ສຸພາສິດ
3 ລູກເອີ້ຍ ຢ່າລືມຄຳສອນ*ຂອງພໍ່
ແລະຂໍໃຫ້ເຮັດຕາມຄຳສັ່ງຂອງພໍ່ສຸດຫົວໃຈ.
2 ຖ້າລູກເຮັດແນວນີ້ ລູກຈະມີອາຍຸຍືນຍາວ
ແລະມີຊີວິດທີ່ສະຫງົບສຸກ.+
3 ຢ່າໃຫ້ຄວາມຮັກທີ່ໝັ້ນຄົງແລະຄວາມສັດຊື່*ໄປຈາກລູກ.+
ໃຫ້ມັດພວກມັນໄວ້ຢູ່ຄໍຂອງລູກ
ແລະຂຽນໄວ້ຢູ່ໃນໃຈຂອງລູກ+
4 ແລ້ວລູກຈະເປັນຄົນທີ່ມີຄວາມເຂົ້າໃຈທີ່ດີແລະເປັນຄົນທີ່ໜ້າພໍໃຈ
ທັງໃນສາຍຕາຂອງພະເຈົ້າແລະມະນຸດ.+
7 ຢ່າຄິດວ່າໂຕເອງເປັນຄົນສະຫຼາດ.+
ໃຫ້ຢ້ານຢຳພະເຢໂຫວາແລະຢ່າໄປເຮັດສິ່ງຊົ່ວ.
8 ນີ້ຈະເປັນສິ່ງທີ່ປິ່ນປົວລູກ
ແລະຈະເປັນສິ່ງທີ່ເຮັດໃຫ້ກະດູກຂອງລູກແຂງແຮງ.
9 ໃຫ້ລູກໃຫ້ກຽດພະເຢໂຫວາໂດຍໃຫ້ສິ່ງທີ່ມີຄ່າຂອງລູກ+
10 ແລ້ວສາງຂອງລູກກໍຈະມີເຂົ້າເຕັມ+
ແລະອ່າງຢຽບໝາກລະແຊັງຂອງລູກກໍຈະມີເຫຼົ້າແວງຈົນລົ້ນ.
11 ລູກເອີ້ຍ ຢ່າປະຕິເສດການສັ່ງສອນຂອງພະເຢໂຫວາ+
ແລະຢ່າຊັງການຕັກເຕືອນຂອງເພິ່ນ+
12 ຍ້ອນພະເຢໂຫວາຮັກຜູ້ໃດ ເພິ່ນກໍຕັກເຕືອນຜູ້ນັ້ນ+
ຄືກັບພໍ່ຕັກເຕືອນລູກທີ່ຮັກ.+
13 ຄົນທີ່ຊອກຫາສະຕິປັນຍາຈົນພົບ+
ແລະຄົນທີ່ຮຽນຈົນມີຄວາມເຂົ້າໃຈກໍມີຄວາມສຸກ.
14 ການເປັນຄົນທີ່ມີສະຕິປັນຍາ
ກໍດີກວ່າການມີເງິນມີຄຳ.+
15 ສະຕິປັນຍາມີຄ່າຫຼາຍກວ່າປະກາລັງ.*
ບໍ່ມີຫຍັງຈະທຽບກັບມັນໄດ້ເລີຍ.
16 ຊີວິດທີ່ຍືນຍາວຢູ່ໃນມືເບື້ອງຂວາຂອງມັນ
ແລະຄວາມຮັ່ງມີກັບກຽດຕິຍົດກໍຢູ່ໃນມືເບື້ອງຊ້າຍຂອງມັນ.
17 ຖ້າລູກຍ່າງຢູ່ໃນທາງຂອງສະຕິປັນຍາ ລູກຈະມີຄວາມສຸກ
ແລະຖ້າລູກຍ່າງຢູ່ໃນທາງຂອງມັນ ລູກກໍມີຄວາມສະຫງົບສຸກ.+
18 ຖ້າຄົນໃດຍຶດໝັ້ນກັບສະຕິປັນຍາ ມັນກໍຈະເປັນຕົ້ນໄມ້ທີ່ໃຫ້ຊີວິດສຳລັບລາວ.
ລາວຈະມີຊີວິດຢູ່ຕໍ່ໄປແລະມີຄວາມສຸກ.+
19 ພະເຢໂຫວາໃຊ້ສະຕິປັນຍາຂອງເພິ່ນສ້າງໂລກນີ້ໄວ້.+
ເພິ່ນໃຊ້ຄວາມເຂົ້າໃຈສ້າງສະຫວັນໄວ້ຢ່າງໝັ້ນຄົງ.+
20 ເພິ່ນໃຊ້ຄວາມຮູ້ຂອງເພິ່ນເຮັດໃຫ້ນ້ຳເລິກແຍກອອກຈາກກັນ
ແລະເຮັດໃຫ້ຝົນຝອຍຕົກລົງມາຈາກຂີ້ເຝື້ອທີ່ຢູ່ເທິງຟ້າ.+
21 ລູກເອີ້ຍ ໃຫ້ຄິດເຖິງສິ່ງເຫຼົ່ານີ້*ສະເໝີ.
ໃຫ້ປົກປ້ອງສະຕິປັນຍາທີ່ໃຊ້ໄດ້ແທ້ແລະຄວາມສາມາດໃນການຄິດ
22 ແລ້ວລູກຈະມີອາຍຸຍືນຍາວ.
ສະຕິປັນຍາແລະຄວາມເຂົ້າໃຈຈະເປັນເຄື່ອງປະດັບຢູ່ຄໍຂອງລູກ.
23 ລູກຈະຍ່າງໄປແລະບໍ່ຢ້ານຫຍັງ
ແລະລູກຈະບໍ່ສະດຸດລົ້ມເລີຍ.+
25 ລູກຈະບໍ່ຢ້ານຄວາມຈິບຫາຍທີ່ເກີດຂຶ້ນກະທັນຫັນ+
ແລະຈະບໍ່ຢ້ານພາຍຸທີ່ຈະມາພັດເອົາຄົນຊົ່ວ.+
28 ຢ່າເວົ້າກັບເພື່ອນບ້ານວ່າ: “ກັບເມືອກ່ອນ ແລ້ວຈຶ່ງກັບມາໃໝ່ເດີ້ ຂ້ອຍຊິເອົາໃຫ້ເຈົ້າມື້ອື່ນ”
ຖ້າລູກສາມາດໃຫ້ລາວໄດ້ໃນຕອນນັ້ນ.
29 ຢ່າວາງແຜນທຳຮ້າຍເພື່ອນບ້ານ+
ເມື່ອລາວໄວ້ໃຈລູກ.
31 ຢ່າອິດສາຄົນຮຸນແຮງ+
ແລະຢ່າໄປຮຽນແບບລາວ.
32 ພະເຢໂຫວາຊັງຄົນທີ່ມີເລ່ລ່ຽມ+
ແຕ່ເພິ່ນເປັນໝູ່ສະໜິດກັບຄົນທີ່ເຮັດສິ່ງທີ່ຖືກຕ້ອງ.+
35 ຄົນສະຫຼາດຈະໄດ້ຮັບກຽດ
ແຕ່ຄົນໂງ່ຈະຖືກເຮັດໃຫ້ເສຍກຽດ.+