ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 24
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ເມືອງ​ເຢຣູຊາເລັມ​ເປັນ​ຄື​ກັບ​ໝໍ້​ແກງ​ທີ່​ເຂົ້າ​ຂີ້ໝ້ຽງ (1-​14)

      • ການ​ຕາຍ​ຂອງ​ເມຍ​ຂອງ​ເອເຊກຽນ​ເປັນ​ແນວ​ເຕືອນ (15-​27)

ເອເຊກຽນ 24:1

ໄຂເງື່ອນ

  • *

    ໝາຍເຖິງ​ປີ​ທີ 9 ທີ່​ກະສັດ​ເຢໂຮຢາກິນ ເອເຊກຽນ ແລະ​ຄົນ​ຢິວ​ຄົນ​ອື່ນ​ໆ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. ເບິ່ງ ອຊກ 1:2.

ເອເຊກຽນ 24:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:1; ຢຣມ 39:1; 52:4

ເອເຊກຽນ 24:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 11:3

ເອເຊກຽນ 24:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 11:7

ເອເຊກຽນ 24:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 39:6

ເອເຊກຽນ 24:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 21:16; ມກ 7:2; ມທ 23:35
  • +ອຊກ 11:7, 9

ເອເຊກຽນ 24:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 2:34
  • +ລລວ 17:13; ພບຍ 12:16

ເອເຊກຽນ 24:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 24:3, 4

ເອເຊກຽນ 24:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 23:37

ເອເຊກຽນ 24:11

ໄຂເງື່ອນ

  • *

    ຫຼື “ໝໍ້​ທອງແດງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 21:10; 32:29; ອຊກ 22:15

ເອເຊກຽນ 24:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 5:3; 6:29

ເອເຊກຽນ 24:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:14; ອຊກ 22:9
  • +ອຊກ 5:12, 13; 8:18

ເອເຊກຽນ 24:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 13:14; ອຊກ 5:11

ເອເຊກຽນ 24:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 24:18, 21

ເອເຊກຽນ 24:17

ໄຂເງື່ອນ

  • *

    ຫຼື “ປົກ​ໜວດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 16:5
  • +2ຊມ 15:30
  • +ລລວ 10:6
  • +ມກ 3:7
  • +ຢຣມ 16:7

ເອເຊກຽນ 24:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 74:7; 79:1; ຢຣມ 7:14; ສສ 1:10; 2:7; ອຊກ 9:7
  • +2ຂຄ 36:17; ຢຣມ 6:11

ເອເຊກຽນ 24:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 24:17

ເອເຊກຽນ 24:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:39; ອຊກ 33:10

ເອເຊກຽນ 24:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 8:18; 20:3; ອຊກ 4:3

ເອເຊກຽນ 24:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:32; ຢຣມ 11:22

ເອເຊກຽນ 24:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 33:21

ເອເຊກຽນ 24:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 3:26; 33:22

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 24:22ກສ 25:1; ຢຣມ 39:1; 52:4
ອຊກ. 24:3ອຊກ 11:3
ອຊກ. 24:4ອຊກ 11:7
ອຊກ. 24:5ຢຣມ 39:6
ອຊກ. 24:62ກສ 21:16; ມກ 7:2; ມທ 23:35
ອຊກ. 24:6ອຊກ 11:7, 9
ອຊກ. 24:7ຢຣມ 2:34
ອຊກ. 24:7ລລວ 17:13; ພບຍ 12:16
ອຊກ. 24:82ກສ 24:3, 4
ອຊກ. 24:9ມທ 23:37
ອຊກ. 24:11ຢຣມ 21:10; 32:29; ອຊກ 22:15
ອຊກ. 24:12ຢຣມ 5:3; 6:29
ອຊກ. 24:132ຂຄ 36:14; ອຊກ 22:9
ອຊກ. 24:13ອຊກ 5:12, 13; 8:18
ອຊກ. 24:14ຢຣມ 13:14; ອຊກ 5:11
ອຊກ. 24:16ອຊກ 24:18, 21
ອຊກ. 24:17ຢຣມ 16:5
ອຊກ. 24:172ຊມ 15:30
ອຊກ. 24:17ລລວ 10:6
ອຊກ. 24:17ມກ 3:7
ອຊກ. 24:17ຢຣມ 16:7
ອຊກ. 24:21ພສ 74:7; 79:1; ຢຣມ 7:14; ສສ 1:10; 2:7; ອຊກ 9:7
ອຊກ. 24:212ຂຄ 36:17; ຢຣມ 6:11
ອຊກ. 24:22ອຊກ 24:17
ອຊກ. 24:23ລລວ 26:39; ອຊກ 33:10
ອຊກ. 24:24ອຊຢ 8:18; 20:3; ອຊກ 4:3
ອຊກ. 24:25ພບຍ 28:32; ຢຣມ 11:22
ອຊກ. 24:26ອຊກ 33:21
ອຊກ. 24:27ອຊກ 3:26; 33:22
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 24:1-27

ເອເຊກຽນ

24 ໃນ​ວັນ​ທີ 10 ເດືອນ​ທີ 10 ຂອງ​ປີ​ທີ 9* ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 2 “ລູກ​ມະນຸດ ໃຫ້​ເຈົ້າ​ຂຽນ​ວັນ​ທີ​ເດືອນ​ປີ​ນີ້​ໄວ້. ມື້​ນີ້​ແຫຼະ​ທີ່​ກະສັດ​ບາບີໂລນ​ເລີ່ມ​ໂຈມຕີ​ເມືອງ​ເຢຣູຊາເລັມ.+ 3 ໃຫ້​ເຈົ້າ​ເວົ້າ​ກັບ​ຊາດ​ທີ່​ມັກ​ກະບົດ​ໂດຍ​ຍົກ​ຕົວຢ່າງ​ປຽບທຽບ​ແລະ​ເວົ້າ​ເຖິງ​ເຂົາເຈົ້າ​ຈັ່ງ​ຊີ້

‘ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ

“ໃຫ້​ເອົາ​ໝໍ້​ແກງ​ຄ້າງ​ໃສ່​ໄຟ ແລ້ວ​ເທ​ນ້ຳ​ໃສ່​ໝໍ້​ນັ້ນ.+

 4 ໃຫ້​ເອົາ​ຊີ້ນ​ຕ່ອນ​ດີ​ໆ​ໃສ່​ໝໍ້+

ເຊິ່ງ​ແມ່ນ​ຊີ້ນ​ກົກຂາ​ກັບ​ຊີ້ນ​ບ່າໄຫຼ່ ແລະ​ເອົາ​ກະດູກ​ທີ່​ດີ​ທີ່ສຸດ​ໃສ່​ຈົນ​ເຕັມ​ໝໍ້.

 5 ໃຫ້​ເອົາ​ແກະ​ໂຕ​ທີ່​ດີ​ທີ່ສຸດ​ມາ+ ແລະ​ເອົາ​ຟືນ​ຢອງ​ຊ້ອນ​ກັນ​ຢູ່​ອ້ອມ​ກົ້ນ​ໝໍ້

ແລ້ວ​ຕົ້ມ​ຊີ້ນ​ກັບ​ກະດູກ​ທີ່​ຢູ່​ໃນ​ໝໍ້​ນັ້ນ.”’

6 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ:

‘ເມືອງ​ທີ່​ມີ​ແຕ່​ເລືອດ​ຂອງ​ຄົນ​ທີ່​ຖືກ​ຂ້າ​ຈະ​ຕ້ອງ​ຈິບຫາຍ.+ ເມືອງ​ນີ້​ເປັນ​ຄື​ກັບ​ໝໍ້​ແກງ​ທີ່​ເຂົ້າ​ຂີ້ໝ້ຽງ​ຫຼາຍ.

ໃຫ້​ເອົາ​ຊີ້ນ​ອອກ​ຈາກ​ໝໍ້​ນີ້​ເທື່ອ​ລະ​ຕ່ອນ​ຈົນ​ໝົດ+ ແຕ່​ບໍ່​ຕ້ອງ​ຈົກ​ສະຫຼາກ​ມັນ.

 7 ມີ​ຫຼາຍ​ຄົນ​ຖືກ​ຂ້າ​ໃນ​ເມືອງ​ນີ້+​ແລະ​ເລືອດ​ຂອງ​ເຂົາ​ເຈົ້າ​ຖືກ​ເທ​ໃສ່​ຫີນ​ກ້ຽງ​ໆ​ເພື່ອ​ທຸກ​ຄົນ​ຈະ​ແນມ​ເຫັນ

ແຕ່​ບໍ່​ໄດ້​ຖືກ​ເທ​ໃຫ້​ຊຶມ​ລົງ​ດິນ.+

 8 ເຮົາ​ກໍ​ເອົາ​ເລືອດ​ຂອງ​ເມືອງ​ນີ້​ເທ​ໃສ່​ຫີນ​ທີ່​ກ້ຽງ​ໆ​ຄື​ກັນ

ເພື່ອ​ທຸກ​ຄົນ​ຈະ​ແນມ​ເຫັນ.

ເຮົາ​ເຮັດ​ແນວ​ນີ້​ເພື່ອ​ເຮົາ​ຈະ​ໃຈຮ້າຍ​ຫຼາຍ​ຂຶ້ນ​ແລະ​ຢາກ​ແກ້ແຄ້ນ.’+

9 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ

‘ເມືອງ​ທີ່​ມີ​ແຕ່​ເລືອດ​ຂອງ​ຄົນ​ທີ່​ຖືກ​ຂ້າ​ຈະ​ຕ້ອງ​ຈິບຫາຍ.+

ເຮົາ​ຈະ​ເອົາ​ຟືນ​ມາ​ກອງ​ໄວ້​ສູງ​ໆ​.

10 ໃຫ້​ເອົາ​ຟືນ​ມາ​ກອງ​ໄວ້ ແລ້ວ​ດັງ​ໄຟ.

ຕົ້ມ​ຊີ້ນ​ຢູ່​ໝໍ້​ໃຫ້​ສຸກ​ໆ​ ແລ້ວ​ເທ​ນ້ຳ​ອອກ ແລະ​ປ່ອຍ​ໃຫ້​ກະດູກ​ໄໝ້.

11 ຈາກ​ນັ້ນ ໃຫ້​ເທ​ກະດູກ​ອອກ ແລ້ວ​ເອົາ​ໝໍ້*​ໜ່ວຍ​ນັ້ນ​ວາງ​ເທິງ​ຖ່ານ​ທີ່​ຮ້ອນ​ໆ​ເພື່ອ​ໃຫ້​ໝໍ້​ຮ້ອນ.

ໝໍ້​ນັ້ນ​ຈະ​ຮ້ອນ​ຈົນ​ແດງ

ແລ້ວ​ແນວ​ເປື້ອນ​ທີ່​ຕິດ​ຢູ່​ໝໍ້​ຈະ​ເປື່ອຍ​ອອກ+ ແລະ​ຂີ້ໝ້ຽງ​ທີ່​ຕິດ​ຢູ່​ກໍ​ຈະ​ໄໝ້​ຈົນ​ໝົດ.

12 ແຕ່​ການ​ເຮັດ​ແບບ​ນັ້ນ​ເຮັດ​ໃຫ້​ຮູ້ສຶກ​ໃຈຮ້າຍ​ແລະ​ໝົດ​ແຮງ

ຍ້ອນ​ໝໍ້​ເຂົ້າ​ຂີ້ໝ້ຽງ​ຫຼາຍ ເຮັດ​ຈັ່ງ​ໃດ​ກໍ​ບໍ່​ອອກ.+

ໃຫ້​ໂຍນ​ມັນ​ຖິ້ມ​ໃສ່​ໄຟ​ສະ.’

13 ‘ເຈົ້າ​ເປື້ອນ​ຍ້ອນ​ເຈົ້າ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ລັງກຽດ.+ ເຮົາ​ພະຍາຍາມ​ເຮັດ​ໃຫ້​ເຈົ້າ​ສະອາດ ແຕ່​ຄວາມ​ເປື້ອນ​ຂອງ​ເຈົ້າ​ກໍ​ຍັງ​ຢູ່​ຄື​ເກົ່າ. ເຈົ້າ​ຈະ​ບໍ່​ສະອາດ​ຕໍ່ໄປ​ຈົນ​ກວ່າ​ເຮົາ​ຈະ​ເຊົາ​ໃຈຮ້າຍ​ໃຫ້​ເຈົ້າ.+ 14 ເຮົາ​ເຢໂຫວາ​ໄດ້​ເວົ້າ​ໄວ້​ແລ້ວ ແລະ​ມັນ​ຈະ​ເປັນ​ແບບນັ້ນ. ເຮົາ​ຈະ​ບໍ່​ຢັ້ງ​ມື ບໍ່​ປ່ຽນ​ໃຈ ແລະ​ບໍ່​ເສຍໃຈ.+ ເຂົາເຈົ້າ​ຈະ​ຕັດສິນ​ເຈົ້າ​ຕາມ​ການ​ກະທຳ​ຂອງ​ເຈົ້າ.’ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບ​ນີ້.”

15 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 16 “ລູກ​ມະນຸດ​ເອີ້ຍ ເຮົາ​ຈະ​ເຮັດ​ໃຫ້​ເມຍ​ທີ່​ເຈົ້າ​ຮັກ​ຕາຍ​ແບບ​ກະທັນຫັນ.+ ເຈົ້າ​ຢ່າ​ໄວ້ທຸກ​ແລະ​ຢ່າ​ຮ້ອງ​ໄຫ້. 17 ໃຫ້​ເຈົ້າ​ໂສກເສົ້າ​ຢູ່​ໃນ​ໃຈ ແລະ​ຢ່າ​ເຮັດ​ພິທີ​ໄວ້ອາໄລ​ໃຫ້​ລາວ.+ ໃຫ້​ເຈົ້າ​ໃສ່​ເກີບ+​ແລະ​ເອົາ​ຜ້າ​ຄຽນ​ຫົວ​ໄວ້.+ ຢ່າ​ເອົາ​ຜ້າ​ນັ້ນ​ອັດ​ປາກ*+ ແລະ​ຢ່າ​ກິນ​ຂອງກິນ​ທີ່​ຄົນອື່ນ​ເອົາ​ມາ​ໃຫ້.”+

18 ຂ້ອຍ​ເວົ້າ​ກັບ​ປະຊາຊົນ​ຕອນເຊົ້າ ແລ້ວ​ເມຍ​ຂ້ອຍ​ກໍ​ຕາຍ​ຕອນແລງ. ຕອນເຊົ້າ​ມື້​ຕໍ່ມາ ຂ້ອຍ​ກໍ​ເຮັດ​ຕາມ​ທີ່​ພະເຈົ້າ​ສັ່ງ. 19 ປະຊາຊົນ​ຖາມ​ຂ້ອຍ​ວ່າ: “ເຈົ້າ​ຊິ​ບໍ່​ບອກ​ພວກ​ເຮົາ​ບໍ​ວ່າ​ສິ່ງ​ທີ່​ເຈົ້າ​ເຮັດ​ກ່ຽວຂ້ອງ​ກັບ​ພວກ​ເຮົາ​ແນວໃດ?” 20 ຂ້ອຍ​ຕອບ​ເຂົາເຈົ້າ​ຈັ່ງ​ຊີ້ “ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ວ່າ 21 ‘ໃຫ້​ບອກ​ຊາດ​ອິດສະຣາເອນ​ແບບ​ນີ້ “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ກຳລັງ​ຈະ​ເຮັດ​ໃຫ້​ວິຫານ​ຂອງ​ເຮົາ​ທີ່​ພວກ​ເຈົ້າ​ພູມໃຈ ທີ່​ພວກ​ເຈົ້າ​ຮັກ​ແລະ​ຫວງແຫນ​ຫຼາຍ​ນັ້ນ​ບໍ່​ສະອາດ.+ ລູກຊາຍ​ກັບ​ລູກສາວ​ທີ່​ພວກ​ເຈົ້າ​ປະ​ໄວ້​ໃນ​ເມືອງ​ຈະ​ຖືກ​ຂ້າ​ດ້ວຍ​ດາບ.+ 22 ແລ້ວ​ພວກ​ເຈົ້າ​ຈະ​ເຮັດ​ຄື​ກັບ​ທີ່​ເອເຊກຽນ​ເຮັດ. ພວກ​ເຈົ້າ​ຈະ​ບໍ່​ເອົາ​ຜ້າ​ມາ​ອັດ​ປາກ​ໄວ້ ແລະ​ຈະ​ບໍ່​ກິນ​ຂອງ​ກິນ​ທີ່​ຄົນອື່ນ​ເອົາ​ມາ​ໃຫ້.+ 23 ພວກ​ເຈົ້າ​ຈະ​ເອົາ​ຜ້າ​ມາ​ຄຽນ​ຫົວ​ແລະ​ໃສ່​ເກີບ. ພວກ​ເຈົ້າ​ຈະ​ບໍ່​ຮ້ອງ​ໄຫ້​ແລະ​ໂສກເສົ້າ​ໃຫ້​ຄົນອື່ນ​ເຫັນ ແຕ່​ພວກ​ເຈົ້າ​ຈະ​ທໍລະມານ​ຍ້ອນ​ຄວາມ​ຜິດ​ຂອງ​ໂຕເອງ+​ແລະ​ຈະ​ໂສກເສົ້າ​ໃນ​ໃຈ. 24 ສິ່ງ​ທີ່​ເອເຊກຽນ​ເຮັດ​ຈະ​ເປັນ​ແນວ​ທີ່​ເຕືອນ​ພວກ​ເຈົ້າ.+ ພວກ​ເຈົ້າ​ຈະ​ເຮັດ​ຄື​ກັບ​ທີ່​ລາວ​ເຮັດ. ເມື່ອ​ທຸກ​ສິ່ງ​ເກີດ​ຂຶ້ນ ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ.’”’”

25 “ລູກ​ມະນຸດ​ເອີ້ຍ ໃນ​ມື້​ທີ່​ເຮົາ​ຍຶດ​ເອົາ​ປ້ອມ​ທີ່​ງາມ​ໆ​ທີ່​ເຂົາເຈົ້າ​ຮັກ​ແລະ​ຫວງແຫນ​ຫຼາຍ ພ້ອມ​ກັບ​ລູກຊາຍ​ແລະ​ລູກສາວ​ຂອງ​ເຂົາເຈົ້າ+ 26 ຈະ​ມີ​ຜູ້​ໜຶ່ງ​ທີ່​ໜີ​ລອດ​ມາ​ໄດ້​ມາ​ລາຍງານ​ເຈົ້າ.+ 27 ໃນ​ມື້​ນັ້ນ ເຈົ້າ​ຈະ​ເວົ້າ​ໄດ້​ອີກ+​ແລະ​ເຈົ້າ​ຈະ​ເວົ້າ​ກັບ​ຜູ້​ທີ່​ໜີ​ລອດ​ມາ​ໄດ້. ເຈົ້າ​ຈະ​ເປັນ​ແນວ​ທີ່​ເຕືອນ​ເຂົາ​ເຈົ້າ ແລ້ວ​ເຂົາ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌