ສຸພາສິດ
29 ຖ້າຜູ້ໃດຖືກຕັກເຕືອນຫຼາຍໆແລ້ວ ແຕ່ຍັງເປັນຄົນຫົວແຂງຢູ່+
ລາວຈະເຈິກັບຄວາມຈິບຫາຍແບບກະທັນຫັນ.+
2 ເມື່ອມີຄົນທີ່ເຮັດສິ່ງທີ່ຖືກຕ້ອງຫຼາຍຄົນ ປະຊາຊົນກໍມີຄວາມສຸກ
ແຕ່ເມື່ອຄົນຊົ່ວປົກຄອງ ປະຊາຊົນກໍທຸກໃຈ.+
3 ຄົນທີ່ຮັກສະຕິປັນຍາເຮັດໃຫ້ພໍ່ຂອງລາວມີຄວາມສຸກ+
ແຕ່ຄົນທີ່ມັກໄປຢູ່ນຳພວກຜູ້ຍິງຂາຍໂຕກໍຜານສົມບັດຂອງໂຕເອງ.+
4 ກະສັດທີ່ຍຸຕິທຳເຮັດໃຫ້ແຜ່ນດິນໝັ້ນຄົງ+
ແຕ່ຄົນທີ່ມັກສິນບົນເຮັດໃຫ້ແຜ່ນດິນຫຼົ້ມຈົມ.
5 ຄົນທີ່ມັກຍ້ອງຍໍເພື່ອນບ້ານ
ກໍເປັນຄືກັບຄົນທີ່ກາງກັບດັກຕານ່າງໄວ້ສຳລັບຕີນຂອງໂຕເອງ.+
6 ຄວາມຜິດຂອງຄົນຊົ່ວເປັນກັບດັກຈັບລາວເອງ+
ແຕ່ຄົນທີ່ເຮັດສິ່ງທີ່ຖືກຕ້ອງມີຄວາມສຸກແລະຮ້ອງອອກມາດ້ວຍຄວາມຍິນດີ.+
7 ຄົນທີ່ເຮັດສິ່ງທີ່ຖືກຕ້ອງເປັນຫ່ວງສິດຕາມກົດໝາຍຂອງຄົນທຸກ+
ແຕ່ຄົນຊົ່ວບໍ່ສົນໃຈເລື່ອງນີ້ເລີຍ.+
9 ຖ້າຄົນສະຫຼາດໄປຖຽງກັບຄົນໂງ່
ກໍຈະມີແຕ່ການຖຽງກັນແລະເຍາະເຍີ້ຍກັນ ແຕ່ຈະບໍ່ເກີດຜົນດີຫຍັງເລີຍ.+
12 ເມື່ອຜູ້ປົກຄອງເຊື່ອຄຳຕົວະ
ຄົນຮັບໃຊ້ທັງໝົດຂອງລາວກໍຈະກາຍເປັນຄົນຊົ່ວ.+
13 ຄົນທຸກກັບຄົນທີ່ກົດຂີ່ລາວມີຢ່າງໜຶ່ງທີ່ຄືກັນ
ນັ້ນກໍຄືພະເຢໂຫວາເປັນຜູ້ໃຫ້ຊີວິດເຂົາເຈົ້າ.
15 ໄມ້ແສ້*ແລະການຕັກເຕືອນເຮັດໃຫ້ມີສະຕິປັນຍາ+
ແຕ່ເດັກນ້ອຍທີ່ຖືກຕາມໃຈກໍເຮັດໃຫ້ແມ່ອັບອາຍ.
16 ເມື່ອຄົນຊົ່ວຫຼາຍຂຶ້ນ ການເຮັດຜິດກໍມີຫຼາຍຂຶ້ນ
ແຕ່ຄົນທີ່ເຮັດສິ່ງທີ່ຖືກຕ້ອງຈະໄດ້ເຫັນເຂົາເຈົ້າຖືກທຳລາຍ.+
17 ຖ້າເຈົ້າສັ່ງສອນລູກຂອງເຈົ້າ ລາວຈະເຮັດໃຫ້ເຈົ້າສົດຊື່ນ
ແລະລາວຈະເຮັດໃຫ້ເຈົ້າມີຄວາມສຸກຫຼາຍ.+
18 ບ່ອນໃດທີ່ບໍ່ມີນິມິດຈາກຜູ້ພະຍາກອນ ຜູ້ຄົນກໍເຮັດຕາມໃຈມັກ+
19 ຄົນຮັບໃຊ້ບໍ່ຍອມປ່ຽນແປງໂຕເອງເມື່ອຖືກແກ້ໄຂ
ເຖິງວ່າລາວຈະເຂົ້າໃຈ ແຕ່ລາວກໍບໍ່ຍອມເຮັດຕາມ.+
20 ເຈົ້າເຄີຍເຫັນຄົນທີ່ເວົ້າແບບບໍ່ຄິດບໍ?+
ຄົນໂງ່ຍັງມີຫວັງວ່າຈະດີຂຶ້ນຫຼາຍກວ່າລາວຊ້ຳ.+
21 ຖ້າຄົນຮັບໃຊ້ຖືກເອົາໃຈຕັ້ງແຕ່ຍັງນ້ອຍ
ລາວຈະກາຍເປັນຄົນທີ່ບໍ່ສຳນຶກບຸນຄຸນ.
24 ຄົນທີ່ເປັນຂາຄູ່ກັບໂຈນກໍຊັງໂຕເອງ.
ລາວອາດຈະຖືກຂໍໃຫ້ໄປເປັນພະຍານໃນສານ ແຕ່ລາວກໍບໍ່ເວົ້າຫຍັງ.+