ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ການປະຊຸມ​ກັບ​ພະຍານ​ພະ​ເຢໂຫວາ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
    • ບົດ​ທີ 10. ພະຍານ​ພະ​ເຢໂຫວາ​ເປີດ​ຄຳ​ພີ​ໄບເບິນ​ໃຫ້​ຜູ້ຊາຍ​ຄົນ​ໜຶ່ງ​ເບິ່ງ​ນຳ​ກັນ​ຢູ່​ການປະຊຸມ.

      ບົດ​ທີ 10

      ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ການປະຊຸມ​ກັບ​ພະຍານ​ພະ​ເຢໂຫວາ?

      ເຈົ້າ​ເຄີຍ​ໄປ​ປະຊຸມ​ຢູ່​ຫໍ​ປະຊຸມ​ຂອງ​ພະຍານ​ພະ​ເຢໂຫວາ​ບໍ? ຖ້າ​ຍັງ​ບໍ່​ເຄີຍ ເຈົ້າ​ກໍ​ອາດ​ຈະ​ຮູ້ສຶກ​ກັງວົນ ແລະ​ອາດ​ຈະ​ສົງໄສ​ວ່າ: ‘ການປະຊຸມ​ເປັນ​ແນວ​ໃດ? ເປັນ​ຫຍັງ​ການປະຊຸມ​ຈຶ່ງ​ສຳຄັນ? ເປັນ​ຫຍັງ​ຕ້ອງ​ໄປ​ປະຊຸມ? ໃນ​ບົດ​ນີ້ ເຈົ້າ​ຈະ​ຮູ້​ວ່າ​ການເຂົ້າຮ່ວມ​ປະຊຸມ​ຈະ​ຊ່ວຍ​ເຈົ້າ​ໃຫ້​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ​ແລະ​ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່.

      1. ອັນ​ໃດ​ເປັນ​ເຫດຜົນ​ສຳຄັນ​ທີ່​ພະຍານ​ພະ​ເຢໂຫວາ​ໄປ​ປະຊຸມ?

      ຜູ້ຂຽນ​ຄຳ​ພີ​ໄບເບິນ​ຄົນ​ໜຶ່ງ​ເວົ້າ​ເຖິງ​ເຫດຜົນ​ສຳຄັນ​ທີ່​ລາວ​ໄປ​ປະຊຸມ ລາວ​ບອກ​ວ່າ: “ລູກ​ຈະ​ສັນລະເສີນ​ພະ​ເຢໂຫວາ​ຢູ່​ບ່ອນ​ປະຊຸມ​ໃຫຍ່.” (ເພງສັນລະເສີນ 26:12) ພະຍານ​ພະເຢໂຫວາ​ໃນ​ທຸກ​ມື້​ນີ້​ກໍ​ຄື​ກັນ ແຕ່​ລະ​ອາທິດ​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ທີ່​ໄດ້​ປະຊຸມ​ນຳ​ກັນ ໄດ້​ສັນລະເສີນ​ພະ​ເຢໂຫວາ ໄດ້​ຮ້ອງ​ເພງ ແລະ​ໄດ້​ອະທິດຖານ​ນຳ​ກັນ. ນອກ​ຈາກ​ຈະ​ມີ​ການປະຊຸມ​ຢູ່​ຫໍ​ປະຊຸມ​ແລ້ວ ໃນ​ແຕ່​ລະ​ປີ​ຍັງ​ມີການປະຊຸມ​ໃຫຍ່​ນຳ​ອີກ.

      2. ເຈົ້າ​ຈະ​ໄດ້​ຮຽນ​ຮູ້​ຫຍັງ​ຢູ່​ບ່ອນ​ປະຊຸມ?

      ເມື່ອ​ເຈົ້າ​ໄປ​ປະຊຸມ ເຈົ້າ​ຈະ​ເຂົ້າ​ໃຈ​ເລື່ອງ​ທີ່​ຮຽນ​ຈາກ​ຄຳ​ພີ​ໄບເບິນ​ຫຼາຍ​ຂຶ້ນ ຍ້ອນ​ຢູ່​ຫັ້ນ​ຈະ​ມີການສອນ​ຄຳ​ພີ​ໄບເບິນ​ແລະ “ອະທິບາຍ​ຄວາມ​ໝາຍ​ຢ່າງ​ຈະ​ແຈ້ງ.” (ອ່ານ​ເນເຮມີຢາ 8:8) ເຈົ້າ​ຈະ​ໄດ້​ຮຽນ​ເລື່ອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແລະ​ໄດ້​ຮູ້​ວ່າ​ເພິ່ນ​ເປັນ​ພະເຈົ້າ​ແບບ​ໃດ. ເມື່ອ​ເຈົ້າ​ໄດ້​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ ນັ້ນ​ກໍ​ຈະ​ເຮັດ​ໃຫ້​ເຈົ້າ​ຢາກ​ສະໜິດ​ກັບ​ເພິ່ນ. ເຈົ້າ​ຍັງ​ຈະ​ໄດ້​ຮຽນ​ຮູ້​ອີກ​ວ່າ​ຄຳ​ແນະນຳ​ຂອງ​ເພິ່ນ​ຊ່ວຍ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ໄດ້.—ເອຊາຢາ 48:17, 18

      3. ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ເມື່ອ​ໄປ​ປະຊຸມ?

      ຄຳ​ພີ​ໄບເບິນ​ບອກ​ວ່າ “ໃຫ້​ພວກ​ເຮົາ​ສົນ​ໃຈ​ກັນ ເພື່ອ​ພວກ​ເຮົາ​ຈະ​ກະຕຸ້ນ​ກັນ​ໃຫ້​ມີ​ຄວາມ​ຮັກ​ແລະ​ເຮັດ​ສິ່ງ​ທີ່ດີ. ຢ່າ​ຂາດ​ການປະຊຸມ.” (ເຮັບເຣີ 10:24, 25) ຢູ່​ບ່ອນ​ປະຊຸມ ເຈົ້າ​ຈະ​ໄດ້​ເຈິ​ຄົນ​ທີ່​ຮັກ​ແລະ​ຫ່ວງໃຍ​ເຈົ້າ​ແທ້ໆ​ແລະ​ເຂົາ​ເຈົ້າ​ກໍ​ມັກ​ຮຽນ​ເລື່ອງ​ພະ​ເຢໂຫວາ​ຄື​ກັບ​ເຈົ້າ. ເຈົ້າ​ຈະ​ໄດ້​ຍິນ​ເຂົາ​ເຈົ້າ​ເວົ້າ​ເລື່ອງ​ທີ່​ໃຫ້​ກຳລັງ​ໃຈ​ຈາກ​ຄຳ​ພີ​ໄບເບິນ​ນຳ. (ອ່ານ​ໂຣມ 1:11, 12) ຄົນ​ທີ່​ໄປ​ປະຊຸມ​ມີ​ທັງ​ຄົນ​ໂສດ​ແລະ​ຄົນ​ທີ່​ມີ​ຄອບຄົວ ເຈົ້າ​ອາດ​ຈະ​ໄດ້​ລົມ​ກັບ​ບາງ​ຄົນ​ທີ່​ເຈິ​ບັນຫາ​ແບບ​ດຽວ​ກັບ​ເຈົ້າ ແລະ​ໄດ້​ຮູ້​ວ່າ​ເຂົາ​ເຈົ້າ​ເຮັດ​ແນວ​ໃດ​ຈຶ່ງ​ຮັບ​ມື​ກັບ​ບັນຫາ​ນັ້ນ​ໄດ້. ນີ້​ແຫຼະ​ຄື​ເຫດຜົນ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ໄປ​ປະຊຸມ​ເປັນ​ປະຈຳ!

      ຮຽນ​ຮູ້​ຫຼາຍ​ຂຶ້ນ

      ການປະຊຸມ​ຂອງ​ພະຍານ​ພະ​ເຢໂຫວາ​ເປັນ​ແນວໃດ ແລະ​ເປັນ​ຫຍັງ​ເຮົາ​ຕ້ອງ​ພະຍາຍາມ​ໄປ​ປະຊຸມ.

      4. ການປະຊຸມ​ຂອງ​ພະຍານ​ພະ​ເຢໂຫວາ

      ໃນ​ສະຕະວັດ​ທຳ​ອິດ ຄລິດສະຕຽນ​ປະຊຸມ​ກັນ​ເປັນ​ປະຈຳ​ເພື່ອ​ນະມັດສະການ​ພະ​ເຢໂຫວາ. (ໂຣມ 16:3-5) ອ່ານ​ໂກໂລຊາຍ 3:16 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

      • ຄລິດສະຕຽນ​ໃນ​ສະຕະວັດ​ທຳ​ອິດ​ປະຊຸມ​ກັນ​ແນວ​ໃດ?

      ໃນ​ທຸກ​ມື້​ນີ້ ພະຍານ​ພະ​ເຢໂຫວາ​ປະຊຸມ​ກັນ​ເປັນ​ປະຈຳ​ຢູ່​ຫໍ​ປະຊຸມ. ມາ​ເບິ່ງ​ວ່າ​ການປະຊຸມ​ຂອງ​ພະຍານ​ພະ​ເຢໂຫວາ​ເປັນ​ແນວ​ໃດ ເປີດ​ວິດີໂອ. ຈາກ​ນັ້ນ ເບິ່ງ​ຮູບ​ຕົວຢ່າງ​ການປະຊຸມ ແລະ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້.

      ວິດີໂອ: ພວກ​ເຮົາ​ເຮັດ​ຫຍັງ​ຢູ່​ຫໍ​ປະຊຸມ​ລາຊະອານາຈັກ? (2:12)

      • ການປະຊຸມ​ຢູ່​ຫໍ​ປະຊຸມ​ໃນ​ທຸກ​ມື້​ນີ້​ກັບ​ສິ່ງ​ທີ່​ເຈົ້າ​ໄດ້​ອ່ານ​ໃນ​ໂກໂລຊາຍ 3:16 ມີ​ຫຍັງ​ແດ່​ທີ່​ຄື​ກັນ?

      • ໃນ​ວິດີໂອ​ແລະ​ຮູບ​ພາບ​ຕົວຢ່າງ​ການປະຊຸມ ເຈົ້າ​ເຫັນ​ຫຍັງ​ແດ່​ທີ່​ເຈົ້າ​ມັກ?

      ອ່ານ 2 ໂກຣິນໂທ 9:7 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

      • ເປັນ​ຫຍັງ​ການປະຊຸມ​ຂອງ​ພະຍານ​ພະ​ເຢໂຫວາ​ບໍ່​ມີ​ການບັງຄັບ​ໃຫ້​ບໍລິຈາກ​ເງິນ?

      ຂໍ​ໃຫ້​ເຈົ້າ​ເບິ່ງ​ນຳ​ກັນ​ກັບ​ຜູ້ສອນ​ວ່າ ການປະຊຸມ​ໃນ​ອາທິດ​ນີ້​ມີ​ເລື່ອງ​ຫຍັງ​ແດ່.

      • ມີ​ເລື່ອງ​ຫຍັງ​ແດ່​ທີ່​ເຈົ້າ​ສົນ​ໃຈ​ຫຼື​ຄິດ​ວ່າ​ໜ້າ​ຈະ​ມີ​ປະໂຫຍດ​ຕໍ່​ເຈົ້າ?

      ເຈົ້າ​ຮູ້​ບໍ?

      ເຈົ້າ​ສາມາດ​ຊອກ​ຫາ​ວັນ​ເວລາ​ແລະ​ສະຖານ​ທີ່​ປະຊຸມ​ຂອງ​ພະຍານ​ພະ​ເຢໂຫວາ​ທົ່ວ​ໂລກ​ໄດ້​ໃນ​ເວັບໄຊ jw.org.

      ຮູບ: ການປະຊຸມ​ຢູ່​ຫໍ​ປະຊຸມ ກ່ອນ​ປະຊຸມ ລະຫວ່າງ​ປະຊຸມ ແລະ​ຫຼັງ​ປະຊຸມ. ລຽງ​ລຳດັບ​ຈາກ ກ ເຖິງ ງ. ກ. ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ຢືນ​ບັນຍາຍ​ຢູ່​ເທິງ​ເວທີ​ໂດຍ​ໃຊ້​ເນື້ອ​ຫາ​ຈາກ​ຄຳ​ພີ​ໄບເບິນ. ຂ. ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ອອກ​ຄວາມ​ຄິດ​ເຫັນ​ໃນ​ສ່ວນ​ທີ່​ມີ​ການຖາມ-ຕອບ. ຄ. ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ລົມ​ກັບ​ຄອບຄົວ​ໜຶ່ງ​ຫຼັງ​ຈາກ​ເລີກ​ປະຊຸມ. ງ. ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ຊ່ວຍ​ເປີດ​ປະຕູ​ໃຫ້​ຜູ້ສູງອາຍຸ​ທີ່​ມາ​ປະຊຸມ.
      1. (ກ) ການປະຊຸມ​ຂອງ​ເຮົາ​ມີ​ການບັນລະຍາຍ ການເປີດ​ວິດີໂອ ແລະ​ການສາທິດ​ວິທີ​ລົມ​ກັນ​ເລື່ອງ​ຄຳພີ​ໄບເບິນ. ການປະຊຸມ​ເລີ່ມ​ແລະ​ຈົບ​ໂດຍ​ການຮ້ອງ​ເພງ​ແລະ​ການອະທິດຖານ

      2. (ຂ) ໃນ​ບາງ​ສ່ວນ​ຂອງ​ການປະຊຸມ ຜູ້ຟັງ​ສາມາດ​ອອກ​ຄວາມ​ຄິດ​ເຫັນ​ໄດ້

      3. (ຄ) ເຮົາ​ຍິນດີ​ຕ້ອນຮັບ​ທຸກ​ຄົນບໍ່​ວ່າ​ຈະ​ມາ​ເປັນ​ຄອບຄົວ​ຫຼື​ມາ​ຄົນ​ດຽວ ຜູ້ສູງອາຍຸແລະ​ເດັກ​ນ້ອຍ​ກໍ​ມາ​ໄດ້

      4. (ງ) ທຸກ​ຄົນ​ເຂົ້າ​ຮ່ວມ​ການປະຊຸມ​ໄດ້​ຟຣີ. ບໍ່​ມີ​ການເກັບ​ຄ່າ​ຜ່ານ​ປະຕູ​ແລະ​ບໍ່​ມີ​ການບັງຄັບ​ໃຫ້​ບໍລິຈາກ​ເງິນ

      5. ເປັນ​ຫຍັງ​ເຮົາ​ຕ້ອງ​ພະຍາຍາມ​ໄປ​ປະຊຸມ?

      ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພະ​ເຢຊູ​ນຳ​ກັນ. ຕອນ​ເປັນ​ເດັກ​ນ້ອຍ​ພະ​ເຢຊູ​ກັບ​ຄອບຄົວ​ໄປ​ຮ່ວມ​ການປະຊຸມ​ພິເສດ​ເປັນ​ປະຈຳ​ທຸກ​ປີ ເຂົາ​ເຈົ້າ​ຕ້ອງ​ເດີນ​ທາງ​ໄກ​ປະມານ 100 ກິໂລແມັດ​ຜ່ານ​ເສັ້ນ​ທາງ​ທີ່​ມີ​ແຕ່​ພູເຂົາ​ຈາກ​ເມືອງ​ນາຊາເຣັດ​ຮອດ​ເມືອງ​ເຢຣູຊາເລັມ. ອ່ານ​ລູກາ 2:39-42 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

      • ເຈົ້າ​ຄິດ​ວ່າ​ງ່າຍ​ບໍ​ທີ່​ພະ​ເຢຊູ​ກັບ​ຄອບຄົວ​ຈະ​ເດີນ​ທາງ​ໄປ​ເມືອງ​ເຢຣູຊາເລັມ?

      • ເປັນ​ຫຍັງ​ເຈົ້າ​ອາດ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ເພື່ອ​ຈະ​ໄດ້​ເຂົ້າ​ຮ່ວມ​ປະຊຸມ​ເປັນ​ປະຈຳ?

      • ເຈົ້າ​ຄິດ​ວ່າ​ຄຸ້ມ​ຄ່າ​ບໍ​ທີ່​ຈະ​ພະຍາຍາມ​ໄປ​ປະຊຸມ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

      ຮູບ: ໂຢເຊັບ ມາຣີ ພະ​ເຢຊູ ແລະ​ນ້ອງ​ຂອງ​ພະ​ເຢຊູ​ກຽມ​ໂຕ​ອອກ​ເດີນ​ທາ​ງ. 1. ໂຢເຊັບ​ເອົາ​ເຄື່ອງ​ຂຶ້ນ​ເທິງ​ຫຼັງ​ລາ​ແລະ​ມາຣີ​ກຽມ​ອາຫານ. 2. ແຜນທີ່​ບອກ​ເສັ້ນ​ທາ​ງ​ຈາກ​ນາຊາເຣັດ​ໄປ​ເຢຣູຊາເລັມ.

      ຄຳ​ພີ​ໄບເບິນ​ບອກ​ວ່າ​ການ​ທີ່​ເຮົາ​ມາ​ປະຊຸມ​ຮ່ວມ​ກັນ​ເພື່ອ​ນະມັດສະການ​ພະ​ເຢໂຫວາ​ເປັນ​ເລື່ອງ​ສຳຄັນ​ຫຼາຍ. ອ່ານ​ເຮັບເຣີ 10:24, 25 ແລ້ວ​ລົມ​ກັນ​ກ່ຽວ​ກັບ​ຄຳຖາມ​ຕໍ່​ໄປ​ນີ້:

      • ເປັນ​ຫຍັງ​ເຮົາ​ຄວນ​ໄປ​ປະຊຸມ​ເປັນ​ປະຈຳ?

      ບາງ​ຄົນ​ເວົ້າ​ວ່າ: “ບໍ່​ຕ້ອງ​ໄປ​ປະຊຸມ​ກໍ​ໄດ້. ພຽງ​ແຕ່​ຮຽນ​ຄຳ​ພີ​ໄບເບິນ​ຢູ່​ເຮືອນ​ກໍ​ພໍ​ແລ້ວ.”

      • ມີ​ຂໍ້​ຄຳ​ພີ​ໃດ​ຫຼື​ມີ​ຕົວຢ່າງ​ຂອງ​ໃຜ​ແດ່​ໃນ​ຄຳ​ພີ​ໄບເບິນ​ທີ່​ເຮັດ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ໄປ​ປະຊຸມ?

      ສະຫຼຸບ

      ການເຂົ້າຮ່ວມ​ປະຊຸມ​ຈະ​ຊ່ວຍ​ໃຫ້​ເຈົ້າ​ຮູ້ຈັກ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ໄດ້​ສະໜິດ​ກັບ​ເພິ່ນ ແລະ​ໄດ້​ນະມັດສະການ​ເພິ່ນ​ຮ່ວມ​ກັບ​ຄົນ​ອື່ນ.

      ຄຳຖາມ​ທົບ​ທວນ

      • ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຢາກ​ໃຫ້​ເຮົາ​ໄປ​ປະຊຸມ​ຮ່ວມ​ກັນ?

      • ເຈົ້າ​ຈະ​ໄດ້​ຮຽນ​ຫຍັງ​ແດ່​ຢູ່​ການປະຊຸມ​ຂອງ​ພະຍານ​ພະ​ເຢໂຫວາ?

      • ເຈົ້າ​ຄິດ​ວ່າ​ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ອີກ​ຈາກ​ການປະຊຸມ?

      ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

      ເບິ່ງ​ເພີ່ມ​ເຕີມ

      ຖ້າ​ເຈົ້າ​ຍັງ​ບໍ່​ກ້າ​ໄປ​ປະຊຸມ ລອງ​ເບິ່ງ​ຕົວຢ່າງ​ຂອງ​ຜູ້ຊາຍ​ຄົນ​ໜຶ່ງ​ທີ່​ເຄີຍ​ຄິດ​ແບບ​ນັ້ນ ແຕ່​ເປັນ​ຫຍັງ​ລາວ​ຈຶ່ງ​ປ່ຽນ​ໃຈ​ແລະ​ມັກ​ໄປ​ປະຊຸມ.

      ເຮົາ​ຈະ​ບໍ່​ມີ​ວັນ​ລືມ​ການທັກທາຍ​ຄັ້ງ​ນັ້ນ (4:16)

      ຍ້ອນ​ຫຍັງ​ໄວ​ລຸ້ນ​ຄົນ​ໜຶ່ງ​ຈຶ່ງ​ມັກ​ໄປ​ປະຊຸມ​ແລະ​ລາວ​ເຮັດ​ແນວ​ໃດ​ເພື່ອ​ຈະ​ໄດ້​ໄປ​ປະຊຸມ​ເປັນ​ປະຈຳ.

      ຂ້ອຍ​ມັກ​ໄປ​ປະຊຸມ​ຫຼາຍ! (4:33)

      ຫຼາຍ​ຄົນ​ຮູ້ສຶກ​ແນວ​ໃດ​ກັບ​ການເຂົ້າຮ່ວມ​ປະຊຸມ.

      “ເປັນ​ຫຍັງ​ຕ້ອງ​ໄປ​ປະຊຸມ​ຢູ່​ຫໍປະຊຸມ​ລາຊະອານາຈັກ?” (ບົດ​ຄວາມ​ໃນ​ເວັບໄຊ)

      ຊີວິດ​ຂອງ​ໂຈນ​ຄົນ​ໜຶ່ງ​ປ່ຽນ​ໄປ​ແນວ​ໃດ​ຫຼັງ​ຈາກ​ໄດ້​ເຂົ້າ​ຮ່ວມ​ການປະຊຸມ​ກັບ​ພະຍານ​ພະ​ເຢໂຫວາ.

      “ຂ້ອຍ​ພົກ​ປືນ​ຕະຫຼອດ​ເວລາ” (ຫໍສັງເກດການ 1 ກໍລະກົດ 2014)

  • ການ​ປົກຄອງ​ຂອງ​ພະເຈົ້າ​ປົກຄອງ​ແລ້ວ!
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
    • 5. ໂລກ​ປ່ຽນ​ໄປ​ຕັ້ງແຕ່​ປີ 1914

      ເປີດ​ວິດີໂອ.

      ວິດີໂອ: ໂລກ​ປ່ຽນ​ໄປ​ຕັ້ງແຕ່​ປີ 1914 (1:10)

      ພະ​ເຢຊູ​ບອກ​ລ່ວງ​ໜ້າ​ວ່າ​ໂລກ​ຈະ​ເປັນ​ແນວ​ໃດ​ຫຼັງ​ຈາກ​ທີ່​ເພິ່ນ​ເປັນ​ກະສັດ.ອ່ານ​ລູກາ 21:9-11 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ຈາກ​ຂໍ້​ຄຳພີ​ທີ່​ອ່ານ​ໄປ ມີ​ເຫດການ​ຫຍັງ​ແດ່​ທີ່​ເຈົ້າ​ໄດ້​ເຫັນ​ຫຼື​ເຄີຍ​ໄດ້​ຍິນ?

      ອັກຄະສາວົກ​ໂປໂລ​ບອກ​ວ່າ ໃນ​ໄລຍະ​ສຸດທ້າຍ​ຂອງ​ການ​ປົກຄອງ​ຂອງມະນຸດ ຜູ້​ຄົນ​ຈະ​ມີ​ນິດໄສ​ແນວ​ໃດ. ອ່ານ 2 ຕີໂມທຽວ 3:1-5 ແລ້ວລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ເຈົ້າ​ເຫັນ​ວ່າ​ຜູ້​ຄົນ​ໃນ​ທຸກ​ມື້​ນີ້​ມີ​ນິດໄສ​ແນວ​ໃດ​ແດ່?

      ຮູບ: ສາກ​ຈາກ​ວິດີໂອ​ທີ່​ສະແດງ​ເຖິງ​ສະພາບການ​ຂອງ​ໂລກ​ແລະ​ນິດໄສ​ຂອງ​ຜູ້​ຄົນ​ໃນ​ສະໄໝ​ສຸດທ້າຍ. 1. ຜູ້​ນຳ​ທະຫານ​ຄົນ​ໜຶ່ງ​ກຳລັງ​ຍົກ​ມື​ແລະ​ຮ້ອງ​ປຸກ​ໃຈ​ທະຫານ. 2. ຊາກ​ຕຶກ​ຖະຫຼົ່ມ​ຫຼັງ​ຈາກ​ເກີດ​ແຜ່ນດິນ​ໄຫວ. 3. ຍົນ​ທະຫານ. 4. ຝູງ​ຊົນ​ໃສ່​ໜ້າ​ກາກ​ຍ່າງ​ຢູ່​ທາງ​ນອກ. 5. ຕຶກ​ແຝດ​ໃນ​ເມືອງ​ນິວຢອກ​ມີ​ໄຟ​ໄໝ້​ຫຼັງ​ຈາກ​ຖືກ​ຍົນ​ຕຳ​ໂດຍ​ສີ​ມື​ຜູ້​ກໍ່​ການ​ຮ້າຍ. 6. ຜູ້​ຊາຍ​ຄົນ​ໜຶ່ງ​ໃຊ້​ຢາເສບຕິດ. 7. ຜົວ​ຍົກ​ກຳ​ປັ້ນ​ແລະ​ຮ້ອງ​ໃສ່​ເມຍ. 8. ຢາເສບຕິດ​ແລະ​ເຄື່ອງ​ດື່ມ​ມຶນ​ເມົາ​ຫຼາຍ​ຊະນິດ. 9. ຜູ້​ຍິງ​ສອງ​ຄົນ​ແຕ່ງ​ໂຕ​ຫຼູຫຼາ​ແລະ​ໃສ່​ເພັດ​ພອຍ​ກຳລັງ​ເຊວຟີ້. 10. ດີ​ເຈ​ຄົນ​ໜຶ່ງ​ເປີດ​ເພງ​ຢູ່​ຄອນເສີດ​ໃຫ້​ຄົນ​ເຕັ້ນ. 11. ຜູ້​ກໍ່​ການ​ຈະ​ລາ​ຈົນ​ໂຍນ​ລະເບີດ​ຂວດ.

      6. ເຮົາ​ຢາກ​ຈະ​ເຮັດ​ຫຍັງ​ເມື່ອ​ຮູ້​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ປົກຄອງ​ແລ້ວ?

      ອ່ານ​ມັດທາຍ 24:3, 14 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ມີ​ການ​ເຮັດ​ວຽກ​ສຳຄັນ​ຫຍັງ​ທີ່​ເຮັດ​ໃຫ້​ຮູ້​ວ່າ​ການ​ປົກຄອງ​ຂອງພະເຈົ້າ​ປົກຄອງ​ແລ້ວ?

      • ເຈົ້າ​ຈະ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ນີ້​ໄດ້​ແນວ​ໃດ?

      ການ​ປົກຄອງ​ຂອງ​ພະເຈົ້າ​ປົກຄອງ​ໃນ​ສະຫວັນ​ແລ້ວ ແລະ​ອີກ​ບໍ່​ດົນ​ການ​ປົກຄອງ​ນີ້​ຈະ​ປົກຄອງ​ທົ່ວ​ທັງ​ໂລກ. ອ່ານ​ເຮັບເຣີ 10:24, 25 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ເຮົາ​ທຸກ​ຄົນ​ຄວນ​ເຮັດ​ຫຍັງ​ເມື່ອ “ເຫັນ​ວ່າ​ວັນ​ນັ້ນ​ໃກ້​ຈະ​ມາ​ຮອດ​ແລ້ວ”?

      ຮູບ: 1. ນັກສຶກສາ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ເຂົ້າ​ຮ່ວມ​ການ​ປະຊຸມ​ຂອງ​ພະຍານ​ພະ​ເຢໂຫວາ. 2. ນັກສຶກສາ​ຄົນ​ດຽວ​ກັນ​ນັ້ນ​ປະກາດ​ກັບ​ຄົນ​ຮູ້​ຈັກ.

      ຖ້າ​ເຈົ້າ​ຮູ້​ຫຍັງ​ບາງ​ຢ່າງ​ທີ່​ເປັນ​ປະໂຫຍດ​ແລະ​ອາດ​ຈະ​ຊ່ວຍ​ຊີວິດ​ຄົນ​ອື່ນ​ໄດ້ເຈົ້າ​ຢາກ​ຈະ​ເຮັດ​ຫຍັງ?

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌