ຈົດເຊັນບັນຊີ
20 ໃນເດືອນທີ 1 ພວກອິດສະຣາເອນທັງໝົດກໍເດີນທາງມາຮອດບ່ອນກັນດານຊິນ ແລະເຂົາເຈົ້າໄດ້ຕັ້ງຄ້າຍພັກຢູ່ກາເດັດ.+ ມີຣີອາມ+ຕາຍ ແລະເຂົາເຈົ້າກໍໄດ້ຝັງສົບລາວຢູ່ຫັ້ນ.
2 ຕອນນັ້ນ ພວກອິດສະຣາເອນບໍ່ມີນ້ຳກິນ+ ເຂົາເຈົ້າກໍເລີຍລວມໂຕກັນມາຫາໂມເຊກັບອາໂຣນ. 3 ເຂົາເຈົ້າພາກັນຈົ່ມໃຫ້ໂມເຊ+ວ່າ: “ໃຫ້ພະເຢໂຫວາຂ້າພວກເຮົາໃຫ້ຕາຍໄປພ້ອມກັບພີ່ນ້ອງຂອງພວກເຮົາໃນຕອນນັ້ນກໍຍັງຊິດີກວ່າ! 4 ເຈົ້າພາຄົນຂອງພະເຢໂຫວາກັບຝູງສັດມາຕາຍຢູ່ບ່ອນກັນດານນີ້ເຮັດຫຍັງ?+ 5 ເປັນຫຍັງເຈົ້າພາພວກເຮົາອອກຈາກເອຢິບໃຫ້ມາຢູ່ບ່ອນດິນຕາຍໆນີ້?+ ບໍ່ມີບ່ອນໃຫ້ປູກຫຍັງເລີຍ. ຢາກປູກໝາກເດື່ອ ໝາກລະແຊັງ ແລະໝາກພິລາກໍບໍ່ໄດ້. ແມ່ນແຕ່ນ້ຳຊິກິນກໍບໍ່ມີ.”+ 6 ໂມເຊກັບອາໂຣນອອກຈາກຄົນກຸ່ມນັ້ນ ແລ້ວໄປທີ່ທາງເຂົ້າເຕັ້ນສັກສິດ*ແລະໝູບໜ້າລົງພື້ນ. ເມື່ອເງີຍໜ້າຂຶ້ນ ເຂົາເຈົ້າກໍເຫັນແສງລັດສະໝີຂອງພະເຢໂຫວາ.+
7 ພະເຢໂຫວາບອກໂມເຊວ່າ: 8 “ໃຫ້ເຈົ້າເອົາໄມ້ຄ້ອນເທົ້າຂອງເຈົ້າໄປ ແລະໃຫ້ເຈົ້າກັບອາໂຣນອ້າຍຂອງເຈົ້າເອີ້ນພວກອິດສະຣາເອນມາ. ໃຫ້ເຈົ້າເວົ້າໃສ່ຫີນ ແລ້ວກໍຈະມີນ້ຳອອກມາຈາກຫຼືບຫີນໃຫ້ພວກອິດສະຣາເອນກັບຝູງສັດຂອງເຂົາເຈົ້າກິນ.”+
9 ໂມເຊຖືໄມ້ຄ້ອນເທົ້າຂອງລາວໄປຕາມທີ່ພະເຢໂຫວາບອກ.+ 10 ໂມເຊກັບອາໂຣນໄດ້ເອີ້ນປະຊາຊົນໃຫ້ມາລວມໂຕກັນຢູ່ຕໍ່ໜ້າຫີນ ແລະເວົ້າວ່າ: “ຟັງເດີ້ ພວກກະບົດ! ພວກເຈົ້າຢາກໃຫ້ພວກເຮົາເອົານ້ຳອອກຈາກຫີນນີ້ໃຫ້ພວກເຈົ້າແມ່ນບໍ?”+ 11 ແລ້ວໂມເຊກໍເອົາໄມ້ຄ້ອນເທົ້າຂອງລາວຕີຫີນ 2 ເທື່ອ. ຈາກນັ້ນ ນ້ຳກໍທັ່ງອອກມາໃຫ້ພວກອິດສະຣາເອນກັບຝູງສັດຂອງເຂົາເຈົ້າກິນ.+
12 ແລ້ວພະເຢໂຫວາກໍເວົ້າກັບໂມເຊແລະອາໂຣນວ່າ: “ຍ້ອນພວກເຈົ້າບໍ່ໄດ້ເຊື່ອຟັງເຮົາ ແລະບໍ່ໄດ້ໃຫ້ກຽດເຮົາຕໍ່ໜ້າພວກອິດສະຣາເອນ ພວກເຈົ້າຊິບໍ່ໄດ້ພາຄົນພວກນີ້ເຂົ້າໄປໃນແຜ່ນດິນທີ່ເຮົາຊິເອົາໃຫ້ເຂົາເຈົ້າ.”+ 13 ເຂົາເຈົ້າຈຶ່ງເອີ້ນບ່ອນທີ່ມີນ້ຳອອກມານັ້ນວ່າເມຣິບາ*+ ຍ້ອນພວກອິດສະຣາເອນໄດ້ຖຽງພະເຢໂຫວາຢູ່ຫັ້ນ ແລະເພິ່ນກໍເຮັດໃຫ້ເພິ່ນເອງໄດ້ຮັບກຽດຢູ່ບ່ອນນັ້ນ.
14 ໂມເຊໄດ້ສົ່ງຄົນຈາກກາເດັດໄປບອກກະສັດເອໂດມ+ວ່າ: “ພວກອິດສະຣາເອນທີ່ເປັນພີ່ນ້ອງຂອງທ່ານ+ບອກວ່າ ‘ທ່ານກໍຄືຊິຮູ້ດີວ່າພວກເຮົາມີຊີວິດທີ່ຍາກລຳບາກຫຼາຍ. 15 ປູ່ຍ່າຕານາຍຂອງພວກເຮົາໄດ້ໄປຢູ່ເອຢິບ.+ ພວກເຮົາຢູ່ຫັ້ນຫຼາຍປີ+ ແລະພວກເອຢິບກໍຂົ່ມເຫງພວກເຮົາແລະປູ່ຍ່າຕານາຍຂອງພວກເຮົາ.+ 16 ພວກເຮົາໄດ້ຮ້ອງຂໍໃຫ້ພະເຢໂຫວາຊ່ວຍ+ ແລະເພິ່ນກໍໄດ້ຟັງພວກເຮົາ. ເພິ່ນສົ່ງທູດສະຫວັນ+ອົງໜຶ່ງມາ ແລ້ວພາພວກເຮົາອອກຈາກເອຢິບ. ຕອນນີ້ ພວກເຮົາຢູ່ເມືອງກາເດັດໃກ້ໆເຂດຂອງທ່ານແລ້ວ. 17 ພວກເຮົາຂໍຍ່າງຜ່ານແຜ່ນດິນຂອງທ່ານໄດ້ບໍ? ພວກເຮົາຊິບໍ່ຍ່າງຜ່າທົ່ງນາຫຼືສວນໝາກລະແຊັງ ແລະຊິບໍ່ກິນນ້ຳຈາກນ້ຳສ້າງຂອງພວກທ່ານເລີຍ. ພວກເຮົາຊິຍ່າງຕາມທາງຫຼັກເທົ່ານັ້ນ ຊິບໍ່ລ້ຽວຊ້າຍລ້ຽວຂວາຈົນກວ່າຊິຫວິດເຂດຂອງທ່ານໄປ.’”+
18 ແຕ່ກະສັດເອໂດມຕອບວ່າ: “ຂ້ອຍຊິບໍ່ໃຫ້ພວກເຈົ້າເຂົ້າມາໃນເຂດແດນຂອງພວກເຮົາ. ຖ້າພວກເຈົ້າເຂົ້າມາ ຂ້ອຍຊິມາຕໍ່ສູ້ກັບພວກເຈົ້າ.” 19 ພວກອິດສະຣາເອນກໍເວົ້າກັບກະສັດວ່າ: “ພວກເຮົາຊິຍ່າງຜ່ານແຕ່ທາງຫຼັກເທົ່ານັ້ນ. ຖ້າພວກເຮົາກັບຝູງສັດຂອງພວກເຮົາກິນນ້ຳຂອງທ່ານ ພວກເຮົາກໍຊິຊົດໄຊ້ໃຫ້.+ ພວກເຮົາມີແຕ່ຂໍຍ່າງຜ່ານຊື່ໆ.”+ 20 ແຕ່ກະສັດກໍຍັງເວົ້າວ່າ: “ບໍ່ ຂ້ອຍບໍ່ໃຫ້ຜ່ານເດັດຂາດ.”+ ກະສັດເອໂດມເອົາກອງທັບໃຫຍ່ແລະເຂັ້ມແຂງ*ອອກມາເຈິກັບໂມເຊ. 21 ຍ້ອນກະສັດເອໂດມບໍ່ຍອມໃຫ້ພວກອິດສະຣາເອນຜ່ານແຜ່ນດິນຂອງລາວ ພວກອິດສະຣາເອນກໍເລີຍປ່ຽນໄປໃຊ້ທາງເສັ້ນອື່ນ.+
22 ພວກອິດສະຣາເອນທັງໝົດເດີນທາງອອກຈາກເມືອງກາເດັດໄປຮອດພູໂຮເຣ.+ 23 ແລ້ວພະເຢໂຫວາກໍເວົ້າກັບໂມເຊແລະອາໂຣນຢູ່ພູໂຮເຣທີ່ຢູ່ໃກ້ກັບເຂດແດນຂອງແຜ່ນດິນເອໂດມ. ເພິ່ນເວົ້າວ່າ: 24 “ອາໂຣນຈະຕາຍ ແລະໄປຢູ່ນຳປູ່ຍ່າຕານາຍຂອງລາວ.*+ ລາວຈະບໍ່ໄດ້ເຂົ້າໄປໃນແຜ່ນດິນທີ່ເຮົາຈະເອົາໃຫ້ພວກອິດສະຣາເອນ ຍ້ອນພວກເຈົ້າ 2 ຄົນບໍ່ໄດ້ເຊື່ອຟັງຄຳສັ່ງຂອງເຮົາເລື່ອງນ້ຳທີ່ຢູ່ເມຣິບາ.+ 25 ໃຫ້ເຈົ້າພາອາໂຣນກັບເອເລອາຊາລູກຊາຍຂອງລາວຂຶ້ນໄປເທິງພູໂຮເຣ. 26 ໃຫ້ເຈົ້າແກ້ຊຸດປະໂລຫິດອອກຈາກອາໂຣນ+ ແລ້ວເອົາໄປນຸ່ງໃຫ້ເອເລອາຊາ+ລູກຊາຍຂອງລາວ ແລະອາໂຣນຈະຕາຍຢູ່ເທິງພູນັ້ນ.”
27 ໂມເຊກໍເຮັດຕາມຄຳສັ່ງຂອງພະເຢໂຫວາ. ພວກອິດສະຣາເອນເຫັນເຂົາເຈົ້າທັງສາມຄົນຂຶ້ນໄປເທິງພູໂຮເຣ. 28 ໂມເຊໄດ້ແກ້ຊຸດປະໂລຫິດອອກຈາກອາໂຣນ ແລະເອົາໄປນຸ່ງໃຫ້ເອເລອາຊາລູກຊາຍຂອງລາວ. ຫຼັງຈາກນັ້ນ ອາໂຣນກໍຕາຍຢູ່ເທິງຈອມພູໂຮເຣ+ ແລ້ວໂມເຊກັບເອເລອາຊາກໍລົງມາຈາກພູ. 29 ເມື່ອພວກອິດສະຣາເອນຮູ້ວ່າອາໂຣນຕາຍ ເຂົາເຈົ້າກໍພາກັນຮ້ອງໄຫ້ໂສກເສົ້າໃຫ້ອາໂຣນ 30 ມື້.+