ໂຢຊວຍ
9 ກະສັດທັງໝົດທີ່ຢູ່ທາງທິດຕາເວັນຕົກຂອງແມ່ນ້ຳຈໍແດນ+ກໍໄດ້ຍິນກ່ຽວກັບສິ່ງທີ່ເກີດຂຶ້ນ. ຈາກນັ້ນ ພວກເຮດ ພວກອາໂມ ພວກການາອານ ພວກເປຣິຊີ ພວກຮີວີ ແລະພວກເຢບຸດ+ທີ່ຢູ່ເຂດພູ ເຂດເຊເຟລາ ຕາມແຄມທະເລໃຫຍ່*+ ແລະເຂດພູເລບານອນ 2 ໄດ້ຮ່ວມມືກັນເພື່ອຈະມາຕໍ່ສູ້ກັບໂຢຊວຍແລະພວກອິດສະຣາເອນ.+
3 ຄົນທີ່ຢູ່ເມືອງກິເບໂອນ+ໄດ້ຍິນວ່າໂຢຊວຍໄດ້ທຳລາຍເມືອງເຢຣິໂກ+ແລະເມືອງອາອີ+ແນວໃດ 4 ເຂົາເຈົ້າຈຶ່ງຄິດແຜນທີ່ສະຫຼາດໆຂຶ້ນມາ. ເຂົາເຈົ້າເອົາອາຫານໃສ່ເປົາເກົ່າໆ ແລ້ວເອົາເປົາເຫຼົ່ານັ້ນກັບຖົງໜັງໃສ່ເຫຼົ້າແວງທີ່ເກົ່າໆຂາດໆແລະມີຮອຍຫຍິບຂຶ້ນໃສ່ຫຼັງລາ. 5 ເຂົາເຈົ້ານຸ່ງເຄື່ອງເກົ່າໆຂາດໆ ໃສ່ເກີບເກົ່າໆທີ່ມີຮອຍຂາດ ແລ້ວກໍເອົາເຂົ້າຈີ່ແຫ້ງໆຜຸໆມານຳ. 6 ຫຼັງຈາກນັ້ນ ເຂົາເຈົ້າກໍໄປຫາໂຢຊວຍຢູ່ຄ້າຍພັກທີ່ຢູ່ກິນການ.+ ເຂົາເຈົ້າບອກໂຢຊວຍກັບພວກອິດສະຣາເອນວ່າ: “ພວກເຮົາມາແຕ່ແຜ່ນດິນທີ່ຢູ່ໄກໆພຸ້ນ. ຂໍໃຫ້ເຮັດສັນຍາສະຫງົບເສິກກັບພວກເຮົາໄດ້ບໍ?” 7 ແຕ່ພວກອິດສະຣາເອນເວົ້າກັບຄົນຮີວີ+ພວກນີ້ວ່າ: “ພວກເຈົ້າອາດຈະຢູ່ໃກ້ໆພວກເຮົານີ້ແຫຼະ. ພວກເຮົາຈະເຮັດສັນຍາກັບພວກເຈົ້າໄດ້ແນວໃດ?”+ 8 ເຂົາເຈົ້າຕອບໂຢຊວຍວ່າ: “ພວກເຮົາຢາກຮັບໃຊ້ເຈົ້າ.”
ໂຢຊວຍຖາມເຂົາເຈົ້າວ່າ: “ພວກເຈົ້າແມ່ນໃຜ ແລະມາຈາກໃສ?” 9 ເຂົາເຈົ້າຕອບວ່າ: “ພວກເຮົາທີ່ເປັນຜູ້ຮັບໃຊ້ຂອງທ່ານມາຈາກແຜ່ນດິນທີ່ຢູ່ໄກໆພຸ້ນ.+ ພວກເຮົາມາຫາທ່ານຍ້ອນພວກເຮົາໄດ້ຍິນຊື່ສຽງຂອງພະເຢໂຫວາພະເຈົ້າຂອງທ່ານ. ພວກເຮົາຮູ້ວ່າເພິ່ນເຮັດແນວໃດກັບພວກເອຢິບ+ 10 ແລະພວກເຮົາຍັງຮູ້ວ່າເພິ່ນໄດ້ເຮັດແນວໃດກັບສີໂຮນ+ກະສັດຂອງເມືອງເຮັດຊະໂບນແລະໂອກ+ກະສັດຂອງບາຊານທີ່ຢູ່ອັດຊະເຕຣາດ. ເພິ່ນໄດ້ຊະນະກະສັດທັງສອງອົງນີ້ຂອງຄົນອາໂມທີ່ຢູ່ຟາກນັ້ນຂອງແມ່ນ້ຳຈໍແດນ. 11 ຍ້ອນແນວນີ້ ພວກຜູ້ນຳກັບຄົນທີ່ຢູ່ນຳພວກເຮົາຈຶ່ງບອກພວກເຮົາວ່າ ‘ໃຫ້ພວກເຈົ້າເອົາອາຫານແລະເດີນທາງໄປຫາພວກອິດສະຣາເອນເດີ້. ໃຫ້ບອກເຂົາເຈົ້າວ່າ “ພວກເຮົາຢາກເປັນຜູ້ຮັບໃຊ້ຂອງທ່ານ.+ ຂໍໃຫ້ທ່ານເຮັດສັນຍາສະຫງົບເສິກກັບພວກເຮົາໄດ້ບໍ?”’+ 12 ເບິ່ງເຂົ້າຈີ່ຂອງພວກເຮົາແມ້. ຕອນທີ່ພວກເຮົາອອກເຮືອນມາ ເຂົ້າຈີ່ນັ້ນຍັງໃໝ່ໆແລະຮ້ອນໆຢູ່ ແຕ່ຕອນນີ້ມັນທັງແຫ້ງທັງຜຸໝົດແລ້ວ.+ 13 ຕອນທີ່ພວກເຮົາອອກມາ ຖົງໜັງນີ້ທີ່ພວກເຮົາໃສ່ເຫຼົ້າແວງມັນຍັງໃໝ່ໆຢູ່ ແຕ່ຕອນນີ້ມັນຂາດແລ້ວ+ ແລະເຄື່ອງນຸ່ງກັບເກີບຂອງພວກເຮົາກໍທັງເກົ່າທັງຂາດແລ້ວຄືກັນ ຍ້ອນເດີນທາງມາແຕ່ໄກໆພຸ້ນ.”
14 ພວກອິດສະຣາເອນກໍເອົາອາຫານຂອງເຂົາເຈົ້າມາເບິ່ງ ແຕ່ບໍ່ໄດ້ຖາມພະເຢໂຫວາກ່ຽວກັບເລື່ອງນີ້.+ 15 ໂຢຊວຍໄດ້ເຮັດສັນຍາວ່າຈະບໍ່ທຳລາຍເຂົາເຈົ້າ+ ແລະພວກຫົວໜ້າກໍໄດ້ສາບານວ່າຈະເຮັດຕາມຄຳສັນຍານັ້ນ.+
16 ຫຼັງຈາກທີ່ເຮັດສັນຍາໄປແລ້ວ 3 ມື້ ພວກອິດສະຣາເອນກໍໄດ້ຍິນວ່າ ແທ້ໆແລ້ວເຂົາເຈົ້າອາໄສຢູ່ໃກ້ໆນີ້. 17 ຈາກນັ້ນ ພວກອິດສະຣາເອນກໍອອກເດີນທາງ ແລະໃນມື້ທີ 3 ກໍຮອດເມືອງຂອງເຂົາເຈົ້າທີ່ຊື່ກິເບໂອນ+ ເກຟີຣາ ເບເອໂຣດ ແລະກີຣິອາດເຢອາຣີມ.+ 18 ແຕ່ພວກອິດສະຣາເອນບໍ່ໄດ້ໂຈມຕີເຂົາເຈົ້າ ຍ້ອນພວກຫົວໜ້າໄດ້ສາບານກັບເຂົາເຈົ້າຕໍ່ໜ້າພະເຢໂຫວາ+ພະເຈົ້າຂອງອິດສະຣາເອນແລ້ວ. ປະຊາຊົນຈຶ່ງພາກັນຈົ່ມໃຫ້ພວກຫົວໜ້າ. 19 ພວກຫົວໜ້າກໍເລີຍເວົ້າກັບປະຊາຊົນວ່າ: “ພວກເຮົາຈະບໍ່ໂຈມຕີເຂົາເຈົ້າ ຍ້ອນພວກເຮົາໄດ້ສາບານກັບເຂົາເຈົ້າຕໍ່ໜ້າພະເຢໂຫວາພະເຈົ້າຂອງອິດສະຣາເອນແລ້ວ. 20 ພວກເຮົາຈະເຮັດແນວນີ້. ພວກເຮົາຈະບໍ່ຂ້າເຂົາເຈົ້າເພື່ອພວກເຮົາຈະບໍ່ຖືກລົງໂທດຍ້ອນບໍ່ໄດ້ເຮັດຕາມທີ່ສາບານໄວ້ກັບເຂົາເຈົ້າ.”+ 21 ພວກຫົວໜ້າໄດ້ເວົ້າຕື່ມອີກວ່າ: “ບໍ່ຕ້ອງຂ້າເຂົາເຈົ້າ. ໃຫ້ເຂົາເຈົ້າເປັນຄົນຫາຟືນແລະຕັກນ້ຳໃຫ້ຄົນອິດສະຣາເອນ.” ພວກຫົວໜ້າໄດ້ຕັດສິນໃຈນຳກັນແລ້ວວ່າຈະໃຫ້ພວກກິເບໂອນເຮັດແນວນັ້ນ.
22 ໂຢຊວຍໄດ້ເອີ້ນເຂົາເຈົ້າມາແລະຖາມວ່າ: “ເປັນຫຍັງພວກເຈົ້າຕົວະພວກເຮົາວ່າ ‘ພວກເຮົາມາແຕ່ໄກໆພຸ້ນ’ ທັງໆທີ່ພວກເຈົ້າຢູ່ໃກ້ໆນີ້ໜຶ່ງ?+ 23 ຍ້ອນແນວນີ້ ພວກເຈົ້າຈະເປັນທາດຂອງພວກເຮົາຕະຫຼອດໄປ.+ ພວກເຈົ້າຈະເປັນຄົນຫາຟືນແລະຕັກນ້ຳສຳລັບວິຫານ*ຂອງພະເຈົ້າຂອງຂ້ອຍ.” 24 ເຂົາເຈົ້າຕອບໂຢຊວຍວ່າ: “ພວກເຮົາທີ່ເປັນຜູ້ຮັບໃຊ້ຂອງທ່ານຮູ້ວ່າ ພະເຢໂຫວາພະເຈົ້າຂອງທ່ານໄດ້ສັ່ງໃຫ້ໂມເຊຜູ້ຮັບໃຊ້ຂອງເພິ່ນເອົາແຜ່ນດິນທັງໝົດນີ້ໃຫ້ເປັນຂອງພວກທ່ານ+ ແລະໃຫ້ຂ້າທຸກຄົນໃນແຜ່ນດິນທີ່ພວກທ່ານຈະມາຢູ່. ພວກເຮົາຢ້ານວ່າຈະຕາຍຄືກັນ+ ພວກເຮົາຈຶ່ງເຮັດແນວນີ້.+ 25 ພວກເຮົາພ້ອມທີ່ຈະຍອມຮັບການຕັດສິນໃຈຂອງທ່ານ. ຂໍໃຫ້ທ່ານເຮັດກັບພວກເຮົາຕາມທີ່ທ່ານເຫັນວ່າສົມຄວນ.” 26 ໂຢຊວຍເຮັດຕາມທີ່ເຂົາເຈົ້າບອກ. ລາວໄດ້ຊ່ວຍເຂົາເຈົ້າບໍ່ໃຫ້ຖືກພວກອິດສະຣາເອນຂ້າ. 27 ຕັ້ງແຕ່ມື້ນັ້ນ ໂຢຊວຍໄດ້ໃຫ້ເຂົາເຈົ້າເປັນຄົນຫາຟືນແລະຕັກນ້ຳສຳລັບພວກອິດສະຣາເອນ+ແລະສຳລັບແທ່ນບູຊາຂອງພະເຢໂຫວາຕາມບ່ອນທີ່ເພິ່ນໄດ້ເລືອກໄວ້.+ ເຂົາເຈົ້າເຮັດແນວນັ້ນຈົນຮອດທຸກມື້ນີ້.+