ປະຖົມມະການ
45 ໂຢເຊັບອົດກັ້ນຄວາມຮູ້ສຶກຕໍ່ໜ້າຄົນຮັບໃຊ້ທຸກຄົນບໍ່ໄຫວ+ ລາວກໍເລີຍສັ່ງໃຫ້ທຸກຄົນອອກໄປ. ຕອນທີ່ເຫຼືອແຕ່ລາວກັບພວກອ້າຍນ້ອງ ລາວກໍບອກໃຫ້ເຂົາເຈົ້າຮູ້ວ່າລາວແມ່ນໃຜ.+
2 ໂຢເຊັບຮ້ອງໄຫ້ບັກດັງໆຈົນພວກເອຢິບໄດ້ຍິນແລະມີຄົນເວົ້າຕໍ່ກັນໄປຮອດວັງຂອງຟາໂຣ.* 3 ສຸດທ້າຍ ໂຢເຊັບບອກພວກອ້າຍນ້ອງວ່າ: “ຂ້ອຍແມ່ນໂຢເຊັບ. ພໍ່ຍັງມີຊີວິດຢູ່ບໍ?” ແຕ່ພວກອ້າຍນ້ອງເວົ້າຫຍັງບໍ່ອອກ ເພາະບໍ່ຢາກເຊື່ອເລີຍວ່ານີ້ແມ່ນໂຢເຊັບ. 4 ໂຢເຊັບເລີຍບອກພວກອ້າຍນ້ອງວ່າ: “ຫຍັບເຂົ້າມາໃກ້ໆຂ້ອຍກະໄດ້.” ເຂົາເຈົ້າກໍພາກັນຫຍັບເຂົ້າໄປໃກ້ໆລາວ.
ແລ້ວໂຢເຊັບກໍເວົ້າວ່າ: “ຂ້ອຍແມ່ນໂຢເຊັບເດີ້. ນ້ອງຊາຍທີ່ພວກອ້າຍຂາຍມາເອຢິບ.+ 5 ແຕ່ບໍ່ຕ້ອງເສຍໃຈເດີ້ ແລະບໍ່ຕ້ອງໂທດກັນທີ່ໄດ້ຂາຍຂ້ອຍມານີ້ ເພາະພະເຈົ້າສົ່ງຂ້ອຍມານີ້ກ່ອນເພື່ອຈະຊ່ວຍຊີວິດພວກເຈົ້າໄວ້.+ 6 ຄວາມອຶດຢາກໃນແຜ່ນດິນຫາກໍເກີດຂຶ້ນໄດ້ 2 ປີ+ ແລະຍັງອີກ 5 ປີກໍຊິປູກຫຍັງບໍ່ໄດ້. 7 ແຕ່ພະເຈົ້າໄດ້ສົ່ງຂ້ອຍມາກ່ອນ ເພື່ອຈະຊ່ວຍພວກອ້າຍໃຫ້ລອດໃນວິທີທີ່ພິເສດ+ ເພື່ອຄົນໃນຄອບຄົວຂອງພວກອ້າຍຈະບໍ່ຕາຍ.* 8 ດັ່ງນັ້ນ ບໍ່ແມ່ນພວກອ້າຍດອກທີ່ສົ່ງຂ້ອຍມານີ້ ແຕ່ແມ່ນພະເຈົ້າທ່ຽງແທ້ທີ່ສົ່ງມາ ເພື່ອຈະແຕ່ງຕັ້ງຂ້ອຍໃຫ້ເປັນຫົວໜ້າຜູ້ໃຫ້ຄຳປຶກສາຂອງຟາໂຣ ໃຫ້ເບິ່ງແຍງວັງຂອງຟາໂຣແລະປົກຄອງທົ່ວແຜ່ນດິນເອຢິບ.+
9 ໃຫ້ພວກອ້າຍກັບເມືອຫາພໍ່ໄວໆເດີ້ແລະບອກເພິ່ນແນວນີ້. ‘ໂຢເຊັບລູກຊາຍຂອງພໍ່ບອກວ່າ “ພະເຈົ້າໄດ້ແຕ່ງຕັ້ງລູກໃຫ້ເບິ່ງແຍງທົ່ວເອຢິບ.+ ໃຫ້ພໍ່ຟ້າວມາຫາລູກໄວໆເດີ້.+ 10 ພໍ່ຈະໄດ້ມາຢູ່ໃນແຜ່ນດິນໂກເຊັນ+ໃກ້ໆກັບລູກ ທັງພໍ່ ທັງລູກ ທັງຫຼານ ລວມທັງຝູງສັດ ແລະຊັບສົມບັດທຸກຢ່າງຂອງພໍ່ຈະໄດ້ຢູ່ຫັ້ນ. 11 ລູກຈະເປັນຄົນເບິ່ງແຍງເລື່ອງແນວຢູ່ແນວກິນໃຫ້ພໍ່ເອງ ເພາະຄວາມອຶດຢາກຍັງຊິມີຕໍ່ອີກ 5 ປີ.+ ຖ້າບໍ່ເຮັດຈັ່ງຊັ້ນ ພໍ່ກັບຄົນໃນຄອບຄົວຂອງພໍ່ ແລະຝູງສັດຂອງພໍ່ກໍຈະອຶດຕາຍ.”’ 12 ພວກອ້າຍກັບນ້ອງເບັນຢາມິນກໍເຫັນແລ້ວວ່າແມ່ນຂ້ອຍແທ້ໆທີ່ເວົ້າກັບພວກອ້າຍ.+ 13 ດັ່ງນັ້ນ ໃຫ້ພວກອ້າຍໄປບອກພໍ່ວ່າຂ້ອຍມີອຳນາດຫຼາຍສ່ຳໃດໃນເອຢິບ ແລະບອກທຸກສິ່ງທຸກຢ່າງທີ່ພວກອ້າຍເຫັນ ແລ້ວໃຫ້ພາພໍ່ມາຫາຂ້ອຍໄວໆເດີ້.”
14 ແລ້ວໂຢເຊັບກັບເບັນຢາມິນກໍກອດຄໍກັນຮ້ອງໄຫ້.+ 15 ໂຢເຊັບທັງກອດທັງຈູບອ້າຍທຸກຄົນ ແລະເຂົາເຈົ້າກໍຮ້ອງໄຫ້ນຳກັນ. ຫຼັງຈາກນັ້ນ ພວກອ້າຍນ້ອງກໍລົມກັບໂຢເຊັບ.
16 ຂ່າວເລື່ອງພວກອ້າຍນ້ອງຂອງໂຢເຊັບດັງໄປຮອດວັງຂອງຟາໂຣ. ຟາໂຣກັບພວກຂ້າລາຊະການຂອງລາວກໍພາກັນດີໃຈນຳໂຢເຊັບ. 17 ຟາໂຣເວົ້າກັບໂຢເຊັບວ່າ: “ໄປບອກພວກອ້າຍນ້ອງຂອງເຈົ້າວ່າ ‘ໃຫ້ເອົາເຄື່ອງຂອງໃສ່ຫຼັງສັດກັບໄປການາອານ 18 ແລ້ວພາພໍ່ແລະຄອບຄົວມາຢູ່ນີ້. ຂ້ອຍຈະໃຫ້ສິ່ງດີໆໃນແຜ່ນດິນເອຢິບ. ພວກເຈົ້າຈະໄດ້ກິນແນວແຊບໆຈາກບ່ອນທີ່ດີທີ່ສຸດໃນແຜ່ນດິນນີ້.’+ 19 ແລ້ວໃຫ້ເຈົ້າບອກພວກອ້າຍວ່າ+ ‘ເອົາກວຽນ+ຈາກເອຢິບໄປຮັບເອົາລູກເອົາເມຍແລະພໍ່ມາຢູ່ນີ້ນຳກັນ.+ 20 ບໍ່ຕ້ອງກັງວົນເລື່ອງເຄື່ອງຂອງຂອງພວກເຈົ້າເດີ້+ ເພາະວ່າພວກເຈົ້າຈະໄດ້ສິ່ງທີ່ດີທີ່ສຸດໃນແຜ່ນດິນເອຢິບ.’”
21 ພວກລູກຊາຍຂອງອິດສະຣາເອນກໍເຮັດຕາມນັ້ນ. ໂຢເຊັບໄດ້ເອົາກວຽນໃຫ້ພວກອ້າຍຫຼາຍຄັນຕາມທີ່ຟາໂຣສັ່ງ ພ້ອມທັງຈັດຫາສິ່ງຈຳເປັນໃຫ້ເຂົາເຈົ້າຕອນທີ່ເດີນທາງນຳ. 22 ໂຢເຊັບເອົາເສື້ອໃໝ່ໃຫ້ພວກອ້າຍຄົນລະຊຸດ ແຕ່ລາວເອົາໃຫ້ເບັນຢາມິນ 5 ຊຸດ ພ້ອມກັບເງິນໜັກ 300 ເຊເກນ.*+ 23 ລາວໃຫ້ລາ 10 ໂຕຂົນເຄື່ອງແນວດີໆຈາກເອຢິບໄປໃຫ້ພໍ່ ແລະໃຫ້ລາແມ່ 10 ໂຕຂົນເຂົ້າກັບເຂົ້າຈີ່ແລະອາຫານອື່ນໆເພື່ອໃຫ້ພໍ່ກິນລະຫວ່າງເດີນທາງມາ. 24 ໂຢເຊັບສົ່ງພວກອ້າຍເມືອແລະເວົ້າວ່າ: “ໃນລະຫວ່າງທາງ ພວກອ້າຍຢ່າຊູ່ຖຽງກັນເດີ້.”+
25 ເຂົາເຈົ້າອອກຈາກເອຢິບ ແລ້ວກັບເມືອຫາຢາໂຄບພໍ່ຂອງເຂົາເຈົ້າໃນແຜ່ນດິນການາອານ. 26 ເຂົາເຈົ້າບອກພໍ່ວ່າ: “ພໍ່ ໂຢເຊັບຍັງບໍ່ຕາຍໄດ໋ ແລະຕອນນີ້ລາວເປັນຜູ້ປົກຄອງທົ່ວແຜ່ນດິນເອຢິບ!”+ ແຕ່ຢາໂຄບບໍ່ສົນໃຈ ເພາະລາວບໍ່ເຊື່ອເຂົາເຈົ້າ.+ 27 ແຕ່ເມື່ອໄດ້ຍິນພວກລູກເລົ່າເລື່ອງທີ່ໂຢເຊັບຝາກມາບອກພໍ່ ແລະເຫັນກວຽນທີ່ໂຢເຊັບສົ່ງມາຮັບລາວ ລາວກໍຮູ້ສຶກດີໃຈຂຶ້ນມາ. 28 ອິດສະຣາເອນຈຶ່ງຮ້ອງຂຶ້ນວ່າ: “ພໍ່ເຊື່ອແລ້ວວ່າໂຢເຊັບຍັງບໍ່ຕາຍ. ພໍ່ຊິໄປຫາລາວກ່ອນພໍ່ຊິຕາຍ.”+