-
ເຈົ້າເປັນໝູ່ກັບພະເຢໂຫວາໄດ້ຊີວິດທີ່ມີຄວາມສຸກຕະຫຼອດໄປ!—ໄດ້ຮັບປະໂຫຍດຈາກການຮຽນຄຳພີໄບເບິນ
-
-
3. ພະເຢໂຫວາຈະເປັນໝູ່ກັບຄົນແບບໃດ?
ພະເຢໂຫວາຮັກມະນຸດທຸກຄົນ “ແຕ່ເພິ່ນເປັນໝູ່ສະໜິດກັບຄົນທີ່ເຮັດສິ່ງທີ່ຖືກຕ້ອງ.” (ສຸພາສິດ 3:32) ພະເຢໂຫວາຈະເປັນໝູ່ກັບຄົນທີ່ພະຍາຍາມເຮັດສິ່ງທີ່ເພິ່ນບອກວ່າດີແລະຫຼີກລ່ຽງສິ່ງທີ່ເພິ່ນບອກວ່າບໍ່ດີ. ບາງຄົນອາດຄິດວ່າຍາກໂພດທີ່ຈະເຮັດຕາມມາດຕະຖານຂອງພະເຈົ້າ. ແຕ່ພະເຢໂຫວາເປັນພະເຈົ້າທີ່ໃຈດີ. ເພິ່ນຍອມຮັບຄົນທີ່ພະຍາຍາມສຸດຄວາມສາມາດທີ່ຈະເຮັດຕາມທຸກຢ່າງທີ່ເພິ່ນບອກ.—ເພງສັນລະເສີນ 147:11; ກິດຈະການ 10:34, 35
-
-
ສັດຊື່ໃນທຸກເລື່ອງຊີວິດທີ່ມີຄວາມສຸກຕະຫຼອດໄປ!—ໄດ້ຮັບປະໂຫຍດຈາກການຮຽນຄຳພີໄບເບິນ
-
-
ສັດຊື່ໃນທຸກເລື່ອງ
ຜູ້ໃດກໍຢາກມີໝູ່ທີ່ເປັນຄົນສັດຊື່. ພະເຢໂຫວາກໍຢາກໃຫ້ໝູ່ຂອງເພິ່ນເປັນຄົນສັດຊື່ຄືກັນ. ແຕ່ບໍ່ງ່າຍເລີຍທີ່ຈະເປັນຄົນແບບນັ້ນເພາະຄົນສ່ວນຫຼາຍໃນໂລກນີ້ບໍ່ສັດຊື່. ແລ້ວການເປັນຄົນສັດຊື່ໃນທຸກເລື່ອງມີປະໂຫຍດຫຍັງແດ່?
1. ເຫດຜົນສຳຄັນທີ່ສຸດທີ່ເຮົາຕ້ອງເປັນຄົນສັດຊື່ແມ່ນຫຍັງ?
ເມື່ອເຮົາສັດຊື່ກັບຄົນອື່ນ ເຮົາກໍເຮັດໃຫ້ພະເຢໂຫວາເຫັນວ່າເຮົາຮັກແລະນັບຖືເພິ່ນ. ພະເຢໂຫວາຮູ້ວ່າເຮົາຄິດຫຍັງແລະເຫັນທຸກຢ່າງທີ່ເຮົາເຮັດ. (ເຮັບເຣີ 4:13) ຖ້າເຮົາເລືອກທີ່ຈະເປັນຄົນສັດຊື່ ພະເຢໂຫວາກໍເຫັນແລະດີໃຈທີ່ເຮົາເຮັດແບບນັ້ນ. ຄຳພີໄບເບິນບອກວ່າ: “ພະເຢໂຫວາຊັງຄົນທີ່ມີເລ່ລ່ຽມ ແຕ່ເພິ່ນເປັນໝູ່ສະໜິດກັບຄົນທີ່ເຮັດສິ່ງທີ່ຖືກຕ້ອງ.”—ສຸພາສິດ 3:32
2. ເຮົາຈະສັດຊື່ໃນເລື່ອງໃດແດ່?
ພະເຢໂຫວາຢາກໃຫ້ເຮົາ “ເວົ້າຄວາມຈິງຕໍ່ກັນ.” (ເຊຄາຣີຢາ 8:16, 17) ນີ້ໝາຍຄວາມວ່າແນວໃດ? ບໍ່ວ່າເຮົາຈະເວົ້າກັບຄົນໃນຄອບຄົວ ໝູ່ຢູ່ບ່ອນເຮັດວຽກ ພີ່ນ້ອງຄລິດສະຕຽນ ຫຼືເຈົ້າໜ້າທີ່ບ້ານເມືອງ ເຮົາຈະບໍ່ເວົ້າຕົວະຫຼືໃຫ້ຂໍ້ມູນທີ່ບໍ່ແມ່ນຄວາມຈິງ. ຄົນສັດຊື່ຈະບໍ່ລັກຫຼືສໍ້ໂກງຄົນອື່ນ. (ອ່ານສຸພາສິດ 24:28 ແລະເອເຟໂຊ 4:28) ແລະເຂົາເຈົ້າຈະຈ່າຍພາສີຄົບທຸກກີບຕາມທີ່ກົດໝາຍກຳນົດໄວ້. (ໂຣມ 13:5-7) ບໍ່ວ່າຈະເປັນເລື່ອງໃດກໍຕາມ ເຮົາຈະ “ປະພຶດໂຕສັດຊື່ໃນທຸກເລື່ອງ.”—ເຮັບເຣີ 13:18
3. ການເປັນຄົນສັດຊື່ມີປະໂຫຍດຫຍັງແດ່?
ຖ້າຄົນອື່ນຮູ້ວ່າເຮົາເປັນຄົນສັດຊື່ ເຂົາເຈົ້າກໍຈະໄວ້ໃຈເຮົາ. ເຮົາຈະຊ່ວຍໃຫ້ທຸກຄົນໃນປະຊາຄົມຮູ້ສຶກປອດໄພ ຄືກັບໄດ້ຢູ່ໃນຄອບຄົວທີ່ຮັກກັນ. ການເປັນຄົນສັດຊື່ເຮັດໃຫ້ເຮົາຮູ້ສຶກສະບາຍໃຈ. ນອກຈາກນັ້ນ ຖ້າເຮົາເປັນຄົນສັດຊື່ ເຮົາກໍຈະເຮັດໃຫ້ “ຄຳສອນຂອງພະເຈົ້າຜູ້ຊ່ວຍໃຫ້ລອດຂອງພວກເຮົາໄດ້ຮັບການຍົກຍ້ອງໃນທຸກດ້ານ” ແລະເຮັດໃຫ້ຄົນອື່ນຢາກຮູ້ຈັກພະເຢໂຫວານຳ.—ຕີໂຕ 2:10
ຮຽນຮູ້ຫຼາຍຂຶ້ນ
ໃຫ້ເຮົາມາເບິ່ງວ່າການເປັນຄົນສັດຊື່ຈະເຮັດໃຫ້ພະເຢໂຫວາຮູ້ສຶກແນວໃດ ເຈົ້າເອງຈະໄດ້ຮັບປະໂຫຍດຫຍັງ ແລະເຈົ້າຈະເປັນຄົນສັດຊື່ໃນສະຖານະການຕ່າງໆໄດ້ແນວໃດ.
4. ພະເຢໂຫວາມັກຄົນທີ່ສັດຊື່
ອ່ານເພງສັນລະເສີນ 44:21 ແລະມາລາກີ 3:16 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເປັນຫຍັງເຮົາບໍ່ຄວນຄິດວ່າເຮົາຈະປິດບັງບາງເລື່ອງໄວ້ໄດ້?
ເຈົ້າຄິດວ່າພະເຢໂຫວາຈະຮູ້ສຶກແນວໃດຖ້າເຮົາເລືອກທີ່ຈະເວົ້າຄວາມຈິງ ເຖິງວ່າບາງຄັ້ງການເຮັດແບບນັ້ນອາດຈະບໍ່ງ່າຍ?
ເມື່ອລູກເວົ້າຄວາມຈິງ ພໍ່ແມ່ກໍມີຄວາມສຸກ. ເມື່ອເຮົາເວົ້າຄວາມຈິງ ພະເຢໂຫວາກໍມີຄວາມສຸກ
5. ເປັນຄົນສັດຊື່ຕະຫຼອດເວລາ
ຫຼາຍຄົນຄິດວ່າເປັນໄປບໍ່ໄດ້ທີ່ຄົນເຮົາຈະສັດຊື່ໃນທຸກເລື່ອງ. ແຕ່ໃຫ້ເຮົາມາເບິ່ງວ່າເປັນຫຍັງເຮົາຕ້ອງເປັນຄົນສັດຊື່ຕະຫຼອດເວລາ. ເປີດວິດີໂອ.
ອ່ານເຮັບເຣີ 13:18 ແລ້ວລົມກັນວ່າເຮົາຈະສັດຊື່ໄດ້ແນວໃດ . . .
ກັບຄົນໃນຄອບຄົວ.
ຢູ່ບ່ອນເຮັດວຽກຫຼືຢູ່ໂຮງຮຽນ.
ໃນໂອກາດອື່ນໆ.
6. ເຮົາໄດ້ຮັບປະໂຫຍດຈາກການເປັນຄົນສັດຊື່
ການເປັນຄົນສັດຊື່ອາດຈະເຮັດໃຫ້ເຮົາຕ້ອງເຈິກັບບັນຫາແດ່. ແຕ່ໃນທີ່ສຸດ ເຮົາຈະໄດ້ຮັບປະໂຫຍດແນ່ນອນ. ອ່ານເພງສັນລະເສີນ 34:12-16 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ການເປັນຄົນສັດຊື່ເຮັດໃຫ້ຊີວິດຂອງເຈົ້າດີຂຶ້ນແນວໃດ?
ກ. ຜົວແລະເມຍທີ່ສັດຊື່ຈະເຮັດໃຫ້ຊີວິດຄູ່ໝັ້ນຄົງ
ຂ. ພະນັກງານທີ່ສັດຊື່ຈະໄດ້ຮັບຄວາມໄວ້ໃຈຈາກຫົວໜ້າ
ຄ. ຄົນທີ່ສັດຊື່ຈະໄດ້ຮັບຄວາມໄວ້ວາງໃຈຈາກເຈົ້າໜ້າທີ່ບ້ານເມືອງ
ບາງຄົນເວົ້າວ່າ: “ເວົ້າຕົວະແດ່ຈັກໜ້ອຍໜຶ່ງກໍບໍ່ເປັນຫຍັງດອກ ຖ້າເຮັດໃຫ້ຄົນອື່ນສະບາຍໃຈ.”
ເປັນຫຍັງເຈົ້າຈຶ່ງໝັ້ນໃຈວ່າພະເຢໂຫວາກຽດຊັງການຕົວະທຸກຮູບແບບ?
ສະຫຼຸບ
ພະເຢໂຫວາຢາກໃຫ້ໝູ່ຂອງເພິ່ນເປັນຄົນສັດຊື່ທັງຄຳເວົ້າແລະການກະທຳ.
ຄຳຖາມທົບທວນ
ເຮົາຈະສັດຊື່ໃນເລື່ອງໃດແດ່?
ເປັນຫຍັງເຮົາບໍ່ຄວນຄິດວ່າເຮົາຈະປິດບັງບາງເລື່ອງໄວ້ໄດ້?
ເປັນຫຍັງເຈົ້າຈຶ່ງຢາກເປັນຄົນສັດຊື່ຕະຫຼອດເວລາ?
ເບິ່ງເພີ່ມເຕີມ
ພໍ່ແມ່ຈະສອນລູກໃຫ້ເປັນຄົນສັດຊື່ແນວໃດ?
ເຮົາຈະໄດ້ຮັບປະໂຫຍດຫຍັງຖ້າເຮົາເຮັດຕາມສິ່ງທີ່ເວົ້າໄວ້?
ເຮົາຕ້ອງເສຍພາສີບໍເຖິງວ່າຈະມີການເອົາເງິນນັ້ນໄປໃຊ້ແບບຜິດໆ?
ອັນໃດເຮັດໃຫ້ຄົນຂີ້ໂກງຄົນໜຶ່ງປ່ຽນແປງໂຕເອງແລະກາຍເປັນຄົນສັດຊື່ໄດ້?
“ຂ້ອຍຮູ້ແລ້ວວ່າພະເຢໂຫວາເມດຕາແລະພ້ອມຈະໃຫ້ອະໄພ” (ຫໍສັງເກດການ 1 ພຶດສະພາ 2015)
-
-
ເລືອກຄົບໝູ່ຢ່າງສະຫຼາດຊີວິດທີ່ມີຄວາມສຸກຕະຫຼອດໄປ!—ໄດ້ຮັບປະໂຫຍດຈາກການຮຽນຄຳພີໄບເບິນ
-
-
2. ການເລືອກໝູ່ຂອງເຈົ້າອາດເຮັດໃຫ້ພະເຢໂຫວາຮູ້ສຶກແນວໃດ?
ພະເຢໂຫວາເລືອກຢ່າງດີວ່າຈະເປັນໝູ່ກັບໃຜ. “ເພິ່ນເປັນໝູ່ສະໜິດກັບຄົນທີ່ເຮັດສິ່ງທີ່ຖືກຕ້ອງ.” (ສຸພາສິດ 3:32) ພະເຢໂຫວາຈະຮູ້ສຶກແນວໃດຖ້າເຮົາເລືອກເປັນໝູ່ກັບຄົນທີ່ບໍ່ໄດ້ຮັກເພິ່ນ? ເພິ່ນຄືຊິເສຍໃຈຫຼາຍແທ້ໆ. (ອ່ານຢາໂກໂບ 4:4) ຖ້າເຮົາພະຍາຍາມສະໜິດກັບພະເຢໂຫວາແລະສະໜິດກັບຄົນທີ່ຮັກເພິ່ນ ແລ້ວກໍເຊົາເປັນໝູ່ກັບຄົນທີ່ບໍ່ດີ ເຮົາກໍຈະເຮັດໃຫ້ພະເຢໂຫວາມີຄວາມສຸກແລະເພິ່ນກໍຈະເປັນໝູ່ກັບເຮົາ.—ເພງສັນລະເສີນ 15:1-4
-