ຈົດໝາຍເຖິງຄລິດສະຕຽນໃນເມືອງເອເຟໂຊ
6 ຜູ້ທີ່ເປັນລູກ ໃຫ້ເຊື່ອຟັງພໍ່ແມ່+ຕາມທີ່ພະເຈົ້າຢາກໃຫ້ເຮັດ ຍ້ອນການເຮັດແນວນັ້ນເປັນສິ່ງທີ່ຖືກຕ້ອງ. 2 ຄຳສັ່ງທີ່ວ່າ “ໃຫ້ນັບຖືພໍ່ແມ່”+ ເປັນກົດໝາຍຂໍ້ທຳອິດທີ່ມາພ້ອມກັບຄຳສັນຍາທີ່ວ່າ: 3 “ແລ້ວເຈົ້າຈະມີຊີວິດທີ່ດີ*ແລະຈະມີອາຍຸຍືນຍາວໃນໂລກ.” 4 ສ່ວນຜູ້ທີ່ເປັນພໍ່ກໍຢ່າຍົວະລູກໃຫ້ໃຈຮ້າຍ+ ແຕ່ໃຫ້ລ້ຽງລູກດ້ວຍຫຼັກການ+ແລະຄຳສອນ*ຂອງພະເຢໂຫວາ.*+
5 ຜູ້ທີ່ເປັນທາດ ໃຫ້ເຊື່ອຟັງນາຍທີ່ເປັນມະນຸດ+ດ້ວຍຄວາມຢ້ານຢຳແລະດ້ວຍຄວາມຈິງໃຈຄືກັບທີ່ເຊື່ອຟັງພະຄລິດ. 6 ບໍ່ແມ່ນແຕ່ເຊື່ອຟັງຕໍ່ໜ້າເພື່ອເອົາໃຈລາວເທົ່ານັ້ນ+ ແຕ່ໃຫ້ເຊື່ອຟັງຄືກັບທາດຂອງພະຄລິດເຊິ່ງເຮັດສິ່ງທີ່ພະເຈົ້າຕ້ອງການຈົນສຸດຊີວິດ.+ 7 ໃຫ້ເຮັດວຽກແບບທາດດ້ວຍຄວາມເຕັມໃຈຄືກັບເຮັດໃຫ້ພະເຢໂຫວາ*+ ບໍ່ແມ່ນເຮັດໃຫ້ມະນຸດ. 8 ພວກເຈົ້າກໍຮູ້ວ່າຖ້າຜູ້ໃດເຮັດສິ່ງທີ່ດີ ພະເຢໂຫວາ*ກໍຈະໃຫ້ລາງວັນລາວສຳລັບຄວາມດີນັ້ນ.+ ບໍ່ວ່າລາວຈະເປັນທາດຫຼືມີອິດສະຫຼະ. 9 ພວກເຈົ້າທີ່ເປັນນາຍ ໃຫ້ປະຕິບັດຕໍ່ທາດໃນແບບດຽວກັນ. ຢ່າຂົ່ມຂູ່ເຂົາເຈົ້າ ຍ້ອນພວກເຈົ້າຮູ້ວ່າທັງເຂົາເຈົ້າແລະພວກເຈົ້າມີນາຍຜູ້ດຽວກັນໃນສະຫວັນ+ ແລະເພິ່ນບໍ່ເຄີຍລຳອຽງເລີຍ.
10 ສຸດທ້າຍນີ້ ຂໍໃຫ້ຜູ້ເປັນນາຍໃຫ້ກຳລັງພວກເຈົ້າດ້ວຍລິດເດດທີ່ຍິ່ງໃຫຍ່ຂອງເພິ່ນ.+ 11 ພວກເຈົ້າຕ້ອງໃສ່ຊຸດຮົບທີ່ຄົບຊຸດ+ຈາກພະເຈົ້າເພື່ອຈະຢືນຢັດຕໍ່ສູ້ກັບກົນອຸບາຍ*ຂອງມານຮ້າຍໄດ້. 12 ຍ້ອນພວກເຮົາບໍ່ໄດ້ຕໍ່ສູ້ກັບມະນຸດ*+ ແຕ່ຕໍ່ສູ້ກັບການປົກຄອງ ຜູ້ມີອຳນາດ ຜູ້ປົກຄອງໂລກທີ່ມືດ ແລະຕໍ່ສູ້ກັບກອງທັບປີສາດຊົ່ວ+ໃນສະຫວັນ. 13 ນີ້ເປັນເຫດຜົນທີ່ພວກເຈົ້າຕ້ອງໃສ່ຊຸດຮົບທີ່ຄົບຊຸດຈາກພະເຈົ້າ+ເພື່ອຈະຕ້ານທານໄດ້ເມື່ອເຈິການໂຈມຕີຈາກໂຕຊົ່ວຮ້າຍ. ເມື່ອກຽມທຸກຢ່າງພ້ອມແລ້ວ ພວກເຈົ້າກໍຈະຢືນຢັດຢູ່ໄດ້.
14 ດັ່ງນັ້ນ ໃຫ້ຢືນຢັດໃນການຕໍ່ສູ້ນີ້. ໃຫ້ເອົາຄວາມຈິງໃສ່ເປັນສາຍແອວ+ ເອົາຄວາມຖືກຕ້ອງໃສ່ເປັນເສື້ອເກາະປ້ອງກັນເອິກ+ 15 ເອົາຄວາມພ້ອມທີ່ຈະປະກາດຂ່າວດີເລື່ອງສັນຕິສຸກມາໃສ່ເປັນເກີບ.+ 16 ນອກຈາກນັ້ນ ໃຫ້ເອົາຄວາມເຊື່ອເປັນໂລ້ໃຫຍ່+ເພື່ອຈະມອດລູກທະນູໄຟທຸກດອກຂອງໂຕຊົ່ວຮ້າຍໄດ້.+ 17 ໃຫ້ເອົາຄວາມລອດມາໃສ່ເປັນໝວກເກາະ+ ແລະຖືດາບຂອງພະລັງບໍລິສຸດເຊິ່ງແມ່ນຖ້ອຍຄຳຂອງພະເຈົ້າ.+ 18 ໃນເວລາດຽວກັນ ໃຫ້ອະທິດຖານຕໍ່ໆໄປໃນທຸກໂອກາດ+ໂດຍການຊີ້ນຳຈາກພະລັງຂອງພະເຈົ້າ+ ໂດຍການອະທິດຖານແລະການອ້ອນວອນທຸກຮູບແບບ. ໃຫ້ຕື່ນໂຕສະເໝີແລະອ້ອນວອນເພື່ອຜູ້ບໍລິສຸດທຸກຄົນຕໍ່ໆໄປ. 19 ຂໍໃຫ້ອະທິດຖານເພື່ອຂ້ອຍນຳ ຂ້ອຍຈຶ່ງຈະໄດ້ເວົ້າດ້ວຍຄວາມກ້າຫານເມື່ອປະກາດຄວາມລັບສັກສິດກ່ຽວກັບຂ່າວດີ.+ 20 ຂ້ອຍເປັນທູດ+ເພື່ອປະກາດຂ່າວດີນັ້ນ ແຕ່ຖືກລ່າມໂສ້ໄວ້. ຂໍໃຫ້ພວກເຈົ້າອະທິດຖານເພື່ອຂ້ອຍ ຂ້ອຍຈຶ່ງຈະເວົ້າດ້ວຍຄວາມກ້າຫານແບບທີ່ຄວນຈະເວົ້າ.
21 ຕີຂີໂກ+ເຊິ່ງເປັນພີ່ນ້ອງທີ່ຮັກແລະເປັນຜູ້ຮັບໃຊ້ທີ່ສັດຊື່ຂອງຜູ້ເປັນນາຍຈະເລົ່າເລື່ອງທັງໝົດຂອງຂ້ອຍໃຫ້ທຸກຄົນຟັງ ພວກເຈົ້າຈະໄດ້ຮູ້ວ່າຂ້ອຍເປັນແນວໃດແດ່.+ 22 ຂ້ອຍສົ່ງລາວໄປຫາພວກເຈົ້າກໍເພື່ອໃຫ້ພວກເຈົ້າຮູ້ເລື່ອງຂອງພວກເຮົາແລະເພື່ອລາວຈະໄດ້ໃຫ້ກຳລັງໃຈພວກເຈົ້ານຳ.
23 ຂໍໃຫ້ພະເຈົ້າຜູ້ເປັນພໍ່ກັບພະເຢຊູຄລິດຜູ້ເປັນນາຍຊ່ວຍພີ່ນ້ອງໃຫ້ມີສັນຕິສຸກ ຄວາມຮັກ ແລະຄວາມເຊື່ອ. 24 ຂໍໃຫ້ຄວາມກະລຸນາທີ່ຍິ່ງໃຫຍ່ຢູ່ກັບທຸກຄົນທີ່ຮັກພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາ. ຂໍໃຫ້ຄວາມຮັກນັ້ນຢູ່ຕະຫຼອດໄປ.