ປະຖົມມະການ
35 ຫຼັງຈາກນັ້ນ ພະເຈົ້າເວົ້າກັບຢາໂຄບວ່າ: “ໃຫ້ຂຶ້ນໄປຢູ່ເບເທນ+ ແລ້ວສ້າງແທ່ນບູຊາຢູ່ບ່ອນນັ້ນໃຫ້ພະເຈົ້າທ່ຽງແທ້ ຜູ້ທີ່ເຄີຍມາຫາເຈົ້າຕອນເຈົ້າໜີຈາກເອຊາວອ້າຍຂອງເຈົ້າ.”+
2 ແລ້ວຢາໂຄບກໍບອກຄອບຄົວແລະທຸກຄົນທີ່ຢູ່ນຳລາວວ່າ: “ທຳລາຍຮູບພະຂອງພວກຕ່າງປະເທດທີ່ພວກເຈົ້າມີໃຫ້ໝົດ.+ ເຮັດໃຫ້ໂຕເອງສະອາດແລະປ່ຽນເຄື່ອງນຸ່ງໃໝ່ 3 ແລ້ວໃຫ້ພວກເຮົາຂຶ້ນໄປເບເທນ. ຂ້ອຍຈະສ້າງແທ່ນບູຊາຢູ່ຫັ້ນໃຫ້ພະເຈົ້າທ່ຽງແທ້. ເພິ່ນຟັງຄຳອ້ອນວອນຂ້ອຍໃນຍາມທີ່ຂ້ອຍມີບັນຫາຫຼາຍ ແລະຢູ່ນຳຂ້ອຍບໍ່ວ່າຂ້ອຍຈະໄປຢູ່ໃສ.”+ 4 ເຂົາເຈົ້າຈຶ່ງເອົາຮູບພະຂອງພວກຕ່າງປະເທດທີ່ເຂົາເຈົ້າມີທັງໝົດ ລວມທັງຕຸ້ມຫູ*ທີ່ເຂົາເຈົ້າໃສ່ມາໃຫ້ຢາໂຄບ. ແລ້ວຢາໂຄບກໍເອົາໄປຝັງຢູ່ກ້ອງຕົ້ນໄມ້ໃຫຍ່ທີ່ຢູ່ໃກ້ເມືອງເຊເຄັມ.
5 ຈາກນັ້ນ ເຂົາເຈົ້າກໍອອກເດີນທາງ. ພະເຈົ້າເຮັດໃຫ້ຄົນຢູ່ເມືອງຕ່າງໆທີ່ເຂົາເຈົ້າໄປນັ້ນຢ້ານ ເພື່ອຄົນພວກນັ້ນຈະບໍ່ກ້າໄລ່ຕິດຕາມພວກລູກຊາຍຂອງຢາໂຄບ. 6 ແລ້ວຢາໂຄບກັບທຸກຄົນກໍມາຮອດເມືອງລູເຊ+ ເຊິ່ງມີອີກຊື່ໜຶ່ງວ່າເບເທນ. ເມືອງນີ້ຢູ່ໃນແຜ່ນດິນການາອານ. 7 ລາວສ້າງແທ່ນບູຊາຢູ່ບ່ອນນັ້ນແລະເອີ້ນບ່ອນນັ້ນວ່າເອນເບເທນ* ຍ້ອນພະເຈົ້າທ່ຽງແທ້ໄດ້ມາຫາລາວຢູ່ຫັ້ນຕອນທີ່ລາວໜີຈາກອ້າຍຂອງລາວ.+ 8 ຕໍ່ມາ ເດໂບຣາ+ຜູ້ເບິ່ງແຍງ*ຂອງເຣເບກາກໍຕາຍ ແລ້ວຖືກຝັງໄວ້ຢູ່ກ້ອງຕົ້ນໂອກນອກເມືອງເບເທນ. ຢາໂຄບເອີ້ນຕົ້ນໄມ້ນັ້ນວ່າອັນໂລນບາຄູດ.*
9 ຫຼັງຈາກຢາໂຄບອອກຈາກປາດັນອາລຳ ພະເຈົ້າກໍມາຫາລາວອີກແລະອວຍພອນໃຫ້ລາວ. 10 ພະເຈົ້າບອກລາວວ່າ: “ຊື່ຂອງເຈົ້າແມ່ນຢາໂຄບ+ ແຕ່ຕໍ່ໄປຊິບໍ່ແມ່ນຢາໂຄບ ແຕ່ຊິແມ່ນອິດສະຣາເອນ.” ຫຼັງຈາກນັ້ນ ພະເຈົ້າກໍເອີ້ນລາວວ່າອິດສະຣາເອນ.+ 11 ພະເຈົ້າບອກອີກວ່າ: “ເຮົາແມ່ນພະເຈົ້າຜູ້ມີລິດເດດສູງສຸດ.+ ໃຫ້ເຈົ້າມີລູກມີຫຼານຫຼາຍໆ. ເຈົ້າຈະເປັນພໍ່ຂອງຄົນຫຼາຍຊາດແລະຫຼາຍຊົນຊາດ+ ລູກຫຼານຂອງເຈົ້າບາງຄົນຈະເປັນກະສັດ.+ 12 ແຜ່ນດິນທີ່ເຮົາຈະເອົາໃຫ້ອັບຣາຮາມແລະອີຊາກນັ້ນ ເຮົາຈະເອົາໃຫ້ເຈົ້າແລະລູກຫຼານຂອງເຈົ້ານຳ.”+ 13 ແລ້ວພະເຈົ້າກໍໄປຈາກບ່ອນນັ້ນ ບ່ອນທີ່ເພິ່ນເຄີຍລົມກັບຢາໂຄບ.
14 ແລ້ວຢາໂຄບໄດ້ເອົາຫີນຕັ້ງຂຶ້ນເປັນເສົາໃນບ່ອນທີ່ພະເຈົ້າໄດ້ເວົ້າກັບລາວ ແລະລາວໄດ້ເທເຄື່ອງບູຊາທີ່ເປັນເຫຼົ້າແວງກັບເທນ້ຳມັນລົງເທິງເສົານັ້ນ.+ 15 ຢາໂຄບເອີ້ນບ່ອນທີ່ພະເຈົ້າເວົ້າກັບລາວນັ້ນວ່າເບເທນ.+
16 ແລ້ວເຂົາເຈົ້າກໍອອກຈາກເບເທນ. ຕອນທີ່ຍັງຢູ່ໄກຈາກເອຟະຣາດນັ້ນ ຣາເຄນເລີ່ມເຈັບທ້ອງຊິອອກລູກ. ຕອນລູກຊິອອກນັ້ນ ລາວເຈັບປວດຫຼາຍ. 17 ຕອນທີ່ຣາເຄນເຈັບປວດທໍລະມານຢູ່ນັ້ນ ຜູ້ຍິງທີ່ຊ່ວຍລາວເກີດລູກກໍເວົ້າວ່າ: “ບໍ່ຕ້ອງຢ້ານເດີ້ ເຈົ້າຊິໄດ້ລູກຊາຍອີກຄົນໜຶ່ງ.”+ 18 ຕອນທີ່ຣາເຄນໃກ້ຊິໝົດລົມຫາຍໃຈ (ແລະກຳລັງຈະຕາຍ) ລາວຕັ້ງຊື່ໃຫ້ລູກວ່າເບັນໂອນີ* ແຕ່ຢາໂຄບຕັ້ງຊື່ໃຫ້ວ່າເບັນຢາມິນ.*+ 19 ຣາເຄນຕາຍແລະສົບຂອງລາວຖືກຝັງໄວ້ຢູ່ລະຫວ່າງທາງໄປເອຟະຣາດ ເຊິ່ງມີອີກຊື່ໜຶ່ງວ່າເບັດເລເຮັມ.+ 20 ຢາໂຄບເອົາຫີນກ້ອນໜຶ່ງມາຕັ້ງໄວ້ເພື່ອໝາຍບ່ອນຝັງສົບຂອງຣາເຄນ ແລະຫີນກ້ອນນັ້ນຍັງຢູ່ຈົນຮອດທຸກມື້ນີ້.
21 ຈາກນັ້ນ ອິດສະຣາເອນກໍເດີນທາງຕໍ່ໄປແລະໄດ້ຕັ້ງເຕັ້ນພັກຢູ່ບ່ອນໜຶ່ງກາຍຫໍຄອຍເອເດໄປ. 22 ໃນໄລຍະທີ່ອິດສະຣາເອນຢູ່ໃນແຜ່ນດິນນັ້ນ ຣູເບັນໄດ້ໄປນອນນຳບິນຮາເມຍຄົນໜຶ່ງຂອງພໍ່ ແລ້ວພໍ່ກໍຮູ້ເລື່ອງນັ້ນ.+
ຢາໂຄບມີລູກຊາຍ 12 ຄົນ. 23 ລູກຊາຍຂອງຢາໂຄບທີ່ເກີດຈາກເລອາມີຄື ລູກກົກແມ່ນຣູເບັນ+ ຕໍ່ມາແມ່ນຊີເມໂອນ ເລວີ ຢູດາ ອິດຊາຄາ ແລະເຊບູລູນ. 24 ລູກຊາຍທີ່ເກີດຈາກຣາເຄນມີຄື ໂຢເຊັບແລະເບັນຢາມິນ. 25 ລູກຊາຍທີ່ເກີດຈາກບິນຮາສາວໃຊ້ຂອງຣາເຄນມີຄື ດານແລະນັບທາລີ. 26 ລູກຊາຍທີ່ເກີດຈາກຊີລະປາສາວໃຊ້ຂອງເລອາມີຄື ຄາດແລະອາເຊ. ຄົນເຫຼົ່ານີ້ແມ່ນລູກຊາຍຂອງຢາໂຄບທີ່ເກີດຢູ່ປາດັນອາລຳ.
27 ແລ້ວຢາໂຄບກໍມາຮອດມາມເຣ ເຊິ່ງເປັນບ່ອນທີ່ອີຊາກພໍ່ຂອງລາວເຄີຍຢູ່.+ ມາມເຣຢູ່ໃກ້ເມືອງກີຣິອາດອາຣະບາທີ່ມີອີກຊື່ໜຶ່ງວ່າເຮັບໂຣນ. ເຮັບໂຣນເປັນບ່ອນທີ່ອັບຣາຮາມແລະອີຊາກເຄີຍອາໄສຢູ່ຄືຄົນຕ່າງຊາດ.+ 28 ອີຊາກມີອາຍຸໄດ້ 180 ປີ.+ 29 ລາວມີຊີວິດຍືນຍາວແລະມີຄວາມສຸກ ແລ້ວອີຊາກກໍຕາຍແລະໄປຢູ່ນຳປູ່ຍ່າຕານາຍ.* ເອຊາວກັບຢາໂຄບກໍຝັງສົບຂອງພໍ່.+