ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 23
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ສອງ​ເອື້ອຍ​ນ້ອງ​ທີ່​ບໍ່​ສັດຊື່ (1-​49)

        • ໂອໂຮລາ​ຫຼິ້ນ​ຊູ້​ກັບ​ອັດຊີເຣຍ (5-​10)

        • ໂອໂຮລີບາ​ຫຼິ້ນ​ຊູ້​ກັບ​ບາບີໂລນ​ແລະ​ເອຢິບ (11-​35)

        • ສອງ​ເອື້ອຍ​ນ້ອງ​ຖືກ​ລົງໂທດ (36-​49)

ເອເຊກຽນ 23:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 3:6, 7

ເອເຊກຽນ 23:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 17:7; ພບຍ 29:16, 17; ຢຊ 24:14; ອຊກ 20:8

ເອເຊກຽນ 23:4

ໄຂເງື່ອນ

  • *

    ແປ​ວ່າ “ເຕັ້ນ​ຂອງ​ລາ​ວ”

  • *

    ແປ​ວ່າ “ເຕັ້ນ​ຂອງ​ເຮົາ​ຢູ່​ໃນ​ລາ​ວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 16:23, 24

ເອເຊກຽນ 23:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 14:16; 21:25, 26
  • +ຮຊອ 2:5
  • +2ກສ 15:19; 17:3; ຮຊອ 5:13; 7:11

ເອເຊກຽນ 23:7

ໄຂເງື່ອນ

  • *

    ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວ​ຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຊອ 5:3

ເອເຊກຽນ 23:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 32:1, 4; 1ກສ 12:28, 29; 2ກສ 10:29

ເອເຊກຽນ 23:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 15:29; 1ຂຄ 5:26

ເອເຊກຽນ 23:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຊອ 2:10
  • +2ກສ 17:6; 18:11

ເອເຊກຽນ 23:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 3:6-8; ອຊກ 16:46, 47

ເອເຊກຽນ 23:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 16:7

ເອເຊກຽນ 23:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 17:19

ເອເຊກຽນ 23:14

ໄຂເງື່ອນ

  • *

    ຫຼື “ສີ​ແດງ”

ເອເຊກຽນ 23:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 16:29

ເອເຊກຽນ 23:17

ໄຂເງື່ອນ

  • *

    ຫຼື “ການ​ມີ​ເພດ​ສຳພັນ​ແບບ​ຜິດ​ສິນລະທຳ”

ເອເຊກຽນ 23:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 3:2; ອຊກ 16:36, 37
  • +ພສ 106:39, 40; ຢຣມ 6:8; 12:8

ເອເຊກຽນ 23:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 16:25
  • +ອຊກ 20:7

ເອເຊກຽນ 23:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 24:14
  • +ອຊກ 23:3

ເອເຊກຽນ 23:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 16:37; ຮບກ 1:6
  • +ຢຣມ 6:22; 12:9

ເອເຊກຽນ 23:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 21:19
  • +2ກສ 24:2
  • +ຢຣມ 50:21

ເອເຊກຽນ 23:24

ໄຂເງື່ອນ

  • *

    ສ່ວນ​ຫຼາຍ​ແລ້ວ​ແມ່ນ​ທະຫານ​ຍິງ​ທະນູ​ມັກ​ໃຊ້

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 39:5

ເອເຊກຽນ 23:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 15:7; 20:47

ເອເຊກຽນ 23:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 13:22; ພນມ 17:16
  • +ອຊຢ 3:18-23; ຢຣມ 4:30; ອຊກ 16:39

ເອເຊກຽນ 23:27

ໄຂເງື່ອນ

  • *

    ໝາຍເຖິງ​ພວກ​ເອຢິບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 27:9; ອຊກ 16:41; 22:15
  • +ອຊກ 23:3

ເອເຊກຽນ 23:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 21:7

ເອເຊກຽນ 23:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:49, 51
  • +ອຊກ 16:36, 37, 39

ເອເຊກຽນ 23:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 2:18
  • +ພສ 106:35, 36; ອຊກ 6:9; 23:7

ເອເຊກຽນ 23:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 3:8; ອຊກ 16:46, 47
  • +2ກສ 21:13; ຢຣມ 25:15; ດນອ 9:12

ເອເຊກຽນ 23:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 51:17
  • +ພບຍ 28:37; 1ກສ 9:7; ສສ 2:15

ເອເຊກຽນ 23:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 75:8

ເອເຊກຽນ 23:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 14:9; ນຮຢ 9:26; ອຊຢ 17:10; ຢຣມ 2:32; 13:25

ເອເຊກຽນ 23:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 23:4

ເອເຊກຽນ 23:37

ໄຂເງື່ອນ

  • *

    ຫຼື “ບໍ່​ສັດຊື່​ຕໍ່​ພະເຈົ້າ”

  • *

    ແປ​ຕາມ​ໂຕ​ວ່າ “ໃຫ້​ລູກ​ຊາຍ​ຜ່ານ​ໄຟ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຊອ 1:2; ຢກບ 4:4
  • +ລລວ 18:21; 2ກສ 17:17, 18; ອຊກ 16:36

ເອເຊກຽນ 23:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 7:31
  • +ລລວ 20:3

ເອເຊກຽນ 23:40

ໄຂເງື່ອນ

  • *

    ໝາຍເຖິງ​ໂອໂຮລີບາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 57:9
  • +ຢຣມ 4:30

ເອເຊກຽນ 23:41

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 57:7
  • +ອຊຢ 65:11
  • +ອຊກ 8:10, 11
  • +ອຊກ 16:17, 18

ເອເຊກຽນ 23:45

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 20:10
  • +ປຖກ 9:6; ອຊກ 16:38
  • +2ກສ 24:3, 4; ພສ 106:38; ອຊກ 23:37

ເອເຊກຽນ 23:46

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 15:4; 25:9; ອຊກ 16:40

ເອເຊກຽນ 23:47

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 20:2
  • +2ຂຄ 36:17
  • +2ກສ 25:9, 10; ຢຣມ 39:8

ເອເຊກຽນ 23:48

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ປຕ 2:6

ເອເຊກຽນ 23:49

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 6:13

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 23:2ຢຣມ 3:6, 7
ອຊກ. 23:3ລລວ 17:7; ພບຍ 29:16, 17; ຢຊ 24:14; ອຊກ 20:8
ອຊກ. 23:41ກສ 16:23, 24
ອຊກ. 23:51ກສ 14:16; 21:25, 26
ອຊກ. 23:5ຮຊອ 2:5
ອຊກ. 23:52ກສ 15:19; 17:3; ຮຊອ 5:13; 7:11
ອຊກ. 23:7ຮຊອ 5:3
ອຊກ. 23:8ອພຍ 32:1, 4; 1ກສ 12:28, 29; 2ກສ 10:29
ອຊກ. 23:92ກສ 15:29; 1ຂຄ 5:26
ອຊກ. 23:10ຮຊອ 2:10
ອຊກ. 23:102ກສ 17:6; 18:11
ອຊກ. 23:11ຢຣມ 3:6-8; ອຊກ 16:46, 47
ອຊກ. 23:122ກສ 16:7
ອຊກ. 23:132ກສ 17:19
ອຊກ. 23:16ອຊກ 16:29
ອຊກ. 23:18ຢຣມ 3:2; ອຊກ 16:36, 37
ອຊກ. 23:18ພສ 106:39, 40; ຢຣມ 6:8; 12:8
ອຊກ. 23:19ອຊກ 16:25
ອຊກ. 23:19ອຊກ 20:7
ອຊກ. 23:21ຢຊ 24:14
ອຊກ. 23:21ອຊກ 23:3
ອຊກ. 23:22ອຊກ 16:37; ຮບກ 1:6
ອຊກ. 23:22ຢຣມ 6:22; 12:9
ອຊກ. 23:23ອຊກ 21:19
ອຊກ. 23:232ກສ 24:2
ອຊກ. 23:23ຢຣມ 50:21
ອຊກ. 23:24ຢຣມ 39:5
ອຊກ. 23:25ອຊກ 15:7; 20:47
ອຊກ. 23:26ຢຣມ 13:22; ພນມ 17:16
ອຊກ. 23:26ອຊຢ 3:18-23; ຢຣມ 4:30; ອຊກ 16:39
ອຊກ. 23:27ອຊຢ 27:9; ອຊກ 16:41; 22:15
ອຊກ. 23:27ອຊກ 23:3
ອຊກ. 23:28ຢຣມ 21:7
ອຊກ. 23:29ພບຍ 28:49, 51
ອຊກ. 23:29ອຊກ 16:36, 37, 39
ອຊກ. 23:30ຢຣມ 2:18
ອຊກ. 23:30ພສ 106:35, 36; ອຊກ 6:9; 23:7
ອຊກ. 23:31ຢຣມ 3:8; ອຊກ 16:46, 47
ອຊກ. 23:312ກສ 21:13; ຢຣມ 25:15; ດນອ 9:12
ອຊກ. 23:32ອຊຢ 51:17
ອຊກ. 23:32ພບຍ 28:37; 1ກສ 9:7; ສສ 2:15
ອຊກ. 23:34ພສ 75:8
ອຊກ. 23:351ກສ 14:9; ນຮຢ 9:26; ອຊຢ 17:10; ຢຣມ 2:32; 13:25
ອຊກ. 23:36ອຊກ 23:4
ອຊກ. 23:37ຮຊອ 1:2; ຢກບ 4:4
ອຊກ. 23:37ລລວ 18:21; 2ກສ 17:17, 18; ອຊກ 16:36
ອຊກ. 23:39ຢຣມ 7:31
ອຊກ. 23:39ລລວ 20:3
ອຊກ. 23:40ອຊຢ 57:9
ອຊກ. 23:40ຢຣມ 4:30
ອຊກ. 23:41ອຊຢ 57:7
ອຊກ. 23:41ອຊຢ 65:11
ອຊກ. 23:41ອຊກ 8:10, 11
ອຊກ. 23:41ອຊກ 16:17, 18
ອຊກ. 23:45ລລວ 20:10
ອຊກ. 23:45ປຖກ 9:6; ອຊກ 16:38
ອຊກ. 23:452ກສ 24:3, 4; ພສ 106:38; ອຊກ 23:37
ອຊກ. 23:46ຢຣມ 15:4; 25:9; ອຊກ 16:40
ອຊກ. 23:47ລລວ 20:2
ອຊກ. 23:472ຂຄ 36:17
ອຊກ. 23:472ກສ 25:9, 10; ຢຣມ 39:8
ອຊກ. 23:482ປຕ 2:6
ອຊກ. 23:49ອຊກ 6:13
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
  • 46
  • 47
  • 48
  • 49
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 23:1-49

ເອເຊກຽນ

23 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 2 “ລູກ​ມະນຸດ​ເອີ້ຍ ມີ​ຜູ້ຍິງ 2 ຄົນ​ເປັນ​ລູກ​ແມ່​ດຽວ​ກັນ.+ 3 ເຂົາເຈົ້າ​ຂາຍໂຕ​ຢູ່​ເອຢິບ+​ຕັ້ງ​ແຕ່​ຕອນ​ເປັນ​ສາວ. ໜ້າເອິກ​ຂອງ​ເຂົາເຈົ້າ​ຖືກ​ບີບ​ຖືກ​ຄັ້ນ​ຕັ້ງ​ແຕ່​ຕອນ​ເປັນ​ສາວ​ບໍລິສຸດ. 4 ຜູ້​ເອື້ອຍ​ຊື່​ໂອໂຮລາ* ແລະ​ຜູ້​ນ້ອງ​ຊື່​ໂອໂຮລີບາ.* ເຂົາເຈົ້າ​ໄດ້​ມາ​ເປັນ​ເມຍ​ຂອງ​ເຮົາ​ແລະ​ເກີດ​ລູກຊາຍ​ລູກສາວ​ໃຫ້​ເຮົາ. ໂອໂຮລາ​ແມ່ນ​ຊາມາເຣຍ+ ແລະ​ໂອໂຮລີບາ​ແມ່ນ​ເຢຣູຊາເລັມ.

5 ໂອໂຮລາ​ເລີ່ມ​ເປັນ​ແມ່ຈ້າງ+​ຕອນ​ທີ່​ລາວ​ຍັງ​ເປັນ​ຂອງ​ເຮົາ​ຢູ່. ລາວ​ຫຼົງໄຫຼ​ຊູ້​ຂອງ​ລາວ+ ເຊິ່ງ​ແມ່ນ​ພວກ​ພວກ​ອັດຊີເຣຍ​ທີ່​ເປັນ​ເພື່ອນ​ບ້ານ​ຂອງ​ລາວ.+ 6 ພວກ​ນີ້​ເປັນ​ເຈົ້າແຂວງ​ທີ່​ໃສ່​ຊຸດ​ສີ​ຟ້າ​ແລະ​ເປັນ​ຜູ້​ປົກຄອງ. ທຸກ​ຄົນ​ເປັນ​ຊາຍໜຸ່ມ​ທີ່​ຫຼໍ່​ແລະ​ຂີ່​ມ້າ​ເກັ່ງ. 7 ລາວ​ບໍ່ເຊົາ​ຂາຍໂຕ​ໃຫ້​ພວກ​ຄົນ​ສຳຄັນ​ຂອງ​ອັດຊີເຣຍ ແລະ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ+​ດ້ວຍ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ*​ຂອງ​ຄົນ​ທີ່​ລາວ​ຫຼົງໄຫຼ. 8 ລາວ​ຍັງ​ຂາຍໂຕ​ຄື​ກັບ​ທີ່​ເຄີຍ​ເຮັດ​ຢູ່​ເອຢິບ. ຢູ່​ຫັ້ນ ເຂົາເຈົ້າ​ນອນ​ນຳ​ລາວ​ຕັ້ງ​ແຕ່​ຕອນ​ລາວ​ເປັນ​ສາວ. ເຂົາເຈົ້າ​ຈັບ​ບາຍ​ໜ້າເອິກ​ຂອງ​ລາວ​ຕັ້ງ​ແຕ່​ລາວ​ເປັນ​ສາວ​ບໍລິສຸດ​ແລະ​ລະບາຍ​ຕັນຫາ​ກັບ​ລາວ.+ 9 ເຮົາ​ຈຶ່ງ​ປ່ອຍ​ໃຫ້​ລາວ​ຕົກ​ຢູ່​ໃນ​ມື​ຊູ້​ທີ່​ລາວ​ຫຼົງໄຫຼ ເຊິ່ງ​ແມ່ນ​ພວກ​ອັດຊີເຣຍ.+ 10 ເຂົາເຈົ້າ​ເຮັດ​ໃຫ້​ລາວ​ປະໂປ້+ ຈັບ​ລູກຊາຍ​ກັບ​ລູກສາວ​ຂອງ​ລາວ​ໄປ+ ແລະ​ເອົາ​ດາບ​ຂ້າ​ລາວ. ລາວ​ກາຍ​ເປັນ​ຜູ້ຍິງ​ທີ່​ມີ​ຊື່ສຽງ​ໃນ​ທາງ​ທີ່​ບໍ່​ດີ ແລະ​ເຂົາເຈົ້າ​ກໍ​ຕັດສິນ​ລົງໂທດ​ລາວ.

11 ເມື່ອ​ໂອໂຮລີບາ​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເອື້ອຍ​ຂອງ​ລາວ ລາວ​ແຮ່ງ​ບ້າ​ຕັນຫາ​ຫຼາຍ​ກວ່າ​ເອື້ອຍ​ແລະຂາຍໂຕ​ຫຼາຍ​ກວ່າ​ເອື້ອຍ​ອີກ.+ 12 ລາວ​ຫຼົງໄຫຼ​ພວກ​ອັດຊີເຣຍ​ທີ່​ເປັນ​ເພື່ອນ​ບ້ານ​ຂອງ​ລາວ.+ ພວກ​ນີ້​ເປັນ​ເຈົ້າແຂວງ​ແລະ​ຜູ້​ປົກຄອງ​ທີ່​ນຸ່ງ​ເຄື່ອງ​ງາມ​ໆ​ແລະ​ຂີ່​ມ້າ​ເກັ່ງ. ທຸກ​ຄົນ​ເປັນ​ຊາຍໜຸ່ມ​ທີ່​ຫຼໍ່. 13 ເມື່ອ​ລາວ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ ເຮົາ​ກໍ​ເຫັນ​ວ່າ​ສອງ​ເອື້ອຍ​ນ້ອງ​ນີ້​ເຮັດ​ແບບ​ດຽວ​ກັນ​ເລີຍ.+ 14 ແຕ່​ໂອໂຮລີບາ​ຂາຍໂຕ​ຫຼາຍ​ກວ່າ​ເກົ່າ. ລາວ​ແກະ​ສະຫຼັກ​ຮູບ​ຜູ້ຊາຍ​ຢູ່​ຝາ ເຊິ່ງ​ເປັນ​ຮູບ​ພວກ​ການເດອາ​ທີ່​ທາ​ດ້ວຍ​ສີ​ແດງ​ສົດ.* 15 ເຂົາເຈົ້າ​ໃສ່​ສາຍ​ແອວ ໃສ່​ຜ້າ​ຄຽນ​ຫົວ​ງາມ​ໆ​ທີ່​ປ່ອຍ​ສົ້ນ​ລົງ​ມາ​ທາງ​ຫຼັງ ແລະ​ທ່າທາງ​ຂອງ​ເຂົາເຈົ້າ​ຄື​ກັບ​ທະຫານ​ທີ່​ເກັ່ງ​ໆ​. ຮູບ​ແກະ​ສະຫຼັກ​ເຫຼົ່າ​ນັ້ນ​ເປັນ​ຮູບ​ຄົນ​ບາບີໂລນ​ທີ່​ເກີດ​ຢູ່​ແຜ່ນດິນ​ຂອງ​ພວກ​ການເດອາ. 16 ເມື່ອ​ເຫັນ​ຮູບ​ເຂົາເຈົ້າ ລາວ​ກໍ​ຫຼົງໄຫຼ​ແຮງ ແລະ​ໃຫ້​ຄົນ​ໄປ​ເອີ້ນ​ເຂົາເຈົ້າ​ຢູ່​ການເດອາ​ໃຫ້​ມາ​ຫາ.+ 17 ພວກ​ບາບີໂລນ​ຈຶ່ງ​ມາ​ຫາ​ລາວ​ຮອດ​ຕຽງ​ບໍ່​ຂາດ​ແລະ​ເຮັດ​ໃຫ້​ລາວ​ບໍ່​ສະອາດ​ດ້ວຍ​ຕັນຫາ​ຂອງ​ເຂົາເຈົ້າ.* ຫຼັງ​ຈາກ​ທີ່​ເຂົາເຈົ້າ​ເຮັດ​ໃຫ້​ລາວ​ບໍ່​ສະອາດ​ແລ້ວ ລາວ​ກໍ​ຖິ້ມ​ເຂົາເຈົ້າ​ຍ້ອນ​ຂີ້ດຽດ​ເຂົາເຈົ້າ.

18 ລາວ​ຍັງ​ຂາຍໂຕ​ຕໍ່ໄປ​ແບບ​ບໍ່​ຮູ້ຈັກ​ອາຍ​ແລະ​ຍັງ​ປະໂປ້​ຢູ່+ ເຮົາ​ຈຶ່ງ​ຖິ້ມ​ລາວ​ຍ້ອນ​ເຮົາ​ຂີ້ດຽດ​ລາວ​ຫຼາຍ. ເຮົາ​ໄດ້​ຖິ້ມ​ເອື້ອຍ​ຂອງ​ລາວ​ແບບນີ້​ຄື​ກັນ​ຍ້ອນ​ວ່າ​ເຮົາ​ຂີ້​ດຽດ​ຫຼາຍ.+ 19 ລາວ​ຂາຍໂຕ​ໜັກ​ຂຶ້ນ​ເລື້ອຍ​ໆ​+ ແລະ​ລາວ​ຄິດ​ຮອດ​ສະໄໝ​ເປັນ​ສາວ​ຕອນ​ຂາຍໂຕ​ຢູ່​ເອຢິບ.+ 20 ລາວ​ຫຼົງໄຫຼ​ຊູ້​ຂອງ​ໂຕເອງ. ລາວ​ເຮັດ​ຄື​ກັບ​ເມຍ​ນ້ອຍ​ຂອງ​ຜູ້ຊາຍ​ທີ່​ບ້າ​ຕັນຫາ​ຄື​ກັບ​ມ້າ​ແລະ​ລາ​ທີ່​ຕິດເຊີງ. 21 ໂອໂຮລີບາ​ເອີ້ຍ ເຈົ້າ​ຄິດ​ຮອດ​ສະໄໝ​ເປັນ​ສາວ​ຕອນ​ທີ່​ເຈົ້າ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ຢູ່​ເອຢິບ+ ເມື່ອ​ພວກ​ເອຢິບ​ຈັບ​ບາຍ​ໜ້າເອິກ​ຂອງ​ເຈົ້າ​ຕອນ​ທີ່​ເຈົ້າ​ຍັງ​ເປັນ​ສາວ.+

22 ໂອໂຮລີບາ​ເອີ້ຍ ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ຈະ​ກະຕຸ້ນ​ພວກ​ຊູ້​ຂອງ​ເຈົ້າ+​ທີ່​ເຈົ້າ​ເຄີຍ​ຖິ້ມ​ເຂົາເຈົ້າ​ຍ້ອນ​ວ່າ​ຂີ້ດຽດ. ເຮົາ​ຈະ​ໃຫ້​ເຂົາເຈົ້າ​ມາ​ຕໍ່ສູ້​ເຈົ້າ​ຈາກ​ທຸກທິດ​ທຸກທາງ.+ 23 ພວກ​ນີ້​ແມ່ນ​ຄົນ​ບາບີໂລນ+ ຄົນ​ການເດອາ​ທັງໝົດ+ ຄົນ​ເປ​ໂກດ+ ຄົນ​ໂຊອາ ຄົນ​ໂກ​ອາ ແລະ​ຄົນ​ອັດຊີເຣຍ​ທັງ​ໝົດ. ພວກ​ນີ້​ເປັນ​ຊາຍໜຸ່ມ​ທີ່​ຫຼໍ່ ເປັນ​ເຈົ້າ​ແຂວງ ເປັນ​ຜູ້​ປົກຄອງ ເປັນ​ທະຫານ​ທີ່​ເກັ່ງ​ໆ​ ແລະ​ເປັນ​ທີ່​ປຶກສາ​ທີ່​ສຳຄັນ. ທຸກ​ຄົນ​ຂີ່​ມ້າ​ເກັ່ງ. 24 ເຂົາເຈົ້າ​ຈະ​ໂຈມຕີ​ເຈົ້າ​ດ້ວຍ​ລົດ​ຮົບ​ແລະ​ລົດ​ມ້າ​ທີ່​ມີ​ສຽງ​ດັງ​ໆ​ ພ້ອມ​ກັບ​ກອງທັບ​ໃຫຍ່​ທີ່​ມີ​ໂລ້​ໃຫຍ່ ໂລ້​ນ້ອຍ* ແລະ​ໝວກເກາະ. ເຂົາເຈົ້າ​ຈະ​ລ້ອມ​ເຈົ້າ​ໄວ້ ແລະ​ເຮົາ​ຈະ​ເອົາ​ອຳນາດ​ໃຫ້​ເຂົາເຈົ້າ​ເພື່ອ​ຕັດສິນ ແລ້ວ​ເຂົາເຈົ້າ​ຈະ​ຕັດສິນ​ເຈົ້າ​ຕາມ​ທີ່​ເຫັນ​ວ່າ​ເໝາະ​ສົມ.+ 25 ເຮົາ​ຈະ​ໃຫ້​ເຈົ້າ​ເຫັນ​ວ່າ​ເຮົາ​ໃຈຮ້າຍ​ຫຼາຍ​ແທ້​ໆ​ ແລະ​ເຂົາເຈົ້າ​ຈະ​ຈັດການ​ເຈົ້າ​ດ້ວຍ​ຄວາມ​ໃຈຮ້າຍ. ເຂົາເຈົ້າ​ຈະ​ຕັດ​ຫູ ຕັດ​ດັງ​ຂອງ​ເຈົ້າ ສ່ວນ​ຄົນ​ທີ່​ເຫຼືອ​ເຂົາເຈົ້າ​ຈະ​ເອົາ​ດາບ​ຂ້າ. ເຂົາເຈົ້າ​ຈະ​ເອົາ​ລູກຊາຍ​ກັບ​ລູກສາວ​ຂອງ​ເຈົ້າ​ໄປ ສ່ວນ​ຄົນ​ທີ່​ເຫຼືອ​ເຂົາເຈົ້າ​ຈະ​ເອົາ​ໄຟ​ຈູດ.+ 26 ເຂົາເຈົ້າ​ຈະ​ແກ້​ເຄື່ອງນຸ່ງ​ຂອງ​ເຈົ້າ​ອອກ+ ແລະ​ເອົາ​ເຄື່ອງ​ປະດັບ​ທີ່​ງາມ​ໆ​ຂອງ​ເຈົ້າ​ໄປ.+ 27 ເຮົາ​ຈະ​ຈັດການ​ບໍ່​ໃຫ້​ເຈົ້າ​ໄດ້​ຂາຍໂຕ+ ແລະ​ຈະ​ບໍ່​ໃຫ້​ເຈົ້າ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ອີກ​ຕໍ່​ໄປ​ເຊິ່ງ​ເຈົ້າ​ເລີ່ມ​ເຮັດ​ຕອນ​ທີ່​ຢູ່​ເອຢິບ.+ ເຈົ້າ​ຈະ​ເຊົາ​ແນມ​ເບິ່ງ​ເຂົາເຈົ້າ* ແລະ​ເຈົ້າ​ຈະ​ບໍ່​ຄິດ​ຮອດ​ເອຢິບ​ອີກ​ຕໍ່​ໄປ.’

28 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ກຳລັງ​ຈະ​ມອບ​ເຈົ້າ​ໄວ້​ໃນ​ມື​ຂອງ​ຄົນ​ທີ່​ເຈົ້າ​ຊັງ ເຊິ່ງ​ແມ່ນ​ຄົນ​ທີ່​ເຈົ້າ​ຖິ້ມ​ຍ້ອນ​ຂີ້ດຽດ.+ 29 ເຂົາເຈົ້າ​ຈະ​ຈັດການ​ເຈົ້າ​ດ້ວຍ​ຄວາມ​ກຽດ​ຊັງ ແລະ​ຈະ​ຍຶດ​ເອົາ​ທຸກ​ສິ່ງ​ທີ່​ເຈົ້າ​ຫາ​ມາ​ດ້ວຍ​ຄວາມ​ຍາກ​ລຳບາກ+ ແລ້ວ​ຈະ​ປ່ອຍ​ໃຫ້​ເຈົ້າ​ປະໂປ້. ທຸກ​ຄົນ​ຈະ​ເຫັນ​ວ່າ​ເຈົ້າ​ເຮັດ​ຜິດ​ສິນລະທຳ​ແບບ​ບໍ່​ອາຍ ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ລັງກຽດ ແລະ​ເປັນ​ໂສເພນີ.+ 30 ເຂົາເຈົ້າ​ຈະ​ເຮັດ​ແບບນີ້​ກັບ​ເຈົ້າ ຍ້ອນ​ເຈົ້າ​ແລ່ນ​ນຳ​ຊາດ​ຕ່າງ​ໆ​ຄື​ກັບ​ໂສເພນີ​ເຮັດ+ ແລະ​ຍ້ອນ​ເຈົ້າ​ເຮັດ​ໃຫ້​ໂຕເອງ​ບໍ່​ສະອາດ​ດ້ວຍ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ເຂົາເຈົ້າ.+ 31 ເຈົ້າ​ເຮັດ​ຄື​ກັບ​ເອື້ອຍ​ຂອງ​ເຈົ້າ+ ແລະ​ເຮົາ​ຈະ​ເອົາ​ຈອກ​ຂອງ​ລາວ​ໃສ່​ໃນ​ມື​ເຈົ້າ.’+

32 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ

‘ເຈົ້າ​ຈະ​ກິນ​ຈາກ​ຈອກ​ທີ່​ໃຫຍ່​ໆ​ຂອງ​ເອື້ອຍ​ເຈົ້າ.+

ເຈົ້າ​ຈະ​ຖືກ​ຄົນ​ເຍາະເຍີ້ຍ​ແລະ​ຫົວຂວັນ​ໃສ່. ຈອກ​ນັ້ນ​ເຕັມ​ແຕ່​ການ​ເຍາະເຍີ້ຍ.+

33 ເຈົ້າ​ຈະ​ກິນ​ຈາກ​ຈອກ​ຂອງ​ຊາມາເຣຍ​ທີ່​ເປັນ​ເອື້ອຍ​ຂອງ​ເຈົ້າ

ແລະ​ເຈົ້າ​ຈະ​ກິນ​ຈົນ​ເມົາ​ແລະ​ໂສກເສົ້າ.

ເຈົ້າ​ຈະ​ຮ້າງ​ເປົ່າ​ແລະ​ຈະ​ເປັນ​ບ່ອນ​ທີ່​ເປັນ​ຕາ​ຢ້ານ​ຫຼາຍ.

34 ເຈົ້າ​ຈະ​ກິນ​ຈາກ​ຈອກ​ນັ້ນ​ຈົນ​ໝົດ+​ແລະ​ຍັງ​ຈະ​ແຫ້ນ​ຈອກ​ນັ້ນ​ຕໍ່

ແລ້ວ​ເຈົ້າ​ຈະ​ຈີກ​ເອິກ​ຂອງ​ໂຕເອງ​ດ້ວຍ​ຄວາມ​ໂສກເສົ້າ

“ຍ້ອນ​ເຮົາ​ໄດ້​ເວົ້າ​ໄວ້​ແລ້ວ.” ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ແບບນີ້.’

35 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ຍ້ອນ​ເຈົ້າ​ລືມ​ເຮົາ​ແລະ​ບໍ່​ນັບຖື​ເຮົາ​ແລ້ວ+ ເຈົ້າ​ຈະ​ໄດ້​ຮັບ​ຜົນ​ຈາກ​ການ​ກະທຳ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ຂອງ​ເຈົ້າ​ແລະ​ຈາກ​ການ​ທີ່​ເຈົ້າ​ເຮັດ​ໂຕ​ເປັນ​ໂສເພນີ.’”

36 ຈາກ​ນັ້ນ ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ວ່າ: “ລູກ​ມະນຸດ​ເອີ້ຍ ເຈົ້າ​ຈະ​ປະກາດ​ຄຳ​ຕັດສິນ​ຕໍ່​ໂອໂຮລາ​ກັບ​ໂອໂຮລີບາ+ ແລະ​ບອກ​ເຂົາເຈົ້າ​ບໍ​ກ່ຽວກັບ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຕ່າງ​ໆ​ທີ່​ເຂົາເຈົ້າ​ໄດ້​ເຮັດ? 37 ເຂົາເຈົ້າ​ຫຼິ້ນຊູ້*+​ແລະ​ຂ້າ​ຄົນ. ເຂົາເຈົ້າ​ບໍ່​ພຽງ​ແຕ່​ຫຼິ້ນຊູ້​ກັບ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ເຂົາເຈົ້າ​ເທົ່າ​ນັ້ນ ແຕ່​ເຂົາເຈົ້າ​ຍັງ​ເອົາ​ລູກຊາຍ​ທີ່​ໄດ້​ກັບ​ເຮົາ​ໄປ​ເຜົາ​ບູຊາ*​ເພື່ອ​ເປັນ​ຂອງກິນ​ໃຫ້​ຮູບ​ບູຊາ​ນຳ​ອີກ.+ 38 ນອກ​ຈາກ​ນັ້ນ ເຂົາເຈົ້າ​ຍັງ​ໄດ້​ເຮັດ​ສິ່ງ​ເຫຼົ່າ​ນີ້​ກັບ​ເຮົາ. ໃນ​ມື້​ນັ້ນ ເຂົາເຈົ້າ​ເຮັດ​ໃຫ້​ວິຫານ​ຂອງ​ເຮົາ​ບໍ່​ສະອາດ​ແລະ​ໝິ່ນ​ປະໝາດ​ວັນ​ຊະບາໂຕ​ຂອງ​ເຮົາ. 39 ຫຼັງ​ຈາກ​ທີ່​ເຂົາເຈົ້າ​ຂ້າ​ພວກ​ລູກຊາຍ​ຂອງ​ໂຕເອງ​ເພື່ອ​ເປັນ​ເຄື່ອງ​ບູຊາ​ໃຫ້​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ແລ້ວ+ ໃນ​ມື້​ນັ້ນ ເຂົາເຈົ້າ​ໄດ້​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ເຮົາ​ແລະ​ເຮັດ​ໃຫ້​ບ່ອນ​ນັ້ນ​ບໍ່​ສະອາດ.+ ເຂົາເຈົ້າ​ໄດ້​ເຮັດ​ແນວ​ນີ້​ຢູ່​ໃນ​ວິຫານ​ຂອງ​ເຮົາ. 40 ເຂົາເຈົ້າ​ເຖິງ​ຂັ້ນ​ສົ່ງ​ຄົນ​ໄປ​ເອີ້ນ​ພວກ​ຜູ້ຊາຍ​ທີ່​ຢູ່​ໄກ​ໆ​ໃຫ້​ມາ​ຫາ.+ ຕອນ​ທີ່​ພວກ​ນັ້ນ​ກຳລັງ​ມາ ເຈົ້າ*​ກໍ​ອາບ​ນ້ຳ ທາ​ຕາ ແລະ​ເອົາ​ເຄື່ອງ​ປະດັບ​ທີ່​ງາມ​ໆ​ມາ​ໃສ່.+ 41 ແລ້ວ​ເຈົ້າ​ກໍ​ນັ່ງ​ຢູ່​ຕັ່ງ​ທີ່​ຫຼູຫຼາ+​ທີ່​ມີ​ໂຕະ​ໜ່ວຍ​ໜຶ່ງ​ຕັ້ງ​ຢູ່​ທາງ​ໜ້າ.+ ເຈົ້າ​ເອົາ​ເຄື່ອງຫອມ+​ກັບ​ນ້ຳມັນ​ຂອງ​ເຮົາ​ໄປ​ວາງ​ໄວ້​ຢູ່​ເທິງ​ໂຕະ​ໜ່ວຍ​ນັ້ນ.+ 42 ມີ​ສຽງ​ມ່ວນ​ຊື່ນ​ຂອງ​ພວກ​ຜູ້ຊາຍ​ດັງ​ມາ​ຈາກ​ຫັ້ນ. ໃນ​ກຸ່ມ​ນັ້ນ ມີ​ພວກ​ຂີ້ເຫຼົ້າ​ທີ່​ຖືກ​ພາ​ມາ​ຈາກ​ບ່ອນ​ກັນດານ​ນຳ. ເຂົາເຈົ້າ​ເອົາ​ປະຫຼັກ​ແຂນ​ມາ​ໃສ່​ໃຫ້​ສອງ​ເອື້ອຍ​ນ້ອງ​ນີ້​ແລະ​ເອົາ​ມົງກຸດ​ທີ່​ງາມ​ໆ​ມາ​ໃສ່​ໃຫ້​ຄື​ກັນ.

43 ແລ້ວ​ເຮົາ​ກໍ​ເວົ້າ​ເຖິງ​ຜູ້ຍິງ​ທີ່​ໝົດ​ແຮງ​ຍ້ອນ​ຫຼິ້ນຊູ້​ບໍ່ຢຸດ​ບໍ່ເຊົາ​ວ່າ ‘ລາວ​ຈະ​ເປັນ​ໂສເພນີ​ຕໍ່​ໄປ.’ 44 ເຂົາເຈົ້າ​ຈຶ່ງ​ໄປ​ນອນ​ນຳ​ລາວ​ຕະຫຼອດ​ຄື​ກັບ​ໄປ​ນອນ​ນຳ​ໂສເພນີ. ເຂົາເຈົ້າ​ນອນ​ນຳ​ໂອໂຮລາ​ກັບ​ໂອໂຮລີບາ​ແບບນີ້​ແຫຼະ. ທັງ​ສອງ​ເປັນ​ຜູ້ຍິງ​ທີ່​ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ລັງກຽດ. 45 ແຕ່​ພວກ​ຜູ້ຊາຍ​ທີ່​ເປັນ​ຄົນ​ດີ​ຈະ​ຕັດສິນ​ລາວ​ໃຫ້​ສົມ​ກັບ​ທີ່​ລາວ​ຫຼິ້ນຊູ້+​ແລະ​ຂ້າ​ຄົນ.+ ສອງ​ເອື້ອຍ​ນ້ອງ​ນີ້​ຫຼິ້ນຊູ້​ແລະ​ມື​ເຂົາເຈົ້າ​ກໍ​ເປື້ອນ​ເລືອດ.+

46 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ຈະ​ມີ​ກອງທັບ​ໜຶ່ງ​ມາ​ຕໍ່ສູ້​ສອງ​ເອື້ອຍ​ນ້ອງ​ນີ້ ເພື່ອ​ເຂົາເຈົ້າ​ຈະ​ເປັນ​ສິ່ງ​ທີ່​ຄົນ​ຢ້ານ​ຫຼາຍ​ແລະ​ເຂົາເຈົ້າ​ຈະ​ຖືກ​ປຸ້ນ.+ 47 ກອງທັບ​ນັ້ນ​ຈະ​ດຶກ​ກ້ອນ​ຫີນ​ໃສ່​ເຂົາເຈົ້າ+​ແລະ​ເອົາ​ດາບ​ຂ້າ​ເຂົາເຈົ້າ. ພວກ​ນັ້ນ​ຈະ​ຂ້າ​ລູກຊາຍ​ກັບ​ລູກສາວ​ຂອງ​ສອງ​ເອື້ອຍ​ນ້ອງ​ນີ້+ ແລະ​ເອົາ​ໄຟ​ຈູດ​ເຮືອນ​ເຂົາເຈົ້າ.+ 48 ເຮົາ​ຈະ​ກຳຈັດ​ການ​ກະທຳ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ໃຫ້​ໝົດ​ໄປ​ຈາກ​ແຜ່ນດິນ ແລ້ວ​ພວກ​ຜູ້ຍິງ​ຈະ​ໄດ້​ບົດຮຽນ​ແລະ​ຈະ​ບໍ່​ເຮັດ​ຕາມ​ການ​ກະທຳ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ຂອງ​ເຂົາເຈົ້າ.+ 49 ກອງທັບ​ນັ້ນ​ຈະ​ລົງໂທດ​ເຂົາເຈົ້າ​ຍ້ອນ​ການ​ກະທຳ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ຂອງ​ເຂົາເຈົ້າ ແລະ​ຍ້ອນ​ຄວາມ​ຜິດ​ທີ່​ເຂົາເຈົ້າ​ເຮັດ​ກັບ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ຂອງ​ເຂົາເຈົ້າ ແລ້ວ​ເຂົາເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ.’”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌