ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ. ເພງຂອງດາວິດ.
2 ທຸກໆມື້ຄຳເວົ້າຂອງສິ່ງເຫຼົ່ານັ້ນອອກມາຄືກັບນ້ຳທີ່ທັ່ງອອກຢູ່ຕະຫຼອດ
ແລະທຸກໆຄືນພວກມັນເປີດເຜີຍຄວາມຮູ້ຂອງເພິ່ນ.
3 ເຖິງວ່າພວກມັນຈະບໍ່ໄດ້ເວົ້າຫຍັງ
ແລະເຖິງວ່າຈະບໍ່ມີສຽງຫຍັງອອກມາຈາກພວກມັນ
4 ແຕ່ທົ່ວໂລກກໍໄດ້ຍິນຄຳພະຍານຂອງພວກມັນ*
ແລະຂ່າວສານທີ່ພວກມັນປະກາດກໍໄປເຖິງຄົນທີ່ຢູ່ສຸດຂອບໂລກ.+
ພະເຈົ້າໄດ້ຕັ້ງເຕັ້ນໃຫ້ຕາເວັນຢູ່ເທິງຟ້າ.
5 ມັນເປັນຄືກັບເຈົ້າບ່າວທີ່ອອກມາຈາກຫ້ອງ
ແລະມັນດີໃຈຄືກັບຜູ້ຊາຍແຂງແຮງທີ່ໄດ້ອອກໄປແລ່ນແຂ່ງ.
6 ມັນອອກມາຈາກຂອບຟ້າຟາກໜຶ່ງ
ແລ້ວໄປອີກຟາກໜຶ່ງ+
ແລະບໍ່ມີຫຍັງລີ້ຈາກຄວາມຮ້ອນຂອງມັນໄດ້.
7 ກົດໝາຍຂອງພະເຢໂຫວາສົມບູນແບບ+ແລະເຮັດໃຫ້ມີແຮງອີກເທື່ອໜຶ່ງ.+
ຂໍ້ເຕືອນໃຈຂອງພະເຢໂຫວາໄວ້ໃຈໄດ້+ແລະເຮັດໃຫ້ຄົນທີ່ບໍ່ມີປະສົບການສະຫຼາດຂຶ້ນ.+
8 ຂໍ້ກຳນົດຂອງພະເຢໂຫວາຍຸຕິທຳແລະເຮັດໃຫ້ມີຄວາມສຸກ.+
ຄຳສັ່ງຂອງພະເຢໂຫວາດີແທ້ໆແລະເຮັດໃຫ້ມີຄວາມເຂົ້າໃຈຫຼາຍຂຶ້ນ.+
9 ການຢ້ານຢຳພະເຢໂຫວາ+ເປັນສິ່ງທີ່ບໍລິສຸດແລະໝັ້ນຄົງຕະຫຼອດໄປ.
ການຕັດສິນຂອງພະເຢໂຫວາຍຸຕິທຳ*ແລະຖືກຕ້ອງສະເໝີ.+
10 ສິ່ງເຫຼົ່ານີ້ມີຄ່າຫຼາຍກວ່າຄຳ
ຫຼາຍກວ່າຄຳທີ່ຖືກຫຼອມຢ່າງດີ+
ແລະຫວານກວ່ານ້ຳເຜີ້ງ+ທີ່ຍ້ອຍຈາກຮັງ.
12 ໃຜຊິຮູ້ວ່າໂຕເອງເຮັດຜິດ?+
ຂໍພະອົງຍົກໂທດໃຫ້ລູກ*ໃນຄວາມຜິດທີ່ລູກເຮັດໂດຍບໍ່ຮູ້ໂຕ.