ຂ່າວຄາວສະບັບທີສອງ
10 ເຣໂຮໂບອາມໄປເມືອງເຊເຄັມ+ ຍ້ອນພວກອິດສະຣາເອນພາກັນໄປຫັ້ນເພື່ອແຕ່ງຕັ້ງລາວໃຫ້ເປັນກະສັດ.+ 2 ເມື່ອເຢໂຣໂບອາມ+ລູກຊາຍຂອງເນບັດຮູ້ເລື່ອງນີ້ ລາວຈຶ່ງກັບມາຈາກເອຢິບ. (ຕອນນັ້ນລາວຍັງຢູ່ເອຢິບຍ້ອນໜີກະສັດໂຊໂລໂມນ.)+ 3 ພວກອິດສະຣາເອນໄດ້ໃຫ້ຄົນໄປເອີ້ນເຢໂຣໂບອາມມາ. ຫຼັງຈາກນັ້ນ ເຢໂຣໂບອາມກັບພວກອິດສະຣາເອນກໍໄປຫາເຣໂຮໂບອາມແລະເວົ້າກັບລາວວ່າ: 4 “ພໍ່ຂອງທ່ານໄດ້ເຮັດໃຫ້ຊີວິດຂອງພວກເຮົາລຳບາກຫຼາຍແທ້ໆ+ ແຕ່ຖ້າທ່ານບໍ່ຮຽກຮ້ອງຈາກພວກເຮົາຫຼາຍສ່ຳກັບພໍ່ຂອງທ່ານແລະບໍ່ເຮັດໃຫ້ຊີວິດຂອງພວກເຮົາລຳບາກຄືແຕ່ກີ້ ພວກເຮົາກໍຈະຮັບໃຊ້ທ່ານ.”
5 ເຣໂຮໂບອາມບອກເຂົາເຈົ້າວ່າ: “ອີກ 3 ມື້ຈຶ່ງມາຫາຂ້ອຍໃໝ່.” ແລ້ວປະຊາຊົນກໍພາກັນເມືອ.+ 6 ຈາກນັ້ນ ກະສັດເຣໂຮໂບອາມຈຶ່ງໄປປຶກສາພວກຜູ້ເຖົ້າ*ທີ່ເຄີຍຮັບໃຊ້ໂຊໂລໂມນພໍ່ຂອງລາວ. ລາວຖາມວ່າ: “ພວກເຈົ້າຈະແນະນຳຂ້ອຍໃຫ້ຕອບປະຊາຊົນແນວໃດ?” 7 ເຂົາເຈົ້າບອກວ່າ: “ຖ້າທ່ານເຮັດດີກັບປະຊາຊົນ ເຮັດໃຫ້ເຂົາເຈົ້າພໍໃຈ ແລະເວົ້າກັບເຂົາເຈົ້າດີໆ ເຂົາເຈົ້າກໍຈະຮັບໃຊ້ທ່ານຕະຫຼອດໄປ.”
8 ແຕ່ລາວບໍ່ໄດ້ເຮັດຕາມທີ່ພວກຜູ້ເຖົ້າແນະນຳ ລາວໄປປຶກສາພວກຄົນໜຸ່ມທີ່ໃຫຍ່ມານຳກັນແລະຕອນນີ້ເຮັດວຽກໃຫ້ລາວ.+ 9 ລາວຖາມເຂົາເຈົ້າວ່າ: “ພວກເຈົ້າຈະແນະນຳຂ້ອຍໃຫ້ຕອບປະຊາຊົນແນວໃດ ເພາະຕອນນີ້ເຂົາເຈົ້າມາເວົ້າກັບຂ້ອຍວ່າ ‘ຂໍທ່ານຢ່າເຮັດໃຫ້ຊີວິດຂອງພວກເຮົາລຳບາກຄືກັບທີ່ພໍ່ຂອງທ່ານເຄີຍເຮັດ’?” 10 ພວກຄົນໜຸ່ມທີ່ໃຫຍ່ມານຳກັນບອກລາວວ່າ: “ສຳລັບພວກປະຊາຊົນທີ່ມາເວົ້າກັບທ່ານວ່າ ‘ພໍ່ຂອງທ່ານໄດ້ເຮັດໃຫ້ຊີວິດຂອງພວກເຮົາລຳບາກຫຼາຍແທ້ໆ ແຕ່ຂໍທ່ານຢ່າເຮັດໃຫ້ຊີວິດຂອງພວກເຮົາລຳບາກແບບນັ້ນ’ ທ່ານຕ້ອງຕອບເຂົາເຈົ້າແບບນີ້ ‘ຂ້ອຍຈະເຮັດໃຫ້ຊີວິດຂອງພວກເຈົ້າລຳບາກຫຼາຍກວ່າທີ່ພໍ່ຂ້ອຍເຄີຍເຮັດ.* 11 ພໍ່ຂ້ອຍໄດ້ເຮັດໃຫ້ຊີວິດຂອງພວກເຈົ້າລຳບາກຫຼາຍ ແຕ່ຂ້ອຍຈະເຮັດໃຫ້ຊີວິດຂອງພວກເຈົ້າລຳບາກຫຼາຍກວ່າເກົ່າອີກ. ພໍ່ຂ້ອຍເອົາແສ້ທຳມະດາຟາດພວກເຈົ້າ ແຕ່ຂ້ອຍຈະເອົາແສ້ທີ່ມີແນວແຫຼມໆຕິດຢູ່ຟາດພວກເຈົ້າ.’”
12 ເມື່ອຮອດມື້ທີ 3 ເຢໂຣໂບອາມແລະປະຊາຊົນກໍມາຫາກະສັດເຣໂຮໂບອາມຕາມທີ່ລາວບອກວ່າ: “ອີກ 3 ມື້ຈຶ່ງກັບມາຫາຂ້ອຍໃໝ່.”+ 13 ແຕ່ກະສັດເຣໂຮໂບອາມເວົ້າເປັນຕາຊັງໃສ່ເຂົາເຈົ້າ ລາວບໍ່ໄດ້ເຮັດຕາມຄຳແນະນຳຂອງພວກຜູ້ເຖົ້າ. 14 ລາວເຮັດຕາມຄຳແນະນຳຂອງພວກຄົນໜຸ່ມແລະບອກປະຊາຊົນວ່າ: “ຂ້ອຍຈະເຮັດໃຫ້ຊີວິດຂອງພວກເຈົ້າລຳບາກຫຼາຍກວ່າເກົ່າ. ພໍ່ຂ້ອຍເອົາແສ້ທຳມະດາຟາດພວກເຈົ້າ ແຕ່ຂ້ອຍຈະເອົາແສ້ທີ່ມີແນວແຫຼມໆຕິດຢູ່ຟາດພວກເຈົ້າ.” 15 ກະສັດເຣໂຮໂບອາມບໍ່ໄດ້ເຮັດຕາມສິ່ງທີ່ປະຊາຊົນຂໍ ຍ້ອນພະເຈົ້າທ່ຽງແທ້ເຮັດໃຫ້ເປັນແບບນີ້.+ ເລື່ອງນີ້ເປັນໄປຕາມທີ່ພະເຢໂຫວາໃຊ້ຜູ້ພະຍາກອນອາຮີຢາ+ຄົນຊີໂລໄປບອກເຢໂຣໂບອາມລູກຊາຍຂອງເນບັດ.
16 ເມື່ອພວກອິດສະຣາເອນເຫັນວ່າກະສັດບໍ່ໄດ້ເຮັດຕາມສິ່ງທີ່ເຂົາເຈົ້າຂໍ ເຂົາເຈົ້າຈຶ່ງບອກກະສັດວ່າ: “ພວກເຮົາຈະບໍ່ຕິດຕາມດາວິດແລ້ວ ຍ້ອນພວກເຮົາບໍ່ໄດ້ຮັບປະໂຫຍດຫຍັງ. ໃຫ້ພວກລູກຫຼານຂອງເຢຊີຢູ່ກັນເອງສະ! ພວກອິດສະຣາເອນເອີ້ຍ ໃຫ້ພວກເຈົ້າແຕ່ລະຄົນກັບໄປນະມັດສະການພະເຈົ້າຂອງພວກເຈົ້າສະ! ພວກລູກຫຼານຂອງດາວິດເອີ້ຍ ຕັ້ງແຕ່ນີ້ໄປເບິ່ງແຍງໂຕເອງເດີ້!”+ ແລ້ວພວກອິດສະຣາເອນກໍກັບເມືອເຮືອນ*ຂອງໃຜຂອງລາວ.+
17 ແຕ່ເຣໂຮໂບອາມກໍຍັງປົກຄອງພວກອິດສະຣາເອນທີ່ຢູ່ເມືອງຕ່າງໆຂອງຢູດາຕໍ່ໄປ.+
18 ມີມື້ໜຶ່ງ ກະສັດເຣໂຮໂບອາມໄດ້ສົ່ງຮາໂດຣາມ*+ທີ່ເປັນຫົວໜ້າພວກກຳມະກອນໄປເບິ່ງແຍງຄົນເຮັດວຽກ ແຕ່ພວກອິດສະຣາເອນດຶກກ້ອນຫີນໃສ່ລາວຈົນຕາຍ ສ່ວນກະສັດເຣໂຮໂບອາມຂຶ້ນລົດມ້າຂອງໂຕເອງແລ້ວໜີກັບໄປເມືອງເຢຣູຊາເລັມໄດ້.+ 19 ພວກອິດສະຣາເອນໄດ້ຕໍ່ຕ້ານລູກຫຼານຂອງດາວິດຈົນຮອດທຸກມື້ນີ້.