ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພວກຜູ້ຕັດສິນ 8
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພວກຜູ້ຕັດສິນ

      • ພວກ​ຜູ້​ຊາຍ​ໃນ​ຕະກູນ​ເອຟຣາຢິມ​ມາ​ເວົ້າ​ໃຫ້​ກີເດໂອນ (1-​3)

      • ໄລ່ລ່າ​ແລະ​ຂ້າ​ກະສັດ​ຂອງ​ພວກ​ມີດີອານ (4-​21)

      • ກີເດໂອນ​ບໍ່​ຍອມ​ເປັນ​ຜູ້​ປົກຄອງ (22-​27)

      • ເລື່ອງ​ຊີວິດ​ຂອງ​ກີເດໂອນ (28-​35)

ພວກຜູ້ຕັດສິນ 8:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 7:2
  • +ຜຕສ 12:1; 2ຂຄ 25:10

ພວກຜູ້ຕັດສິນ 8:2

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໝາກ​ລະແຊັງ​ສ່ວນ​ທີ່​ເຫຼືອ​ທີ່​ເອຟຣາຢິມ​ເກັບ​ກ່ຽວ​ໄດ້​ນັ້ນ​ກໍ​ດີ​ກວ່າ​ທີ່​ອາບີເອເຊ​ເກັບ​ກ່ຽວ​ໄດ້​ໃນ​ຊຸດ​ທຳອິດ​ບໍ່​ແມ່ນ​ບໍ?”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 7:24
  • +ຜຕສ 6:11, 34

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    7/2021, ໜ້າ 16-17

ພວກຜູ້ຕັດສິນ 8:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 7:24, 25

ພວກຜູ້ຕັດສິນ 8:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 8:16

ພວກຜູ້ຕັດສິນ 8:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 8:17

ພວກຜູ້ຕັດສິນ 8:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 7:12

ພວກຜູ້ຕັດສິນ 8:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 32:34, 35

ພວກຜູ້ຕັດສິນ 8:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 8:5, 6

ພວກຜູ້ຕັດສິນ 8:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 8:7

ພວກຜູ້ຕັດສິນ 8:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 8:8, 9

ພວກຜູ້ຕັດສິນ 8:21

ໄຂເງື່ອນ

  • *

    ໝາຍເຖິງ​ກີ້​ສາຍ​ຄໍ​ທີ່​ເປັນ​ຮູບ​ເດືອນ​ເຄິ່ງ​ໜຶ່ງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 83:11

ພວກຜູ້ຕັດສິນ 8:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 6:14

ພວກຜູ້ຕັດສິນ 8:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 15:18; 1ຊມ 10:19; ອຊຢ 33:22; 43:15

ພວກຜູ້ຕັດສິນ 8:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 16:11; 25:13; 28:9; 37:28

ພວກຜູ້ຕັດສິນ 8:26

ໄຂເງື່ອນ

  • *

    19,4 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 8:21

ພວກຜູ້ຕັດສິນ 8:27

ໄຂເງື່ອນ

  • *

    ຫຼື “ຂາຍ​ໂຕ​ໃຫ້​ເອໂຟດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 28:6; ຜຕສ 17:5
  • +ຜຕສ 6:11
  • +ຜຕສ 2:17
  • +ພສ 106:36

ພວກຜູ້ຕັດສິນ 8:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 6:1
  • +ຜຕສ 3:11; 5:31

ພວກຜູ້ຕັດສິນ 8:29

ໄຂເງື່ອນ

  • *

    ໝາຍເຖິງ​ກີເດໂອນ. ເບິ່ງ ຜຕສ 6:32.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 6:32; 1ຊມ 12:11

ພວກຜູ້ຕັດສິນ 8:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 9:1, 2; 2ຊມ 11:21

ພວກຜູ້ຕັດສິນ 8:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 6:11, 24

ພວກຜູ້ຕັດສິນ 8:33

ໄຂເງື່ອນ

  • *

    ຫຼື “ຂາຍ​ໂຕ​ໃຫ້​ພະ​ບາອານ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 2:17, 19; 10:6
  • +ຜຕສ 9:4

ພວກຜູ້ຕັດສິນ 8:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 3:7
  • +ພສ 106:43

ພວກຜູ້ຕັດສິນ 8:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 9:16-18

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຜຕສ. 8:1ຜຕສ 7:2
ຜຕສ. 8:1ຜຕສ 12:1; 2ຂຄ 25:10
ຜຕສ. 8:2ຜຕສ 7:24
ຜຕສ. 8:2ຜຕສ 6:11, 34
ຜຕສ. 8:3ຜຕສ 7:24, 25
ຜຕສ. 8:7ຜຕສ 8:16
ຜຕສ. 8:9ຜຕສ 8:17
ຜຕສ. 8:10ຜຕສ 7:12
ຜຕສ. 8:11ຈຊບ 32:34, 35
ຜຕສ. 8:15ຜຕສ 8:5, 6
ຜຕສ. 8:16ຜຕສ 8:7
ຜຕສ. 8:17ຜຕສ 8:8, 9
ຜຕສ. 8:21ພສ 83:11
ຜຕສ. 8:22ຜຕສ 6:14
ຜຕສ. 8:23ອພຍ 15:18; 1ຊມ 10:19; ອຊຢ 33:22; 43:15
ຜຕສ. 8:24ປຖກ 16:11; 25:13; 28:9; 37:28
ຜຕສ. 8:26ຜຕສ 8:21
ຜຕສ. 8:27ອພຍ 28:6; ຜຕສ 17:5
ຜຕສ. 8:27ຜຕສ 6:11
ຜຕສ. 8:27ຜຕສ 2:17
ຜຕສ. 8:27ພສ 106:36
ຜຕສ. 8:28ຜຕສ 6:1
ຜຕສ. 8:28ຜຕສ 3:11; 5:31
ຜຕສ. 8:29ຜຕສ 6:32; 1ຊມ 12:11
ຜຕສ. 8:31ຜຕສ 9:1, 2; 2ຊມ 11:21
ຜຕສ. 8:32ຜຕສ 6:11, 24
ຜຕສ. 8:33ຜຕສ 2:17, 19; 10:6
ຜຕສ. 8:33ຜຕສ 9:4
ຜຕສ. 8:34ຜຕສ 3:7
ຜຕສ. 8:34ພສ 106:43
ຜຕສ. 8:35ຜຕສ 9:16-18
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
ຄຳພີໄບເບິນສະບັບແປໂລກໃໝ່
ພວກຜູ້ຕັດສິນ 8:1-35

ພວກ​ຜູ້ຕັດສິນ

8 ຕໍ່ມາ ພວກ​ຜູ້​ຊາຍ​ໃນ​ຕະກູນ​ເອຟຣາຢິມ​ມາ​ເວົ້າ​ກັບ​ກີເດໂອນ​ວ່າ: “ເປັນ​ຫຍັງ​ເຈົ້າ​ຄື​ເຮັດ​ກັບ​ພວກ​ເຮົາ​ແນວ​ນີ້? ເປັນ​ຫຍັງ​ເຈົ້າ​ຄື​ບໍ່​ເອີ້ນ​ພວກ​ເຮົາ​ຕອນ​ໄປ​ສູ້​ກັບ​ພວກ​ມີດີອານ?”+ ເຂົາ​ເຈົ້າ​ໃຈ​ຮ້າຍ​ໃຫ້​ລາວ​ແຮງ.+ 2 ລາວ​ກໍ​ເລີຍ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ອັນ​ທີ່​ຂ້ອຍ​ເຮັດ​ມັນ​ທຽບ​ກັບ​ສິ່ງ​ທີ່​ພວກ​ເຈົ້າ​ເຮັດ​ບໍ່​ໄດ້ດອກ. ສິ່ງ​ນ້ອຍ​ໆ​ທີ່​ຕະກູນ​ເອຟຣາຢິມ+ເຮັດ​ສຳເລັດ​ກໍ​ຍັງ​ຍິ່ງ​ໃຫຍ່​ກວ່າ​ທຸກ​ສິ່ງ​ທີ່​ຈຸ້ມເຈື້ອ​ຂອງ​ອາບີເອເຊ​ເຮັດ.*+ 3 ພະເຈົ້າ​ໄດ້​ມອບ​ໂອເຣັບ​ກັບ​ເຊເອບ​+ທີ່​ເປັນ​ເຈົ້າ​ນາຍ​ຂອງ​ພວກ​ມີດີອານ​ໄວ້​ໃນ​ມື​ຂອງ​ພວກ​ເຈົ້າ​ແລ້ວ. ອັນ​ທີ່​ຂ້ອຍ​ເຮັດ​ມັນ​ທຽບ​ບໍ່​ໄດ້​ເລີຍ​ກັບ​ສິ່ງ​ທີ່​ພວກ​ເຈົ້າ​ເຮັດ.” ເມື່ອ​ກີເດໂອນ​ເວົ້າ​ແນວ​ນັ້ນ ເຂົາ​ເຈົ້າ​ກໍ​ໃຈ​ເຢັນ​ລົງ.

4 ແລ້ວ​ກີເດໂອນ​ກໍ​ມາ​ຮອດ​ແມ່​ນ້ຳ​ຈໍແດນ​ແລະ​ຂ້າມ​ໄປ​ອີກ​ຟາກ​ໜຶ່ງ. ລາວ​ກັບ​ທະຫານ 300 ຄົນ​ທີ່​ມາ​ນຳ​ລາວ​ເມື່ອຍ​ຫຼາຍ ແຕ່​ເຂົາ​ເຈົ້າ​ກໍ​ໄລ່​ນຳ​ຫຼັງ​ພວກ​ສັດຕູ​ຕໍ່​ໄປ. 5 ກີເດໂອນ​ເວົ້າ​ກັບ​ຄົນ​ໃນ​ເມືອງ​ສຸກໂກດ​ວ່າ: “ຂໍ​ເຂົ້າຈີ່​ໃຫ້​ທະຫານ​ຂອງ​ຂ້ອຍ​ກິນ​ແດ່ ເພາະ​ເຂົາ​ເຈົ້າ​ເມື່ອຍ​ຫຼາຍ ແລະ​ຂ້ອຍ​ກຳລັງ​ໄລ່​ຈັບ​ເສບາ​ກັບ​ຊັນມຸນນາ​ກະສັດ​ຂອງ​ພວກ​ມີດີອານ​ຢູ່.” 6 ແຕ່​ພວກ​ເຈົ້າ​ນາຍ​ຂອງ​ເມືອງ​ສຸກໂກດ​ເວົ້າ​ວ່າ: “ເຈົ້າ​ຍັງ​ຈັບ​ເສບາ​ກັບ​ຊັນມຸນນາ​ບໍ່​ໄດ້ເທື່ອ ເຈົ້າ​ຍັງ​ມາ​ຂໍ​ເຂົ້າຈີ່​ໃຫ້​ທະຫານ​ຂອງ​ເຈົ້າ​ອີກ​ຫວະ?” 7 ກີເດໂອນ​ກໍ​ບອກ​ເຂົາ​ເຈົ້າ​ວ່າ: “ຄັນຊັ້ນ ເມື່ອ​ພະ​ເຢໂຫວາ​ມອບ​ເສບາ​ກັບ​ຊັນມຸນນາ​ໄວ້​ໃນ​ມື​ຂ້ອຍ​ແລ້ວ ຂ້ອຍ​ຊິ​ກັບ​ມາ​ແລະ​ເອົາ​ຕົ້ນ​ໜາມ​ກັບ​ຟຸ່ມ​ໜາມ​ທີ່​ໄດ້​ຈາກ​ບ່ອນ​ກັນດານ​ມາ​ຟາດ​ພວກ​ເຈົ້າ.”+ 8 ແລ້ວ​ກີເດໂອນ​ກໍ​ອອກ​ຈາກ​ຫັ້ນ​ໄປ​ເມືອງ​ເປນູເອນ ແລະຂໍ​ເຂົ້າຈີ່​ຈາກ​ຄົນ​ໃນ​ເມືອງ ແຕ່​ຄົນ​ໃນ​ເມືອງ​ນັ້ນ​ກໍ​ຕອບ​ລາວ​ຄື​ກັນ​ກັບ​ຄົນ​ໃນ​ເມືອງ​ສຸກໂກດ. 9 ລາວ​ຈຶ່ງ​ເວົ້າ​ກັບ​ຄົນ​ໃນ​ເມືອງ​ເປນູເອນ​ວ່າ: “ຫຼັງ​ຈາກ​ຂ້ອຍຊະນະ ຂ້ອຍ​ຊິ​ກັບ​ມາ​ທຳລາຍ​ປ້ອມ​ຂອງ​ພວກ​ເຈົ້າ.”+

10 ເສບາ​ກັບ​ຊັນມຸນນາ​ພາ​ທະຫານ 15.000 ຄົນ​ໄປ​ຕັ້ງ​ຄ້າຍ​ຢູ່​ກາໂກເຣ. ທະຫານ​ພວກ​ນີ້​ເປັນ​ທະຫານ​ທີ່​ເຫຼືອ​ຈາກ​ທະຫານ​ທັງ​ໝົດ​ທີ່​ມາ​ຈາກ​ທາງ​ທິດ​ຕາເວັນ​ອອກ+ ເພາະ​ທະຫານ​ທີ່​ຖື​ດາບ​ຖືກ​ຂ້າ​ໄປ​ແລ້ວ 120.000 ຄົນ. 11 ກີເດໂອນ​ເດີນ​ທາງ​ໂດຍ​ໃຊ້​ເສັ້ນ​ທາງ​ທີ່​ຄົນ​ຍ້າຍ​ບ່ອນ​ຢູ່​ໄປ​ເລື້ອຍ​ໆ​ໃຊ້ ເຊິ່ງ​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ເມືອງ​ໂນບາ​ກັບ​ເມືອງ​ໂຢກເບຮາ.+ ລາວ​ໂຈມ​ຕີ​ຄ້າຍ​ຂອງ​ພວກ​ສັດຕູ​ໂດຍ​ທີ່​ພວກ​ນັ້ນ​ບໍ່​ທັນ​ຕັ້ງ​ໂຕ. 12 ຕອນ​ທີ່​ເສບາ​ກັບ​ຊັນມຸນນາ​ກຳລັງ​ໜີ ລາວ​ກໍ​ໄລ່​ນຳ​ຫຼັງ​ແລະ​ຈັບ​ກະສັດ​ຂອງ​ພວກ​ມີດີອານ​ທັງ​ສອງ​ອົງ​ນີ້​ໄດ້ ສ່ວນ​ທະຫານ​ທີ່​ເຫຼືອ​ກໍ​ພາກັນ​ຢ້ານ.

13 ແລ້ວ​ກີເດໂອນ​ລູກ​ຊາຍ​ຂອງ​ໂຢອາດ​ກໍ​ກັບ​ມາ​ຈາກ​ການ​ສູ້ຮົບ​ໂດຍ​ໃຊ້​ເສັ້ນ​ທາງ ໄປ​ເມືອງ​ເຮເຫຼັດ. 14 ໃນ​ລະຫວ່າງ​ທາງ ລາວ​ໄດ້​ຈັບ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຂອງ​ເມືອງ​ສຸກໂກດ​ມາ​ສອບ​ຖາມ. ຊາຍ​ໜຸ່ມ​ຄົນ​ນັ້ນ​ກໍ​ຈົດ​ລາຍຊື່​ພວກ​ຜູ້​ນຳ​ແລະ​ພວກ​ຫົວ​ໜ້າ​ຂອງ​ເມືອງ​ສຸກໂກດ​ທັງ​ໝົດ 77 ຄົນ​ໃຫ້​ລາວ. 15 ແລ້ວ​ລາວ​ກໍ​ໄປ​ຫາ​ຄົນ​ໃນ​ເມືອງ​ສຸກໂກດ​ແລະ​ເວົ້າ​ວ່າ: “ນີ້​ເດ້ ເສບາ​ກັບ​ຊັນມຸນນາ​ທີ່​ພວກ​ເຈົ້າ​ເຄີຍ​ເວົ້າ​ດູຖູກ​ຂ້ອຍ​ວ່າ ‘ເປັນ​ຫຍັງ​ເຮົາ​ຕ້ອງ​ເອົາ​ເຂົ້າຈີ່​ໃຫ້​ທະຫານ​ທີ່​ເມື່ອຍ​ຂອງ​ເຈົ້າ​ກິນ? ເຈົ້າ​ຈັບ​ເສບາ​ກັບ​ຊັນມຸນນາ​ໄດ້​ແລ້ວ​ຊັ້ນ​ຫວະ?’”+ 16 ແລ້ວ​ກີເດໂອນ​ກໍ​ເອົາ​ຕົ້ນ​ໜາມ​ແລະ​ຟຸ່ມ​ໜາມ​ທີ່​ໄດ້​ຈາກ​ບ່ອນ​ກັນດານ​ມາ​ຟາດ​ພວກ​ເຈົ້າ​ນາຍ​ກັບ​ພວກ​ຫົວ​ໜ້າ​ຂອງ​ເມືອງ​ສຸກໂກດ.+ 17 ລາວ​ເຮັດ​ໃຫ້​ພວກ​ເຂົາ​ໄດ້​ຮັບ​ບົດຮຽນ. ລາວ​ທຳລາຍ​ປ້ອມ​ຂອງ​ເມືອງ​ເປນູເອນ+ແລະ​ໄດ້​ຂ້າ​ຜູ້​ຊາຍ​ໃນ​ເມືອງ​ນັ້ນ.

18 ກີເດໂອນ​ຖາມ​ເສບາ​ກັບ​ຊັນມຸນນາ​ວ່າ: “ຄົນ​ທີ່​ພວກ​ເຈົ້າ​ຂ້າ​ຢູ່​ພູ​ຕາໂບ​ມີ​ຮູບ​ຮ່າງ​ໜ້າ​ຕາ​ເປັນ​ແນວ​ໃດ?” ພວກ​ເຂົາ​ຕອບ​ວ່າ: “ເຂົາ​ເຈົ້າ​ໜ້າ​ຕາ​ຄ້າຍ​ໆ​ຄື​ກັບ​ເຈົ້າ ແຕ່​ລະ​ຄົນ​ກໍ​ເບິ່ງ​ຄື​ກັບ​ເປັນ​ລູກ​ຊາຍ​ຂອງ​ກະສັດ.” 19 ລາວ​ບອກ​ພວກ​ເຂົາ​ວ່າ: “ພວກ​ເຈົ້າ​ຮູ້​ບໍ​ວ່າ​ເຂົາ​ເຈົ້າ​ເປັນ​ອ້າຍນ້ອງ​ຂອງ​ຂ້ອຍ ເປັນ​ລູກ​ຂອງ​ແມ່​ຂ້ອຍ. ຂ້ອຍ​ຂໍ​ສາບານ​ໃນ​ຊື່​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ວ່າ ຖ້າ​ພວກ​ເຈົ້າ​ບໍ່​ໄດ້​ຂ້າ​ເຂົາ​ເຈົ້າ ຂ້ອຍ​ກໍ​ຊິ​ບໍ່​ຂ້າ​ພວກ​ເຈົ້າ.” 20 ແລ້ວ​ກີເດໂອນ​ກໍ​ເວົ້າ​ກັບ​ເຢເທ​ລູກກົກ​ຂອງ​ລາວ​ວ່າ: “ຂ້າ​ພວກ​ມັນ​ສະ.” ແຕ່​ເຢເທ​ບໍ່​ກ້າ​ຖອດ​ດາບ​ຂ້າ​ພວກ​ນັ້ນ ຍ້ອນ​ອາຍຸ​ຍັງ​ນ້ອຍ​ຢູ່. 21 ເສບາ​ກັບ​ຊັນມຸນນາ​ຈຶ່ງ​ເວົ້າ​ວ່າ: “ໃຫ້​ເຈົ້າ​ຫັ້ນ​ມາ​ຂ້າ​ພວກ​ເຮົາ. ຖ້າ​ເຈົ້າ​ເປັນ​ລູກ​ຜູ້​ຊາຍ​ກໍ​ມາ​ຂ້າ​ພວກ​ເຮົາ​ເອງ​ເລີຍ.” ແລ້ວ​ກີເດໂອນ​ກໍ​ຂ້າ​ເສບາ​ກັບ​ຊັນມຸນນາ+ ແລະ​ເອົາ​ກີ້​ສາຍ​ຄໍ​ທີ່​ເປັນ​ຮູບ​ເດືອນ*ທີ່​ຢູ່​ຄໍ​ອູດ​ຂອງ​ພວກ​ເຂົາ​ໄປ​ນຳ.

22 ຕໍ່ມາ ພວກ​ທະຫານ​ຂອງ​ອິດສະຣາເອນ​ກໍ​ມາ​ເວົ້າ​ກັບ​ກີເດໂອນ​ວ່າ: “ຂໍ​ໃຫ້​ເຈົ້າ​ປົກຄອງ​ພວກ​ເຮົາ ແລະ​ກໍ​ຂໍ​ໃຫ້ລູກ​ຫຼານ​ຂອງ​ເຈົ້າ​ປົກຄອງ​ພວກ​ເຮົາ​ຕໍ່​ຈາກ​ເຈົ້າ ເພາະ​ເຈົ້າ​ໄດ້​ຊ່ວຍ​ພວກ​ເຮົາ​ໃຫ້​ລອດ​ຈາກ​ມື​ຂອງ​ພວກ​ມີດີອານ.”+ 23 ແຕ່​ກີເດໂອນ​ບອກ​ເຂົາ​ເຈົ້າ​ວ່າ: “ຂ້ອຍ​ກັບ​ລູກ​ຊາຍ​ຂອງ​ຂ້ອຍ​ຈະ​ບໍ່​ປົກຄອງ​ພວກ​ເຈົ້າ​ດອກ. ມີ​ແຕ່​ພະ​ເຢໂຫວາ​ຜູ້​ດຽວ​ທີ່​ຈະ​ປົກຄອງ​ພວກ​ເຈົ້າ.”+ 24 ລາວ​ເວົ້າ​ຕື່ມ​ອີກ​ວ່າ: “ແຕ່​ຂ້ອຍ​ຂໍ​ຢ່າງ​ໜຶ່ງ​ຈາກ​ພວກ​ເຈົ້າ​ໄດ້​ບໍ? ຂ້ອຍ​ຂໍ​ບ້ວງ​ດັງ​ທີ່​ພວກ​ເຈົ້າ​ຍຶດ​ໄດ້​ນັ້ນ​ຄົນ​ລະ​ອັນ.” (ຄົນ​ທີ່​ພວກ​ອິດສະຣາເອນ​ເອົາ​ຊະນະ​ມີ​ບ້ວງ​ດັງ​ຄຳ ຍ້ອນ​ພວກ​ເຂົາ​ເປັນລູກ​ຫຼານ​ຂອງ​ອິດຊະມາເອນ.)+ 25 ເຂົາ​ເຈົ້າ​ຕອບ​ວ່າ: “ໄດ້ ເອົາ​ໄປ​ໂລດ.” ແລ້ວ​ເຂົາ​ເຈົ້າ​ກໍ​ພື​ເສື້ອ​ຍາວ​ໂຕ​ໜຶ່ງ​ອອກ ແລະ​ທະຫານ​ທຸກ​ຄົນ​ກໍ​ຖິ້ມ​ບ້ວງ​ດັງ​ຄຳ​ໃສ່​ເສື້ອ​ນັ້ນ. 26 ບ້ວງ​ດັງ​ຄຳ​ທີ່​ກີເດໂອນ​ໄດ້​ມີ​ນ້ຳ​ໜັກ 1.700 ເຊເກນ.* ໃນ​ນີ້​ບໍ່​ໄດ້​ລວມ​ເຖິງ​ກີ້​ສາຍ​ຄໍ​ຮູບ​ເດືອນ ຕຸ້ມ​ຫູ​ຍອຍ ແລະ​ເສື້ອ​ຄຸມ​ຂອງ​ກະສັດ​ຂອງ​ພວກ​ມີດີອານ​ກັບ​ສາຍ​ຄໍ​ຢູ່​ຄໍ​ອູດ.+

27 ກີເດໂອນ​ເອົາ​ຄຳ​ເຫຼົ່າ​ນັ້ນ​ໄປ​ເຮັດ​ເປັນ​ເອໂຟດ+ແລະ​ເອົາ​ໄປ​ຕັ້ງ​ໄວ້​ຢູ່​ເມືອງ​ໂອຟຣາ+ທີ່​ລາວ​ຢູ່. ພວກ​ອິດສະຣາເອນ​ໄດ້​ນະມັດສະການ​ເອໂຟດ​ຄື​ກັບ​ຮູບ​ບູຊາ*​ຢູ່​ຫັ້ນ.+ ສິ່ງ​ທີ່​ກີເດໂອນ​ເຮັດ​ກາຍ​ເປັນບັນຫາ​ສຳລັບ​ລາວ​ກັບ​ຄອບຄົວ​ຂອງ​ລາວ.+

28 ພວກ​ອິດສະຣາເອນ​ເອົາ​ຊະນະ​ພວກ​ມີດີອານ​ໄດ້+ ແລະ​ພວກ​ມີດີອານ​ກໍ​ບໍ່​ກ້າ​ມາ​ໂຈມຕີ​ພວກ​ອິດສະຣາເອນ​ອີກ​ເລີຍ. ໃນ​ສະໄໝ​ຂອງ​ກີເດໂອນ​ແຜ່ນດິນ​ມີ​ຄວາມ​ສະຫງົບ​ສຸກ 40 ປີ.+

29 ແລ້ວ​ເຢຣຸບບາອານ*+ລູກ​ຊາຍ​ຂອງ​ໂຢອາດ​ກໍ​ກັບ​ເມືອ​ເຮືອນ​ຂອງ​ໂຕເອງ.

30 ກີເດໂອນ​ມີ​ລູກ​ຊາຍ 70 ຄົນ ຍ້ອນ​ລາວ​ມີ​ເມຍ​ຫຼາຍ​ຄົນ. 31 ເມຍ​ນ້ອຍ​ຂອງ​ລາວ​ທີ່​ຢູ່​ເມືອງ​ເຊເຄັມ​ໄດ້​ລູກ​ຊາຍ​ຄົນ​ໜຶ່ງ. ລາວ​ຕັ້ງ​ຊື່​ໃຫ້​ວ່າ​ອາບີເມເລັກ.+ 32 ກີເດໂອນ​ລູກ​ຊາຍ​ຂອງ​ໂຢອາດ​ຕາຍ​ຕອນ​ທີ່​ອາຍຸ​ຫຼາຍ​ແລ້ວ. ລາວ​ຖືກ​ຝັງ​ໄວ້​ຢູ່​ບ່ອນ​ຝັງ​ສົບ​ຂອງ​ໂຢອາດ​ພໍ່​ຂອງ​ລາວ​ໃນ​ເມືອງ​ໂອຟຣາ ເຊິ່ງ​ເປັນ​ເມືອງ​ຂອງ​ລູກ​ຫຼານ​ອາບີເອຊາ.+

33 ຫຼັງ​ຈາກ​ກີເດໂອນ​ຕາຍ ພວກ​ອິດສະຣາເອນກໍ​ໄປ​ນະ​ມັດ​ສະການພະ​ບາອານ.*+ ເຂົາ​ເຈົ້າ​ໄດ້​ຕັ້ງ​ພະ​ບາອານ​ເບຣິດ​ເປັນ​ພະເຈົ້າ​ຂອງ​ເຂົາ​ເຈົ້າ.+ 34 ພວກ​ອິດສະຣາເອນ​ລືມ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ທີ່​ຊ່ວຍ​ເຂົາ​ເຈົ້າ​+ໃຫ້​ລອດ​ຈາກ​ມື​ຂອງ​ພວກ​ສັດຕູ​ທີ່​ຢູ່​ອ້ອມ​ຂ້າງ.+ 35 ເຂົາ​ເຈົ້າ​ບໍ່​ໄດ້​ສະແດງ​ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຕໍ່​ຄອບຄົວ​ເຢຣຸບບາອານ​ຫຼື​ກີເດໂອນ​ສຳລັບ​ສິ່ງ​ດີ​ໆ​ທີ່​ລາວ​ໄດ້​ເຮັດ​ເພື່ອ​ພວກ​ອິດສະຣາເອນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌