ພະນິມິດ
1 ນີ້ແມ່ນຖ້ອຍຄຳທີ່ພະເຈົ້າໃຫ້ພະເຢຊູຄລິດ ເພື່ອເພິ່ນຈະເປີດເຜີຍໃຫ້ທາດຂອງພະເຈົ້າຮູ້ສິ່ງຕ່າງໆທີ່ຈະຕ້ອງເກີດຂຶ້ນໃນໄວໆນີ້ ແລະພະເຢຊູໃຊ້ທູດສະຫວັນຂອງເພິ່ນໃຫ້ບອກກັບໂຢຮັນທາດຂອງພະເຈົ້າ*ໂດຍໃຊ້ສັນຍະລັກ. 2 ໂຢຮັນເປັນພະຍານຢືນຢັນທຸກສິ່ງທີ່ລາວເຫັນ ລາວບັນທຶກກ່ຽວກັບສິ່ງທີ່ພະເຈົ້າເວົ້າແລະເຫດການທີ່ພະເຢຊູຄລິດສະແດງໃຫ້ເຫັນ. 3 ຄວາມສຸກຈະເກີດກັບຄົນທີ່ອ່ານອອກສຽງ ຄົນທີ່ໄດ້ຍິນຄຳພະຍາກອນນີ້ ແລະຄົນທີ່ເຮັດຕາມສິ່ງທີ່ຂຽນໄວ້ ເພາະເວລາກຳນົດໃກ້ເຂົ້າມາແລ້ວ.
4 ຂ້ອຍໂຢຮັນຂຽນເຖິງປະຊາຄົມທັງເຈັດໃນແຂວງອາຊີ*ດັ່ງນີ້:
ຂໍໃຫ້ພວກເຈົ້າໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ແລະສັນຕິສຸກຈາກ “ພະອົງຜູ້ມີຊີວິດຢູ່ໃນອະດີດ ຜູ້ມີຊີວິດຢູ່ຕອນນີ້ ແລະເປັນຜູ້ທີ່ກຳລັງຈະມາ” ແລະຈາກພະລັງທັງເຈັດທີ່ຢູ່ໜ້າບັນລັງຂອງພະອົງ 5 ແລະພະເຢຊູຄລິດເຊິ່ງເປັນ “ພະຍານທີ່ສັດຊື່” ແລະເປັນ “ຄົນທຳອິດທີ່ຄືນມາຈາກຕາຍ” ແລະເປັນ “ຜູ້ປົກຄອງເໜືອກະສັດທັງຫຼາຍໃນໂລກ.”
ພະເຢຊູຮັກພວກເຮົາ ແລະໃຊ້ເລືອດຂອງເພິ່ນປົດປ່ອຍພວກເຮົາໃຫ້ເປັນອິດສະຫຼະຈາກບາບ 6 ເພິ່ນເຮັດໃຫ້ພວກເຮົາເປັນກະສັດແລະເປັນປະໂລຫິດຂອງພະເຈົ້າຜູ້ເປັນພໍ່ຂອງເພິ່ນ ຂໍໃຫ້ເພິ່ນໄດ້ຮັບສະຫງ່າລາສີແລະລິດເດດຕະຫຼອດໄປ. ອາແມນ.
7 ເບິ່ງແມ້! ເພິ່ນກຳລັງມາເທິງເມກ ຕາຂອງທຸກຄົນຈະເຫັນເພິ່ນ ແລະຄົນທີ່ແທງເພິ່ນກໍຈະເຫັນເພິ່ນຄືກັນ ແລະທຸກຕະກູນທົ່ວໂລກຈະຮ້ອງໄຫ້ໂສກເສົ້າຍ້ອນເພິ່ນ. ແມ່ນແລ້ວ ເລື່ອງນີ້ຈະເກີດຂຶ້ນຢ່າງແນ່ນອນ. ອາແມນ.
8 ພະເຢໂຫວາພະເຈົ້າເວົ້າວ່າ “ເຮົາເປັນອັນຟາແລະໂອເມກາ* ເປັນຜູ້ມີຊີວິດຢູ່ໃນອະດີດ ຜູ້ມີຊີວິດຢູ່ຕອນນີ້ ແລະເປັນຜູ້ທີ່ກຳລັງຈະມາ ເຮົາເປັນຜູ້ມີລິດເດດສູງສຸດ.”
9 ຂ້ອຍໂຢຮັນ ເປັນພີ່ນ້ອງຂອງພວກເຈົ້າ ຂ້ອຍຮ່ວມໃນຄວາມທຸກລຳບາກ ຮ່ວມໃນການປົກຄອງ ແລະຮ່ວມອົດທົນກັບພວກເຈົ້າຍ້ອນພວກເຮົາເປັນລູກສິດຂອງພະເຢຊູ ຕອນນັ້ນຂ້ອຍຢູ່ເກາະທີ່ຊື່ປັດໂມຍ້ອນເວົ້າເລື່ອງພະເຈົ້າແລະປະກາດເລື່ອງພະເຢຊູ. 10 ພະລັງຂອງພະເຈົ້າພາຂ້ອຍມາຢູ່ໃນວັນຂອງຜູ້ເປັນນາຍ ແລະຂ້ອຍໄດ້ຍິນສຽງດັງຈາກທາງຫຼັງຄືກັບສຽງແກ 11 ສຽງນັ້ນເວົ້າວ່າ: “ຂຽນສິ່ງທີ່ເຈົ້າເຫັນລົງໃນມ້ວນໜັງສືແລ້ວສົ່ງໄປໃຫ້ປະຊາຄົມທັງເຈັດ ຄື: ປະຊາຄົມໃນເມືອງເອເຟໂຊ ເມືອງຊະມີນາ ເມືອງເປຄາໂມ ເມືອງທົວຕີຣາ ເມືອງຊາເດ ເມືອງຟີລາເດັນເຟຍ ແລະເມືອງລາວດີເກອາ.”
12 ເມື່ອຂ້ອຍຫຼຽວໄປທາງສຽງທີ່ເວົ້າກັບຂ້ອຍ ຂ້ອຍກໍເຫັນຂາຕະກຽງຄຳ 7 ອັນ 13 ແລະຂ້ອຍເຫັນຜູ້ໜຶ່ງຄືກັບລູກມະນຸດຢູ່ທາງກາງຂາຕະກຽງເຫຼົ່ານັ້ນ ເພິ່ນນຸ່ງເສື້ອຍາວຮອດຕີນ ແລະມີຜ້າທີ່ເປັນຄຳພັນຮອບເອິກ. 14 ຜົມທີ່ຫົວຂອງເພິ່ນຂາວຄືກັບຂົນແກະສີຂາວແລະຄືກັບຫິມະ ຕາຂອງເພິ່ນຄືກັບແປວໄຟ 15 ຕີນຂອງເພິ່ນຄືກັບທອງແດງບໍລິສຸດທີ່ເປັ່ງແສງໃນເຕົາຫຼອມ ແລະສຽງຂອງເພິ່ນຄືກັບສຽງນ້ຳທີ່ໄຫຼແຮງ. 16 ໃນມືເບື້ອງຂວາຂອງເພິ່ນມີດາວ 7 ດວງ ມີດາບສອງຄົມທີ່ຍາວແລະຄົມຫຼາຍອອກມາຈາກປາກຂອງເພິ່ນ ແລະໜ້າຂອງເພິ່ນຄືກັບຕາເວັນທີ່ສ່ອງແສງກ້າ. 17 ເມື່ອຂ້ອຍເຫັນເພິ່ນ ຂ້ອຍກໍລົ້ມລົງທີ່ຕີນເພິ່ນຄືກັບຄົນຕາຍ.
ເພິ່ນຈຶ່ງເອົາມືເບື້ອງຂວາມາວາງທີ່ຕົວຂ້ອຍແລ້ວເວົ້າວ່າ: “ບໍ່ຕ້ອງຢ້ານ. ຂ້ອຍເປັນຜູ້ທຳອິດແລະຜູ້ສຸດທ້າຍ 18 ແລະເປັນຜູ້ມີຊີວິດຢູ່ ຂ້ອຍເຄີຍຕາຍມາແລ້ວ ແຕ່ເບິ່ງແມ້! ຕອນນີ້ຂ້ອຍມີຊີວິດຢູ່ຕະຫຼອດໄປ ແລະຂ້ອຍມີລູກກະແຈທີ່ຈະເປີດປະຕູແຫ່ງຄວາມຕາຍແລະຫຼຸມຝັງສົບ.* 19 ໃຫ້ຂຽນສິ່ງທີ່ເຈົ້າໄດ້ເຫັນ ສິ່ງທີ່ກຳລັງເກີດຂຶ້ນ ແລະສິ່ງທີ່ຈະເກີດຂຶ້ນຕໍ່ໄປ. 20 ສ່ວນຄວາມລັບອັນສັກສິດເລື່ອງດາວ 7 ດວງທີ່ເຈົ້າເຫັນໃນມືເບື້ອງຂວາຂອງຂ້ອຍ ແລະເລື່ອງຂາຕະກຽງຄຳ 7 ອັນນັ້ນມີຄວາມໝາຍດັ່ງນີ້: ດາວ 7 ດວງໝາຍເຖິງທູດຂອງປະຊາຄົມທັງເຈັດ ແລະຂາຕະກຽງ 7 ອັນໝາຍເຖິງປະຊາຄົມທັງເຈັດ.”