ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 45
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມປະຖົມມະການ

      • ໂຢເຊັບ​ບອກ​ວ່າ​ໂຕ​ເອງ​ເປັນ​ໃຜ (1-15)

      • ພວກ​ອ້າຍ​ກັບ​ເມືອ​ຮັບ​ຢາໂຄບ (16-28)

ປະຖົມມະການ 45:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 43:30
  • +ກຈກ 7:13

ປະຖົມມະການ 45:2

ໄຂເງື່ອນ

  • *

    ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ

ປະຖົມມະການ 45:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 37:28; ກຈກ 7:9

ປະຖົມມະການ 45:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 47:23, 25; 50:20; ພສ 105:17

ປະຖົມມະການ 45:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 41:30; 47:18

ປະຖົມມະການ 45:7

ໄຂເງື່ອນ

  • *

    ຫຼື “ເພື່ອ​ຄົນ​ໃນ​ຄອບຄົວ​ຂອງ​ພວກ​ອ້າຍ​ຈະ​ເຫຼືອ​ຢູ່​ໃນ​ໂລກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 46:26

ປະຖົມມະການ 45:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 105:21; ກຈກ 7:9, 10

ປະຖົມມະການ 45:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 45:26
  • +ກຈກ 7:14

ປະຖົມມະການ 45:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 46:33, 34; 47:1; ອພຍ 8:22; 9:26

ປະຖົມມະການ 45:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 47:12

ປະຖົມມະການ 45:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 42:23

ປະຖົມມະການ 45:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 46:29

ປະຖົມມະການ 45:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 47:6

ປະຖົມມະການ 45:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 41:39, 40
  • +ປຖກ 45:27; 46:5
  • +ປຖກ 47:9

ປະຖົມມະການ 45:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 46:6

ປະຖົມມະການ 45:22

ໄຂເງື່ອນ

  • *

    3,42 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 43:34

ປະຖົມມະການ 45:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 42:21, 22

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    6/2017, ໜ້າ 28-29

ປະຖົມມະການ 45:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 105:21
  • +ປຖກ 42:38; 44:27, 28

ປະຖົມມະການ 45:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 46:30

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຖກ. 45:1ປຖກ 43:30
ປຖກ. 45:1ກຈກ 7:13
ປຖກ. 45:4ປຖກ 37:28; ກຈກ 7:9
ປຖກ. 45:5ປຖກ 47:23, 25; 50:20; ພສ 105:17
ປຖກ. 45:6ປຖກ 41:30; 47:18
ປຖກ. 45:7ປຖກ 46:26
ປຖກ. 45:8ພສ 105:21; ກຈກ 7:9, 10
ປຖກ. 45:9ປຖກ 45:26
ປຖກ. 45:9ກຈກ 7:14
ປຖກ. 45:10ປຖກ 46:33, 34; 47:1; ອພຍ 8:22; 9:26
ປຖກ. 45:11ປຖກ 47:12
ປຖກ. 45:12ປຖກ 42:23
ປຖກ. 45:14ປຖກ 46:29
ປຖກ. 45:18ປຖກ 47:6
ປຖກ. 45:19ປຖກ 41:39, 40
ປຖກ. 45:19ປຖກ 45:27; 46:5
ປຖກ. 45:19ປຖກ 47:9
ປຖກ. 45:20ປຖກ 46:6
ປຖກ. 45:22ປຖກ 43:34
ປຖກ. 45:24ປຖກ 42:21, 22
ປຖກ. 45:26ພສ 105:21
ປຖກ. 45:26ປຖກ 42:38; 44:27, 28
ປຖກ. 45:28ປຖກ 46:30
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
ຄຳພີໄບເບິນສະບັບແປໂລກໃໝ່
ປະຖົມມະການ 45:1-28

ປະຖົມມະການ

45 ໂຢເຊັບ​ອົດ​ກັ້ນ​ຄວາມ​ຮູ້ສຶກ​ຕໍ່​ໜ້າ​ຄົນ​ຮັບໃຊ້​ທຸກ​ຄົນບໍ່​ໄຫວ+ ລາວ​ກໍ​ເລີຍ​ສັ່ງ​ໃຫ້​ທຸກ​ຄົນ​ອອກ​ໄປ. ຕອນ​ທີ່​ເຫຼືອ​ແຕ່​ລາວ​ກັບ​ພວກ​ອ້າຍ​ນ້ອງ ລາວ​ກໍ​ບອກ​ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ​ລາວ​ແມ່ນ​ໃຜ.+

2 ໂຢເຊັບ​ຮ້ອງໄຫ້​ບັກ​ດັງ​ໆ​ຈົນ​ພວກ​ເອຢິບ​ໄດ້​ຍິນ​ແລະ​ມີ​ຄົນ​ເວົ້າ​ຕໍ່​ກັນ​ໄປ​ຮອດ​ວັງ​ຂອງ​ຟາໂຣ.* 3 ສຸດ​ທ້າຍ ໂຢເຊັບ​ບອກ​ພວກ​ອ້າຍ​ນ້ອງ​ວ່າ: “ຂ້ອຍ​ແມ່ນ​ໂຢເຊັບ. ພໍ່​ຍັງ​ມີ​ຊີວິດ​ຢູ່​ບໍ?” ແຕ່​ພວກ​ອ້າຍ​ນ້ອງ​ເວົ້າ​ຫຍັງ​ບໍ່​ອອກ ເພາະ​ບໍ່​ຢາກ​ເຊື່ອ​ເລີຍ​ວ່າ​ນີ້​ແມ່ນ​ໂຢເຊັບ. 4 ໂຢເຊັບ​ເລີຍ​ບອກ​ພວກ​ອ້າຍ​ນ້ອງ​ວ່າ: “ຫຍັບ​ເຂົ້າ​ມາ​ໃກ້​ໆ​ຂ້ອຍ​ກະ​ໄດ້.” ເຂົາ​ເຈົ້າ​ກໍ​ພາ​ກັນ​ຫຍັບ​ເຂົ້າ​ໄປ​ໃກ້​ໆ​ລາວ.

ແລ້ວ​ໂຢເຊັບ​ກໍ​ເວົ້າ​ວ່າ: “ຂ້ອຍ​ແມ່ນ​ໂຢເຊັບ​ເດີ້. ນ້ອງ​ຊາຍ​ທີ່​ພວກ​ອ້າຍ​ຂາຍ​ມາ​ເອຢິບ.+ 5 ແຕ່​ບໍ່​ຕ້ອງ​ເສຍໃຈ​ເດີ້ ແລະ​ບໍ່​ຕ້ອງ​ໂທດ​ກັນ​ທີ່​ໄດ້​ຂາຍ​ຂ້ອຍ​ມາ​ນີ້ ເພາະ​ພະເຈົ້າ​ສົ່ງ​ຂ້ອຍ​ມາ​ນີ້​ກ່ອນ​ເພື່ອ​ຈະ​ຊ່ວຍ​ຊີວິດ​ພວກ​ເຈົ້າ​ໄວ້.+ 6 ຄວາມ​ອຶດຢາກ​ໃນ​ແຜ່ນດິນ​ຫາ​ກໍ​ເກີດຂຶ້ນ​ໄດ້ 2 ປີ+ ແລະ​ຍັງ​ອີ​ກ 5 ປີ​ກໍ​ຊິ​ປູກ​ຫຍັງ​ບໍ່​ໄດ້. 7 ແຕ່​ພະເຈົ້າ​ໄດ້​ສົ່ງ​ຂ້ອຍ​ມາ​ກ່ອນ ເພື່ອ​ຈະ​ຊ່ວຍ​ພວກ​ອ້າຍໃຫ້​ລອດ​ໃນວິທີ​ທີ່​ພິເສດ+ ເພື່ອ​ຄົນ​ໃນ​ຄອບຄົວ​ຂອງ​ພວກ​ອ້າຍ​ຈະ​ບໍ່​ຕາຍ.* 8 ດັ່ງນັ້ນ ບໍ່​ແມ່ນ​ພວກ​ອ້າຍ​ດອກ​ທີ່​ສົ່ງ​ຂ້ອຍ​ມາ​ນີ້ ແຕ່​ແມ່ນ​ພະເຈົ້າ​ທ່ຽງ​ແທ້​ທີ່​ສົ່ງ​ມາ ເພື່ອ​ຈະ​ແຕ່ງ​ຕັ້ງ​ຂ້ອຍ​ໃຫ້​ເປັນ​ຫົວ​ໜ້າ​ຜູ້​ໃຫ້​ຄຳ​ປຶກສາ​ຂອງຟາໂຣ ໃຫ້​ເບິ່ງ​ແຍງ​ວັງ​ຂອງ​ຟາໂຣ​ແລະ​ປົກຄອງ​ທົ່ວ​ແຜ່ນດິນ​ເອຢິບ.+

9 ໃຫ້​ພວກ​ອ້າຍ​ກັບ​ເມືອ​ຫາ​ພໍ່​ໄວ​ໆ​ເດີ້ແລະ​ບອກ​ເພິ່ນ​ແນວ​ນີ້. ‘ໂຢເຊັບ​ລູກ​ຊາຍ​ຂອງ​ພໍ່​ບອກ​ວ່າ “ພະເຈົ້າ​ໄດ້​ແຕ່ງ​ຕັ້ງ​ລູກ​ໃຫ້​ເບິ່ງ​ແຍງ​ທົ່ວ​ເອຢິບ.+ ໃຫ້​ພໍ່​ຟ້າວ​ມາ​ຫາ​ລູກ​ໄວ​ໆ​ເດີ້.+ 10 ພໍ່​ຈະ​ໄດ້​ມາ​ຢູ່​ໃນ​ແຜ່ນດິນ​ໂກ​ເຊັນ+​ໃກ້​ໆ​ກັບ​ລູກ ທັງ​ພໍ່ ທັງ​ລູກ ທັງ​ຫຼານ ລວມ​ທັງ​ຝູງ​ສັດ ແລະ​ຊັບ​ສົມບັດ​ທຸກ​ຢ່າງ​ຂອງ​ພໍ່​ຈະ​ໄດ້​ຢູ່​ຫັ້ນ. 11 ລູກ​ຈະ​ເປັນ​ຄົນ​ເບິ່ງ​ແຍງ​ເລື່ອງ​ແນວ​ຢູ່​ແນວ​ກິນໃຫ້​ພໍ່​ເອງ ເພາະ​ຄວາມ​ອຶດຢາກ​ຍັງ​ຊິ​ມີ​ຕໍ່​ອີ​ກ 5 ປີ.+ ຖ້າ​ບໍ່​ເຮັດ​ຈັ່ງ​ຊັ້ນ ພໍ່​ກັບ​ຄົນ​ໃນ​ຄອບຄົວ​ຂອງ​ພໍ່ ແລະ​ຝູງ​ສັດ​ຂອງ​ພໍ່​ກໍ​ຈະອຶດ​ຕາຍ.”’ 12 ພວກ​ອ້າຍ​ກັບ​ນ້ອງ​ເບັນຢາມິນ​ກໍ​ເຫັນ​ແລ້ວ​ວ່າ​ແມ່ນ​ຂ້ອຍ​ແທ້​ໆ​ທີ່​ເວົ້າ​ກັບ​ພວກ​ອ້າຍ.+ 13 ດັ່ງນັ້ນ ໃຫ້​ພວກ​ອ້າຍໄປ​ບອກ​ພໍ່​ວ່າ​ຂ້ອຍ​ມີ​ອຳ​ນາດ​ຫຼາຍ​ສ່ຳ​ໃດ​ໃນ​ເອຢິບ ແລະ​ບອກ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພວກ​ອ້າຍ​ເຫັນ ແລ້ວ​ໃຫ້​ພາ​ພໍ່​ມາ​ຫາ​ຂ້ອຍ​ໄວ​ໆ​ເດີ້.”

14 ແລ້ວ​ໂຢເຊັບ​ກັບ​ເບັນຢາມິນ​ກໍ​ກອດ​ຄໍ​ກັນ​ຮ້ອງໄຫ້.+ 15 ໂຢເຊັບ​ທັງກອດ​ທັງ​ຈູບອ້າຍ​ທຸກ​ຄົນ ແລະ​ເຂົາ​ເຈົ້າ​ກໍ​ຮ້ອງໄຫ້​ນຳ​ກັນ. ຫຼັງ​ຈາກ​ນັ້ນ ພວກ​ອ້າຍ​ນ້ອງກໍ​ລົມ​ກັບໂຢເຊັບ.

16 ຂ່າວ​ເລື່ອງ​ພວກ​ອ້າຍ​ນ້ອງ​ຂອງ​ໂຢເຊັບ​ດັງ​ໄປ​ຮອດ​ວັງ​ຂອງ​ຟາໂຣ. ຟາໂຣ​ກັບ​ພວກ​ຂ້າລາຊະການ​ຂອງ​ລາວ​ກໍ​ພາ​ກັນ​ດີ​ໃຈ​ນຳ​ໂຢເຊັບ. 17 ຟາໂຣ​ເວົ້າ​ກັບ​ໂຢເຊັບ​ວ່າ: “ໄປບອກ​ພວກ​ອ້າຍ​ນ້ອງຂອງ​ເຈົ້າ​ວ່າ ‘ໃຫ້​ເອົາ​ເຄື່ອງ​ຂອງ​ໃສ່​ຫຼັງ​ສັດ​ກັບ​ໄປ​ການາອານ 18 ແລ້ວ​ພາ​ພໍ່​ແລະ​ຄອບຄົວ​ມາ​ຢູ່​ນີ້. ຂ້ອຍ​ຈະ​ໃຫ້​ສິ່ງ​ດີ​ໆ​ໃນ​ແຜ່ນດິນ​ເອຢິບ. ພວກ​ເຈົ້າ​ຈະ​ໄດ້ກິນ​ແນວ​ແຊບ​ໆ​ຈາກ​ບ່ອນ​ທີ່​ດີ​ທີ່​ສຸດ​ໃນ​ແຜ່ນດິນ​ນີ້.’+ 19 ແລ້ວ​ໃຫ້​ເຈົ້າ​ບອກ​ພວກ​ອ້າຍ​ວ່າ+ ‘ເອົາ​ກວຽນ+​ຈາກ​ເອຢິບ​ໄປ​ຮັບ​ເອົາ​ລູກ​ເອົາ​ເມຍ​ແລະ​ພໍ່​ມາ​ຢູ່​ນີ້​ນຳ​ກັນ.+ 20 ບໍ່​ຕ້ອງ​ກັງວົນ​ເລື່ອງ​ເຄື່ອງ​ຂອງ​ຂອງ​ພວກ​ເຈົ້າ​ເດີ້+ ເພາະ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ສິ່ງ​ທີ່​ດີ​ທີ່​ສຸດ​ໃນ​ແຜ່ນດິນ​ເອຢິບ.’”

21 ພວກ​ລູກ​ຊາຍ​ຂອງ​ອິດສະຣາເອນ​ກໍ​ເຮັດ​ຕາມ​ນັ້ນ. ໂຢເຊັບ​ໄດ້​ເອົາ​ກວຽນ​ໃຫ້​ພວກ​ອ້າຍ​ຫຼາຍ​ຄັນ​ຕາມ​ທີ່​ຟາໂຣ​ສັ່ງ ພ້ອມ​ທັງ​ຈັດ​ຫາ​ສິ່ງ​ຈຳເປັນ​ໃຫ້​ເຂົາ​ເຈົ້າ​ຕອນ​ທີ່​ເດີນ​ທາງ​ນຳ. 22 ໂຢເຊັບ​ເອົາ​ເສື້ອ​ໃໝ່​ໃຫ້​ພວກ​ອ້າຍ​ຄົນ​ລະ​ຊຸດ ແຕ່​ລາວ​ເອົາ​ໃຫ້​ເບັນຢາມິນ 5 ຊຸດ ພ້ອມ​ກັບ​ເງິນ​ໜັກ 300 ເຊເກນ.*+ 23 ລາວ​ໃຫ້​ລາ 10 ໂຕ​ຂົນ​ເຄື່ອງ​ແນວ​ດີ​ໆ​ຈາກ​ເອຢິບ​ໄປ​ໃຫ້​ພໍ່ ແລະ​ໃຫ້​ລາ​ແມ່ 10 ໂຕ​ຂົນ​ເຂົ້າ​ກັບ​ເຂົ້າຈີ່​ແລະ​ອາຫານ​ອື່ນ​ໆ​ເພື່ອ​ໃຫ້​ພໍ່​ກິນ​ລະຫວ່າງ​ເດີນ​ທາງ​ມາ. 24 ໂຢເຊັບ​ສົ່ງ​ພວກ​ອ້າຍ​ເມືອ​ແລະ​ເວົ້າ​ວ່າ: “ໃນ​ລະຫວ່າງ​ທາງ ພວກ​ອ້າຍ​ຢ່າຊູ່​ຖຽງ​ກັນ​ເດີ້.”+

25 ເຂົາ​ເຈົ້າ​ອອກ​ຈາກ​ເອຢິບ ແລ້ວ​ກັບ​ເມືອ​ຫາ​ຢາໂຄບ​ພໍ່​ຂອງ​ເຂົາ​ເຈົ້າ​ໃນ​ແຜ່ນດິນ​ການາອານ. 26 ເຂົາ​ເຈົ້າ​ບອກ​ພໍ່​ວ່າ: “ພໍ່ ໂຢເຊັບ​ຍັງ​ບໍ່​ຕາຍ​ໄດ໋ ແລະ​ຕອນ​ນີ້​ລາວ​ເປັນ​ຜູ້​ປົກຄອງ​ທົ່ວ​ແຜ່ນດິນ​ເອຢິບ!”+ ແຕ່​ຢາໂຄບບໍ່​ສົນ​ໃຈ ເພາະ​ລາວ​ບໍ່​ເຊື່ອ​ເຂົາ​ເຈົ້າ.+ 27 ແຕ່​ເມື່ອ​ໄດ້​ຍິນ​ພວກ​ລູກ​ເລົ່າ​ເລື່ອງ​ທີ່​ໂຢເຊັບ​ຝາກ​ມາ​ບອກ​ພໍ່ ແລະ​ເຫັນ​ກວຽນ​ທີ່​ໂຢເຊັບ​ສົ່ງ​ມາ​ຮັບ​ລາວ ລາວ​ກໍ​ຮູ້ສຶກ​ດີ​ໃຈ​ຂຶ້ນ​ມາ. 28 ອິດສະຣາເອນ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ: “ພໍ່​ເຊື່ອ​ແລ້ວວ່າ​ໂຢເຊັບ​ຍັງ​ບໍ່​ຕາຍ. ພໍ່​ຊິ​ໄປ​ຫາ​ລາວ​ກ່ອນ​ພໍ່​ຊິ​ຕາຍ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌