ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 21
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ກະສັດ

      • ມານາເຊ​ເປັນ​ກະສັດ​ປົກຄອງ​ຢູດາ; ລາວ​ຂ້າ​ຄົນ​ຕາຍ​ຫຼາຍ (1-​18)

        • ເມືອງ​ເຢຣູຊາເລັມ​ຖືກ​ທຳລາຍ (12-​15)

      • ອາໂມນ​ເປັນ​ກະສັດ​ປົກຄອງ​ຢູດາ (19-​26)

2 ກະສັດ 21:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 3:13; ມທ 1:10
  • +2ຂຄ 33:1

2 ກະສັດ 21:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 12:30, 31; 2ຂຄ 36:14; ອຊກ 16:51
  • +2ຂຄ 33:2-6

2 ກະສັດ 21:3

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 18:1, 4
  • +2ກສ 23:4
  • +1ກສ 16:30, 32
  • +ພບຍ 4:19

2 ກະສັດ 21:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 32:34
  • +ພບຍ 12:5; 2ຊມ 7:12, 13; 1ກສ 8:29; 9:3

2 ກະສັດ 21:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 8:16
  • +1ກສ 6:36; 7:12

2 ກະສັດ 21:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:26
  • +ລລວ 20:27; ພບຍ 18:10, 11

2 ກະສັດ 21:7

ໄຂເງື່ອນ

  • *

    ຫຼື “ເສົາ​ໄມ້​ສັກສິດ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 23:6
  • +2ຂຄ 33:7-9

2 ກະສັດ 21:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:1
  • +1ຂຄ 17:9

2 ກະສັດ 21:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 7:1

2 ກະສັດ 21:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 33:10; 36:15, 16; ຢຣມ 7:25; ມທ 23:37

2 ກະສັດ 21:11

ໄຂເງື່ອນ

  • *

    ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 15:16
  • +ລລວ 18:24, 25; 2ກສ 23:26; 24:3; ຢຣມ 15:4

2 ກະສັດ 21:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 22:16, 17; ມກ 3:12
  • +ຢຣມ 19:3

2 ກະສັດ 21:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 17:6; ອຊກ 23:33
  • +1ກສ 21:21; 2ກສ 10:11
  • +ຢຣມ 25:9

2 ກະສັດ 21:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:9; 2ກສ 17:18
  • +ລລວ 26:25; ພບຍ 28:63

2 ກະສັດ 21:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 9:21; 31:29; ຜຕສ 2:11, 13

2 ກະສັດ 21:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 24:3, 4; ຢຣມ 2:34; ມທ 23:30; ຮຣ 11:37

2 ກະສັດ 21:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 21:23, 26

2 ກະສັດ 21:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 1:10
  • +2ຂຄ 33:21

2 ກະສັດ 21:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 33:22, 23

2 ກະສັດ 21:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 21:1, 3

2 ກະສັດ 21:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 22:16, 17; ຢຣມ 2:13

2 ກະສັດ 21:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 33:25

2 ກະສັດ 21:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 21:18
  • +ມທ 1:10

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກສ. 21:11ຂຄ 3:13; ມທ 1:10
2ກສ. 21:12ຂຄ 33:1
2ກສ. 21:2ພບຍ 12:30, 31; 2ຂຄ 36:14; ອຊກ 16:51
2ກສ. 21:22ຂຄ 33:2-6
2ກສ. 21:32ກສ 18:1, 4
2ກສ. 21:32ກສ 23:4
2ກສ. 21:31ກສ 16:30, 32
2ກສ. 21:3ພບຍ 4:19
2ກສ. 21:4ຢຣມ 32:34
2ກສ. 21:4ພບຍ 12:5; 2ຊມ 7:12, 13; 1ກສ 8:29; 9:3
2ກສ. 21:5ອຊກ 8:16
2ກສ. 21:51ກສ 6:36; 7:12
2ກສ. 21:6ລລວ 19:26
2ກສ. 21:6ລລວ 20:27; ພບຍ 18:10, 11
2ກສ. 21:72ກສ 23:6
2ກສ. 21:72ຂຄ 33:7-9
2ກສ. 21:8ພບຍ 28:1
2ກສ. 21:81ຂຄ 17:9
2ກສ. 21:9ພບຍ 7:1
2ກສ. 21:102ຂຄ 33:10; 36:15, 16; ຢຣມ 7:25; ມທ 23:37
2ກສ. 21:11ປຖກ 15:16
2ກສ. 21:11ລລວ 18:24, 25; 2ກສ 23:26; 24:3; ຢຣມ 15:4
2ກສ. 21:122ກສ 22:16, 17; ມກ 3:12
2ກສ. 21:12ຢຣມ 19:3
2ກສ. 21:132ກສ 17:6; ອຊກ 23:33
2ກສ. 21:131ກສ 21:21; 2ກສ 10:11
2ກສ. 21:13ຢຣມ 25:9
2ກສ. 21:14ພບຍ 32:9; 2ກສ 17:18
2ກສ. 21:14ລລວ 26:25; ພບຍ 28:63
2ກສ. 21:15ພບຍ 9:21; 31:29; ຜຕສ 2:11, 13
2ກສ. 21:162ກສ 24:3, 4; ຢຣມ 2:34; ມທ 23:30; ຮຣ 11:37
2ກສ. 21:182ກສ 21:23, 26
2ກສ. 21:19ມທ 1:10
2ກສ. 21:192ຂຄ 33:21
2ກສ. 21:202ຂຄ 33:22, 23
2ກສ. 21:212ກສ 21:1, 3
2ກສ. 21:222ກສ 22:16, 17; ຢຣມ 2:13
2ກສ. 21:242ຂຄ 33:25
2ກສ. 21:262ກສ 21:18
2ກສ. 21:26ມທ 1:10
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
ຄຳພີໄບເບິນສະບັບແປໂລກໃໝ່
2 ກະສັດ 21:1-26

ກະສັດ​ສະບັບ​ທີ​ສອງ

21 ມານາເຊ​+ເປັນ​ກະສັດ​ຕອນ​ອາຍຸ 12 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 55 ປີ.+ ແມ່​ຂອງ​ລາວ​ຊື່​ເຮັບຊີບາ. 2 ມານາເຊ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ. ລາວ​ໄດ້​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຄື​ກັບ​ຊາດ​ຕ່າງ​ໆ​+ທີ່​ພະ​ເຢໂຫວາ​ໄດ້​ໄລ່​ໜີ​ໄປ​ຈາກ​ພວກ​ອິດສະຣາເອນ.+ 3 ບ່ອນ​ນະມັດສະການ​ຕ່າງ​ໆ​ທີ່​ເຮເຊກີຢາ​ພໍ່​ຂອງ​ລາວ​ໄດ້​ທຳລາຍ​ແລ້ວ+ ລາວ​ກໍ​ສ້າງ​ຂຶ້ນ​ມາ​ໃໝ່. ລາວ​ສ້າງ​ແທ່ນ​ບູຊາ​ໃຫ້​ພະ​ບາອານ​ແລະ​ເຮັດ​ເສົາ​ໄມ້​ສັກສິດ*+ຄື​ກັບ​ທີ່​ອາຮາບ​ກະສັດ​ຂອງ​ອິດສະຣາເອນ​ເຄີຍ​ເຮັດ.+ ລາວ​ຂາບ​ໄຫວ້​ແລະ​ນະມັດສະການ​ດວງ​ດາວ​ຕ່າງ​ໆ​.+ 4 ນອກ​ຈາກ​ນັ້ນ ລາວ​ຍັງ​ໄດ້​ສ້າງ​ແທ່ນ​ບູຊາ​ຫຼາຍ​ແທ່ນ​ໃຫ້​ພະເຈົ້າ​ປອມຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ+ ເຊິ່ງ​ເປັນ​ບ່ອນ​ທີ່​ພະ​ເຢໂຫວາ​ເວົ້າ​ເຖິງ​ວ່າ: “ເຮົາ​ຈະ​ໃຫ້​ຊື່​ຂອງ​ເຮົາ​ຢູ່​ໃນ​ເມືອງ​ເຢຣູຊາເລັມ.”+ 5 ລາວ​ໄດ້​ສ້າງ​ແທ່ນ​ບູຊາ​ໃຫ້​ດວງ​ດາວ​ຕ່າງ​ໆ​+ໄວ້​ທັງສອງ​ເດີ່ນ​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ.+ 6 ລາວເຜົາລູກ​ຊາຍ​ຂອງ​ໂຕເອງ. ລາວ​ຫຼິ້ນ​ຄາຖາ​ອາຄົມ ເບິ່ງ​ດວງ+ ແລະ​ໃຫ້​ມີ​ພວກ​ໝໍ​ຜີ​ກັບ​ໝໍ​ດູ.+ ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ​ແທ້​ຊົ່ວ​ວ່າ​ແລະ​ເຮັດ​ໃຫ້​ເພິ່ນ​ໃຈ​ຮ້າຍ​ຫຼາຍ.

7 ລາວ​ແກະ​ສະ​ຫຼັກ​ຮູບ​ພະ​ອັດ​ເຊຣາ*+ ແລ້ວ​ເອົາ​ໄປ​ໄວ້​ໃນ​ວິຫານ​ເຊິ່ງ​ພະ​ເຢໂຫວາ​ເຄີຍ​ບອກ​ດາວິດ​ກັບ​ໂຊໂລໂມນ​ລູກ​ຊາຍ​ຂອງ​ລາວ​ວ່າ: “ເຮົາ​ຈະ​ໃຫ້​ຊື່​ຂອງ​ເຮົາ​ຢູ່​ໃນ​ວິຫານ​ນີ້​ຕະຫຼອດໄປ​ແລະ​ຢູ່​ເມືອງ​ເຢຣູຊາເລັມ​ທີ່​ເຮົາ​ໄດ້​ເລືອກ​ຈາກ​ທຸກ​ເມືອງ​ໃນ​ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ.+ 8 ຖ້າ​ເຂົາ​ເຈົ້າ​ເຮັດ​ຕາມ​ຄຳ​ສັ່ງ​ທຸກ​ຢ່າງ​ຂອງ​ເຮົາ+ທີ່​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໄດ້​ຕັ້ງ​ເປັນ​ກົດ​ໝາຍ​ໄວ້​ໃຫ້​ເຂົາ​ເຈົ້າ ເຮົາ​ຈະ​ບໍ່​ໃຫ້​ພວກ​ອິດສະຣາເອນ​ອອກ​ໄປ​ຈາກແຜ່ນດິນ​ນີ້​ອີກທີ່​ເຮົາ​ເອົາ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ.”+ 9 ແຕ່​ເຂົາ​ເຈົ້າ​ບໍ່​ເຊື່ອ​ຟັງ. ມານາເຊ​ໄດ້​ພາ​ເຂົາ​ເຈົ້າ​ໄປ​ຜິດ​ທາງ​ແລະ​ເປັນ​ຕົ້ນ​ເຫດ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຮັດ​ຊົ່ວ​ຫຼາຍ​ກວ່າ​ຊາດ​ຕ່າງ​ໆ​ທີ່​ພະ​ເຢໂຫວາ​ໄດ້​ກວາດ​ລ້າງ​ຕອນ​ທີ່​ພວກ​ອິດສະຣາເອນ​ເຂົ້າ​ມາ​ຢູ່​ໃນ​ແຜ່ນດິນ​ນັ້ນ.+

10 ພະ​ເຢໂຫວາ​ໄດ້​ເວົ້າ​ຫຼາຍ​ເທື່ອ​ຜ່ານ​ທາງ​ພວກ​ຜູ້ພະຍາກອນ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ​+ວ່າ: 11 “ມານາເຊ​ກະສັດ​ຂອງ​ຢູດາ​ໄດ້​ເຮັດ​ສິ່ງ​ທັງ​ໝົດ​ນີ້​ທີ່ພະເຈົ້າຂີ້ດຽດ.* ລາວ​ເຮັດ​ຊົ່ວ​ຫຼາຍ​ກວ່າ​ພວກ​ອາໂມ​+ທີ່​ມີ​ຊີວິດ​ຢູ່​ກ່ອນ​ລາວ+ ແລະ​ລາວ​ໄດ້​ພາ​ພວກ​ຢູດາ​ເຮັດ​ຜິດ​ໂດຍ​ສ້າງ​ຮູບ​ບູຊາ​ຕ່າງ​ໆ​ທີ່​ພະເຈົ້າ​ຂີ້ດຽດ​ໃຫ້​ເຂົາ​ເຈົ້າ. 12 ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ຈຶ່ງ​ເວົ້າ​ວ່າ ‘ເຮົາ​ຈະ​ເຮັດ​ໃຫ້​ເຢຣູຊາເລັມ​ແລະ​ຢູດາ​ຈິບຫາຍ+ ແລະ​ຄົນ​ທີ່​ໄດ້​ຍິນ​ເລື່ອງ​ນີ້​ຈະ​ຕ້ອງຕົກ​ໃຈ​ຫຼາຍ.+ 13 ເຮົາ​ຈະ​ເຮັດ​ໃຫ້​ເຢຣູຊາເລັມ​ເປັນ​ຄື​ກັບ​ຊາມາເຣຍ+ແລະ​ຄື​ກັບ​ຄອບ​ຄົວ​ຂອງ​ອາຮາບ.+ ເຮົາ​ຈະ​ລ້າງ​ເຢຣູຊາເລັມ​ໃຫ້​ກ້ຽງ​ຄື​ກັບ​ລ້າງ​ຖ້ວຍ​ໃຫ້​ກ້ຽງ​ແລ້ວ​ຂວ້ຳ​ໄວ້.+ 14 ເຮົາ​ຈະ​ຖິ້ມ​ປະຊາຊົນ​ຂອງ​ເຮົາ​ທີ່​ຍັງ​ເຫຼືອ​ຢູ່​+ແລະ​ໃຫ້​ພວກ​ສັດຕູ​ຊະນະ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຈະ​ຖືກ​ພວກ​ສັດຕູ​ຈັບ​ໄປ​ເປັນ​ຊະເລີຍ​ແລະ​ຖືກ​ປຸ້ນ+ 15 ຍ້ອນ​ເຂົາ​ເຈົ້າ​ເຮັດ​ສິ່ງ​ທີ່​ເຮົາ​ເບິ່ງ​ວ່າ​ຊົ່ວ​ແລະ​ເຮັດ​ໃຫ້​ເຮົາ​ໃຈ​ຮ້າຍ​ຕະຫຼອດ​ຕັ້ງ​ແຕ່​ມື້​ທີ່​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ອອກ​ມາ​ຈາກ​ເອຢິບ​ຈົນ​ຮອດ​ທຸກ​ມື້​ນີ້.’”+

16 ນອກ​ຈາກ​ມານາເຊ​ຈະ​ເຮັດ​ຜິດ​ໂດຍ​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ພວກ​ຢູດາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ ລາວ​ຍັງ​ຂ້າ​ຫຼາຍ​ຄົນທີ່​ບໍ່​ມີ​ຄວາມ​ຜິດ​ຈົນ​ເລືອດ​ຂອງ​ເຂົາ​ເຈົ້າ​ເຕັມ​ເມືອງ​ເຢຣູຊາເລັມ.+ 17 ເລື່ອງ​ຕ່າງ​ໆ​ຂອງ​ມານາເຊ ທຸກ​ສິ່ງ​ທີ່​ລາວ​ເຮັດ ແລະ​ຄວາມ​ຜິດ​ຂອງ​ລາວ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ຢູດາ. 18 ເມື່ອ​ມານາເຊ​ຕາຍ ເຂົາ​ເຈົ້າ​ໄດ້​ຝັງ​ລາວ​ໄວ້​ຢູ່ວັງຂອງ​ລາວ​ໃນ​ສວນ​ທີ່​ເຄີຍ​ເປັນ​ຂອງ​ອຸດຊາ.+ ອາໂມນ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.

19 ອາໂມນ​+ເປັນ​ກະສັດ​ຕອນ​ອາຍຸ 22 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 2 ປີ.+ ແມ່​ຂອງ​ລາວ​ຊື່​ເມຊຸນເລເມັດ​ເປັນ​ລູກສາວ​ຂອງ​ຮາຣຸດ​ຄົນ​ໂຢດບາ. 20 ອາໂມນ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ​ຄື​ກັບ​ມານາເຊ​ພໍ່​ຂອງ​ລາວ.+ 21 ລາວ​ເຮັດ​ຄື​ກັບ​ພໍ່​ທຸກ​ຢ່າງ. ລາວ​ນະມັດສະການ​ແລະ​ຂາບ​ໄຫວ້​ຮູບ​ບູຊາ​ຕ່າງ​ໆ​ທີ່ພະເຈົ້າຂີ້ດຽດ​ທີ່​ພໍ່​ຂອງ​ລາວ​ເຄີຍ​ນະມັດສະການ.+ 22 ລາວ​ຖິ້ມ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ລາວ ແລະ​ບໍ່​ໄດ້​ໃຊ້​ຊີວິດ​ໃນ​ແນວ​ທາງ​ຂອງ​ພະ​ເຢໂຫວາ.+ 23 ໃນ​ທີ່​ສຸດ ຄົນ​ຮັບ​ໃຊ້​ຂອງ​ອາໂມນ​ໄດ້​ວາງ​ແຜນ​ແລະ​ຂ້າ​ລາວ​ຕາຍ​ຢູ່​ໃນ​ວັງ​ຂອງ​ລາວ. 24 ແຕ່​ປະຊາຊົນ​ໄດ້​ຂ້າ​ທຸກ​ຄົນ​ທີ່​ວາງ​ແຜນ​ຂ້າ​ກະສັດ​ອາໂມນ ແລະ​ແຕ່ງຕັ້ງ​ໂຢສີຢາ​ລູກ​ຊາຍ​ຂອງ​ລາວ​ໃຫ້​ເປັນ​ກະສັດ​ແທນ.+ 25 ເລື່ອງ​ຕ່າງ​ໆ​ຂອງ​ອາໂມນ​ແລະ​ສິ່ງ​ທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ຢູດາ. 26 ເຂົາ​ເຈົ້າ​ຝັງ​ລາວ​ໄວ້​ຢູ່​ບ່ອນ​ຝັງ​ສົບ​ໃນ​ສວນ​ທີ່​ເຄີຍ​ເປັນ​ຂອງ​ອຸດຊາ+ ແລ້ວ​ໂຢສີຢາ​ລູກ​ຊາຍ​ຂອງ​ລາວ+ກໍ​ເປັນ​ກະສັດ​ແທນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌