະ​ເປັນ​ຜູ້​ທີ່​ກຳລັງ​ຈະ​ມາ. ເຮົາ​ເປັນ​ຜູ້​ມີ​ລິດເດດ​ສູງ​ສຸ​ດ.”+

9 ຂ້ອຍ​ໂຢຮັນ​ເປັນ​ພີ່ນ້ອງ​ຂອງ​ພວກ​ເຈົ້າ. ຂ້ອຍ​ຮ່ວມ​ໃນ​ຄວາມ​ທຸກ​ລຳບາກ+ ຮ່ວມ​ໃນ​ການ​ປົກຄອງ+ ແລະ​ຮ່ວມ​ອົດທົນ+​ກັບ​ພວກ​ເຈົ້າ​ຍ້ອນ​ພວກ​ເຮົາ​ເປັນ​ລູກສິດ​ຂອງ​ພະ​ເຢຊູ.+ ຂ້ອຍ​ຢູ່​ເກາະ​ທີ່​ຊື່​ປັດໂມ​ຍ້ອນ​ຂ້ອຍ​ເວົ້າ​ເລື່ອງ​ພະເຈົ້າ​ແລະ​ປະກາດ​ເລື່ອງ​ພະ​ເຢຊູ. 10 ພະລັງ​ຂອງ​ພະເຈົ້າ​ພາ​ຂ້ອຍ​ມາ​ຢູ່​ໃນ​ວັນ​ຂອງ​ຜູ້​ເປັນ​ນາຍ ແລະ​ຂ້ອຍ​ໄດ້​ຍິນ​ສຽງ​ດັງ​ຈາກ​ທາງ​ຫຼັງ​ຄື​ກັບ​ສຽງ​ແກ. 11 ສຽງ​ນັ້ນ​ເວົ້າ​ວ່າ: “ໃຫ້​ເຈົ້າ​ຂຽນ​ສິ່ງ​ທີ່​ເຫັນ​ໃສ່​ມ້ວນ​ໜັງສື​ແລ້ວ​ສົ່ງ​ໄປ​ໃຫ້ 7 ປະຊາຄົມ. ປະຊາຄົມ​ເຫຼົ່າ​ນັ້ນ​ຢູ່​ເມືອງ​ເອເຟໂຊ+ ເມືອງ​ຊະມີນາ+ ເມືອງ​ເປຄາໂມ+ ເມືອງ​ທົວເຕຣາ+ ເມືອງ​ຊາເດ+ ເມືອງ​ຟີລາເດັນເຟຍ+ ແລະ​ເມືອງ​ລາວດີເກອາ.”+

12 ເມື່ອ​ຂ້ອຍ​ຫຼຽວ​ໄປ​ທາງ​ສຽງ​ທີ່​ເວົ້າ​ກັບ​ຂ້ອຍ ຂ້ອຍ​ກໍ​ເຫັນ​ຂາ​ຕະກຽງ​ຄຳ 7 ອັນ+ 13 ແລະ​ຂ້ອຍ​ເຫັນ​ຜູ້​ໜຶ່ງ​ຄື​ກັບ​ລູກ​ມະນຸດ+​ຢູ່​ທ່າມ​ກາງ​ຂາ​ຕະກຽງ​ເຫຼົ່າ​ນັ້ນ. ເພິ່ນນຸ່ງ​ເສື້ອ​ຍາວ​ຮອດ​ຕີນ​ແລະ​ມີ​ຜ້າ​ທີ່​ເປັນ​ຄຳ​ພັນ​ອ້ອມ​ເອິກ. 14 ຜົມ​ເພິ່ນ​ຂາວ​ຄື​ກັບ​ຂົນ​ແກະ​ສີ​ຂາວ​ແລະ​ຄື​ກັບ​ຫິມະ. ຕາ​ຂອງ​ເພິ່ນ​ຄື​ກັບ​ແປວ​ໄຟ.+ 15 ຕີນ​ຂອງ​ເພິ່ນ​ຄື​ກັບ​ທອງແດງ+​ທີ່​ເປັ່ງ​ແສງ​ໃນ​ເຕົາ​ຫຼອມ ແລະ​ສຽງ​ຂອງ​ເພິ່ນ​ຄື​ກັບ​ສຽງ​ນ້ຳ​ທີ່​ໄຫຼ​ແຮງ​ໆ​. 16 ໃນ​ມື​ເບື້ອງ​ຂວາ​ຂອງ​ເພິ່ນ​ມີ​ດາວ 7 ດວງ.+ ມີ​ດາບ 2 ຄົມ​ທີ່​ຍາວ​ແລະ​ຄົມ​ຫຼາຍ​ອອກ​ມາ​ຈາກ​ປາກ​ຂອງ​ເພິ່ນ+ ແລະ​ໜ້າ​ຂອງ​ເພິ່ນ​ຄື​ກັບ​ຕາເວັນ​ທີ່​ສ່ອງ​ແສງ​ກ້າ.+ 17 ເມື່ອ​ຂ້ອຍ​ເຫັນ​ເພິ່ນ ຂ້ອຍ​ກໍ​ລົ້ມ​ລົງ​ຢູ່​ຕີນ​ເພິ່ນ​ຄື​ກັບ​ຄົນ​ຕາ​ຍ.

ເພິ່ນ​ຈຶ່ງ​ເອົາ​ມື​ເບື້ອງ​ຂວາ​ມາ​ວາງ​ຢູ່​ເທິງ​ໂຕ​ຂ້ອຍ​ແລ້ວ​ເວົ້າ​ວ່າ: “ບໍ່​ຕ້ອງ​ຢ້ານ. ຂ້ອຍ​ຖືກ​ເອີ້ນ​ວ່າ​ຜູ້​ທຳອິດ+​ແລະ​ຜູ້​ສຸດທ້າຍ+ 18 ແລະ​ຜູ້​ມີ​ຊີວິດ​ຢູ່.+ ຂ້ອຍ​ເຄີຍ​ຕາຍ​ມາ​ແລ້ວ.+ ແຕ່​ເບິ່ງ​ແມ້! ຕອນນີ້ ຂ້ອຍ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ+​ແລະ​ຂ້ອຍ​ມີ​ລູກ​ກະແຈ​ທີ່​ຈະ​ເປີດ​ປະຕູ​ແຫ່ງ​ຄວາມ​ຕາຍ​ແລະ​ບ່ອນ​ຝັງ​ສົບ.*+ 19 ໃຫ້​ຂຽນ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ ສິ່ງ​ທີ່​ກຳລັງ​ເກີດຂຶ້ນ ແລະ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ຕໍ່​ໄປ. 20 ສ່ວນ​ຄວາມ​ລັບ​ສັກສິດ​ເລື່ອງ​ດາວ 7 ດວງ​ທີ່​ເຈົ້າ​ເຫັນ​ໃນ​ມື​ເບື້ອງ​ຂວາ​ຂອງ​ຂ້ອຍ ແລະ​ເລື່ອງ​ຂາ​ຕະກຽງ​ຄຳ 7 ອັນ​ນັ້ນ​ມີ​ຄວາມ​ໝາຍ​ຈັ່ງ​ຊີ້. ດາວ 7 ດວງ​ໝາຍເຖິງ​ພວກ​ຜູ້​ສົ່ງ​ຂ່າວ*​ຂອງ 7 ປະຊາຄົມ ແລະ​ຂາ​ຕະກຽງ 7 ອັນ​ໝາຍເຖິງ 7 ປະຊາຄົມ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌