ເພງສັນລະເສີນ
111 ໃຫ້ສັນລະເສີນພະເຢໂຫວາ.*+
א [ອາເລບ]*
ג [ກີເມວ]
ה [ເຮ]
3 ສິ່ງທີ່ເພິ່ນເຮັດໜ້າປະທັບໃຈແລະບໍ່ທຳມະດາ
ו [ວາວ]
ແລະຄວາມຍຸຕິທຳຂອງເພິ່ນກໍມີຢູ່ຕະຫຼອດໄປ.+
ז [ຊາຢິນ]
4 ຜົນງານຂອງເພິ່ນດີຫຼາຍຈົນບໍ່ມີໃຜລືມໄດ້.+
ח [ເຮດ]
ພະເຢໂຫວາໃຈດີ*ແລະມີຄວາມເມດຕາ.+
ט [ເທດ]
5 ເພິ່ນໃຫ້ອາຫານກັບຄົນທີ່ນັບຖື*ເພິ່ນ.+
י [ໂຢດ]
ເພິ່ນຈື່ຄຳສັນຍາຂອງເພິ່ນສະເໝີ.+
כ [ຄາບ]
6 ເພິ່ນເປີດເຜີຍສິ່ງທີ່ເພິ່ນເຮັດໃຫ້ປະຊາຊົນຂອງເພິ່ນຮູ້
ל [ລາເມດ]
ໂດຍເອົາມໍລະດົກຂອງຊາດຕ່າງໆໃຫ້ເຂົາເຈົ້າ.+
מ [ເມັມ]
ס [ຊາເມກ]
8 ຄຳສັ່ງເຫຼົ່ານັ້ນເຊື່ອຖືໄດ້ທັງໃນຕອນນີ້ແລະຕະຫຼອດໄປ.
ע [ອາຢິນ]
ເພິ່ນອອກຄຳສັ່ງເຫຼົ່ານັ້ນຍ້ອນເພິ່ນສັດຊື່ແລະຍຸຕິທຳ.+
פ [ເພ]
9 ເພິ່ນໄຖ່ປະຊາຊົນຂອງເພິ່ນ.+
צ [ຊາເດ]
ເພິ່ນເຮັດຄຳສັນຍາທີ່ຈະຄົງຢູ່ຕະຫຼອດໄປ.
ק [ໂຄບ]
ຊື່ຂອງເພິ່ນບໍລິສຸດແລະເຮັດໃຫ້ຄົນຢ້ານແລະນັບຖື.+
ר [ເຣດ]
10 ຄວາມຢ້ານຢຳພະເຢໂຫວາເປັນຈຸດເລີ່ມຕົ້ນຂອງສະຕິປັນຍາ.+
ש [ຊິນ]
ຄົນທີ່ເຊື່ອຟັງຄຳສັ່ງຂອງເພິ່ນກໍເປັນຄົນທີ່ມີຄວາມເຂົ້າໃຈ.+
ת [ເທົາ]
ເພິ່ນຈະໄດ້ຮັບການສັນລະເສີນຕະຫຼອດໄປ.