ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 34
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມປະຖົມມະການ

      • ດີນາ​ຖືກ​ຂົ່ມຂືນ (1-12)

      • ພວກ​ລູກ​ຊາຍ​ຂອງ​ຢາໂຄບ​ວາງ​ແຜນ​ລໍ້​ເຊເຄັມ (13-31)

ປະຖົມມະການ 34:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 30:19, 21; 46:15
  • +ປຖກ 26:34, 35; 27:46

ປະຖົມມະການ 34:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 7:1; 1ຂຄ 1:13-15

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຮັກຂອງພະເຈົ້າ” ໜ້າ 102-103

ປະຖົມມະການ 34:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 33:18, 19

ປະຖົມມະການ 34:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 13:22
  • +ຮຣ 13:4

ປະຖົມມະການ 34:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 24:2, 3

ປະຖົມມະການ 34:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 24:53; ຮຊອ 3:2

ປະຖົມມະການ 34:14

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຄົນ​ທີ່​ມີ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:9, 12

ປະຖົມມະການ 34:15

ໄຂເງື່ອນ

  • *

    ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:10

ປະຖົມມະການ 34:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 33:18, 19
  • +ປຖກ 34:2

ປະຖົມມະການ 34:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 34:15

ປະຖົມມະການ 34:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຄຢ 8:16

ປະຖົມມະການ 34:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 34:8, 9

ປະຖົມມະການ 34:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:11

ປະຖົມມະການ 34:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 46:15
  • +ປຖກ 49:5-7

ປະຖົມມະການ 34:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 34:2

ປະຖົມມະການ 34:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 49:5

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຖກ. 34:1ປຖກ 30:19, 21; 46:15
ປຖກ. 34:1ປຖກ 26:34, 35; 27:46
ປຖກ. 34:2ພບຍ 7:1; 1ຂຄ 1:13-15
ປຖກ. 34:4ປຖກ 33:18, 19
ປຖກ. 34:72ຊມ 13:22
ປຖກ. 34:7ຮຣ 13:4
ປຖກ. 34:9ປຖກ 24:2, 3
ປຖກ. 34:12ປຖກ 24:53; ຮຊອ 3:2
ປຖກ. 34:14ປຖກ 17:9, 12
ປຖກ. 34:15ປຖກ 17:10
ປຖກ. 34:18ປຖກ 33:18, 19
ປຖກ. 34:18ປຖກ 34:2
ປຖກ. 34:19ປຖກ 34:15
ປຖກ. 34:20ຊຄຢ 8:16
ປຖກ. 34:21ປຖກ 34:8, 9
ປຖກ. 34:22ປຖກ 17:11
ປຖກ. 34:25ປຖກ 46:15
ປຖກ. 34:25ປຖກ 49:5-7
ປຖກ. 34:27ປຖກ 34:2
ປຖກ. 34:30ປຖກ 49:5
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
ຄຳພີໄບເບິນສະບັບແປໂລກໃໝ່
ປະຖົມມະການ 34:1-31

ປະຖົມມະການ

34 ດີນາ​ລູກ​ສາວ​ຂອງ​ຢາໂຄບ​ທີ່​ເກີດ​ຈາກ​ເລອາ+ມັກ​ທຽວ​ໄປ​ຫຼິ້ນ​ນຳ​ພວກ​ຜູ້​ຍິງ​ໄວ​ລຸ້ນ​ໃນ​ເມືອງ​ນັ້ນ.+ 2 ຢູ່​ເມືອງ​ນັ້ນ​ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ເຊເຄັມ. ພໍ່​ຂອງ​ລາວ​ຊື່​ຮາໂມ. ຮາໂມ​ເປັນ​ຄົນ​ຮີວີ+ແລະ​ເປັນ​ຫົວ​ໜ້າ​ຄົນ​ໜຶ່ງ​ຂອງ​ເມືອງ​ນັ້ນ. ເຊເຄັມ​ເຫັນ​ດີນາ ແລະ​ມີ​ມື້​ໜຶ່ງ​ລາວ​ໄດ້ຈັບດີນາ​ໄປ​ຂົ່ມຂືນ. 3 ເຊເຄັມ​ຄິດ​ຮອດ​ດີນາ​ລູກ​ສາວ​ຂອງ​ຢາໂຄບ​ຕະຫຼອດ. ລາວ​ຮັກ​ດີນາ​ຫຼາຍ​ແລະ​ພະຍາຍາມ​ເວົ້າ​ເອົາ​ໃຈ​ດີນາ. 4 ເຊເຄັມ​ບອກ​ຮາໂມ+​ພໍ່​ຂອງ​ລາວ​ວ່າ: “ໄປ​ຂໍ​ຜູ້​ຍິງ​ຄົນ​ນີ້​ໃຫ້​ມາ​ເປັນ​ເມຍ​ຂອງ​ລູກ​ແດ່.”

5 ຕອນ​ທີ່​ຢາໂຄບ​ຮູ້​ວ່າ​ດີນາ​ຖືກ​ຂົ່ມຂືນ ພວກ​ລູກ​ຊາຍ​ຂອງ​ລາວ​ກຳລັງ​ລ້ຽງ​ສັດ​ຢູ່​ທົ່ງ​ນາ ຢາໂຄບ​ກໍ​ເລີຍ​ບໍ່​ໄດ້​ບອກ​ໃຜ​ຈົນ​ພວກ​ລູກ​ຊາຍ​ກັບ​ມາ. 6 ຕໍ່ມາ ຮາໂມ​ພໍ່​ຂອງ​ເຊເຄັມ​ກໍ​ອອກ​ໄປ​ເວົ້າ​ກັບ​ຢາໂຄບ. 7 ເມື່ອ​ພວກ​ລູກ​ຊາຍ​ຂອງ​ຢາໂຄບ​ຮູ້​ເລື່ອງ​ທີ່​ເກີດຂຶ້ນ​ກໍ​ຟ້າວ​ກັບ​ມາ​ເຮືອນ​ທັນທີ. ເຂົາ​ເຈົ້າ​ຄຽດ​ແຄ້ນ​ແລະ​ໃຈ​ຮ້າຍ​ຫຼາຍ ຍ້ອນ​ເຊເຄັມ​ຂົ່ມຂືນ​ດີນາ ເຮັດ​ໃຫ້​ອິດສະຣາເອນ​ອັບອາຍ.+ ການ​ເຮັດ​ແນວ​ນີ້​ເປັນ​ເລື່ອງ​ທີ່​ຊົ່ວ​ຫຼາຍ.+

8 ຮາໂມ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ເຊເຄັມ​ລູກ​ຊາຍ​ຂອງ​ຂ້ອຍ​ຮັກ​ລູກ​ສາວ​ຂອງ​ເຈົ້າ​ຫຼາຍ. ຂ້ອຍ​ຢາກ​ຂໍ​ລູກ​ສາວ​ເຈົ້າ​ມາ​ເປັນ​ລູກ​ໃພ້​ຂ້ອຍ​ໄດ້​ບໍ່? 9 ໃຫ້​ຄອບຄົວ​ພວກ​ເຮົາ​ມາ​ເປັນ​ດອງ​ກັນ. ໃຫ້​ພວກ​ເຈົ້າ​ຍົກ​ລູກ​ສາວ​ໃຫ້​ພວກ​ເຮົາ ແລະ​ພວກ​ເຮົາ​ກໍ​ຈະ​ຍົກ​ລູກ​ສາວ​ໃຫ້​ພວກ​ເຈົ້າ.+ 10 ພວກ​ເຈົ້າ​ມາ​ຢູ່​ນຳ​ພວກ​ເຮົາ​ກໍ​ໄດ້ ແລະ​ຢາກ​ເຮັດ​ຫຍັງ​ໃນແຜ່ນດິນ​ພວກ​ເຮົາ​ກໍ​ເຮັດ​ໂລດ. ພວກ​ເຈົ້າ​ຢາກ​ມາ​ຄ້າ​ຂາຍ​ຢູ່​ນີ້​ຫຼື​ຈະ​ຍ້າຍ​ມາ​ຢູ່​ເລີຍ​ກໍ​ໄດ້.” 11 ແລ້ວ​ເຊເຄັມ​ກໍ​ເວົ້າ​ກັບ​ຢາໂຄບ​ແລະ​ພວກ​ອ້າຍ​ຂອງ​ດີນາ​ວ່າ: “ຖ້າພວກ​ເຈົ້າ​ໃຫ້​ຕາມ​ທີ່​ຂ້ອຍ​ຂໍ ພວກ​ເຈົ້າ​ຢາກ​ໄດ້​ຫຍັງ ຂ້ອຍ​ກໍ​ຊິ​ໃຫ້. 12 ພວກ​ເຈົ້າ​ຢາກ​ໄດ້​ຄ່າ​ດອງ​ແລະ​ຂອງຂວັນ​ເທົ່າ​ໃດ​ກໍ​ໄດ້.+ ຂ້ອຍ​ເຕັມ​ໃຈ​ໃຫ້​ທຸກ​ຢ່າງ​ຕາມ​ທີ່​ພວກ​ເຈົ້າ​ຕ້ອງການ ຂໍ​ພຽງ​ແຕ່​ໃຫ້​ຂ້ອຍ​ໄດ້​ແຕ່ງ​ດອງ​ກັບ​ດີນາ.”

13 ລູກ​ຊາຍ​ຂອງ​ຢາໂຄບ​ຄິດ​ຊິ​ລໍ້​ເຊເຄັມ​ກັບ​ຮາໂມ ເພາະ​ເຊເຄັມ​ເຮັດ​ໃຫ້​ດີນາ​ເສຍ​ຄວາມ​ບໍລິສຸດ​ແລ້ວ. 14 ເຂົາ​ເຈົ້າ​ບອກ​ວ່າ: “ພວກ​ເຮົາ​ເອົາ​ນ້ອງ​ສາວ​ໃຫ້​ຄົນ​ທີ່​ຍັງ​ບໍ່​ຮັບ​ສິນຕັດ*+ບໍ່​ໄດ້​ດອກ. ຖ້າ​ເຮັດ​ແນວ​ນັ້ນ ພວກ​ເຮົາ​ກໍ​ຈະ​ອັບອາຍ. 15 ພວກ​ເຮົາ​ຈະ​ຍອມ​ໃຫ້​ຕາມ​ທີ່​ພວກ​ເຈົ້າ​ຂໍ ຖ້າ​ຜູ້​ຊາຍ​ທຸກ​ຄົນ​ຂອງ​ພວກ​ເຈົ້າ​ຮັບ​ສິນຕັດ*ຄື​ກັບ​ພວກ​ເຮົາ.+ 16 ພວກ​ເຮົາ​ຈະ​ຍົກ​ລູກ​ສາວ​ໃຫ້​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ກໍ​ຈະ​ຍົກ​ລູກ​ສາວ​ໃຫ້​ພວກ​ເຮົາ. ພວກ​ເຮົາ​ຊິ​ຢູ່​ນຳ​ພວກ​ເຈົ້າ​ແລະ​ຊິ​ເປັນ​ພວກ​ດຽວ​ກັນ. 17 ຖ້າ​ພວກ​ເຈົ້າ​ບໍ່​ເຮັດ​ຕາມ​ແລະ​ບໍ່​ຮັບ​ສິນຕັດ ພວກ​ເຮົາ​ກໍ​ຈະ​ພາ​ນ້ອງ​ສາວ​ຂອງ​ພວກ​ເຮົາ​ໄປ.”

18 ຮາໂມ+​ແລະ​ເຊເຄັມ+​ກໍ​ເຫັນ​ດີ​ກັບ​ຂໍ້​ສະເໜີ​ນັ້ນ. 19 ເຊເຄັມ​ຟ້າວ​ເຮັດ​ຕາມ​ທີ່​ເຂົາ​ເຈົ້າ​ຂໍ+ ເພາະ​ວ່າ​ລາວ​ມັກ​ລູກ​ສາວ​ຂອງ​ຢາໂຄບ​ຫຼາຍ. ລາວ​ເປັນ​ຄົນ​ໜຶ່ງ​ທີ່ມີ​ຄົນ​ນັບຖື​ທີ່​ສຸດໃນ​ເຮືອນ​ຂອງ​ພໍ່​ລາວ.

20 ຮາໂມ​ກັບ​ເຊເຄັມ​ກໍ​ເລີຍ​ໄປ​ທີ່​ປະຕູ​ເມືອງ​ແລະ​ເວົ້າ​ກັບ​ຄົນ​ຢູ່​ຫັ້ນ+ວ່າ: 21 “ຄົນ​ພວກ​ນີ້​ຢາກ​ຢູ່​ກັບ​ພວກ​ເຮົາ​ດີ​ໆ​. ໃຫ້​ເຂົາ​ເຈົ້າ​ຢູ່​ແລະ​ຄ້າ​ຂາຍ​ໃນ​ແຜ່ນດິນ​ນີ້ ເພາະ​ແຜ່ນດິນ​ນີ້​ກໍ​ກວ້າງ​ພໍ​ໃຫ້​ເຂົາ​ເຈົ້າ​ມາ​ຢູ່​ນຳ​ໄດ້. ເຂົາ​ເຈົ້າ​ຈະ​ຍົກ​ລູກ​ສາວ​ໃຫ້​ເປັນ​ເມຍ​ຂອງ​ພວກ​ເຮົາ ແລະ​ພວກ​ເຮົາ​ກໍ​ຈະ​ຍົກ​ລູກ​ສາວ​ໃຫ້​ເຂົາ​ເຈົ້າ.+ 22 ແຕ່​ເພື່ອ​ເຂົາ​ເຈົ້າ​ຈະ​ມາ​ຢູ່​ກັບ​ພວກ​ເຮົາ​ແລະ​ເປັນ​ພວກ​ດຽວ​ກັບ​ພວກ​ເຮົາ ຜູ້​ຊາຍ​ທຸກ​ຄົນ​ຂອງ​ພວກ​ເຮົາ​ຕ້ອງ​ຮັບ​ສິນຕັດ​ຄື​ກັບ​ເຂົາ​ເຈົ້າ.+ 23 ຖ້າ​ພວກ​ເຮົາ​ເຮັດ​ຕາມ​ທີ່​ເຂົາ​ເຈົ້າ​ບອກ ເຂົາ​ເຈົ້າ​ກໍ​ຈະ​ຢູ່​ນຳ​ພວກ​ເຮົາ ແລ້ວ​ເຄື່ອງ​ຂອງ ຊັບ​ສົມບັດ ແລະ​ຝູງ​ສັດ​ທັງ​ໝົດ​ຂອງ​ເຂົາ​ເຈົ້າ​ກໍ​ຈະ​ເປັນ​ຂອງ​ພວກ​ເຮົາ.” 24 ທຸກ​ຄົນ​ທີ່​ຢູ່​ແຖວ​ປະຕູ​ເມືອງເຫັນ​ດີ​ກັບ​ຄຳເວົ້າຂອງ​ຮາໂມ​ແລະ​ເຊເຄັມ ແລ້ວ​ຜູ້​ຊາຍ​ທຸກ​ຄົນ​ກໍ​ໄດ້​ຮັບ​ສິນຕັດ.

25 ສາມ​ມື້​ຕໍ່ມາ ຕອນ​ທີ່​ພວກ​ຜູ້​ຊາຍ​ໃນ​ເມືອງ​ນັ້ນ​ຍັງ​ເຈັບ​ບາດ​ຢູ່ ລູກ​ຊາຍ 2 ຄົນ​ຂອງ​ຢາໂຄບ ອ້າຍ​ຂອງ​ດີນາ​ທີ່​ຊື່​ຊີເມໂອນ​ແລະ​ເລວີ+​ໄດ້ຖືດາບເຂົ້າ​ໄປ​ໃນ​ເມືອງໂດຍ​ທີ່​ບໍ່​ມີ​ຜູ້​ໃດ​ສົງໄສ ແລ້ວ​ກໍ​ຂ້າ​ຜູ້​ຊາຍ​ທຸກ​ຄົນ​ໃນ​ເມືອງ​ນັ້ນ.+ 26 ເຂົາ​ເຈົ້າ​ໃຊ້​ດາບ​ຂ້າ​ຮາໂມ​ກັບ​ເຊເຄັມ ແລະ​ພາ​ດີນາ​ອອກ​ຈາກ​ເຮືອນ​ຂອງ​ເຊເຄັມ​ແລ້ວ​ກໍ​ໄປ. 27 ຈາກ​ນັ້ນ ລູກ​ຊາຍ​ຄົນ​ອື່ນ​ໆ​ຂອງ​ຢາໂຄບ​ກໍ​ເຂົ້າ​ໄປ​ປຸ້ນ​ເອົາ​ເຄື່ອງ​ຂອງ​ໃນ​ເມືອງ​ນັ້ນ ຍ້ອນ​ວ່າ​ນ້ອງ​ສາວ​ຂອງ​ເຂົາ​ເຈົ້າ​ຖືກ​ເຮັດ​ໃຫ້​ເສຍ​ກຽດ​ໃນ​ເມືອງ​ນັ້ນ.+ 28 ເຂົາ​ເຈົ້າ​ປຸ້ນ​ເອົາຝູງ​ແກະ ຝູງ​ແບ້ ຝູງ​ງົວ ຝູງ​ລາ ແລະ​ເຄື່ອງ​ຂອງ​ທີ່​ຢູ່​ໃນ​ເມືອງ​ກັບ​ຢູ່​ທົ່ງ​ຫຍ້າ​ໄປ​ນຳ. 29 ເຂົາ​ເຈົ້າ​ຍັງ​ເອົາ​ຊັບ​ສົມບັດ ເອົາ​ລູກ​ເອົາ​ເມຍ​ຂອງ​ຜູ້​ຊາຍ​ໃນ​ເມືອງ​ນັ້ນ ແລະ​ປຸ້ນ​ເອົາ​ທຸກ​ຢ່າງ​ໃນ​ເຮືອນ​ໄປ​ໝົດ.

30 ຢາໂຄບ​ກໍ​ເລີຍ​ເວົ້າ​ກັບ​ຊີເມໂອນ​ແລະ​ເລວີ+ວ່າ: “ພວກ​ເຈົ້າ​ເຮັດ​ໃຫ້​ພໍ່​ເຈິ​ບັນຫາ​ໜັກ​ແລ້ວ. ພວກ​ການາອານ​ແລະ​ພວກ​ເປຣິຊີ​ທີ່​ຢູ່​ແຜ່ນດິນ​ນີ້​ກຽດ​ຊັງ​ພໍ່​ແລ້ວ. ພວກ​ເຮົາ​ມີ​ຄົນ​ແຕ່​ໜ້ອຍ​ດຽວ ຖ້າ​ພວກ​ເຂົາ​ພາ​ກັນ​ມາ​ໂຈມຕີ ພວກ​ເຮົາ​ກັບ​ຄອບຄົວ​ຄື​ຊິ​ຕາຍ​ໝົດ.” 31 ແຕ່​ເຂົາ​ເຈົ້າ​ເວົ້າ​ວ່າ: “ຊິ​ປ່ອຍ​ໃຫ້​ພວກ​ເຂົາ​ເຮັດ​ຄື​ກັບ​ວ່າ​ນ້ອງ​ສາວ​ພວກ​ເຮົາ​ເປັນ​ແມ່ຈ້າງ​ນີ້​ຫວະ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌