ປະຖົມມະການ
32 ຈາກນັ້ນ ຢາໂຄບກໍອອກເດີນທາງ ແລ້ວທູດສະຫວັນຂອງພະເຈົ້າກໍມາຫາລາວ. 2 ເມື່ອເຫັນທູດສະຫວັນເຫຼົ່ານັ້ນ ລາວກໍເວົ້າວ່າ: “ນີ້ແມ່ນບ່ອນທີ່ກອງທັບຂອງພະເຈົ້າຢູ່!” ຢາໂຄບຈຶ່ງເອີ້ນບ່ອນນັ້ນວ່າມາຮານາຢິມ.*
3 ຢາໂຄບສົ່ງຄົນໄປຫາເອຊາວອ້າຍຂອງລາວກ່ອນ. ເອຊາວຢູ່ເຂດຂອງພວກເອໂດມ+ໃນແຜ່ນດິນເສອີ.+ 4 ຢາໂຄບສັ່ງເຂົາເຈົ້າວ່າ: “ໃຫ້ພວກເຈົ້າໄປບອກເອຊາວອ້າຍຂອງຂ້ອຍແນວນີ້ເດີ້. ‘ຢາໂຄບຜູ້ຮັບໃຊ້ຂອງທ່ານບອກວ່າ “ຂ້ອຍອອກໄປຢູ່ກັບລາບານຕັ້ງແຕ່ດົນຈົນຮອດດຽວນີ້+ 5 ແລະຂ້ອຍກໍມີງົວ ມີລາ ມີແກະ ແລະຄົນຮັບໃຊ້ຊາຍຍິງ.+ ຂ້ອຍສົ່ງຄົນມາບອກໃຫ້ອ້າຍຮູ້ກ່ອນ ເພື່ອອ້າຍຊິພໍໃຈຂ້ອຍ.”’”
6 ແລ້ວພວກຄົນສົ່ງຂ່າວກໍກັບມາບອກຢາໂຄບວ່າ: “ພວກເຮົາໄດ້ໄປຫາເອຊາວອ້າຍຂອງທ່ານແລ້ວ. ລາວກຳລັງມາຫາທ່ານພ້ອມກັບຄົນຂອງລາວ 400 ຄົນ.”+ 7 ຢາໂຄບກໍເລີຍຢ້ານແລະກັງວົນຫຼາຍ.+ ລາວຈຶ່ງແບ່ງຄົນຂອງລາວອອກເປັນ 2 ກຸ່ມ ແລະລາວໄດ້ແບ່ງຝູງແບ້ ຝູງແກະ ຝູງງົວ ກັບຝູງອູດອອກເປັນ 2 ກຸ່ມຄືກັນ. 8 ຢາໂຄບເວົ້າວ່າ: “ຖ້າອ້າຍເອຊາວມາຕີກຸ່ມໜຶ່ງ ອີກກຸ່ມໜຶ່ງກໍຈະໜີໄປໄດ້.”
9 ຈາກນັ້ນ ຢາໂຄບອະທິດຖານວ່າ: “ພະເຢໂຫວາ ພະເຈົ້າຂອງອັບຣາຮາມພໍ່ຕູ້ຂອງລູກແລະພະເຈົ້າຂອງອີຊາກພໍ່ຂອງລູກ ພະອົງເປັນຜູ້ບອກລູກວ່າ: ‘ໃຫ້ກັບໄປແຜ່ນດິນຂອງເຈົ້າແລະໄປຫາຍາດຕິພີ່ນ້ອງຂອງເຈົ້າ ແລ້ວເຮົາຈະໃຫ້ເຈົ້າໄດ້ຮັບສິ່ງດີໆ.’+ 10 ລູກບໍ່ສົມຄວນຈະໄດ້ຮັບຄວາມຮັກທີ່ໝັ້ນຄົງແລະຄວາມສັດຊື່ທີ່ພະອົງສະແດງຕໍ່ລູກເລີຍ.+ ຕອນທີ່ຂ້າມແມ່ນ້ຳຈໍແດນນີ້ມາ ລູກມີແຕ່ໄມ້ຄ້ອນເທົ້າອັນດຽວ ແຕ່ຕອນນີ້ລູກມີທັງຄົນແລະສັດຫຼາຍຈົນແບ່ງອອກເປັນ 2 ກຸ່ມໄດ້.+ 11 ຂໍພະອົງຊ່ວຍລູກ+ໃຫ້ພົ້ນຈາກມືເອຊາວອ້າຍຂອງລູກ. ລູກຢ້ານວ່າລາວຈະມາໂຈມຕີລູກ+ກັບພວກຜູ້ຍິງແລະເດັກນ້ອຍ. 12 ພະອົງເຄີຍບອກລູກວ່າ ພະອົງຈະເບິ່ງແຍງລູກຢ່າງດີ ພະອົງຈະເຮັດໃຫ້ລູກຫຼານຂອງລູກມີຫຼາຍຈົນນັບບໍ່ໄດ້ຄືກັບເມັດດິນຊາຍໃນທະເລ.”+
13 ຢາໂຄບຄ້າງຄືນຢູ່ຫັ້ນແລະໄດ້ແບ່ງຊັບສົມບັດໄວ້ເພື່ອເປັນຂອງຂວັນໃຫ້ເອຊາວອ້າຍຂອງລາວ.+ 14 ມີແບ້ໂຕແມ່ 200 ໂຕກັບແບ້ໂຕຜູ້ 20 ໂຕ ແກະໂຕແມ່ 200 ໂຕກັບແກະໂຕຜູ້ 20 ໂຕ 15 ອູດແມ່ລູກອ່ອນ 30 ໂຕພ້ອມກັບລູກຂອງມັນ ງົວໂຕແມ່ 40 ໂຕກັບງົວໂຕຜູ້ 10 ໂຕ ແລະລາໂຕແມ່ 20 ໂຕກັບລາໂຕຜູ້ 10 ໂຕ.+
16 ຢາໂຄບໃຫ້ຄົນຮັບໃຊ້ຂອງລາວພາຝູງສັດອອກໄປເທື່ອລະຝູງ ແລະບອກເຂົາເຈົ້າວ່າ: “ໃຫ້ພວກເຈົ້າອອກໄປກ່ອນຂ້ອຍເດີ້. ພວກເຈົ້າຕ້ອງທະຍອຍກັນອອກໄປເທື່ອລະກຸ່ມ.” 17 ແລ້ວລາວກໍສັ່ງຄົນເບິ່ງແຍງກຸ່ມທຳອິດວ່າ: “ຖ້າເອຊາວອ້າຍຂອງຂ້ອຍເຫັນເຈົ້າແລະຖາມວ່າ ‘ນາຍຂອງເຈົ້າແມ່ນໃຜ? ເຈົ້າກຳລັງໄປໃສແລະສັດເຫຼົ່ານີ້ເປັນຂອງໃຜ?’ 18 ເຈົ້າຕ້ອງບອກວ່າ ‘ສັດເຫຼົ່ານີ້ເປັນຂອງຢາໂຄບຜູ້ຮັບໃຊ້ຂອງທ່ານ. ລາວກຽມເປັນຂອງຂວັນໃຫ້ເອຊາວນາຍຂອງຂ້ອຍ+ ແລະລາວກຳລັງມານຳຫຼັງພວກເຮົາ.’” 19 ແລ້ວລາວກໍສັ່ງຄົນເບິ່ງແຍງກຸ່ມທີ 2 ກັບກຸ່ມທີ 3 ແລະທຸກຄົນທີ່ນຳຫຼັງຝູງສັດວ່າ: “ເມື່ອພວກເຈົ້າເຫັນເອຊາວກໍໃຫ້ເວົ້າຄືກັນເດີ້. 20 ພວກເຈົ້າຕ້ອງບອກອີກວ່າ ‘ຢາໂຄບຜູ້ຮັບໃຊ້ຂອງທ່ານກຳລັງມານຳຫຼັງພວກເຮົາ.’” ຢາໂຄບບອກເຂົາເຈົ້າແນວນີ້ກໍຍ້ອນລາວຄິດວ່າ: ‘ຖ້າຂ້ອຍສົ່ງຂອງຂວັນໄປກ່ອນ ອ້າຍຄືຊິບໍ່ໃຈຮ້າຍໃຫ້ຂ້ອຍ.+ ເມື່ອພວກເຮົາເຈິກັນ ລາວກໍຈະຕ້ອນຮັບຂ້ອຍຢ່າງດີ.’ 21 ຄົນເຫຼົ່ານັ້ນກໍເອົາຂອງຂວັນອອກໄປກ່ອນ ແຕ່ຢາໂຄບຍັງຄ້າງຄືນຢູ່ບ່ອນພັກຂອງລາວ.
22 ຕອນເດິກໆ ລາວຕື່ນຂຶ້ນມາແລະພາເມຍ 2 ຄົນ+ກັບສາວໃຊ້ 2 ຄົນ+ ລວມທັງລູກຊາຍ 11 ຄົນ ຂ້າມແມ່ນ້ຳຢັບໂບກ ບ່ອນທີ່ມັນຕື້ນໆ.+ 23 ລາວສົ່ງເຂົາເຈົ້າຂ້າມແມ່ນ້ຳໄປພ້ອມກັບທຸກສິ່ງທຸກຢ່າງທີ່ລາວມີ.
24 ໃນທີ່ສຸດກໍເຫຼືອແຕ່ຢາໂຄບຄົນດຽວ. ຈາກນັ້ນ ມີຜູ້ຊາຍຄົນໜຶ່ງມາຫາລາວແລະລາວໄດ້ປ້ຳສູ້ກັບຜູ້ຊາຍຄົນນັ້ນຈົນຮອດແຈ້ງ.+ 25 ເມື່ອຜູ້ຊາຍຄົນນັ້ນເອົາຊະນະຢາໂຄບບໍ່ໄດ້ ລາວກໍເອົາມືມາແຕະສະໂພກຂອງຢາໂຄບ ແລະສະໂພກຂອງຢາໂຄບກໍຫຼຸດໂບກຕອນທີ່ປ້ຳສູ້ກັນ.+ 26 ຜູ້ຊາຍຄົນນັ້ນເວົ້າວ່າ: “ປ່ອຍຂ້ອຍໄປສະ ມັນແຈ້ງແລ້ວ.” ແຕ່ຢາໂຄບບອກວ່າ: “ຂ້ອຍຊິບໍ່ປ່ອຍເຈົ້າໄປ ຈົນກວ່າເຈົ້າຊິອວຍພອນໃຫ້ຂ້ອຍກ່ອນ.”+ 27 ແລ້ວຜູ້ຊາຍຄົນນັ້ນກໍຖາມຢາໂຄບວ່າ: “ເຈົ້າຊື່ຫຍັງ?” ຢາໂຄບຕອບວ່າ: “ຂ້ອຍຊື່ຢາໂຄບ.” 28 ຜູ້ຊາຍຄົນນັ້ນເວົ້າວ່າ: “ຕໍ່ໄປນີ້ ຊື່ຂອງເຈົ້າຊິບໍ່ແມ່ນຢາໂຄບ ແຕ່ຊິແມ່ນອິດສະຣາເອນ.*+ ເພາະວ່າເຈົ້າໄດ້ຕໍ່ສູ້ກັບພະເຈົ້າ+ແລະຕໍ່ສູ້ກັບມະນຸດຈົນເຈົ້າຊະນະ.” 29 ຢາໂຄບເວົ້າວ່າ: “ບອກຂ້ອຍແດ່ ເຈົ້າຊື່ຫຍັງ?” ແຕ່ຜູ້ຊາຍຄົນນັ້ນຕອບວ່າ: “ເປັນຫຍັງເຈົ້າຢາກຮູ້ຊື່ຂ້ອຍ?”+ ແລ້ວຜູ້ຊາຍຄົນນັ້ນກໍອວຍພອນຢາໂຄບ. 30 ຢາໂຄບເອີ້ນບ່ອນນັ້ນວ່າເປນີເອນ*+ ຍ້ອນລາວເວົ້າວ່າ: “ຂ້ອຍໄດ້ເຫັນໜ້າພະເຈົ້າແລ້ວ ແຕ່ກໍຍັງລອດມາໄດ້.”+
31 ຕອນທີ່ຢາໂຄບອອກຈາກເປນີເອນ ຕາເວັນກໍຂຶ້ນພໍດີ. ຍ້ອນຢາໂຄບຍັງເຈັບສະໂພກຢູ່ ລາວຈຶ່ງຍ່າງຂາເຢັກ.+ 32 ຄົນອິດສະຣາເອນຈຶ່ງບໍ່ກິນເອັນກົກຂາຂອງສັດຈົນຮອດທຸກມື້ນີ້ ຍ້ອນວ່າຜູ້ຊາຍຄົນນັ້ນເອົາມືແຕະສະໂພກຂອງຢາໂຄບຢູ່ເອັນກົກຂານັ້ນ.