ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງເທຊະໂລນິກ
4 ສຸດທ້າຍນີ້ ພີ່ນ້ອງເອີ້ຍ ພວກເຮົາສອນພວກເຈົ້າແລ້ວວ່າຄວນໃຊ້ຊີວິດແນວໃດເພື່ອໃຫ້ພະເຈົ້າພໍໃຈ+ ເຊິ່ງພວກເຈົ້າກໍເຮັດຢູ່ແລ້ວ. ພວກເຮົາຈຶ່ງຂໍຮ້ອງພວກເຈົ້າໃນນາມຂອງພະເຢຊູຜູ້ເປັນນາຍວ່າໃຫ້ພວກເຈົ້າເຮັດແບບນັ້ນໃຫ້ຫຼາຍຂຶ້ນ. 2 ພວກເຈົ້າຮູ້ແລ້ວວ່າພວກເຮົາສັ່ງຫຍັງໄວ້ແດ່ໃນນາມຂອງພະເຢຊູຜູ້ເປັນນາຍ.
3 ພະເຈົ້າຢາກໃຫ້ພວກເຈົ້າເປັນຄົນບໍລິສຸດ*+ແລະງົດເວັ້ນຈາກການເຮັດຜິດສິນລະທຳທາງເພດ.*+ 4 ໃຫ້ພວກເຈົ້າທຸກຄົນຮູ້ຈັກຄວບຄຸມຮ່າງກາຍຂອງໂຕເອງ+ໃຫ້ບໍລິສຸດ+ແລະມີກຽດ. 5 ຢ່າເຮັດຄືຄົນຕ່າງຊາດທີ່ບໍ່ຮູ້ຈັກພະເຈົ້າ+ເຊິ່ງຫຼົງໄຫຼມົວເມົາໄປກັບຕັນຫາໂດຍບໍ່ຄວບຄຸມໂຕເອງ.+ 6 ຢ່າໃຫ້ຜູ້ໃດເຮັດສິ່ງທີ່ບໍ່ເໝາະສົມແລະທຳຮ້າຍພີ່ນ້ອງໃນເລື່ອງນີ້ ຍ້ອນພະເຢໂຫວາ*ຈະລົງໂທດຄົນທີ່ເຮັດສິ່ງເຫຼົ່ານີ້ແນ່ນອນ ຄືກັບທີ່ພວກເຮົາບອກແລະເຕືອນພວກເຈົ້າໄວ້ຢ່າງໜັກແໜ້ນແລ້ວ. 7 ພະເຈົ້າບໍ່ໄດ້ເລືອກພວກເຮົາໃຫ້ມາເຮັດສິ່ງທີ່ບໍ່ສະອາດ ແຕ່ເລືອກໃຫ້ມາເປັນຄົນບໍລິສຸດ.*+ 8 ດັ່ງນັ້ນ ຄົນທີ່ບໍ່ໄດ້ເຮັດຕາມຄຳສອນນີ້ບໍ່ໄດ້ປະຕິເສດມະນຸດ ແຕ່ປະຕິເສດພະເຈົ້າ+ຜູ້ທີ່ເອົາພະລັງບໍລິສຸດໃຫ້ພວກເຈົ້າ.+
9 ສ່ວນເລື່ອງການຮັກພີ່ນ້ອງ+ ພວກເຮົາບໍ່ຕ້ອງຂຽນບອກພວກເຈົ້າ ຍ້ອນພະເຈົ້າສອນພວກເຈົ້າໃຫ້ຮັກກັນຢູ່ແລ້ວ.+ 10 ພວກເຈົ້າກໍກຳລັງເຮັດແບບນັ້ນກັບພີ່ນ້ອງທົ່ວແຂວງມາເກໂດເນຍ. ແຕ່ພີ່ນ້ອງເອີ້ຍ ພວກເຮົາຂໍສະໜັບສະໜູນພວກເຈົ້າໃຫ້ເຮັດແບບນັ້ນຫຼາຍຂຶ້ນເລື້ອຍໆ. 11 ໃຫ້ພວກເຈົ້າຕັ້ງໃຈໃຊ້ຊີວິດແບບສະຫງົບ+ ຢ່າໄປຫຍຸ້ງກັບເລື່ອງຂອງຄົນອື່ນ+ ແລະໃຫ້ຊອກເຮັດວຽກ+ຄືກັບທີ່ພວກເຮົາສັ່ງໄວ້ແລ້ວ. 12 ເມື່ອພວກເຈົ້າໃຊ້ຊີວິດແບບນີ້ ຄົນທາງນອກກໍຈະຍອມຮັບນັບຖື+ ແລະພວກເຈົ້າຈະບໍ່ຂາດເຂີນຫຍັງເລີຍ.
13 ພີ່ນ້ອງເອີ້ຍ ພວກເຮົາຢາກໃຫ້ພວກເຈົ້າເຂົ້າໃຈກ່ຽວກັບຄົນທີ່ຕາຍໄປແລ້ວ+ ເພື່ອພວກເຈົ້າຈະບໍ່ໂສກເສົ້າຄືຄົນທີ່ບໍ່ມີຄວາມຫວັງ.+ 14 ຖ້າພວກເຮົາເຊື່ອວ່າພະເຢຊູຕາຍແລະຟື້ນຄືນມາອີກ+ ພວກເຮົາກໍເຊື່ອໄດ້ຄືກັນວ່າພະເຈົ້າຈະປຸກຄົນທີ່ຕາຍໃນແນວທາງຂອງພະເຢຊູແລະໃຫ້ເຂົາເຈົ້າຢູ່ກັບເພິ່ນ.*+ 15 ພວກເຮົາຂໍບອກພວກເຈົ້າຕາມທີ່ພະເຢໂຫວາ*ບອກໄວ້ວ່າ ພວກເຮົາທີ່ຍັງມີຊີວິດຢູ່ໃນໄລຍະທີ່ຜູ້ເປັນນາຍກັບມາ*ຈະບໍ່ຖືກຮັບໄປກ່ອນຄົນທີ່ຕາຍໄປແລ້ວ. 16 ຜູ້ເປັນນາຍຈະລົງມາຈາກສະຫວັນ. ເພິ່ນຈະຖືແກຂອງພະເຈົ້າແລະອອກຄຳສັ່ງດ້ວຍສຽງຂອງຫົວໜ້າທູດສະຫວັນ+ ແລ້ວພວກລູກສິດຂອງພະຄລິດທີ່ຕາຍໄປແລ້ວຈະຖືກປຸກໃຫ້ຄືນມາຈາກຕາຍກ່ອນ.+ 17 ຈາກນັ້ນ ພວກເຮົາທີ່ຍັງມີຊີວິດຢູ່ຈະຖືກພາຂຶ້ນໄປໃນຂີ້ເຝື້ອ+ແລະໄປຢູ່ກັບຄົນເຫຼົ່ານັ້ນ ເພື່ອຈະໄປຫາຜູ້ເປັນນາຍ+ຢູ່ເທິງຟ້າ. ພວກເຮົາຈະໄດ້ຢູ່ກັບຜູ້ເປັນນາຍຕະຫຼອດໄປ.+ 18 ດັ່ງນັ້ນ ຂໍໃຫ້ພວກເຈົ້າເວົ້າເລື່ອງນີ້ເພື່ອໃຫ້ກຳລັງໃຈກັນສະເໝີ.