ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ ເພງນີ້ຕັ້ງຕາມເພງ “ຢ່າທຳລາຍ.”* ເພງຂອງອາສັບ.+ ເພງສັນລະເສີນ.
75 ພະເຈົ້າເອີ້ຍ ພວກເຮົາຂອບໃຈພະອົງແທ້ໆ. ພວກເຮົາຂອບໃຈພະອົງອີ່ຫຼີ.
ຜູ້ຄົນເວົ້າເຖິງຜົນງານທີ່ເປັນຕາງຶດຂອງພະອົງ.
2 ພະອົງເວົ້າວ່າ: “ເມື່ອຮອດເວລາທີ່ເຮົາກຳນົດໄວ້ແລ້ວ
ເຮົາກໍຈະຕັດສິນຢ່າງຍຸຕິທຳ.
3 ເຖິງວ່າໂລກແລະຄົນໃນໂລກຈະສັ່ນສະເທືອນ*
ແຕ່ເຮົາຈະເຮັດໃຫ້ເສົາຂອງໂລກໝັ້ນຄົງຕໍ່ໆໄປ.” (ເຊລາ)*
4 ຂ້ອຍເວົ້າກັບຄົນທີ່ມັກອວດວ່າ: “ເຊົາອວດໄດ້ແລ້ວ”
ແລະເວົ້າກັບຄົນຊົ່ວວ່າ: “ເຊົາອວດອຳນາດ*ຂອງເຈົ້າສະ.
5 ຢ່າອວດວ່າໂຕເອງມີອຳນາດຫຼາຍ
ແລະຢ່າເວົ້າຈອງຫອງ
6 ຍ້ອນກຽດຂອງມະນຸດ
ບໍ່ໄດ້ມາຈາກທິດຕາເວັນອອກ ທິດຕາເວັນຕົກ ຫຼືທິດໃຕ້.
7 ພະເຈົ້າເປັນຜູ້ຕັດສິນ.+
ເພິ່ນເຮັດໃຫ້ຄົນໜຶ່ງຕົກຕ່ຳໄດ້ແລະຍົກອີກຄົນໜຶ່ງໃຫ້ສູງຂຶ້ນໄດ້.+
8 ພະເຢໂຫວາຈັບຈອກໄວ້ຢູ່ມື.+
ໃນຈອກນັ້ນມີເຫຼົ້າແວງທີ່ມີຝອດແລະໄດ້ປະສົມເຄື່ອງເທດໄວ້ແລ້ວ.
ເພິ່ນຈະເທເຫຼົ້າແວງໃຫ້ຄົນຊົ່ວທຸກຄົນແນ່ນອນ.
ເຂົາເຈົ້າຈະກິນເຫຼົ້າແວງນັ້ນຈົນໝົດແມ່ນແຕ່ຂີ້ຕະກອນກໍບໍ່ເຫຼືອ.”+
9 ແຕ່ຂ້ອຍຈະປະກາດສິ່ງທີ່ພະເຈົ້າເຮັດຕະຫຼອດໄປ.
ຂ້ອຍຈະຮ້ອງເພງ*ສັນລະເສີນພະເຈົ້າຂອງຢາໂຄບ
10 ຍ້ອນເພິ່ນບອກວ່າ: “ເຮົາຈະເຮັດໃຫ້ຄົນຊົ່ວໝົດອຳນາດ
ແຕ່ຈະເຮັດໃຫ້ຄົນດີມີອຳນາດຫຼາຍຂຶ້ນ.”