ຊາມູເອນສະບັບທີໜຶ່ງ
13 ຊາອູນອາຍຸ . . .* ປີຕອນທີ່ລາວເປັນກະສັດ.+ ຫຼັງຈາກທີ່ຊາອູນປົກຄອງອິດສະຣາເອນໄດ້ 2 ປີ 2 ລາວໄດ້ເລືອກເອົາຜູ້ຊາຍອິດສະຣາເອນ 3.000 ຄົນ ແລ້ວໃຫ້ 2.000 ຄົນຢູ່ກັບລາວໃນມິກມາດແລະໃນເຂດພູຂອງເມືອງເບເທນ. ແຕ່ອີກ 1.000 ຄົນໃຫ້ຢູ່ກັບໂຢນາທານ+ໃນເມືອງກີເບອາ+ໃນເຂດຂອງຕະກູນເບັນຢາມິນ. ສ່ວນຄົນທີ່ບໍ່ຖືກເລືອກ ຊາອູນກໍໃຫ້ກັບໄປເຕັ້ນຂອງໂຕເອງ. 3 ໂຢນາທານໄປບຸກໂຈມຕີກອງທະຫານຂອງຟີລິດສະຕີນ+ຢູ່ເມືອງເຄບາ+ ແລະພວກຟີລິດສະຕີນກໍຮູ້ເລື່ອງນີ້. ແລ້ວຊາອູນກໍສົ່ງຜູ້ສົ່ງຂ່າວໄປທົ່ວປະເທດອິດສະຣາເອນເພື່ອໃຫ້ເປົ່າແກເຂົາສັດ+ແລະປະກາດວ່າ: “ພວກເຮັບເຣີເອີ້ຍ ຂໍໃຫ້ຟັງເດີ້!” 4 ພວກອິດສະຣາເອນຈຶ່ງຮູ້ຂ່າວວ່າ: “ຊາອູນໄປຕໍ່ສູ້ແລະຊະນະກອງທະຫານຂອງຟີລິດສະຕີນ ແລະຕອນນີ້ພວກຟີລິດສະຕີນຊັງພວກອິດສະຣາເອນຫຼາຍ.” ພວກຜູ້ສົ່ງຂ່າວຈຶ່ງບອກພວກຜູ້ຊາຍໄປຫາຊາອູນຢູ່ເມືອງກິນການ.+
5 ພວກຟີລິດສະຕີນຈຶ່ງລວບລວມທະຫານໄປຕໍ່ສູ້ກັບພວກອິດສະຣາເອນ. ເຂົາເຈົ້າມີລົດມ້າ 30.000 ຄັນແລະທະຫານມ້າ 6.000 ຄົນ ແລະຍັງມີທະຫານອີກບັກຫຼາຍໆຄືກັບດິນຊາຍຢູ່ແຄມທະເລ.+ ເຂົາເຈົ້າຂຶ້ນໄປຕັ້ງຄ້າຍຢູ່ມິກມາດທີ່ຢູ່ທາງທິດຕາເວັນອອກຂອງເມືອງເບັດອາເວນ.+ 6 ເມື່ອພວກອິດສະຣາເອນເຫັນແບບນັ້ນກໍຮູ້ສຶກຈົນຕາແຈ. ເຂົາເຈົ້າຈຶ່ງໄປລີ້ຢູ່ໃນຖ້ຳໃນໂກນ+ແລະໃນປ່າໃນຂຸມ. 7 ພວກເຮັບເຣີບາງຄົນຢ້ານຫຼາຍຈົນຂ້າມແມ່ນ້ຳຈໍແດນເຂົ້າໄປໃນເຂດຂອງຕະກູນຄາດແລະເຂດຂອງກິລຽດ.+ ແຕ່ຊາອູນຍັງຢູ່ເມືອງກິນການແລະຄົນທີ່ຢູ່ນຳລາວກໍພາກັນຢ້ານຫຼາຍ. 8 ຊາອູນຖ້າ 7 ມື້ຈົນຮອດເວລາທີ່ຊາມູເອນນັດໄວ້ ແຕ່ຊາມູເອນກໍຍັງບໍ່ມາເມືອງກິນການ ແລະພວກທະຫານກໍກຳລັງໜີປະຊາອູນ. 9 ໃນທີ່ສຸດຊາອູນກໍບອກວ່າ: “ເອົາເຄື່ອງບູຊາເຜົາກັບເຄື່ອງບູຊາສ້າງຄວາມສະຫງົບສຸກມາໃຫ້ຂ້ອຍ.” ແລ້ວຊາອູນກໍເຜົາເຄື່ອງບູຊາ.+
10 ທັນທີທີ່ຊາອູນເຜົາເຄື່ອງບູຊາແລ້ວໆ ຊາມູເອນກໍມາຮອດ. ຊາອູນຈຶ່ງອອກໄປຫາຊາມູເອນແລະຖາມສະບາຍດີລາວ. 11 ຊາມູເອນເວົ້າວ່າ: “ເປັນຫຍັງຄືເຮັດຈັ່ງຊີ້?” ຊາອູນຕອບວ່າ: “ທຸກຄົນໜີປະຂ້ອຍ+ແລະເຈົ້າກໍບໍ່ມາຕາມນັດ ແລະພວກຟີລິດສະຕີນກໍກຳລັງລວມກັນຢູ່ມິກມາດ.+ 12 ຂ້ອຍຈຶ່ງຄິດວ່າຈັກໜ້ອຍພວກຟີລິດສະຕີນຈະລົງມາຕໍ່ສູ້ຂ້ອຍຢູ່ກິນການ ແລະຂ້ອຍຍັງບໍ່ໄດ້ຂໍໃຫ້ພະເຢໂຫວາຊ່ວຍ ຂ້ອຍກໍເລີຍເຜົາເຄື່ອງບູຊາ.”
13 ຊາມູເອນຈຶ່ງບອກຊາອູນວ່າ: “ເຈົ້າຄືໂງ່ແທ້ທີ່ເຮັດແບບນີ້. ເຈົ້າບໍ່ເຊື່ອຟັງຄຳສັ່ງທີ່ພະເຢໂຫວາພະເຈົ້າຂອງເຈົ້າບອກໄວ້.+ ຖ້າເຈົ້າເຊື່ອຟັງ ພະເຢໂຫວາຈະໃຫ້ເຈົ້າແລະລູກຫຼານຂອງເຈົ້າປົກຄອງອິດສະຣາເອນຕະຫຼອດໄປ. 14 ແຕ່ຕອນນີ້ການປົກຄອງຂອງເຈົ້າຈະບໍ່ໄດ້ຢູ່ຕະຫຼອດໄປ.+ ພະເຢໂຫວາຈະເລືອກຜູ້ທີ່ເພິ່ນພໍໃຈ+ ແລະພະເຢໂຫວາຈະຕັ້ງລາວໃຫ້ເປັນຜູ້ນຳພວກອິດສະຣາເອນປະຊາຊົນຂອງເພິ່ນ+ ຍ້ອນເຈົ້າບໍ່ເຊື່ອຟັງຄຳສັ່ງຂອງພະເຢໂຫວາ.”+
15 ຈາກນັ້ນ ຊາມູເອນກໍອອກຈາກເມືອງກິນການໄປເມືອງກີເບອາໃນເຂດຂອງຕະກູນເບັນຢາມິນ. ຊາອູນນັບຈຳນວນຄົນຂອງລາວ ແລະພວກຜູ້ຊາຍທີ່ຍັງຢູ່ກັບລາວມີປະມານ 600 ຄົນ.+ 16 ຕອນນັ້ນ ຊາອູນແລະໂຢນາທານລູກຊາຍຂອງລາວ ລວມທັງຄົນທີ່ຍັງຢູ່ນຳເຂົາເຈົ້າພັກຢູ່ເມືອງເຄບາ+ໃນເຂດຂອງຕະກູນເບັນຢາມິນ. ສ່ວນພວກຟີລິດສະຕີນຕັ້ງຄ້າຍຢູ່ມິກມາດ.+ 17 ພວກຟີລິດສະຕີນແບ່ງທະຫານອອກເປັນ 3 ກອງແລ້ວຍົກໄປໂຈມຕີ. ທະຫານກອງທີ 1 ໄປຕາມເສັ້ນທາງທີ່ໄປເມືອງໂອຟຣາເພື່ອຈະໄປເຂດເມືອງຊູອານ. 18 ທະຫານກອງທີ 2 ໄປຕາມເສັ້ນທາງທີ່ຈະໄປເມືອງເບັດໂຮໂຣນ+ ແລະທະຫານກອງທີ 3 ໄປຕາມເສັ້ນທາງທີ່ຈະໄປຮອດເຂດແດນທີ່ແນມເຫັນຮ່ອມພູເຊໂບຢິມແລະບ່ອນກັນດານ.
19 ຕອນນັ້ນ ໃນທົ່ວປະເທດອິດສະຣາເອນບໍ່ມີຊ່າງຕີເຫຼັກເລີຍ ຍ້ອນພວກຟີລິດສະຕີນໄດ້ເວົ້າວ່າ: “ພວກເຮັບເຣີຈະບໍ່ໄດ້ເຮັດດາບເຮັດຫອກ.” 20 ພວກອິດສະຣາເອນທຸກຄົນຈຶ່ງຕ້ອງລົງໄປຫາພວກຟີລິດສະຕີນເມື່ອຢາກຝົນໝາກສົບໄຖ* ຈົກ ຂວານ ຫຼືກ່ຽວ. 21 ຄ່າຝົນໝາກສົບໄຖ ຈົກ ເຄື່ອງມືສາມງ່າມ ຂວານ ຫຼືແປງເຫຼັກກະຕັກ* ແມ່ນ 1 ພິມ.* 22 ໃນໄລຍະທີ່ເຮັດສົງຄາມນັ້ນ ຄົນທີ່ຢູ່ກັບຊາອູນແລະໂຢນາທານບໍ່ມີໃຜມີດາບຫຼືຫອກ.+ ມີແຕ່ຊາອູນກັບໂຢນາທານເທົ່ານັ້ນທີ່ມີອາວຸດ.
23 ສ່ວນທະຫານຂອງຟີລິດສະຕີນກອງໜຶ່ງກໍອອກໄປຢູ່ທາງໄປຮ່ອມພູມິກມາດ.+