ໂຢບ
6 ໂຢບເວົ້າວ່າ:
2 “ຖ້າເອົາຄວາມທຸກທັງໝົດຂອງຂ້ອຍ+ມາຊັ່ງ
ແລະເອົາບັນຫາທີ່ຂ້ອຍເຈິມາໃສ່ຊິງ
3 ມັນກໍຈະໜັກກວ່າດິນຊາຍໃນທະເລ.
ຍ້ອນແນວນີ້ ຂ້ອຍຈຶ່ງເວົ້າອອກມາແບບບໍ່ຄິດ.+
4 ຜູ້ມີລິດເດດສູງສຸດໄດ້ຍິງທະນູມາໃສ່ໂຕຂ້ອຍ.
ຂ້ອຍຮູ້ສຶກວ່າພິດຂອງມັນກະຈາຍໄປທົ່ວໂຕຂ້ອຍ.+
ພະເຈົ້າກຳລັງໂຈມຕີຂ້ອຍແລະເຮັດໃຫ້ຂ້ອຍຢ້ານຫຼາຍ.
5 ຖ້າລາປ່າ+ມີຫຍ້າກິນ ມັນຈະຮ້ອງບໍ?
ຖ້າງົວມີເຟືອງກິນ ມັນຈະຮ້ອງບໍ?
6 ໃຜຈະກິນອາຫານຈືດໆໂດຍບໍ່ໃສ່ເກືອ
ຫຼືຖ້າກິນແນວທີ່ບໍ່ມີລົດຊາດກໍຈະມີຄວາມສຸກຊັ້ນບໍ?
7 ຂ້ອຍບໍ່ຈັບບໍ່ບາຍສິ່ງເຫຼົ່ານັ້ນເລີຍ.
ມັນເປັນຄືກັບອາຫານທີ່ມີແນວເປື້ອນປົນຢູ່.
8 ຂໍໃຫ້ພະເຈົ້າຕອບຄຳຂໍຂອງຂ້ອຍ.
ຂໍເພິ່ນໃຫ້ສິ່ງທີ່ຂ້ອຍຕ້ອງການ.
9 ຖ້າພະເຈົ້າຢາກບີ້ຂ້ອຍ
ແລະຖ້າເພິ່ນຈະຂ້າຂ້ອຍດ້ວຍມືຂອງເພິ່ນເອງ+
10 ຂ້ອຍກໍຈະຮູ້ສຶກດີກວ່າ.
ເຖິງຂ້ອຍຈະເຈັບປວດຫຼາຍ ຂ້ອຍກໍຈະຮັບເອົາຄວາມຕາຍດ້ວຍຄວາມຍິນດີ
ເພາະຂ້ອຍບໍ່ເຄີຍປະຕິເສດຄຳເວົ້າຂອງພະເຈົ້າຜູ້ບໍລິສຸດ.+
11 ຂ້ອຍຍັງມີເຫື່ອມີແຮງທີ່ຈະຖ້າຕໍ່ໄປບໍ+
ແລະມີຄວາມຫວັງຫຍັງທີ່ຈະເຮັດໃຫ້ຂ້ອຍມີຊີວິດຕໍ່ໄປ?*
12 ຂ້ອຍແຂງແຮງຄືກັບຫີນບໍ?
ຕົນໂຕຂອງຂ້ອຍເປັນທອງແດງບໍ?
13 ມີທາງໃດບໍທີ່ຂ້ອຍຈະຊ່ວຍໂຕເອງໄດ້
ເພາະບໍ່ມີຜູ້ໃດສະໜັບສະໜູນຂ້ອຍແລ້ວ?
15 ໝູ່*ຂອງຂ້ອຍຫັກຫຼັງຂ້ອຍ.+
ເຂົາເຈົ້າເປັນຄືກັບແມ່ນ້ຳທີ່ເກີດຈາກຫິມະເປື່ອຍ ເຊິ່ງໃນທີ່ສຸດກໍແຫ້ງໄປ.
16 ແມ່ນ້ຳເຫຼົ່ານັ້ນຂຸ່ນ
ແລະເຕັມແຕ່ນ້ຳກ້ອນກັບຫິມະທີ່ເປື່ອຍແລ້ວ.
17 ແຕ່ເມື່ອເວລາຜ່ານໄປ ແມ່ນ້ຳເຫຼົ່ານັ້ນກໍບໍ່ມີນ້ຳແລະເຖິງຈຸດຈົບ.
ເມື່ອອາກາດຮ້ອນ ພວກມັນກໍແຫ້ງໄປ.
18 ແມ່ນ້ຳເຫຼົ່ານັ້ນປ່ຽນທິດປ່ຽນທາງໄປເລື້ອຍໆ.
ພວກມັນໄຫຼໄປທະເລຊາຍແລ້ວກໍຫາຍໄປ.
19 ກຸ່ມພໍ່ຄ້າເດີນທາງຈາກເຕມາ+ຊອກຫາແມ່ນ້ຳເຫຼົ່ານັ້ນ.
20 ເຂົາເຈົ້າຮູ້ສຶກອາຍເພາະຄິດວ່າຈະເຈິແມ່ນ້ຳເຫຼົ່ານັ້ນແນ່ນອນ
ແຕ່ເມື່ອມາຮອດບ່ອນທີ່ຄິດໄວ້ ເຂົາເຈົ້າກໍຜິດຫວັງ.
21 ພວກເຈົ້າກໍເປັນຄືກັບແມ່ນ້ຳເຫຼົ່ານັ້ນຫັ້ນແຫຼະ+
ເມື່ອພວກເຈົ້າເຫັນຂ້ອຍມີບັນຫາພວກເຈົ້າກໍຢ້ານ.+
22 ຂ້ອຍເຄີຍຂໍຫຍັງຈາກພວກເຈົ້າບໍ?
ຂ້ອຍເຄີຍຂໍໃຫ້ພວກເຈົ້າເອົາຊັບສົມບັດຂອງພວກເຈົ້າໄປເປັນຂອງຂວັນໃຫ້ຄົນອື່ນແທນຂ້ອຍບໍ?
23 ຂ້ອຍເຄີຍຂໍພວກເຈົ້າຊ່ວຍຂ້ອຍໃຫ້ພົ້ນຈາກມືຂອງສັດຕູບໍ?
ຫຼືເຄີຍຂໍໃຫ້ຊ່ວຍຈາກພວກຜູ້ກົດຂີ່ບໍ?
24 ສອນຂ້ອຍໂລດ ແລ້ວຂ້ອຍຈະຟັງ.+
ຊ່ວຍຂ້ອຍໃຫ້ຮູ້ວ່າຂ້ອຍເຮັດຫຍັງຜິດ.
25 ຄຳເວົ້າທີ່ຈິງໃຈຈະບໍ່ເຮັດໃຫ້ເຈັບປວດດອກ.+
ແຕ່ຄຳຕຳໜິຂອງພວກເຈົ້າມີປະໂຫຍດຫຍັງ?+
26 ພວກເຈົ້າລວມຫົວກັນມາຕຳໜິຄຳເວົ້າຂອງຂ້ອຍບໍ?
ຄຳເວົ້າຂອງຂ້ອຍເປັນຄືກັບຄຳເວົ້າຂອງຄົນໝົດຫວັງ+ທີ່ຖືກລົມພັດໄປ.
27 ພວກເຈົ້າຈົກສະຫຼາກເພື່ອເບິ່ງວ່າໃຜຈະໄດ້ລູກກຳພ້າໄປເປັນທາດ+
ແລະພວກເຈົ້າຂາຍໝູ່ຂອງໂຕເອງ.+
28 ຕອນນີ້ ໃຫ້ພວກເຈົ້າປິ່ນໜ້າມາເບິ່ງຂ້ອຍ
ເພາະຂ້ອຍຈະບໍ່ຕົວະພວກເຈົ້າດອກ.
29 ລອງຄິດເບິ່ງຄັກໆ ຢ່າຕັດສິນຂ້ອຍແບບຜິດໆ.
ໃຫ້ຄິດເບິ່ງດີໆ ເພາະຂ້ອຍບໍ່ໄດ້ເຮັດຫຍັງຜິດ.*
30 ເຈົ້າຄິດວ່າຂ້ອຍເວົ້າຜິດບໍ?
ເຈົ້າຄິດວ່າຂ້ອຍບໍ່ຮູ້ຫວະວ່າມີບາງຢ່າງບໍ່ຖືກຕ້ອງ?”