ປະຖົມມະການ
17 ຕອນທີ່ອັບຣາມອາຍຸ 99 ປີ ພະເຢໂຫວາມາຫາລາວແລະເວົ້າວ່າ: “ເຮົາເປັນພະເຈົ້າຜູ້ມີລິດເດດສູງສຸດ. ໃຫ້ເຈົ້າໃຊ້ຊີວິດຢ່າງຖືກຕ້ອງຕາມແນວທາງຂອງເຮົາແລະເຮັດໃຫ້ເຮົາເຫັນວ່າເຈົ້າບໍ່ມີບ່ອນຕຳໜິ. 2 ເຮົາຈະເຮັດຕາມຄຳສັນຍາທີ່ໃຫ້ໄວ້ກັບເຈົ້າ.+ ເຮົາຈະເຮັດໃຫ້ເຈົ້າມີລູກມີຫຼານຫຼາຍໆ.”+
3 ອັບຣາມກໍໝູບໜ້າລົງພື້ນ ແລ້ວພະເຈົ້າເວົ້າກັບລາວອີກວ່າ: 4 “ເຮົາໄດ້ເຮັດສັນຍາກັບເຈົ້າແລ້ວ+ ເຈົ້າຈະເປັນພໍ່ຂອງຄົນຫຼາຍຊາດ.+ 5 ຕໍ່ໄປ ຊື່ຂອງເຈົ້າຈະບໍ່ແມ່ນອັບຣາມ* ແຕ່ຈະແມ່ນອັບຣາຮາມ* ຍ້ອນວ່າເຮົາຊິເຮັດໃຫ້ເຈົ້າເປັນພໍ່ຂອງຄົນຫຼາຍຊາດ. 6 ເຮົາຈະເຮັດໃຫ້ເຈົ້າມີລູກມີຫຼານຫຼາຍໆ. ເຂົາເຈົ້າຈະກາຍເປັນຫຼາຍໆຊາດ ແລະບາງຄົນກໍຈະເປັນກະສັດ.+
7 ເຮົາຈະເຮັດຕາມສັນຍາທີ່ໄດ້ເຮັດກັບເຈົ້າ+ແລະກັບລູກຫຼານຂອງເຈົ້າຕະຫຼອດຊີວິດຂອງເຂົາເຈົ້າ. ຄຳສັນຍານີ້ຈະຢູ່ຕະຫຼອດໄປ ເຮົາຈະເປັນພະເຈົ້າຂອງເຈົ້າແລະລູກຫຼານຂອງເຈົ້າ. 8 ແຜ່ນດິນການາອານທັງໝົດທີ່ເຈົ້າອາໄສຢູ່ຄືຄົນຕ່າງຊາດ+ ເຮົາຈະເອົາໃຫ້ເຈົ້າແລະລູກຫຼານຂອງເຈົ້າຕະຫຼອດໄປ ແລະເຮົາຈະເປັນພະເຈົ້າຂອງເຂົາເຈົ້າ.”+
9 ພະເຈົ້າເວົ້າກັບອັບຣາຮາມອີກວ່າ: “ເຈົ້າກັບລູກຫຼານຂອງເຈົ້າທຸກຊົ່ວອາຍຸຕ້ອງເຮັດຕາມຄຳສັນຍາລະຫວ່າງເຮົາກັບເຈົ້າ. 10 ສັນຍາລະຫວ່າງເຮົາກັບເຈົ້າແລະລູກຫຼານຂອງເຈົ້າທີ່ຈະຕ້ອງເຮັດແມ່ນ ໃຫ້ຜູ້ຊາຍທຸກຄົນຮັບສິນຕັດ.*+ 11 ເຈົ້າຕ້ອງຮັບສິນຕັດ ເພາະສິນຕັດຈະເປັນເຄື່ອງໝາຍຂອງຄຳສັນຍາທີ່ເຮົາເຮັດກັບເຈົ້າ.+ 12 ລູກຫຼານຂອງເຈົ້າທຸກຊົ່ວອາຍຸທີ່ເປັນຜູ້ຊາຍ ເມື່ອເກີດໄດ້ 8 ມື້ຕ້ອງຮັບສິນຕັດ.+ ທຸກຄົນທີ່ເກີດໃນເຮືອນຂອງເຈົ້າ ຄົນທີ່ບໍ່ໄດ້ເປັນລູກຫຼານຂອງເຈົ້າ ແລະທາດທີ່ເຈົ້າຊື້ມາຈາກຄົນຕ່າງຊາດຕ້ອງຮັບສິນຕັດ. 13 ຜູ້ຊາຍທຸກຄົນທີ່ເກີດຢູ່ໃນເຮືອນຂອງເຈົ້າແລະທຸກຄົນທີ່ເຈົ້າໄດ້ຊື້ມາຕ້ອງຮັບສິນຕັດ.+ ສິນຕັດນີ້*ຈະເປັນຄຳສັນຍາທີ່ຢູ່ຕະຫຼອດໄປ. 14 ຖ້າຜູ້ຊາຍຄົນໃດບໍ່ຮັບສິນຕັດ ຄົນນັ້ນຈະຕ້ອງຕາຍ ເພາະລາວບໍ່ເຮັດຕາມຄຳສັນຍາຂອງເຮົາ.”
15 ຈາກນັ້ນ ພະເຈົ້າເວົ້າກັບອັບຣາຮາມວ່າ: “ສ່ວນເມຍຂອງເຈົ້າ ເຈົ້າຊິບໍ່ເອີ້ນລາວວ່າຊາຣາຍ*+ ເພາະລາວຊິມີຊື່ວ່າຊາຣາ.* 16 ເຮົາຈະອວຍພອນລາວ ແລະລາວຈະມີລູກຊາຍໃຫ້ເຈົ້າ.+ ລາວຈະເປັນແມ່ຂອງຄົນຫຼາຍຊາດ ແລະບາງຄົນກໍຈະເປັນກະສັດ.” 17 ເມື່ອໄດ້ຍິນແນວນີ້ອັບຣາຮາມໝູບໜ້າລົງແລ້ວກໍຫົວ. ລາວຄິດໃນໃຈວ່າ:+ “ຜູ້ຊາຍອາຍຸ 100 ປີຊິມີລູກໄດ້ບໍ? ແລະຊາຣາອາຍຸ 90 ປີຊິມີລູກໄດ້ຢູ່ບໍ?”+
18 ດັ່ງນັ້ນ ອັບຣາຮາມຈຶ່ງເວົ້າກັບພະເຈົ້າທ່ຽງແທ້ວ່າ: “ຂໍພະອົງອວຍພອນໃຫ້ອິດຊະມາເອນ.”+ 19 ພະເຈົ້າເລີຍເວົ້າວ່າ: “ຊາຣາຈະເກີດລູກຊາຍໃຫ້ເຈົ້າແນ່ນອນ ແລະເຈົ້າຈະຕັ້ງຊື່ໃຫ້ລາວວ່າອີຊາກ.*+ ເຮົາຈະເຮັດຕາມສັນຍາທີ່ໃຫ້ກັບລາວ ສັນຍານີ້ຈະເປັນປະໂຫຍດຕໍ່ລາວແລະລູກຫຼານຂອງລາວຕະຫຼອດໄປ.+ 20 ສ່ວນອິດຊະມາເອນນັ້ນ ເຮົາໄດ້ຍິນທີ່ເຈົ້າຂໍແລ້ວ ເຮົາຈະອວຍພອນລາວແລະໃຫ້ລາວມີລູກມີຫຼານຫຼາຍໆ. ລູກຊາຍຂອງລາວ 12 ຄົນຈະກາຍເປັນຫົວໜ້າຕະກູນ. ເຮົາຈະເຮັດໃຫ້ລາວເປັນພໍ່ຂອງຄົນຊາດໃຫຍ່.+ 21 ເຮົາຈະເຮັດຕາມສັນຍາທີ່ໃຫ້ກັບອີຊາກ.+ ຮອດຍາມນີ້ປີໜ້າ ຊາຣາຈະເກີດລູກ.”+
22 ເມື່ອພະເຈົ້າເວົ້າກັບອັບຣາຮາມຈົບແລ້ວ ເພິ່ນກໍໄປຈາກລາວ. 23 ອັບຣາຮາມກໍໃຫ້ອິດຊະມາເອນ ຜູ້ຊາຍທຸກຄົນທີ່ເກີດໃນເຮືອນຂອງລາວ ຜູ້ຊາຍທີ່ລາວຊື້ມາເປັນທາດ ແລະຜູ້ຊາຍທຸກຄົນທີ່ຢູ່ໃນເຮືອນຂອງລາວຮັບສິນຕັດໃນມື້ນັ້ນຕາມທີ່ພະເຈົ້າບອກ.+ 24 ອັບຣາຮາມຮັບສິນຕັດຕອນອາຍຸ 99 ປີ.+ 25 ອິດຊະມາເອນລູກຂອງລາວຮັບສິນຕັດຕອນອາຍຸ 13 ປີ.+ 26 ໃນມື້ນັ້ນ ທັງອັບຣາຮາມແລະອິດຊະມາເອນໄດ້ຮັບສິນຕັດ. 27 ຜູ້ຊາຍທຸກຄົນທີ່ຢູ່ໃນເຮືອນຂອງອັບຣາຮາມ ເຊິ່ງມີທັງຄົນທີ່ເກີດຢູ່ໃນເຮືອນ ແລະທາດທີ່ລາວຊື້ມາຈາກຄົນຕ່າງຊາດກໍໄດ້ຮັບສິນຕັດຄືກັບລາວ.