ຈົດໝາຍເຖິງຄລິດສະຕຽນຄົນເຮັບເຣີ
10 ກົດໝາຍຂອງໂມເຊເປັນເງົາ+ຂອງສິ່ງດີຕ່າງໆທີ່ຈະມາ+ ແຕ່ມັນບໍ່ແມ່ນຂອງແທ້. ກົດໝາຍນັ້ນ*ຈຶ່ງບໍ່ສາມາດເຮັດໃຫ້ຄົນທີ່ນະມັດສະການພະເຈົ້າເປັນຄົນສົມບູນແບບໄດ້ ເຖິງວ່າເຂົາເຈົ້າຈະເອົາເຄື່ອງບູຊາແບບເກົ່າມາໃຫ້ທຸກໆປີ.+ 2 ຖ້າເຂົາເຈົ້າເອົາເຄື່ອງບູຊາມາໃຫ້* ແລ້ວຖືກເຮັດໃຫ້ສະອາດຈົນບໍ່ຮູ້ສຶກວ່າໂຕເອງເປັນຄົນບາບອີກຕໍ່ໄປ ເຂົາເຈົ້າກະຄືຊິເຊົາເອົາມາໃຫ້ແມ່ນບໍ? 3 ແຕ່ທີ່ຈິງແລ້ວບໍ່ເປັນແບບນັ້ນ ເຄື່ອງບູຊາເປັນສິ່ງທີ່ເຕືອນເຂົາເຈົ້າທຸກໆປີໃຫ້ຮູ້ວ່າໂຕເອງມີບາບ.+ 4 ຍ້ອນເລືອດງົວໂຕຜູ້ແລະເລືອດແບ້ກຳຈັດບາບບໍ່ໄດ້.
5 ດັ່ງນັ້ນ ເມື່ອພະຄລິດເຂົ້າມາໃນໂລກ ເພິ່ນຈຶ່ງເວົ້າວ່າ: “‘ພະອົງບໍ່ໄດ້ຕ້ອງການເຄື່ອງບູຊາຫຍັງເລີຍ ແຕ່ພະອົງກຽມຮ່າງກາຍໜຶ່ງໄວ້ໃຫ້ຂ້ອຍ. 6 ພະອົງບໍ່ພໍໃຈເຄື່ອງບູຊາເຜົາແລະເຄື່ອງບູຊາໄຖ່ບາບ.’+ 7 ຂ້ອຍຈຶ່ງເວົ້າວ່າ ‘ລູກມາລະເດີ້. (ມີເລື່ອງຂອງລູກຂຽນໄວ້ໃນມ້ວນໜັງສື.) ພະເຈົ້າຂອງລູກເອີ້ຍ ລູກມາເພື່ອເຮັດຕາມຄວາມຕ້ອງການຂອງພະອົງ.’”+ 8 ຫຼັງຈາກທີ່ພະຄລິດເວົ້າວ່າ: “ພະອົງບໍ່ໄດ້ຕ້ອງການເຄື່ອງບູຊາເຜົາ ເຄື່ອງບູຊາໄຖ່ບາບ ແລະເຄື່ອງບູຊາອື່ນໆ.” ເຄື່ອງບູຊາເຫຼົ່ານີ້ແມ່ນເຄື່ອງບູຊາຊະນິດຕ່າງໆຕາມທີ່ກົດໝາຍຂອງໂມເຊກຳນົດໄວ້. 9 ເພິ່ນກໍເວົ້າອີກວ່າ: “ລູກມາເພື່ອເຮັດຕາມຄວາມຕ້ອງການຂອງພະອົງ.”+ ເພິ່ນຍົກເລີກລະບົບເກົ່າເພື່ອຈະຕັ້ງລະບົບໃໝ່ຂຶ້ນ. 10 ຍ້ອນ “ຄວາມຕ້ອງການ” ນີ້+ ພະເຢຊູຄລິດຈຶ່ງມອບຮ່າງກາຍຂອງໂຕເອງແຕ່ເທື່ອດຽວເຊິ່ງເຮັດໃຫ້ພວກເຮົາບໍລິສຸດ.*+
11 ນອກຈາກນັ້ນ ປະໂລຫິດທຸກຄົນເຮັດໜ້າທີ່ຂອງໂຕເອງທຸກໆມື້ເພື່ອເຮັດວຽກຮັບໃຊ້ທີ່ບໍລິສຸດ+ ແລະເພື່ອມອບເຄື່ອງບູຊາແບບເກົ່າໃຫ້ພະເຈົ້າຢູ່ເລື້ອຍໆ+ ແຕ່ເຄື່ອງບູຊາເຫຼົ່ານັ້ນບໍ່ມີທາງກຳຈັດບາບໄດ້ໝົດ.+ 12 ສ່ວນພະຄລິດມອບໂຕເອງເປັນເຄື່ອງບູຊາແຕ່ເທື່ອດຽວເພື່ອກຳຈັດບາບຕະຫຼອດໄປ ແລ້ວເພິ່ນນັ່ງຢູ່ເບື້ອງຂວາມືຂອງພະເຈົ້າ.+ 13 ຕັ້ງແຕ່ນັ້ນມາ ເພິ່ນກໍລໍຖ້າຈົນກວ່າພະເຈົ້າຈະເຮັດໃຫ້ພວກສັດຕູຂອງເພິ່ນເປັນບ່ອນວາງຕີນຂອງເພິ່ນ.+ 14 ໂດຍການມອບເຄື່ອງບູຊາໃຫ້ພະເຈົ້າແຕ່ເທື່ອດຽວ ເພິ່ນເຮັດໃຫ້ຄົນທີ່ຖືກເຮັດໃຫ້ບໍລິສຸດສົມບູນແບບ+ຕະຫຼອດໄປ. 15 ພະລັງບໍລິສຸດກໍຢືນຢັນເລື່ອງນີ້ກັບພວກເຮົາຄືກັນ ເມື່ອເວົ້າວ່າ: 16 “ພະເຢໂຫວາ*ບອກວ່າ ‘ນີ້ແມ່ນຄຳສັນຍາທີ່ເຮົາຈະເຮັດກັບເຂົາເຈົ້າຫຼັງຈາກຄຳສັນຍາທີ່ເຮົາເຄີຍເຮັດແຕ່ກີ້. ເຮົາຈະເອົາກົດໝາຍຂອງເຮົາໃສ່ໄວ້ໃນໃຈຂອງເຂົາເຈົ້າ ແລະເຮົາຈະຂຽນກົດໝາຍຂອງເຮົາໄວ້ໃນຄວາມຄິດຂອງເຂົາເຈົ້າ.’”+ 17 ຈາກນັ້ນ ພະລັງບໍລິສຸດກໍເວົ້າອີກວ່າ: “ເຮົາຈະບໍ່ຈື່ຄວາມຜິດແລະການເຮັດຊົ່ວຂອງເຂົາເຈົ້າອີກຕໍ່ໄປ.”+ 18 ເມື່ອພະເຈົ້າຍົກໂທດຄວາມຜິດເຫຼົ່ານັ້ນແລ້ວ ກໍບໍ່ຕ້ອງເຜົາເຄື່ອງບູຊາເພື່ອໄຖ່ບາບອີກຕໍ່ໄປ.
19 ດັ່ງນັ້ນ ພີ່ນ້ອງເອີ້ຍ ພວກເຮົາເຂົ້າໄປໃນບ່ອນບໍລິສຸດ*+ດ້ວຍຄວາມໝັ້ນໃຈກໍຍ້ອນເລືອດຂອງພະເຢຊູ. 20 ເພິ່ນເປີດທາງນັ້ນໃຫ້ພວກເຮົາເຊິ່ງເປັນທາງໃໝ່ທີ່ພາໄປສູ່ຊີວິດໂດຍທີ່ເພິ່ນຜ່ານຜ້າກັ້ງເຂົ້າໄປ.+ ຜ້າກັ້ງນັ້ນແມ່ນຮ່າງກາຍທີ່ເພິ່ນໄດ້ສະລະ. 21 ໃນເມື່ອພວກເຮົາມີປະໂລຫິດທີ່ຍິ່ງໃຫຍ່ເຝົ້າເບິ່ງແຍງຄອບຄົວຂອງພະເຈົ້າຢູ່+ 22 ກໍໃຫ້ພວກເຮົາເຂົ້າຫາພະເຈົ້າດ້ວຍຄວາມຈິງໃຈແລະດ້ວຍຄວາມເຊື່ອໝັ້ນເຕັມທີ. ພວກເຮົາບໍ່ຮູ້ສຶກຜິດອີກຕໍ່ໄປຍ້ອນໃຈພວກເຮົາຖືກເຮັດ*ໃຫ້ສະອາດແລ້ວ+ ແລະຮ່າງກາຍຂອງພວກເຮົາກໍຖືກເຮັດໃຫ້ສະອາດດ້ວຍນ້ຳແລ້ວ.+ 23 ໃຫ້ພວກເຮົາປະກາດຄວາມຫວັງຂອງພວກເຮົາຢ່າງເປີດເຜີຍຕໍ່ໄປໂດຍບໍ່ຫວັ່ນໄຫວ+ ຍ້ອນພະເຈົ້າທີ່ສັນຍາກັບພວກເຮົານັ້ນສັດຊື່. 24 ໃຫ້ພວກເຮົາສົນໃຈກັນ* ເພື່ອພວກເຮົາຈະກະຕຸ້ນກັນໃຫ້ມີຄວາມຮັກແລະເຮັດສິ່ງທີ່ດີ.+ 25 ຢ່າຂາດການປະຊຸມ+ຄືກັບທີ່ບາງຄົນເຮັດເປັນນິດໄສ ແຕ່ໃຫ້ກຳລັງໃຈກັນ.+ ໃຫ້ເຮັດສິ່ງເຫຼົ່ານີ້ໃຫ້ຫຼາຍຂຶ້ນເມື່ອເຫັນວ່າວັນນັ້ນໃກ້ຈະມາຮອດແລ້ວ.+
26 ເມື່ອພວກເຮົາມີຄວາມຮູ້ທີ່ຖືກຕ້ອງກ່ຽວກັບຄວາມຈິງແລ້ວ+ ແຕ່ຍັງຕັ້ງໃຈເຮັດຜິດຢູ່ ກໍຈະບໍ່ມີເຄື່ອງບູຊາຊະນິດໃດໄຖ່ຄວາມຜິດໃຫ້ພວກເຮົາໄດ້.+ 27 ມີແຕ່ຈະລໍຖ້າການຕັດສິນລົງໂທດທີ່ເປັນຕາຢ້ານ ແລະຄວາມໃຈຮ້າຍຂອງພະເຈົ້າຈະເປັນຄືກັບໄຟທີ່ເຜົາຜານຄົນທີ່ຕໍ່ຕ້ານເພິ່ນ.+ 28 ຄົນທີ່ບໍ່ເຊື່ອຟັງກົດໝາຍຂອງໂມເຊແລະມີພະຍານ 2 ຫຼື 3 ຄົນຢືນຢັນຈະຕ້ອງຖືກປະຫານຊີວິດໂດຍບໍ່ໄດ້ຮັບຄວາມອີ່ຕົນ.+ 29 ຄັນເປັນແນວນັ້ນ ຄົນທີ່ດູຖູກແລະປະຕິເສດລູກຂອງພະເຈົ້າ*ແລະບໍ່ເຫັນຄຸນຄ່າເລືອດທີ່ເຮັດໃຫ້ສັນຍາມີຜົນບັງຄັບໃຊ້+ເຊິ່ງເຮັດໃຫ້ເຂົາເຈົ້າບໍລິສຸດ ແລະຍັງໝິ່ນປະໝາດພະລັງຂອງພະເຈົ້າທີ່ສະແດງຄວາມກະລຸນາທີ່ຍິ່ງໃຫຍ່ກໍສົມຄວນຈະຖືກລົງໂທດໜັກກວ່ານັ້ນບໍ່ແມ່ນບໍ?+ 30 ພວກເຮົາຮູ້ຈັກພະເຈົ້າຜູ້ທີ່ເວົ້າວ່າ: “ການແກ້ແຄ້ນເປັນໜ້າທີ່ຂອງເຮົາ. ເຮົາຈະເປັນຜູ້ຕອບແທນເອງ.” ພະຄຳພີຍັງເວົ້າອີກວ່າ: “ພະເຢໂຫວາ*ຈະຕັດສິນຄົນຂອງເພິ່ນ.”+ 31 ເປັນສິ່ງທີ່ເປັນຕາຢ້ານແທ້ໆທີ່ຈະຕົກຢູ່ໃນມືຂອງພະເຈົ້າຜູ້ມີຊີວິດຢູ່.
32 ຂໍໃຫ້ຄິດເຖິງສະໄໝແຕ່ກີ້ຢູ່ສະເໝີ ຕອນທີ່ພວກເຈົ້າຫາກໍໄດ້ຮັບຄວາມສະຫວ່າງ+ ພວກເຈົ້າຕ້ອງອົດທົນກັບຄວາມທຸກລຳບາກແລະການຂົ່ມເຫງຢ່າງໜັກ. 33 ບາງເທື່ອພວກເຈົ້າຖືກປະຈານຂາຍໜ້າແລະຖືກດູຖູກ ບາງເທື່ອກໍຮ່ວມທຸກ*ກັບຄົນທີ່ເຈິສິ່ງເຫຼົ່ານັ້ນ. 34 ຕອນນັ້ນ ພວກເຈົ້າເຫັນອົກເຫັນໃຈຄົນທີ່ຕິດຄຸກ ແລະພວກເຈົ້າຍິນດີຍອມຖືກປຸ້ນຊັບສິນ+ຍ້ອນຮູ້ວ່າມີຊັບສິນທີ່ດີກວ່າແລະຖາວອນ.+
35 ຂໍໃຫ້ພວກເຈົ້າກ້າຫານຕໍ່ໆໄປ ຍ້ອນມີລາງວັນທີ່ຍິ່ງໃຫຍ່ລໍຖ້າຢູ່.+ 36 ພວກເຈົ້າຕ້ອງອົດທົນ+ ເພື່ອວ່າເມື່ອພວກເຈົ້າເຮັດຕາມຄວາມຕ້ອງການຂອງພະເຈົ້າແລ້ວ ພວກເຈົ້າຈະໄດ້ຮັບສິ່ງທີ່ເພິ່ນສັນຍາ. 37 ອີກ “ບໍ່ດົນ”+ “ເພິ່ນຜູ້ທີ່ກຳລັງມາກໍຈະມາຮອດແລ້ວ. ເພິ່ນຈະບໍ່ຊ້າເລີຍ.”+ 38 “ແຕ່ຄົນດີຈະມີຊີວິດຢູ່ຍ້ອນລາວມີຄວາມເຊື່ອ”+ ແລະ “ຖ້າລາວຖອຍຫຼັງກັບ ເຮົາຈະບໍ່ພໍໃຈລາວ.”+ 39 ພວກເຮົາບໍ່ແມ່ນຄົນທີ່ຈະຖອຍຫຼັງກັບໄປຫາຄວາມຈິບຫາຍ+ ແຕ່ພວກເຮົາເປັນຄົນທີ່ມີຄວາມເຊື່ອເຊິ່ງຈະເຮັດໃຫ້ໄດ້ຊີວິດ.