ເອຊາຢາ
52 ຊີໂອນເອີ້ຍ ຕື່ນ! ຕື່ນ!+ ແລະເຮັດໃຫ້ໂຕເອງມີແຮງ!+
ເຢຣູຊາເລັມທີ່ເປັນເມືອງບໍລິສຸດເອີ້ຍ ໃຫ້ເອົາເຄື່ອງງາມໆຂອງເຈົ້າມານຸ່ງ!+
ຍ້ອນວ່າຄົນທີ່ບໍ່ໄດ້ຮັບສິນຕັດ*ແລະຄົນທີ່ບໍ່ສະອາດຈະບໍ່ເຂົ້າມາຫາເຈົ້າແລ້ວ.+
2 ເຢຣູຊາເລັມເອີ້ຍ ໃຫ້ປັດຂີ້ຝຸ່ນຢູ່ໂຕເຈົ້າອອກ ແລ້ວລຸກຂຶ້ນມານັ່ງ.
ຊີໂອນທີ່ເປັນຊະເລີຍເອີ້ຍ ໃຫ້ປົດໂສ້ຢູ່ຄໍເຈົ້າອອກ.+
3 ພະເຢໂຫວາເວົ້າວ່າ:
“ຕອນທີ່ເຮົາຂາຍເຈົ້າ ເຮົາບໍ່ໄດ້ເງິນ.+
ຄັນຊັ້ນ ຕອນທີ່ເຮົາຊື້ເຈົ້າຄືນມາ ເຮົາກໍຈະບໍ່ຕ້ອງຈ່າຍເງິນຄືກັນ.”+
4 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ:
“ທຳອິດ ປະຊາຊົນຂອງເຮົາໄປເອຢິບກໍເພື່ອຢູ່ຫັ້ນແບບຄົນຕ່າງຊາດ.+
ແຕ່ຕໍ່ມາພວກອັດຊີເຣຍກໍຂົ່ມເຫງເຂົາເຈົ້າໂດຍບໍ່ມີສາເຫດ.”
5 ພະເຢໂຫວາເວົ້າວ່າ: “ເຮົາຈະເຮັດແນວໃດໃນເລື່ອງນີ້?”
ພະເຢໂຫວາເວົ້າອີກວ່າ: “ປະຊາຊົນຂອງເຮົາຖືກຈັບໄປໂດຍທີ່ເຮົາບໍ່ໄດ້ຫຍັງ.
ພວກທີ່ປົກຄອງເຂົາເຈົ້າເວົ້າອວດໃນໄຊຊະນະຂອງໂຕເອງ.”+
“ແຕ່ລະມື້ ເຮົາເຫັນວ່າຊື່ຂອງເຮົາບໍ່ໄດ້ຮັບຄວາມນັບຖືເລີຍ.+
6 ຍ້ອນແນວນີ້ ປະຊາຊົນຂອງເຮົາຈະຮູ້ຈັກຊື່ຂອງເຮົາ+
ແລະໃນມື້ນັ້ນເຂົາເຈົ້າຈະຮູ້ວ່າເຮົາເປັນຜູ້ເວົ້າ.
ເຮົານິແຫຼະເປັນຜູ້ເວົ້າ!”
7 ຕີນຂອງຜູ້ທີ່ຍ່າງຂ້າມພູຫຼາຍໜ່ວຍມາເພື່ອປະກາດຂ່າວດີກໍງາມຫຼາຍ.+
ລາວປະກາດເລື່ອງຄວາມສະຫງົບສຸກ.+
ລາວເອົາຂ່າວດີເລື່ອງສິ່ງທີ່ດີກວ່າມາບອກ.
ລາວປະກາດເລື່ອງຄວາມລອດ.
ລາວເວົ້າກັບຊີໂອນວ່າ: “ພະເຈົ້າຂອງພວກເຈົ້າເປັນກະສັດແລ້ວ!”+
8 ຟັງແມ້! ພວກຄົນຍາມຂອງເຈົ້າຮ້ອງສຽງບັກດັງໆ.
ເຂົາເຈົ້າຮ້ອງພ້ອມກັນຢ່າງມີຄວາມສຸກ
ຍ້ອນເຂົາເຈົ້າຈະເຫັນຢ່າງຈະແຈ້ງເມື່ອພະເຢໂຫວາລວບລວມຄົນທີ່ເຄີຍຢູ່ຊີໂອນໃຫ້ກັບມາ.
9 ເຢຣູຊາເລັມເອີ້ຍ ເຖິງວ່າເຈົ້າເປັນຊາກຫັກພັງໃນຕອນນີ້+ ແຕ່ຂໍໃຫ້ເຈົ້າເບີກບານມ່ວນຊື່ນແລະພາກັນຮ້ອງຢ່າງມີຄວາມສຸກ
ຍ້ອນພະເຢໂຫວາໄດ້ປອບໂຍນປະຊາຊົນຂອງເພິ່ນ+ ແລະເພິ່ນໄດ້ໄຖ່ເຢຣູຊາເລັມຄືນມາແລ້ວ.+
10 ພະເຢໂຫວາເຮັດໃຫ້ທຸກຊາດເຫັນພະລັງອຳນາດທີ່ບໍລິສຸດຂອງເພິ່ນ.+
ທຸກຄົນໃນໂລກຈະເຫັນວ່າພະເຈົ້າຈະຊ່ວຍປະຊາຊົນຂອງເພິ່ນໃຫ້ລອດ*ແນວໃດ.+
11 ພວກເຈົ້າທີ່ຖືເຄື່ອງໃຊ້ຕ່າງໆໃນວິຫານຂອງພະເຢໂຫວາ+
ໃຫ້ອອກຈາກບ່ອນນັ້ນ.* ໃຫ້ໜີຈາກຫັ້ນ.+ ຢ່າຈັບ ຢ່າບາຍສິ່ງທີ່ບໍ່ສະອາດ.+
ໃຫ້ອອກຈາກບ່ອນນັ້ນ+ແລະຮັກສາໂຕໃຫ້ສະອາດ.
12 ພວກເຈົ້າຈະບໍ່ຕ້ອງອອກມາດ້ວຍຄວາມຢ້ານ
ແລະບໍ່ຕ້ອງລັກໜີອອກມາ
ຍ້ອນວ່າພະເຢໂຫວາຈະນຳໜ້າພວກເຈົ້າ+
ແລະເພິ່ນທີ່ເປັນພະເຈົ້າຂອງອິດສະຣາເອນກໍຈະປົກປ້ອງພວກເຈົ້າຢູ່ທາງຫຼັງຄືກັນ.+
13 ຜູ້ຮັບໃຊ້ຂອງເຮົາ+ຈະເປັນຄົນທີ່ມີຄວາມຮູ້ຄວາມເຂົ້າໃຈ.
ລາວຈະໄດ້ຮັບຕຳແໜ່ງທີ່ສຳຄັນ
ແລະຈະໄດ້ຮັບການຍົກຍ້ອງ.+
14 ຄົນແນມເບິ່ງລາວດ້ວຍຄວາມຕົກໃຈ
ຍ້ອນຮູບຮ່າງໜ້າຕາຂອງລາວຕ່າງຈາກຄົນອື່ນ
ແລະບໍ່ງາມຄືຄົນອື່ນ.
15 ລາວຈະເຮັດໃຫ້ຊາດຕ່າງໆຕົກໃຈ.+