ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ກິດຈະການ 6
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມກິດຈະການ

      • ເລືອກ​ຜູ້​ຊາຍ 7 ຄົນ​ໃຫ້​ເບິ່ງແຍງ​ວຽກ (1-7)

      • ຊະເຕຟາໂນ​ຖືກ​ກ່າວ​ຫາ​ວ່າ​ໝິ່ນ​ປະໝາດ​ພະເຈົ້າ (8-15)

ກິດຈະການ 6:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 4:34, 35; 1ຕມ 5:3; ຢກບ 1:27

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 41-42

ກິດຈະການ 6:2

ໄຂເງື່ອນ

  • *

    ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 18:17, 18

ກິດຈະການ 6:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 16:1, 2; 1ຕມ 3:7
  • +ກຈກ 6:8, 10
  • +ພບຍ 1:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 42

ກິດຈະການ 6:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 21:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    10/2016, ໜ້າ 4-5

ກິດຈະການ 6:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 34:9; ກຈກ 8:14, 17; 13:2, 3; 1ຕມ 4:14; 5:22; 2ຕມ 1:6

ກິດຈະການ 6:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 12:24; 19:20
  • +ກຈກ 2:47
  • +ຢຮ 12:42; ກຈກ 15:5

ກິດຈະການ 6:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 45-47

ກິດຈະການ 6:9

ໄຂເງື່ອນ

  • *

    ແຂວງ​ໜຶ່ງ​ຂອງ​ຈັກກະວັດ​ໂຣມ

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 47

ກິດຈະການ 6:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 54:17; ລກ 21:15; ກຈກ 6:3

ກິດຈະການ 6:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 47

ກິດຈະການ 6:14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 47

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ກຈກ. 6:1ກຈກ 4:34, 35; 1ຕມ 5:3; ຢກບ 1:27
ກຈກ. 6:2ອພຍ 18:17, 18
ກຈກ. 6:3ກຈກ 16:1, 2; 1ຕມ 3:7
ກຈກ. 6:3ກຈກ 6:8, 10
ກຈກ. 6:3ພບຍ 1:13
ກຈກ. 6:5ກຈກ 21:8
ກຈກ. 6:6ພບຍ 34:9; ກຈກ 8:14, 17; 13:2, 3; 1ຕມ 4:14; 5:22; 2ຕມ 1:6
ກຈກ. 6:7ກຈກ 12:24; 19:20
ກຈກ. 6:7ກຈກ 2:47
ກຈກ. 6:7ຢຮ 12:42; ກຈກ 15:5
ກຈກ. 6:10ອຊຢ 54:17; ລກ 21:15; ກຈກ 6:3
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
ຄຳພີໄບເບິນສະບັບແປໂລກໃໝ່
ກິດຈະການ 6:1-15

ກິດຈະການຂອງອັກຄະສາວົກ

6 ໃນ​ໄລຍະ​ນັ້ນ​ພວກ​ລູກສິດມີ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​. ມີ​ເທື່ອໜຶ່ງ ລູກສິດ​ຄົນ​ຢິວ​ທີ່​ເວົ້າ​ພາສາ​ກຣີກ​ໄດ້​ຈົ່ມ​ໃຫ້​ລູກສິດ​ຄົນ​ຢິວ​ທີ່​ເວົ້າ​ພາສາ​ເຮັບເຣີ ຍ້ອນ​ພວກ​ແມ່ໝ້າຍ​ທີ່​ເວົ້າ​ພາສາ​ກຣີກ​ບໍ່​ໄດ້​ຮັບ​ການ​ເອົາໃຈໃສ່​ໃນ​ການ​ແຈກຢາຍ​ຂອງກິນ​ແຕ່​ລະ​ມື້.+ 2 ອັກຄະ​ສາວົກ* 12 ຄົນ​ຈຶ່ງ​ເອີ້ນ​ພວກ​ລູກສິດ​ທັງໝົດ​ມາ​ປະຊຸມ​ກັນ​ແລ້ວ​ເວົ້າ​ວ່າ: “ພວກ​ເຮົາຊິ​ປະ​ການ​ສອນ​ຄຳສອນ​ຂອງ​ພະເຈົ້າ ແລ້ວ​ໄປ​ແຈກຢາຍ​ຂອງກິນ ມັນ​ກະ​ບໍ່​ແມ່ນ​ແນວ​ເຮັດ​ຕີ້.+ 3 ດັ່ງນັ້ນ ພີ່ນ້ອງ​ເອີ້ຍ ໃຫ້​ເລືອກ​ຜູ້​ຊາຍ 7 ຄົນ​ໃນ​ພວກ​ເຈົ້າ​ທີ່​ມີ​ຊື່ສຽງ​ດີ+​ທີ່​ໄດ້​ຮັບພະລັງ​ຂອງ​ພະເຈົ້າ​ແລະມີ​ສະຕິປັນຍາ+ ແລ້ວ​ພວກ​ເຮົາ​ຈະ​ແຕ່ງຕັ້ງ​ເຂົາເຈົ້າ​ໃຫ້​ເບິ່ງແຍງ​ວຽກ​ທີ່​ຈຳເປັນ​ນີ້.+ 4 ພວກ​ເຮົາ​ຈະ​ໄດ້​ທຸ່ມເທ​ໂຕ​ໃນ​ການ​ອະທິດຖານ​ແລະ​ສອນ​ຄຳສອນ​ຂອງ​ພະເຈົ້າ.” 5 ໝົດ​ທຸກ​ຄົນ​ກໍ​ເຫັນດີ​ກັບ​ຂໍ້​ສະເໜີ​ນີ້ ເຂົາເຈົ້າ​ຈຶ່ງ​ເລືອກ​ຊະເຕຟາໂນ​ເຊິ່ງ​ເປັນ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ໄດ້​ຮັບ​ພະລັງ​ບໍລິສຸດ ແລະ​ເລືອກ​ຟີລິບ+ ໂປຣໂຄໂຣ ນີກາໂນ ຕີໂມນ ປາເມນາ ແລະ​ນີໂກລາໂອ​ຄົນ​ເມືອງ​ອັນຕີໂອເຂຍ​ທີ່​ເຄີຍ​ເຂົ້າ​ສາສະໜາ​ຢິວ. 6 ແລ້ວ​ເຂົາເຈົ້າ​ໃຫ້ 7 ຄົນ​ນັ້ນ​ມາ​ຢູ່​ຕໍ່​ໜ້າ​ພວກ​ອັກຄະ​ສາວົກ. ເມື່ອ​ພວກ​ອັກຄະ​ສາວົກ​ອະທິດຖານ​ແລ້ວ​ກໍ​ວາງ​ມື​ເທິງ​ເຂົາເຈົ້າ.+

7 ຜົນ​ກໍ​ຄື​ຄຳສອນ​ຂອງ​ພະເຈົ້າແພ່​ອອກ​ໄປ+ ພວກ​ລູກສິດ​ມີ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​+​ໃນ​ເມືອງ​ເຢຣູຊາເລັມ ແລະ​ມີ​ປະໂລຫິດ​ກຸ່ມ​ໃຫຍ່ເຂົ້າ​ມາ​ເຊື່ອຖື​ຄື​ກັນ.+

8 ມີ​ລູກສິດ​ຜູ້​ໜຶ່ງ​ຊື່​ຊະເຕຟາໂນ​ທີ່​ພະເຈົ້າ​ພໍໃຈ​ຫຼາຍ​ແລະ​ລາວ​ໄດ້​ຮັບ​ພະລັງ​ຈາກ​ເພິ່ນ. ລາວ​ເຮັດ​ການ​ອັດສະຈັນ​ແລະ​ສະແດງ​ປາຕິຫານ​ຫຼາຍ​ຢ່າງ​ຕໍ່​ໜ້າ​ປະຊາຊົນ. 9 ມີ​ບາງຄົນ​ມາ​ຖຽງ​ກັບ​ຊະເຕຟາໂນ. ບາງຄົນ​ໃນ​ພວກ​ນີ້​ມາ​ຈາກ​ກຸ່ມ​ທີ່​ຄົນ​ເອີ້ນ​ວ່າ “ທາດ​ທີ່​ໄດ້​ຮັບ​ອິດ​ສະຫຼະ” ບາງຄົນ​ມາ​ຈາກ​ກີເຣເນ​ແລະ​ອາເລັກຊັນເດຍ ບາງຄົນ​ມາ​ຈາກ​ກີລີເກຍ​ແລະ​ແຂວງ​ອາຊີ.* 10 ແຕ່​ພວກ​ນີ້​ບໍ່​ສາມາດ​ຫັກ​ລ້າງ​ຄຳເວົ້າ​ຂອງ​ຊະເຕຟາໂນ​ໄດ້ ຍ້ອນ​ລາວ​ເວົ້າ​ດ້ວຍ​ສະຕິປັນຍາ​ແລະ​ພະລັງ​ຈາກ​ພະເຈົ້າ.+ 11 ພວກ​ນີ້​ກໍ​ເລີຍ​ໄປ​ຍົວະ​ບາງຄົນ​ແບບ​ລັບ​ໆ​ໃຫ້​ເວົ້າ​ວ່າ: “ພວກ​ເຮົາ​ໄດ້​ຍິນ​ຜູ້​ນີ້​ເວົ້າ​ໝິ່ນ​ປະໝາດ​ໂມເຊ​ແລະ​ພະເຈົ້າ.” 12 ເຂົາເຈົ້າ​ໄດ້​ຍົວະ​ປະຊາຊົນ ພວກ​ຜູ້​ນຳ ແລະ​ພວກ​ຄູ​ສອນ​ສາສະໜາ​ໃຫ້​ມາ​ຈັບ​ຊະເຕຟາໂນ​ໄປ​ຂຶ້ນ​ສານ​ຊັນເຮດຣິນ. 13 ເຂົາເຈົ້າ​ເອົາ​ພະຍານ​ຕົວະ​ມາ​ໃຫ້​ການ​ວ່າ: “ຜູ້​ນີ້​ເວົ້າ​ໝິ່ນ​ປະໝາດ​ບ່ອນ​ບໍລິສຸດ​ນີ້​ແລະ​ໝິ່ນ​ປະໝາດ​ກົດໝາຍ​ຂອງ​ໂມເຊ​ນຳ. 14 ພວກ​ເຮົາ​ໄດ້​ຍິນ​ລາວ​ເວົ້າ​ວ່າ ເຢຊູ​ຄົນ​ນາຊາເຣັດ​ຜູ້​ນັ້ນ​ຈະ​ທຳລາຍ​ບ່ອນ​ທີ່​ສັກສິດ​ນີ້ ແລະ​ຈະ​ປ່ຽນ​ທຳນຽມ​ທີ່​ພວກເຮົາ​ໄດ້​ຮັບ​ສືບ​ທອດ​ມາ​ຈາກ​ໂມເຊ.”

15 ທຸກ​ຄົນ​ທີ່​ຢູ່​ໃນ​ສານ​ຊັນເຮດຣິນ​ກໍ​ແນມ​ໄປ​ເບິ່ງ​ຊະເຕຟາໂນ ແລະ​ເຫັນ​ວ່າ​ໜ້າ​ຂອງ​ລາວ​ສະຫງົບ​ຄື​ກັບ​ໜ້າ​ທູດສະຫວັນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌