ສຸພາສິດ
22 ມີຊື່ສຽງທີ່ດີ*ກໍດີກວ່າມີຊັບສົມບັດຫຼາຍ.+
ການໄດ້ຮັບຄວາມນັບຖື*ກໍດີກວ່າໄດ້ເງິນໄດ້ຄຳ.
2 ຄົນທຸກກັບຄົນລວຍມີຢ່າງໜຶ່ງທີ່ຄືກັນ
ນັ້ນກໍຄືພະເຢໂຫວາເປັນຜູ້ສ້າງຂອງເຂົາເຈົ້າ.+
3 ຄົນສະຫຼາດເຫັນອັນຕະລາຍແລ້ວໜີໄປລີ້
ແຕ່ຄົນທີ່ຂາດປະສົບການຍ່າງຕໍ່ໄປແລະໄດ້ຮັບຜົນເສຍຫາຍ.*
5 ທາງຂອງຄົນຊົ່ວມີແຕ່ໜາມແລະກັບດັກ.
ຄົນທີ່ເຫັນຄ່າຊີວິດຈະບໍ່ໄປໃກ້ທາງເຫຼົ່ານັ້ນ.+
6 ໃຫ້ຝຶກສອນເດັກນ້ອຍໃຫ້ໄປໃນທາງທີ່ຖືກຕ້ອງ.+
ເຖິງວ່າລາວໃຫຍ່ແລ້ວ ລາວກໍຈະບໍ່ເຈີດອອກຈາກທາງນັ້ນ.+
8 ຄົນທີ່ຫວ່ານຄວາມບໍ່ຍຸຕິທຳຈະເກັບກ່ຽວຄວາມຈິບຫາຍ+
ແລະໄມ້ແສ້ທີ່ລາວໃຊ້ລົງໂທດຄົນອື່ນດ້ວຍຄວາມໃຈຮ້າຍຈະຖືກຫັກຖິ້ມ.+
9 ຄົນເອື້ອເຟື້ອຈະໄດ້ຮັບພອນ
ຍ້ອນລາວແບ່ງອາຫານຂອງລາວໃຫ້ຄົນທຸກ.+
10 ໃຫ້ໄລ່ຄົນທີ່ມັກເຍາະເຍີ້ຍໜີ
ແລ້ວການຜິດຖຽງກັນຈະໝົດໄປ.
ການຟ້ອງຮ້ອງແລະດູຖູກກັນກໍຈະໝົດໄປຄືກັນ.
11 ຄົນທີ່ມີຫົວໃຈທີ່ບໍລິສຸດແລະໃຊ້ຄຳເວົ້າດີໆ
ຈະໄດ້ເປັນໝູ່ກັບກະສັດ.+
12 ພະເຢໂຫວາປົກປ້ອງສະຕິປັນຍາ
ແຕ່ເພິ່ນທຳລາຍຄຳເວົ້າຂອງຄົນທີ່ທໍລະຍົດ.+
13 ຄົນຂີ້ຄ້ານຈະເວົ້າວ່າ: “ມີໂຕສິງຢູ່ທາງນອກ!
ຂ້ອຍຈະຖືກຂ້າຢູ່ກາງເດີ່ນຂອງເມືອງ.”+
14 ປາກຂອງຜູ້ຍິງທີ່ຜິດສິນລະທຳ*ເປັນຂຸມເລິກ.+
ຄົນທີ່ພະເຢໂຫວາສາບແຊ່ງຈະຕົກລົງໄປໃນຫັ້ນ.
15 ປົກກະຕິແລ້ວ ເດັກນ້ອຍມັກຢາກເຮັດແນວໂງ່ໆ+
ແຕ່ໄມ້ແສ້ຂອງການສັ່ງສອນຈະຊ່ວຍເຂົາເຈົ້າໃຫ້ຢູ່ຫ່າງຈາກແນວໂງ່ໆເຫຼົ່ານັ້ນ.+
16 ຄົນທີ່ສໍ້ໂກງຄົນທຸກເພື່ອໃຫ້ໂຕເອງລວຍຂຶ້ນ+
ແລະຄົນທີ່ມັກເອົາຂອງຂວັນໃຫ້ຄົນລວຍຈະກາຍເປັນຄົນທຸກຍາກ.
17 ໃຫ້ສົນໃຈແລະຕັ້ງໃຈຟັງຄຳເວົ້າຂອງຄົນສະຫຼາດ+
ເພື່ອລູກຈະຍອມຮັບຄວາມຮູ້ຂອງພໍ່ສຸດຫົວໃຈ.+
18 ຖ້າລູກຈື່ສິ່ງເຫຼົ່ານີ້ໄວ້ໃນໃຈສະເໝີ ລູກຈະມີຄວາມສຸກ+
ແລະລູກກໍຈະເວົ້າເຖິງເລື່ອງເຫຼົ່ານີ້ຕະຫຼອດ.+
19 ພໍ່ໃຫ້ຄວາມຮູ້ກັບລູກໃນມື້ນີ້
ເພື່ອລູກຈະໝັ້ນໃຈໃນພະເຢໂຫວາ.
20 ພໍ່ໄດ້ຂຽນຄຳແນະນຳ
ແລະຄຳສອນຫຼາຍຢ່າງໄວ້ໃຫ້ລູກແລ້ວ
21 ເພື່ອຈະສອນຄວາມຈິງແລະຄຳເວົ້າທີ່ເຊື່ອຖືໄດ້ໃຫ້ລູກ
ແລ້ວລູກຈະຮູ້ວິທີອະທິບາຍສິ່ງທີ່ຖືກຕ້ອງໃຫ້ກັບຄົນທີ່ຖາມລູກ.
22 ຢ່າໄປປຸ້ນຄົນທຸກຍ້ອນລາວທຸກ+
ແລະຢ່າໄປກົດຂີ່ຄົນຕ່ຳຕ້ອຍຢູ່ປະຕູເມືອງ+
23 ຍ້ອນພະເຢໂຫວາຈະສູ້ຄະດີໃຫ້ເຂົາເຈົ້າ+
ແລະເພິ່ນຈະຂ້າຄົນທີ່ໂກງເຂົາເຈົ້າ.
24 ຢ່າໄປຄົບກັບຄົນທີ່ໃຈຮ້າຍງ່າຍ
ແລະຢ່າໄປຫຍຸ້ງກັບຄົນທີ່ຄວບຄຸມອາລົມບໍ່ໄດ້
25 ເພື່ອລູກຈະບໍ່ໄປຮຽນແບບລາວ
ແລະບໍ່ເຮັດໃຫ້ໂຕເອງຕິດກັບດັກ.+
26 ຢ່າເປັນໜຶ່ງໃນຄົນທີ່ໄປເຮັດສັນຍາ
ເພື່ອຄ້ຳປະກັນໃຫ້ຄົນອື່ນ.+
27 ຖ້າລູກຈ່າຍຄືນບໍ່ໄດ້
ແມ່ນແຕ່ບ່ອນນອນຂອງລູກກໍຈະຖືກຍຶດໄປ.
28 ຫ້າມລູກຍ້າຍຫຼັກແດນທີ່ມີແຕ່ສະໄໝບູຮານ
ທີ່ປູ່ຍ່າຕານາຍຂອງລູກໄດ້ປັກໄວ້.+
29 ລູກເຄີຍເຫັນຄົນທີ່ເຮັດວຽກເກັ່ງໆບໍ?
ລາວຈະໄດ້ຮັບໃຊ້ກະສັດ.+
ລາວຈະບໍ່ຕ້ອງຮັບໃຊ້ຄົນທຳມະດາ.