ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 30
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະບັນຍັດ

      • ກັບ​ມາ​ຫາ​ພະ​ເຢໂຫວາ (1-10)

      • ກົດ​ໝາຍ​ຂອງ​ພະ​ເຢໂຫວາ​ບໍ່​ຍາກ​ເກີນ​ໄປ (11-14)

      • ເລືອກ​ລະຫວ່າງ​ຊີວິດ​ກັບ​ຄວາມ​ຕາຍ (15-20)

ພະບັນຍັດ 30:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 11:26-28; 28:2, 15
  • +2ກສ 17:6; 2ຂຄ 36:20
  • +1ກສ 8:47; ນຮຢ 1:9; ອຊກ 18:28; ຢອ 2:13

ພະບັນຍັດ 30:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 55:7; 1ຢຮ 1:9
  • +ພບຍ 4:29

ພະບັນຍັດ 30:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 29:14
  • +ສສ 3:22
  • +ອຊຣ 1:2, 3; ພສ 147:2; ຢຣມ 32:37; ອຊກ 34:13

ພະບັນຍັດ 30:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:64; ຊຟຢ 3:20

ພະບັນຍັດ 30:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 1:9

ພະບັນຍັດ 30:6

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຮັດ​ສິນຕັດ​ຢູ່​ຫົວໃຈ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 32:37, 39
  • +ພບຍ 6:5

ພະບັນຍັດ 30:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 12:2, 3; ຢຣມ 25:12; ສສ 3:64; ຣມ 12:19

ພະບັນຍັດ 30:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 65:21, 22; ມລກ 3:10
  • +ຢຣມ 32:37, 41

ພະບັນຍັດ 30:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 1:9; ກຈກ 3:19

ພະບັນຍັດ 30:11

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ແລະ​ບໍ່​ໄດ້​ຢູ່​ໄກ​ເກີນ​ໄປ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 45:19

ພະບັນຍັດ 30:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 10:6

ພະບັນຍັດ 30:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 10:8
  • +ມທ 7:21; ຢກບ 1:25

ພະບັນຍັດ 30:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 11:26

ພະບັນຍັດ 30:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 6:5
  • +ລລວ 18:5
  • +ລລວ 25:18; ພບຍ 30:5

ພະບັນຍັດ 30:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 29:18; ຮຣ 3:12
  • +ພບຍ 4:19

ພະບັນຍັດ 30:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 8:19; ຢຊ 23:15; 1ຊມ 12:25

ພະບັນຍັດ 30:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 11:26; 27:26; 28:2, 15
  • +ພບຍ 32:47
  • +ຢຊ 24:15

ພະບັນຍັດ 30:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 10:12
  • +ພບຍ 4:4
  • +ປຖກ 12:7; 15:18

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພບຍ. 30:1ພບຍ 11:26-28; 28:2, 15
ພບຍ. 30:12ກສ 17:6; 2ຂຄ 36:20
ພບຍ. 30:11ກສ 8:47; ນຮຢ 1:9; ອຊກ 18:28; ຢອ 2:13
ພບຍ. 30:2ອຊຢ 55:7; 1ຢຮ 1:9
ພບຍ. 30:2ພບຍ 4:29
ພບຍ. 30:3ຢຣມ 29:14
ພບຍ. 30:3ສສ 3:22
ພບຍ. 30:3ອຊຣ 1:2, 3; ພສ 147:2; ຢຣມ 32:37; ອຊກ 34:13
ພບຍ. 30:4ພບຍ 28:64; ຊຟຢ 3:20
ພບຍ. 30:5ນຮຢ 1:9
ພບຍ. 30:6ຢຣມ 32:37, 39
ພບຍ. 30:6ພບຍ 6:5
ພບຍ. 30:7ປຖກ 12:2, 3; ຢຣມ 25:12; ສສ 3:64; ຣມ 12:19
ພບຍ. 30:9ອຊຢ 65:21, 22; ມລກ 3:10
ພບຍ. 30:9ຢຣມ 32:37, 41
ພບຍ. 30:10ນຮຢ 1:9; ກຈກ 3:19
ພບຍ. 30:11ອຊຢ 45:19
ພບຍ. 30:12ຣມ 10:6
ພບຍ. 30:14ຣມ 10:8
ພບຍ. 30:14ມທ 7:21; ຢກບ 1:25
ພບຍ. 30:15ພບຍ 11:26
ພບຍ. 30:16ພບຍ 6:5
ພບຍ. 30:16ລລວ 18:5
ພບຍ. 30:16ລລວ 25:18; ພບຍ 30:5
ພບຍ. 30:17ພບຍ 29:18; ຮຣ 3:12
ພບຍ. 30:17ພບຍ 4:19
ພບຍ. 30:18ພບຍ 8:19; ຢຊ 23:15; 1ຊມ 12:25
ພບຍ. 30:19ພບຍ 11:26; 27:26; 28:2, 15
ພບຍ. 30:19ພບຍ 32:47
ພບຍ. 30:19ຢຊ 24:15
ພບຍ. 30:20ພບຍ 10:12
ພບຍ. 30:20ພບຍ 4:4
ພບຍ. 30:20ປຖກ 12:7; 15:18
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
ຄຳພີໄບເບິນສະບັບແປໂລກໃໝ່
ພະບັນຍັດ 30:1-20

ພະບັນຍັດ

30 “ຄຳ​ອວຍພອນ​ຫຼື​ຄຳ​ສາບແຊ່ງ​ທີ່​ຂ້ອຍ​ໃຫ້​ພວກ​ເຈົ້າ​ເລືອກ​ຈະ​ເກີດ​ຂຶ້ນ​ແທ້.+ ຈາກ​ນັ້ນ ຕອນ​ທີ່​ຢູ່​ໃນ​ປະເທດ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ເຮັດ​ໃຫ້​ພວກ​ເຈົ້າ​ກະຈັດກະຈາຍ​ໄປ​ຢູ່+ ພວກ​ເຈົ້າ​ຈະ​ສຳນຶກ​ໄດ້​ວ່າ​ໂຕເອງ​ເຮັດ​ຜິດ.+ 2 ແລ້ວ​ພວກ​ເຈົ້າ​ກັບ​ລູກ​ຫຼານ​ຈະ​ກັບ​ມາ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ+ ແລະ​ຈະ​ເຊື່ອ​ຟັງ​ແລະ​ເຮັດ​ຕາມ​ຄຳ​ສັ່ງ​ທີ່​ຂ້ອຍ​ບອກ​ພວກ​ເຈົ້າ​ໃນ​ມື້​ນີ້​ຢ່າງ​ສຸດ​ຫົວໃຈ​ແລະ​ສຸດ​ຊີວິດ.+ 3 ເມື່ອ​ເປັນ​ແນວ​ນັ້ນ​ແລ້ວ ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ປົດ​ປ່ອຍ​ພວກ​ເຈົ້າ​ຈາກ​ການ​ເປັນ​ຊະເລີຍ.+ ແລ້ວ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ສະແດງ​ຄວາມ​ເມດຕາ+ ແລະ​ລວບລວມ​ພວກ​ເຈົ້າ​ທີ່​ກະຈັດກະຈາຍ​ກັນ​ຢູ່​ນຳ​ຊາດ​ຕ່າງ​ໆ​.+ 4 ເຖິງ​ວ່າ​ພວກ​ເຈົ້າ​ຈະ​ກະຈັດກະຈາຍ​ກັນ​ໄປ​ໄກ​ສ່ຳ​ໃດ ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ກໍ​ຈະ​ລວບລວມ​ພວກ​ເຈົ້າ​ກັບ​ມາ.+ 5 ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ພາ​ພວກ​ເຈົ້າ​ເຂົ້າ​ໄປ​ຍຶດ​ເອົາ​ແຜ່ນດິນ​ທີ່​ເຄີຍ​ເປັນ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ຈະ​ໄດ້​ຢູ່​ຫັ້ນ. ເພິ່ນ​ຈະ​ອວຍພອນ​ໃຫ້​ພວກ​ເຈົ້າ​ຈະເລີນ​ຮຸ່ງ​ເຮືອງ​ແລະ​ມີ​ຈຳນວນ​ຫຼາຍ​ກວ່າ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ.+ 6 ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ເຮັດ​ໃຫ້​ໃຈ​ຂອງ​ພວກ​ເຈົ້າ​ແລະ​ໃຈ​ຂອງ​ລູກ​ຫຼານ​ຂອງ​ພວກ​ເຈົ້າ​ສະອາດ*+ ເພື່ອ​ພວກ​ເຈົ້າ​ຈະ​ຮັກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຢ່າງ​ສຸດ​ຫົວໃຈ​ແລະ​ສຸດ​ຊີວິດ ແລ້ວ​ພວກ​ເຈົ້າ​ຈະ​ມີ​ຊີວິດຢູ່.+ 7 ຈາກ​ນັ້ນ ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ເອົາ​ຄຳ​ສາບແຊ່ງ​ທັງ​ໝົດ​ທີ່​ພວກ​ເຈົ້າ​ເຈິ​ໄປ​ໃສ່​ພວກ​ສັດຕູ​ທີ່​ກຽດ​ຊັງ​ແລະ​ຂົ່ມເຫງ​ພວກ​ເຈົ້າ.+

8 ເມື່ອ​ພວກ​ເຈົ້າ​ກັບ​ມາ​ຫາ​ພະ​ເຢໂຫວາ ເຊື່ອ​ຟັງ​ເພິ່ນ ແລະ​ເຮັດ​ຕາມ​ຂໍ້​ກຳນົດ​ກົດ​ໝາຍ​ທັງ​ໝົດ​ທີ່​ຂ້ອຍ​ບອກ​ພວກ​ເຈົ້າ​ໃນ​ມື້​ນີ້ 9 ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ຈະເລີນ​ຮຸ່ງ​ເຮືອງ+ ແລະ​ມີ​ລູກ​ມີ​ຫຼານ​ຫຼາຍ​ໆ​. ຝູງ​ສັດ​ຂອງ​ພວກ​ເຈົ້າ​ກໍ​ຈະ​ອອກ​ແມ່​ແພ່​ລູກ ແລະ​ຜົນລະປູກ​ຂອງ​ພວກ​ເຈົ້າ​ກໍ​ຈະ​ອຸດົມ​ສົມບູນ. ພະ​ເຢໂຫວາ​ຍິນດີ​ທີ່​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ຈະເລີນ​ຮຸ່ງ​ເຮືອງ​ອີກ ຄື​ກັບ​ທີ່​ເພິ່ນ​ຍິນດີ​ຕອນ​ທີ່​ໄດ້​ຊ່ວຍ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ.+ 10 ພວກ​ເຈົ້າ​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ແລະ​ເຮັດ​ຕາມ​ຂໍ້​ກຳນົດ​ກົດ​ໝາຍ​ຂອງ​ເພິ່ນ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ນີ້ ແລ້ວ​ພວກ​ເຈົ້າ​ຈະ​ກັບ​ມາ​ຫາ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຢ່າງ​ສຸດ​ຫົວໃຈ​ແລະ​ສຸດ​ຊີວິດ.+

11 ກົດ​ໝາຍ​ທີ່​ຂ້ອຍ​ບອກ​ພວກ​ເຈົ້າ​ໃນ​ມື້​ນີ້ ບໍ່​ຍາກ​ເກີນ​ໄປ​ທີ່​ພວກ​ເຈົ້າ​ຈະ​ເຂົ້າໃຈ ແລະ​ທັງ​ບໍ່ຍາກ​ເກີນ​ໄປທີ່​ພວກ​ເຈົ້າ​ຈະ​ເຮັດ​ຕາມ.*+ 12 ກົດ​ໝາຍ​ນີ້​ບໍ່​ໄດ້​ຢູ່​ເທິງ​ຟ້າ ພວກ​ເຈົ້າ​ຈຶ່ງ​ຈະ​ເວົ້າ​ວ່າ ‘ໃຜ​ຊິ​ຂຶ້ນ​ໄປ​ຫັ້ນ​ແລະ​ເອົາ​ມາ​ໃຫ້​ພວກ​ເຮົາ​ເພື່ອ​ພວກ​ເຮົາ​ຊິ​ໄດ້​ຍິນ​ແລະ​ເຮັດ​ຕາມ​ໄດ້?’+ 13 ແລະ​ກົດ​ໝາຍ​ນີ້​ບໍ່​ໄດ້​ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ທະເລ​ເພື່ອ​ພວກ​ເຈົ້າ​ຈະ​ເວົ້າ​ວ່າ ‘ໃຜ​ຊິ​ຂ້າມ​ໄປ​ຟາກ​ນັ້ນ​ແລະ​ເອົາ​ມາ​ໃຫ້​ພວກ​ເຮົາ​ເພື່ອ​ພວກ​ເຮົາ​ຊິ​ໄດ້​ຍິນ​ແລະ​ເຮັດ​ຕາມ​ໄດ້?’ 14 ຄຳ​ເຫຼົ່າ​ນີ້​ຢູ່​ໃກ້​ໆ​ພວກ​ເຈົ້າ ຢູ່​ໃນ​ປາກ ແລະ​ຢູ່​ໃນ​ໃຈ​ພວກ​ເຈົ້າ+​ເພື່ອ​ພວກ​ເຈົ້າ​ຈະ​ເຮັດ​ຕາມ​ໄດ້.+

15 ມື້​ນີ້​ຂ້ອຍ​ໃຫ້​ເຈົ້າ​ເລືອກ​ລະຫວ່າງ​ຊີວິດ​ກັບ​ຄວາມ​ຕາຍ ແລະ​ຄວາມ​ຈະເລີນ​ຮຸ່ງ​ເຮືອງ​ກັບ​ຄວາມ​ຈິບຫາຍ.+ 16 ຖ້າ​ເຈົ້າ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ທີ່​ຂ້ອຍ​ບອກ​ເຈົ້າ​ໃນ​ມື້​ນີ້ ໂດຍ​ຮັກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ+ ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ເພິ່ນ ແລະ​ເຮັດ​ຕາມ​ຄຳ​ສັ່ງ ຂໍ້​ກຳນົດ​ແລະ​ກົດ​ໝາຍ​ຂອງ​ເພິ່ນ ເຈົ້າ​ຈະ​ມີ​ຊີວິດ​ຢູ່+ ມີ​ຈຳນວນ​ຫຼາຍ​ຂຶ້ນ​ແລະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ອວຍພອນ​ເຈົ້າ​ໃນ​ແຜ່ນດິນ​ທີ່​ເຈົ້າ​ຈະ​ເຂົ້າ​ໄປ​ຢູ່.+

17 ແຕ່​ຖ້າ​ເຈົ້າ​ປ່ຽນ​ໃຈ+ແລະ​ບໍ່​ເຊື່ອ​ຟັງພະເຈົ້າ ແລ້ວ​ເມື່ອ​ຖືກ​ລໍ້​ໃຈ ເຈົ້າ​ກໍ​ໄປ​ຂາບ​ໄຫວ້​ແລະ​ນະມັດສະການ​ພະເຈົ້າ​ອື່ນ​ໆ​+ 18 ຂ້ອຍ​ບອກ​ເຈົ້າ​ມື້​ນີ້​ເລີຍ​ວ່າ​ເຈົ້າ​ຈະ​ຖືກ​ທຳລາຍ​ແນ່ນອນ.+ ເຈົ້າ​ຈະ​ບໍ່​ໄດ້​ມີ​ຊີວິດ​ຍືນ​ຍາວ​ໃນ​ແຜ່ນດິນ​ທີ່​ເຈົ້າ​ຈະ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ຢູ່​ນັ້ນ. 19 ຂ້ອຍ​ໃຫ້​ຟ້າ​ກັບ​ດິນ​ເປັນ​ພະຍານ​ໃນ​ມື້​ນີ້​ວ່າ ຂ້ອຍ​ໃຫ້​ເຈົ້າ​ເລືອກ​ລະຫວ່າງ​ຊີວິດ​ກັບ​ຄວາມ​ຕາຍ ຄຳ​ອວຍພອນ​ກັບ​ຄຳ​ສາບແຊ່ງ.+ ຂໍ​ໃຫ້​ເຈົ້າ​ເລືອກ​ຊີວິດ+ເພື່ອ​ເຈົ້າ​ກັບ​ລູກ​ຫຼານ​ຂອງ​ເຈົ້າ​ຈະ​ມີ​ຊີວິດ​ຢູ່+ 20 ໂດຍ​ການ​ຮັກ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ+ ເຊື່ອ​ຟັງ​ເພິ່ນ ແລະ​ສັດຊື່​ຕໍ່​ເພິ່ນ​ສະເໝີ+ ຍ້ອນ​ພະ​ເຢໂຫວາ​ເປັນ​ຜູ້​ໃຫ້​ຊີວິດ​ເຈົ້າ ແລ້ວເຈົ້າ​ຈະ​ມີ​ຊີວິດຍືນ​ຍາວ​ໃນ​ແຜ່ນດິນ​ທີ່​ເພິ່ນ​ສັນຍາ​ວ່າ​ຈະ​ເອົາ​ໃຫ້​ອັບຣາຮາມ ອີຊາກ ແລະ​ຢາໂຄບ​ທີ່​ເປັນ​ປູ່ຍ່າຕານາຍ​ຂອງ​ເຈົ້າ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌