ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຊາມູເອນ 14
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຊາມູເອນ

      • ຄວາມ​ກ້າຫານ​ຂອງ​ໂຢນາທານ​ຢູ່​ມິກມາດ (1-​14)

      • ພະເຈົ້າ​ເຮັດ​ໃຫ້​ສັດຕູ​ຂອງ​ພວກ​ອິດສະຣາເອນ​ວຸ່ນວາຍ​ແລະ​ຂ້າ​ກັນ​ເອງ (15-​23)

      • ຊາອູນ​ສາບານ​ແບບ​ບໍ່​ຄິດ (24-​46)

        • ພວກ​ທະຫານ​ກິນ​ຊີ້ນ​ທີ່​ຍັງ​ບໍ່​ໄດ້​ເອົາ​ເລືອດ​ອອກ​ໝົດ (32-​34)

      • ການ​ຕໍ່ສູ້​ຂອງ​ຊາອູນ; ຄອບຄົວ​ຂອງ​ລາວ (47-​52)

1 ຊາມູເອນ 14:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 14:49; 18:1; 2ຊມ 1:4

1 ຊາມູເອນ 14:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 10:26
  • +1ຊມ 13:15

1 ຊາມູເອນ 14:3

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:5; ຈຊບ 27:21
  • +1ຊມ 22:9
  • +1ຊມ 4:21
  • +1ຊມ 2:12; 4:17
  • +1ຊມ 1:9
  • +ຢຊ 18:1; 1ຊມ 1:3

1 ຊາມູເອນ 14:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 13:2, 3

1 ຊາມູເອນ 14:6

ໄຂເງື່ອນ

  • *

    ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:9, 10; ຜຕສ 14:3; 15:18; 1ຊມ 17:36; 1ຂຄ 10:4
  • +ຜຕສ 7:2; 2ກສ 6:15, 16; 2ຂຄ 14:11

1 ຊາມູເອນ 14:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 24:14; ຜຕສ 7:11; 1ຊມ 10:7

1 ຊາມູເອນ 14:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 13:6; 14:22

1 ຊາມູເອນ 14:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 14:10
  • +1ຊມ 14:6; 2ຊມ 5:23, 24; 2ກສ 6:15, 16

1 ຊາມູເອນ 14:14

ໄຂເງື່ອນ

  • *

    ໝາຍເຖິງ​ເນື້ອ​ທີ່​ທີ່​ງົວ​ຄູ່​ໜຶ່ງ​ສາມາດ​ໄຖ​ໄດ້​ໃນ​ມື້​ໜຶ່ງ. ປະມານ 0,4 ເຮັກຕາ.

1 ຊາມູເອນ 14:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 13:17

1 ຊາມູເອນ 14:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 10:26; 14:2
  • +1ຊມ 14:20

1 ຊາມູເອນ 14:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 14:3

1 ຊາມູເອນ 14:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 13:6

1 ຊາມູເອນ 14:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 33:29; ຜຕສ 2:18
  • +1ຊມ 13:5

1 ຊາມູເອນ 14:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 5:4; ຈຊບ 30:2; ພບຍ 23:21

1 ຊາມູເອນ 14:27

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຕາ​ຂອງ​ລາວ​ກໍ​ແຈ້ງ​ຂຶ້ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 14:17

1 ຊາມູເອນ 14:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 14:24

1 ຊາມູເອນ 14:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 14:26

1 ຊາມູເອນ 14:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 10:12

1 ຊາມູເອນ 14:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 9:4; ລລວ 3:17; 17:10; ພບຍ 12:16; ກຈກ 15:29

1 ຊາມູເອນ 14:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 12:23

1 ຊາມູເອນ 14:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 14:32

1 ຊາມູເອນ 14:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 7:15, 17

1 ຊາມູເອນ 14:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 27:21; 1ຊມ 30:7, 8

1 ຊາມູເອນ 14:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 1:1; 1ຊມ 30:8; 2ຊມ 5:19

1 ຊາມູເອນ 14:41

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 28:30; ພບຍ 33:8; ອຊຣ 2:62, 63

1 ຊາມູເອນ 14:42

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 16:33

1 ຊາມູເອນ 14:43

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 14:27

1 ຊາມູເອນ 14:44

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 14:24

1 ຊາມູເອນ 14:45

ໄຂເງື່ອນ

  • *

    ຫຼື “ຄວາມ​ລອດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 14:14
  • +1ຊມ 14:6

1 ຊາມູເອນ 14:47

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 12:9
  • +1ຊມ 11:11
  • +ປຖກ 36:8
  • +2ຊມ 10:6
  • +1ຊມ 9:16, 17

1 ຊາມູເອນ 14:48

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 17:14; ພບຍ 25:19; 1ຊມ 15:3

1 ຊາມູເອນ 14:49

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 31:2; 1ຂຄ 8:33; 9:39
  • +1ຊມ 18:17
  • +1ຊມ 18:27; 25:44; 2ຊມ 3:13; 6:20

1 ຊາມູເອນ 14:50

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:55; 2ຊມ 2:8; 3:27

1 ຊາມູເອນ 14:51

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 9:1
  • +1ກສ 2:5

1 ຊາມູເອນ 14:52

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 49:27; 1ຊມ 9:16, 17
  • +1ຊມ 8:11; 10:26

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຊມ. 14:11ຊມ 14:49; 18:1; 2ຊມ 1:4
1ຊມ. 14:21ຊມ 10:26
1ຊມ. 14:21ຊມ 13:15
1ຊມ. 14:3ອພຍ 29:5; ຈຊບ 27:21
1ຊມ. 14:31ຊມ 22:9
1ຊມ. 14:31ຊມ 4:21
1ຊມ. 14:31ຊມ 2:12; 4:17
1ຊມ. 14:31ຊມ 1:9
1ຊມ. 14:3ຢຊ 18:1; 1ຊມ 1:3
1ຊມ. 14:51ຊມ 13:2, 3
1ຊມ. 14:6ປຖກ 17:9, 10; ຜຕສ 14:3; 15:18; 1ຊມ 17:36; 1ຂຄ 10:4
1ຊມ. 14:6ຜຕສ 7:2; 2ກສ 6:15, 16; 2ຂຄ 14:11
1ຊມ. 14:10ປຖກ 24:14; ຜຕສ 7:11; 1ຊມ 10:7
1ຊມ. 14:111ຊມ 13:6; 14:22
1ຊມ. 14:121ຊມ 14:10
1ຊມ. 14:121ຊມ 14:6; 2ຊມ 5:23, 24; 2ກສ 6:15, 16
1ຊມ. 14:151ຊມ 13:17
1ຊມ. 14:161ຊມ 10:26; 14:2
1ຊມ. 14:161ຊມ 14:20
1ຊມ. 14:181ຊມ 14:3
1ຊມ. 14:221ຊມ 13:6
1ຊມ. 14:23ພບຍ 33:29; ຜຕສ 2:18
1ຊມ. 14:231ຊມ 13:5
1ຊມ. 14:24ລລວ 5:4; ຈຊບ 30:2; ພບຍ 23:21
1ຊມ. 14:271ຊມ 14:17
1ຊມ. 14:281ຊມ 14:24
1ຊມ. 14:301ຊມ 14:26
1ຊມ. 14:31ຢຊ 10:12
1ຊມ. 14:32ປຖກ 9:4; ລລວ 3:17; 17:10; ພບຍ 12:16; ກຈກ 15:29
1ຊມ. 14:33ພບຍ 12:23
1ຊມ. 14:341ຊມ 14:32
1ຊມ. 14:351ຊມ 7:15, 17
1ຊມ. 14:36ຈຊບ 27:21; 1ຊມ 30:7, 8
1ຊມ. 14:37ຜຕສ 1:1; 1ຊມ 30:8; 2ຊມ 5:19
1ຊມ. 14:41ອພຍ 28:30; ພບຍ 33:8; ອຊຣ 2:62, 63
1ຊມ. 14:42ສພສ 16:33
1ຊມ. 14:431ຊມ 14:27
1ຊມ. 14:441ຊມ 14:24
1ຊມ. 14:451ຊມ 14:14
1ຊມ. 14:451ຊມ 14:6
1ຊມ. 14:471ຊມ 12:9
1ຊມ. 14:471ຊມ 11:11
1ຊມ. 14:47ປຖກ 36:8
1ຊມ. 14:472ຊມ 10:6
1ຊມ. 14:471ຊມ 9:16, 17
1ຊມ. 14:48ອພຍ 17:14; ພບຍ 25:19; 1ຊມ 15:3
1ຊມ. 14:491ຊມ 31:2; 1ຂຄ 8:33; 9:39
1ຊມ. 14:491ຊມ 18:17
1ຊມ. 14:491ຊມ 18:27; 25:44; 2ຊມ 3:13; 6:20
1ຊມ. 14:501ຊມ 17:55; 2ຊມ 2:8; 3:27
1ຊມ. 14:511ຊມ 9:1
1ຊມ. 14:511ກສ 2:5
1ຊມ. 14:52ປຖກ 49:27; 1ຊມ 9:16, 17
1ຊມ. 14:521ຊມ 8:11; 10:26
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
  • 46
  • 47
  • 48
  • 49
  • 50
  • 51
  • 52
ຄຳພີໄບເບິນສະບັບແປໂລກໃໝ່
1 ຊາມູເອນ 14:1-52

ຊາມູເອນ​ສະບັບ​ທີ​ໜຶ່ງ

14 ມື້ໜຶ່ງ ໂຢນາທານ+ລູກ​ຊາຍ​ຂອງ​ຊາອູນ​ໄດ້​ເວົ້າ​ກັບ​ຜູ້​ທີ່​ຖື​ອາວຸດ​ໃຫ້​ລາວ​ວ່າ: “ໄປ໋ ໃຫ້​ພວກ​ເຮົາ​ຂ້າມ​ໄປ​ຟາກ​ນັ້ນ​ທີ່​ກອງ​ທະຫານ​ຟີລິດສະຕີນ​ຕັ້ງຄ້າຍຢູ່.” ແຕ່​ໂຢນາທານ​ບໍ່​ໄດ້​ບອກ​ໃຫ້​ພໍ່​ຮູ້. 2 ຕອນ​ນັ້ນ​ຊາອູນ​ຕັ້ງຄ້າຍຢູ່​ກ້ອງ​ຕົ້ນ​ໝາກ​ພິລາ​ໃນ​ມິກໂຣນ​ທີ່​ຢູ່​ໃກ້​ຊາຍ​ແດນ​ເມືອງ​ກີເບອາ+ ແລະ​ມີ 600 ຄົນ​ຢູ່​ກັບ​ລາວ+ 3 (ລວມ​ທັງ​ປະໂລຫິດ​ອາຮີຢາ​ທີ່​ນຸ່ງ​ເອໂຟດ.*+ ລາວ​ເປັນ​ລູກ​ຊາຍ​ຂອງ​ອາຮີຕຸບ+ ອາຮີຕຸບ​ເປັນ​ອ້າຍ​ຂອງ​ອີຄາບົດ+ ອີຄາບົດ​ເປັນ​ລູກ​ຊາຍ​ຂອງ​ຟີເນຮາດ+ ຟີເນຮາດ​ເປັນ​ລູກ​ຊາຍ​ຂອງ​ເອລີ.+ ເອລີ​ເຄີຍ​ເປັນ​ປະໂລຫິດ​ຂອງ​ພະ​ເຢໂຫວາ​ຢູ່​ເມືອງ​ຊີໂລ.)+ ພວກທະຫານບໍ່​ຮູ້​ວ່າ​ໂຢນາທານ​ລັກ​ອອກ​ໄປ. 4 ໃນ​ເສັ້ນ​ທາງ​ທີ່​ໂຢນາທານ​ພະຍາຍາມ​ຂ້າມ​ໄປ​ຫາ​ກອງ​ທະຫານ​ຟີລິດສະຕີນ ມີ​ໂງ່ນ​ຫີນ​ທີ່​ສູງ​ໆ​ 2 ກ້ອນ ຟາກ​ລະ​ກ້ອນ. ກ້ອນ​ໜຶ່ງ​ຊື່​ໂບເຊັດ ແລະ​ອີກ​ກ້ອນ​ໜຶ່ງ​ຊື່​ເສເນ. 5 ກ້ອນ​ຫີນ​ທີ່​ຢູ່​ທາງ​ທິດ​ເໜືອ​ມີ​ຮູບ​ຮ່າງ​ຄື​ກັບ​ເສົາ​ປິ່ນ​ໜ້າ​ໄປ​ທາງ​ມິກມາດ ແລະ​ອີກ​ກ້ອນ​ໜຶ່ງ​ຢູ່​ທາງ​ທິດ​ໃຕ້​ປິ່ນ​ໜ້າ​ໄປ​ເມືອງ​ເຄບາ.+

6 ໂຢນາທານ​ເວົ້າ​ກັບ​ຜູ້​ທີ່​ຖື​ອາວຸດ​ວ່າ: “ໄປ໋ ຂ້າມ​ໄປ​ຫາ​ຄ້າຍ​ຂອງ​ພວກ​ທີ່​ບໍ່​ໄດ້​ຮັບ​ສິນຕັດ.*+ ພະ​ເຢໂຫວາ​ອາດ​ຈະຊ່ວຍພວກ​ເຮົາ. ຖ້າ​ພະ​ເຢໂຫວາ​ຢາກ​ໃຫ້​ຊະນະ​ກໍ​ບໍ່​ມີ​ຫຍັງ​ມາ​ຂັດ​ຂວາງ​ເພິ່ນ​ໄດ້ ເຖິງ​ວ່າ​ຈະ​ມີ​ຄົນ​ຫຼາຍ​ຫຼື​ໜ້ອຍກໍ​ຕາມ.”+ 7 ຜູ້​ທີ່​ຖື​ອາວຸດ​ເວົ້າ​ກັບ​ໂຢນາທານ​ວ່າ: “ເຮັດ​ຕາມ​ທີ່​ທ່ານ​ເຫັນ​ວ່າຖືກຕ້ອງ. ທ່ານ​ຢາກ​ໄປ​ທາງ​ໃດ​ກໍ​ໄປ​ໂລດ ຂ້ອຍ​ຈະ​ໄປ​ນຳ​ທ່ານ​ທຸກ​ບ່ອນ.” 8 ໂຢນາທານ​ຈຶ່ງ​ເວົ້າ​ວ່າ: “ພວກ​ເຮົາ​ຈະ​ຂ້າມ​ໄປ​ພຸ້ນເພື່ອ​ໃຫ້​ພວກ​ນັ້ນ​ເຫັນ​ພວກ​ເຮົາ. 9 ຖ້າ​ພວກ​ນັ້ນ​ເວົ້າ​ກັບ​ພວກ​ເຮົາ​ວ່າ ‘ຢືນ​ຢູ່​ຫັ້ນ​ແຫຼະ ພວກ​ເຮົາ​ຊິ​ລົງ​ໄປ​ຫາ!’ ພວກ​ເຮົາ​ກໍ​ຈະ​ຢືນ​ຢູ່​ຫັ້ນ ບໍ່​ຂຶ້ນ​ໄປ​ຫາ​ເຂົາ​ເຈົ້າ. 10 ແຕ່​ຖ້າ​ພວກ​ນັ້ນ​ເວົ້າ​ວ່າ ‘ຂຶ້ນ​ມາຫາພວກ​ເຮົາ​ໂລດ!’ ພວກ​ເຮົາ​ກໍ​ຈະ​ຂຶ້ນ​ໄປ ເພາະ​ນີ້​ເປັນສັນຍານ+ທີ່​ບອກ​ວ່າ​ພະ​ເຢໂຫວາ​ຈະ​ໃຫ້​ພວກ​ເຮົາ​ຊະນະ​ພວກ​ນັ້ນ.”

11 ທັງ​ສອງ​ຄົນ​ຈຶ່ງ​ອອກ​ໄປ​ໃຫ້​ພວກ​ຟີລິດສະຕີນ​ທີ່​ຢູ່​ໃນ​ຄ້າຍ​ເຫັນ. ພວກ​ຟີລິດສະຕີນ​ເວົ້າ​ວ່າ: “ເບິ່ງ​ແມ້! ພວກ​ເຮັບເຣີ​ອອກ​ມາ​ຈາກ​ຖ້ຳ​ຈາກ​ໂກນ​ແລ້ວ.”+ 12 ພວກ​ທະຫານ​ຈຶ່ງ​ເວົ້າ​ກັບ​ໂຢນາທານ​ແລະ​ຜູ້​ທີ່​ຖື​ອາວຸດ​ໃຫ້​ລາວ​ວ່າ: “ຂຶ້ນ​ມາ​ໂລດ ພວກ​ຂ້ອຍ​ຈະ​ສອນ​ບົດຮຽນ​ໃຫ້​ພວກ​ເຈົ້າ!”+ ໂຢນາທານ​ຈຶ່ງ​ບອກ​ຜູ້​ທີ່​ຖື​ອາວຸດ​ວ່າ: “ນຳຂ້ອຍ​ມາ ເພາະ​ພະ​ເຢໂຫວາ​ຈະ​ຊ່ວຍ​ອິດສະຣາເອນ​ໃຫ້​ຊະນະ​ພວກ​ນີ້.”+ 13 ແລ້ວ​ໂຢນາທານ​ກໍ​ປີນ​ຂຶ້ນ​ໄປ ຜູ້​ທີ່​ຖື​ອາວຸດໃຫ້​ລາວກໍ​ນຳ​ຫຼັງ​ລາວ​ໄປ. ໂຢນາທານ​ຂ້າ​ທະຫານ​ຟີລິດສະຕີນ​ຕາຍ​ຫຼາຍ​ຄົນ​ແລະຜູ້​ທີ່​ຖື​ອາວຸດກໍ​ຂ້າ​ພວກ​ທະຫານ​ຟີລິດສະຕີນ​ນຳ​ຫຼັງ​ລາວ. 14 ເທື່ອ​ທຳອິດ​ທີ່​ໂຢນາທານ​ກັບ​ຜູ້​ທີ່​ຖື​ອາວຸດ​ໃຫ້​ລາວ​ໄປ​ຕໍ່ສູ້ ເຂົາ​ເຈົ້າ​ຂ້າ​ທະຫານ​ຕາຍ​ປະມານ 20 ຄົນ ພາຍ​ໃນໄລຍະທາງ​ທີ່​ບໍ່​ໄກ​ປານ​ໃດ.*

15 ພວກ​ທະຫານ​ທີ່​ຢູ່​ໃນ​ຄ້າຍ​ແລະ​ກອງ​ທະຫານ​ທີ່​ຍາມ​ຢູ່​ເທິງພູກໍ​ຢ້ານ ແລະ​ແມ່ນ​ແຕ່​ກອງ​ທະຫານ​ທີ່​ຖືກ​ສົ່ງ​ໄປ​ໂຈມຕີ+ພວກ​ອິດສະຣາເອນ​ກໍ​ຢ້ານ​ຫຼາຍ​ຄື​ກັນ. ແລ້ວ​ແຜ່ນດິນ​ກໍ​ໄຫວ​ແລະ​ພະເຈົ້າ​ໄດ້​ເຮັດ​ໃຫ້​ພວກ​ນັ້ນ​ຢ້ານ. 16 ພວກ​ຄົນຍາມ​ຂອງ​ຊາອູນ​ທີ່​ຢູ່​ເມືອງ​ກີເບອາ+ໃນ​ເຂດ​ຂອງ​ຕະກູນ​ເບັນຢາມິນ​ກໍ​ເຫັນ​ຄວາມ​ວຸ່ນວາຍ​ເກີດ​ຂຶ້ນ​ຢູ່​ທຸກ​ທິດ​ທຸກ​ທາງ​ໃນ​ຄ້າຍ​ຂອງ​ພວກ​ຟີລິດສະຕີນ.+

17 ຊາອູນ​ເວົ້າ​ກັບ​ພວກ​ທະຫານ​ວ່າ: “ນັບ​ຈຳນວນ​ຄົນ​ເບິ່ງ​ດຸເພື່ອ​ຈະ​ຮູ້​ວ່າ​ມີ​ໃຜ​ແດ່​ທີ່​ບໍ່​ຢູ່​ນີ້.” ເມື່ອ​ນັບ​ແລ້ວ​ກໍ​ເຫັນ​ວ່າ​ໂຢນາທານ​ແລະຜູ້​ທີ່​ຖື​ອາວຸດໃຫ້​ລາວ​ບໍ່​ຢູ່​ຫັ້ນ. 18 ຊາອູນ​ຈຶ່ງ​ເວົ້າ​ກັບ​ອາຮີຢາ​+ວ່າ: “ໄປ​ເອົາ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ມາ​ນີ້!” (ຕອນ​ນັ້ນ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ຢູ່​ກັບ​ພວກ​ອິດສະຣາເອນ.) 19 ຕອນ​ທີ່​ຊາອູນ​ກຳລັງ​ບອກ​ປະໂລຫິດ​ອາຮີຢາ​ໃຫ້​ຖາມ​ພະເຈົ້າ ຄ້າຍ​ຂອງ​ພວກ​ຟີລິດສະຕີນ​ກໍ​ວຸ່ນວາຍ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​. ຊາອູນ​ຈຶ່ງ​ບອກ​ປະໂລຫິດ​ອາຮີຢາ​ວ່າ: “ບໍ່​ຕ້ອງ​ຖາມ​ແລ້ວ.” 20 ຊາອູນ​ກັບ​ທະຫານ​ທຸກ​ຄົນ​ທີ່​ຢູ່​ນຳ​ລາວ​ກໍ​ມາ​ລວມ​ກັນ​ເພື່ອ​ຈະ​ໄປ​ຕໍ່ສູ້. ແຕ່​ເມື່ອ​ໄປ​ຮອດ ເຂົາ​ເຈົ້າ​ກໍ​ເຫັນ​ພວກ​ຟີລິດສະຕີນ​ຂ້າ​ຟັນ​ກັນ​ເອງ​ແລະ​ມີ​ຄວາມ​ສັບ​ສົນ​ວຸ່ນວາຍ​ຫຼາຍ. 21 ພວກ​ເຮັບເຣີ​ທີ່​ເຄີຍ​ໄປ​ຢູ່​ຝ່າຍ​ພວກ​ຟີລິດສະຕີນ​ແລະ​ໄປ​ຢູ່​ຄ້າຍ​ຂອງ​ພວກ​ນັ້ນ​ກໍ​ກັບ​ມາ​ຢູ່​ຝ່າຍ​ອິດສະຣາເອນ​ແລະ​ມາ​ຢູ່​ກັບ​ຊາອູນ​ແລະ​ໂຢນາທານ. 22 ເມື່ອ​ພວກ​ອິດສະຣາເອນ​ທີ່​ໄປ​ລີ້​+ຢູ່​ເຂດ​ພູ​ເອຟຣາຢິມ​ໄດ້​ຍິນ​ວ່າ​ພວກ​ຟີລິດສະຕີນ​ໜີ​ໄປ​ແລ້ວ ເຂົາ​ເຈົ້າ​ກໍ​ມາ​ຊ່ວຍ​ນຳ​ຂ້າ​ພວກ​ຟີລິດສະຕີນ​ຄື​ກັນ. 23 ມື້​ນັ້ນ​ພະ​ເຢໂຫວາ​ໄດ້​ຊ່ວຍ​ພວກ​ອິດສະຣາເອນ+ ແລະ​ເຂົາ​ເຈົ້າ​ໄດ້​ສູ້​ກັບ​ພວກ​ຟີລິດສະຕີນ​ຈົນ​ຮອດ​ເມືອງ​ເບັດອາເວນ.+

24 ແຕ່​ໃນ​ມື້​ນັ້ນ​ພວກ​ທະຫານ​ອິດສະຣາເອນ​ເມື່ອຍ​ຫຼາຍ ຍ້ອນ​ຊາອູນ​ໃຫ້​ເຂົາ​ເຈົ້າ​ສາບານ​ໂດຍ​ເວົ້າ​ວ່າ: “ຖ້າ​ໃຜກິນ​ຫຍັງ​ກ່ອນ​ຕາເວັນ​ຕົກດິນ​ແລະ​ກ່ອນ​ທີ່​ຂ້ອຍ​ຈະ​ແກ້ແຄ້ນ​ພວກ​ສັດຕູ​ໄດ້ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ສາບແຊ່ງ!” ດັ່ງນັ້ນ​ຈຶ່ງ​ບໍ່​ມີ​ໃຜ​ກ້າ​ກິນ​ຫຍັງ.+

25 ແລ້ວ​ພວກທະຫານກໍ​ເຂົ້າ​ໄປ​ໃນ​ປ່າ ແລະ​ຢູ່​ຫັ້ນ​ມີ​ນ້ຳ​ເຜີ້ງ​ຢູ່​ພື້ນ. 26 ຕອນ​ທີ່​ຢູ່​ໃນ​ປ່າ ເຂົາ​ເຈົ້າ​ເຫັນ​ນ້ຳ​ເຜີ້ງ​ກຳລັງ​ຍ້ອຍ​ລົງ​ມາ ແຕ່​ບໍ່​ມີ​ໃຜ​ກ້າ​ເອົາ​ມາ​ກິນ ຍ້ອນ​ຢ້ານ​ຜິດ​ຄຳ​ສາບານ. 27 ແຕ່​ໂຢນາທານ​ບໍ່​ຮູ້​ວ່າ​ພໍ່​ຂອງ​ລາວ​ໃຫ້​ພວກ​ທະຫານ​ສາບານ​ຫຍັງ+ ລາວ​ຈຶ່ງ​ເອົາ​ໄມ້ຄ້ອນເທົ້າ​ທີ່​ຈັບ​ຢູ່​ແຍ່​ເຂົ້າ​ໄປ​ໃນ​ຮັງ​ເຜີ້ງ​ເພື່ອ​ເອົາ​ນ້ຳ​ເຜີ້ງ​ມາ​ກິນ. ເມື່ອ​ລາວ​ຊີມ​ນ້ຳ​ເຜີ້ງ​ໜ້ອຍ​ໜຶ່ງ ລາວ​ກໍ​ຮູ້ສຶກມີ​ແຮງ.* 28 ທະຫານຜູ້​ໜຶ່ງ​ຈຶ່ງ​ບອກ​ລາວ​ວ່າ: “ພໍ່​ຂອງ​ເຈົ້າ​ໄດ້​ໃຫ້​ພວກ​ທະຫານ​ສາບານ​ຢ່າງ​ໜັກແໜ້ນ​ວ່າ ‘ຜູ້​ທີ່​ກິນ​ຫຍັງ​ໃນ​ມື້​ນີ້​ຈະ​ຖືກ​ສາບແຊ່ງ!’+ ຍ້ອນ​ແນວ​ນີ້​ພວກ​ເຮົາ​ທຸກ​ຄົນ​ຈຶ່ງ​ເມື່ອຍ​ຫຼາຍ.” 29 ໂຢນາທານ​ເວົ້າ​ວ່າ: “ພໍ່​ຂ້ອຍ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ພວກ​ເຈົ້າ​ໂດຍ​ໃຫ້​ສາບານ​ແບບ​ນີ້. ເບິ່ງ​ແມ້ ຂ້ອຍ​ຊີມ​ນ້ຳ​ເຜີ້ງ​ແຕ່​ໜ້ອຍ​ດຽວ​ກໍ​ຍັງ​ມີ​ແຮງ​ຫຼາຍ​ປານ​ນີ້ 30 ຖ້າ​ມື້​ນີ້​ພວກ​ເຈົ້າ​ທຸກ​ຄົນ​ໄດ້​ກິນ​ເຄື່ອງ​ທີ່​ຍຶດ​ມາ​ຈາກ​ສັດຕູ​ຈົນ​ອີ່ມ+​ກໍ​ແຮ່ງ​ດີ​ແມ່ນ​ບໍ ເພາະ​ພວກ​ເຮົາ​ຈະຂ້າພວກ​ຟີລິດສະຕີນ​ໄດ້​ຫຼາຍ​ກວ່າ​ນີ້​ອີກ.”

31 ມື້​ນັ້ນ ເຂົາ​ເຈົ້າ​ນຳ​ຂ້າ​ພວກ​ຟີລິດສະຕີນ​ຕັ້ງ​ແຕ່​ມິກມາດ​ຈົນ​ຮອດ​ອາຢາໂລນ+ ແລະ​ພວກ​ທະຫານ​ກໍ​ເມື່ອຍ​ຫຼາຍ. 32 ເຂົາ​ເຈົ້າ​ຈຶ່ງ​ຟ້າວ​ແລ່ນ​ໄປ​ເອົາ​ເຄື່ອງ​ຂອງ​ພວກ​ສັດຕູ​ແບບ​ໂລບມາກ​ໂລພາ ແລະ​ຂ້າ​ແກະ ງົວ ແລະ​ງົວ​ນ້ອຍ​ຢູ່​ພື້ນ ແລ້ວ​ກໍ​ກິນ​ຊີ້ນ​ທີ່​ຍັງ​ບໍ່​ໄດ້​ເອົາ​ເລືອດອອກ.+ 33 ມີ​ຄົນ​ໄປ​ບອກ​ຊາອູນ​ວ່າ: “ພວກ​ທະຫານ​ເຮັດ​ຜິດ​ຮ້າຍແຮງ​ຕໍ່​ພະ​ເຢໂຫວາ​ແລ້ວ ເຂົາ​ເຈົ້າ​ກິນ​ຊີ້ນ​ທີ່​ຍັງ​ບໍ່​ໄດ້​ເອົາ​ເລືອດ​ອອກ.”+ ຊາອູນ​ເວົ້າ​ວ່າ: “ພວກ​ເຈົ້າ​ເຮັດ​ຜິດ​ຮ້າຍແຮງ. ກິ້ງ​ຫີນ​ກ້ອນ​ໃຫຍ່​ໆ​ມາ​ໃຫ້​ຂ້ອຍ​ດຽວ​ນີ້.” 34 ແລ້ວ​ຊາອູນ​ກໍ​ສັ່ງ​ວ່າ: “ໃຫ້​ບອກພວກນັ້ນ​ວ່າ ‘ທຸກ​ຄົນ​ຕ້ອງ​ເອົາ​ງົວ​ກັບ​ແກະ​ມາ​ຂ້າຢູ່​ນີ້ແລ້ວ​ຈຶ່ງ​ຄ່ອຍ​ກິນ. ຢ່າ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ​ໂດຍ​ກິນ​ຊີ້ນ​ທີ່​ຍັງ​ບໍ່​ໄດ້​ເອົາ​ເລືອດ​ອອກ.’”+ ໃນ​ຕອນ​ຄ່ຳ​ມື້​ນັ້ນ ທຸກ​ຄົນ​ກໍ​ເອົາ​ງົວ​ໄປ​ຂ້າ​ຢູ່​ຫັ້ນ. 35 ​ຊາອູນ​ໄດ້​ສ້າງ​ແທ່ນ​ບູຊາ​ໃຫ້​ພະ​ເຢໂຫວາ.+ ນີ້​ເປັນ​ແທ່ນ​ບູຊາ​ທຳອິດ​ທີ່​ລາວ​ສ້າງ​ໃຫ້​ພະ​ເຢໂຫວາ.

36 ຕໍ່ມາ ຊາອູນ​ເວົ້າ​ວ່າ: “ໃຫ້​ພວກ​ເຮົາ​ໄປ​ນຳ​ຂ້າ​ພວກ​ຟີລິດສະຕີນ​ຕອນ​ກາງຄືນ​ນີ້​ເລີຍ ແລະ​ໄປ​ຍຶດ​ເອົາ​ເຄື່ອງ​ພວກ​ມັນ​ຈົນ​ຮອດ​ຕອນ​ເຊົ້າ. ພວກ​ເຮົາ​ຈະ​ຂ້າ​ທຸກ​ຄົນ​ບໍ່​ໃຫ້​ເຫຼືອ.” ພວກທະຫານຕອບ​ວ່າ: “ເຮັດ​ຕາມ​ທີ່​ກະສັດ​ຕ້ອງການ​ໂລດ.” ປະໂລຫິດ​ຈຶ່ງ​ບອກ​ວ່າ: “ໃຫ້​ພວກ​ເຮົາ​ຖາມ​ພະເຈົ້າ​ທ່ຽງແທ້​ຢູ່​ນີ້​ກ່ອນ.”+ 37 ຊາອູນ​ຖາມ​ພະເຈົ້າ​ວ່າ: “ລູກ​ຄວນ​ໄປ​ນຳ​ຂ້າ​ພວກ​ຟີລິດສະຕີນ​ບໍ?+ ພະອົງ​ຈະ​ຊ່ວຍ​ພວກ​ເຮົາ​ແລະ​ພວກ​ອິດສະຣາເອນ​ໃຫ້​ຊະນະ​ບໍ?” ແຕ່​ມື້​ນັ້ນ​ພະເຈົ້າ​ບໍ່​ໄດ້​ຕອບ​ລາວ. 38 ຊາອູນ​ຈຶ່ງ​ເວົ້າ​ກັບ​ພວກ​ຜູ້​ນຳ​ອິດສະຣາເອນ​ວ່າ: “ຫຍັບ​ເຂົ້າ​ມາ​ໃກ້​ໆ​ເພື່ອ​ຈະ​ຮູ້​ວ່າ​ມື້​ນີ້​ຜູ້​ໃດ​ໄດ້​ເຮັດ​ຜິດ. 39 ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີຊີວິດຢູ່​ແລະ​ເປັນ​ຜູ້​ຊ່ວຍ​ອິດສະຣາເອນ​ໃຫ້​ລອດ​ວ່າ ຖ້າ​ຂ້ອຍ​ຮູ້​ວ່າ​ຜູ້​ໃດ​ເຮັດຜິດ ເຖິງ​ວ່າ​ຈະ​ແມ່ນ​ໂຢນາທານ​ລູກ​ຊາຍ​ຂອງ​ຂ້ອຍ ລາວ​ກໍ​ຕ້ອງ​ຕາຍ​ຄື​ກັນ.” ແຕ່​ບໍ່​ມີ​ໃຜ​ເວົ້າ​ຫຍັງ. 40 ຊາອູນ​ບອກ​ພວກ​ທະຫານ​ວ່າ: “ພວກ​ເຈົ້າ​ທຸກ​ຄົນ​ເປັນ​ຝ່າຍ​ໜຶ່ງ ຂ້ອຍ​ກັບ​ໂຢນາທານ​ຈະ​ເປັນ​ອີກ​ຝ່າຍ​ໜຶ່ງ.” ພວກ​ທະຫານ​ຕອບ​ວ່າ: “ເຮັດ​ຕາມ​ທີ່​ກະສັດ​ຕ້ອງການ​ໂລດ.”

41 ຊາອູນ​ອະທິດຖານ​ຫາ​ພະ​ເຢໂຫວາ​ວ່າ: “ໂອ້​ພະເຈົ້າ​ຂອງ​ອິດສະຣາເອນ ຂໍ​ຕອບ​ພວກ​ເຮົາໂດຍ​ທາງ​ທູມມີມ*+​ນີ້!” ແລ້ວ​ໂຢນາທານ​ກັບ​ຊາອູນ​ກໍ​ຖືກ​ເລືອກ ສ່ວນ​ພວກ​ທະຫານ​ກໍ​ພົ້ນ​ຈາກຄວາມຜິດ. 42 ຊາອູນ​ຈຶ່ງ​ບອກ​ວ່າ: “ໃຫ້​ຈົກ​ສະຫຼາກ​ອີກ​ເທື່ອ​ໜຶ່ງ+ເພື່ອ​ຈະ​ຮູ້​ວ່າ​ແມ່ນ​ຂ້ອຍ​ຫຼື​ໂຢນາທານ​ທີ່​ເຮັດຜິດ.” ແລ້ວ​ໂຢນາທານ​ກໍ​ຖືກ​ເລືອກ. 43 ຊາອູນ​ຈຶ່ງ​ຖາມ​ໂຢນາທານ​ວ່າ: “ບອກ​ພໍ່​ໄດ້​ບໍ່​ວ່າ​ລູກ​ໄດ້​ເຮັດ​ຫຍັງ?” ໂຢນາທານ​ຕອບ​ວ່າ: “ລູກ​ມີ​ແຕ່​ຊີມ​ນ້ຳ​ເຜີ້ງ​ທີ່​ຕິດ​ຢູ່​ປາຍ​ໄມ້ຄ້ອນເທົ້າ​ໜ້ອຍ​ດຽວ​ໜຶ່ງ.+ ຖ້າ​ລູກ​ຕ້ອງ​ຕາຍ​ລູກ​ກໍຍອມ.”

44 ຊາອູນ​ເວົ້າ​ວ່າ: “ຂໍ​ໃຫ້​ພະເຈົ້າ​ລົງໂທດ​ພໍ່​ໜັກ​ໆ​ຖ້າ​ລູກ​ບໍ່​ຕາຍ.”+ 45 ແຕ່​ພວກ​ທະຫານ​ເວົ້າ​ກັບ​ຊາອູນ​ວ່າ: “ໂຢນາທານ​ສົມຄວນ​ຕາຍ​ບໍ? ລາວ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ອິດສະຣາເອນ​ໄດ້​ຮັບ​ໄຊ​ຊະນະ​ທີ່​ຍິ່ງ​ໃຫຍ່*+​ນີ້​ບໍ່​ແມ່ນ​ບໍ? ຢ່າ​ຂ້າ​ລາວ! ພວກ​ເຮົາ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ວ່າ ແມ່ນ​ແຕ່​ຜົມ​ເສັ້ນ​ດຽວ​ຂອງ​ລາວ ພວກ​ເຮົາ​ກໍ​ຈະ​ບໍ່​ໃຫ້​ຕົກ​ລົງ​ພື້ນ ເພາະ​ສິ່ງ​ທີ່​ລາວ​ເຮັດ​ໃນ​ມື້​ນີ້​ກໍ​ຍ້ອນ​ວ່າ​ພະເຈົ້າ​ຊ່ວຍ.”+ ພວກ​ທະຫານ​ໄດ້​ຊ່ວຍ​ຊີວິດ​ໂຢນາທານ​ໄວ້ ລາວ​ຈຶ່ງ​ບໍ່​ຖືກ​ຂ້າ.

46 ຊາອູນ​ກໍ​ເຊົາ​ໄລ່​ນຳ​ຂ້າ​ພວກ​ຟີລິດສະຕີນ. ແລ້ວ​ພວກ​ຟີລິດສະຕີນ​ກໍ​ກັບ​ເມືອ​ແຜ່ນດິນ​ຂອງ​ເຂົາ​ເຈົ້າ.

47 ຊາອູນແຜ່ຂະຫຍາຍ​ອຳນາດ​ໄປ​ທົ່ວ​ອິດສະຣາເອນ​ແລະ​ຕໍ່ສູ້​ກັບ​ພວກ​ສັດຕູ​ໃນ​ທຸກ​ທິດ​ທຸກ​ທາງ ທັງ​ກັບ​ພວກ​ໂມອາບ+ ພວກ​ອຳໂມນ+ ພວກ​ເອໂດມ+ ພວກ​ກະສັດ​ຂອງ​ໂຊບາ+ ແລະ​ພວກ​ຟີລິດສະຕີນ.+ ບໍ່​ວ່າ​ຊາອູນ​ຈະ​ຕໍ່ສູ້​ກັບ​ໃຜ ລາວ​ກໍ​ຊະນະ​ໝົດ. 48 ຊາອູນ​ຕໍ່ສູ້​ຢ່າງ​ກ້າຫານ​ແລະ​ເອົາ​ຊະນະ​ພວກ​ອາມາເລັກ+ໄດ້. ລາວ​ຊ່ວຍ​ອິດສະຣາເອນ​ຈາກ​ພວກ​ສັດຕູ.

49 ຊາອູນ​ມີ​ລູກ​ຊາຍ 3 ຄົນ​ຊື່ ໂຢນາທານ ອີຊະວີ ແລະ​ມັນກີຊົວ+ ແລະ​ລາວ​ມີ​ລູກສາວ 2 ຄົນ. ຜູ້​ເອື້ອຍ​ຊື່​ເມຣັບ+ແລະ​ຜູ້​ນ້ອງ​ຊື່​ມີການ.+ 50 ເມຍ​ຂອງ​ຊາອູນ​ຊື່​ອາຮີໂນອາມ. ລາວ​ເປັນ​ລູກ​ຂອງ​ອາຮີມາອາດ. ຫົວ​ໜ້າ​ກອງ​ທັບ​ຂອງ​ຊາອູນ​ຊື່​ອັບເນ.+ ອັບເນ​ເປັນ​ລູກ​ຂອງ​ເນ ແລະ​ອັບເນ​ເປັນອາວຂອງ​ຊາອູນ. 51 ກີເຊ+ເປັນ​ພໍ່​ຂອງ​ຊາອູນ ເນ+ເປັນ​ພໍ່​ຂອງ​ອັບເນ ແລະ​ອາບີເອນ​ເປັນ​ພໍ່​ຂອງ​ເນ.

52 ໃນ​ໄລຍະ​ທີ່​ຊາອູນ​ປົກຄອງ​ເປັນ​ກະສັດ+ ລາວ​ໄດ້​ເຮັດ​ສົງຄາມ​ກັບ​ພວກ​ຟີລິດສະຕີນ​ຢ່າງ​ດຸເດືອດ. ເມື່ອ​ຊາອູນ​ເຫັນ​ຜູ້​ຊາຍ​ທີ່​ແຂງແຮງ​ແລະ​ກ້າຫານ ລາວ​ກໍ​ຈະ​ໃຫ້​ມາ​ເປັນ​ທະຫານ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌