ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ກິດຈະການ 22
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມກິດຈະການ

      • ໂປໂລ​ອະທິບາຍ​ໃຫ້​ປະຊາຊົນ​ຟັງ (1-21)

      • ໂປໂລ​ໃຊ້​ສິດ​ພົນລະເມືອງ​ໂຣມ (22-29)

      • ສານ​ຊັນເຮດຣິນ​ປະຊຸມ​ກັນ (30)

ກິດຈະການ 22:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຟລປ 1:7

ກິດຈະການ 22:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 11:1
  • +ກຈກ 21:39
  • +ກຈກ 5:34
  • +ກຈກ 26:4, 5
  • +ຄລຕ 1:14; ຟລປ 3:4-6

ກິດຈະການ 22:4

ໄຂເງື່ອນ

  • *

    ໝາຍເຖິງ​ແນວ​ທາງ​ຊີວິດ​ແລະ​ຄຳສອນ​ຂອງ​ຄລິດສະຕຽນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 8:3; 9:1, 2; 26:9-11; 1ຕມ 1:12, 13

ກິດຈະການ 22:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 9:3-8; 26:13-15

ກິດຈະການ 22:9

ໄຂເງື່ອນ

  • *

    ຫຼື “ໄດ້​ຍິນ​ສຽງ​ແຕ່​ບໍ່​ເຂົ້າ​ໃຈ”

ກິດຈະການ 22:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 26:16

ກິດຈະການ 22:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 9:17, 18

ກິດຈະການ 22:14

ໄຂເງື່ອນ

  • *

    ຫຼື “ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 9:1; 15:8; ຄລຕ 1:15, 16

ກິດຈະການ 22:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 23:11; 26:16

ກິດຈະການ 22:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 10:43
  • +1ກຣ 6:11; 1ຢຮ 1:7; ພນມ 1:5

ກິດຈະການ 22:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 9:26; ຄລຕ 1:18

ກິດຈະການ 22:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 9:28, 29

ກິດຈະການ 22:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 8:3

ກິດຈະການ 22:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 7:58; 8:1; 1ຕມ 1:13, 15

ກິດຈະການ 22:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 9:15; 13:2; ຣມ 1:5; 11:13; ຄລຕ 2:7; 1ຕມ 2:7

ກິດຈະການ 22:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 16:13

ກິດຈະການ 22:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 16:37, 38; 23:27

ກິດຈະການ 22:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 16:37

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 184

ກິດຈະການ 22:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 25:16

ກິດຈະການ 22:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 10:17, 18; ລກ 21:12

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ກຈກ. 22:1ຟລປ 1:7
ກຈກ. 22:3ຣມ 11:1
ກຈກ. 22:3ກຈກ 21:39
ກຈກ. 22:3ກຈກ 5:34
ກຈກ. 22:3ກຈກ 26:4, 5
ກຈກ. 22:3ຄລຕ 1:14; ຟລປ 3:4-6
ກຈກ. 22:4ກຈກ 8:3; 9:1, 2; 26:9-11; 1ຕມ 1:12, 13
ກຈກ. 22:6ກຈກ 9:3-8; 26:13-15
ກຈກ. 22:10ກຈກ 26:16
ກຈກ. 22:13ກຈກ 9:17, 18
ກຈກ. 22:141ກຣ 9:1; 15:8; ຄລຕ 1:15, 16
ກຈກ. 22:15ກຈກ 23:11; 26:16
ກຈກ. 22:16ກຈກ 10:43
ກຈກ. 22:161ກຣ 6:11; 1ຢຮ 1:7; ພນມ 1:5
ກຈກ. 22:17ກຈກ 9:26; ຄລຕ 1:18
ກຈກ. 22:18ກຈກ 9:28, 29
ກຈກ. 22:19ກຈກ 8:3
ກຈກ. 22:20ກຈກ 7:58; 8:1; 1ຕມ 1:13, 15
ກຈກ. 22:21ກຈກ 9:15; 13:2; ຣມ 1:5; 11:13; ຄລຕ 2:7; 1ຕມ 2:7
ກຈກ. 22:232ຊມ 16:13
ກຈກ. 22:25ກຈກ 16:37, 38; 23:27
ກຈກ. 22:28ກຈກ 16:37
ກຈກ. 22:29ກຈກ 25:16
ກຈກ. 22:30ມທ 10:17, 18; ລກ 21:12
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
ຄຳພີໄບເບິນສະບັບແປໂລກໃໝ່
ກິດຈະການ 22:1-30

ກິດຈະການຂອງອັກຄະສາວົກ

22 “ພີ່ນ້ອງ​ເອີ້ຍ ຂໍ​ໃຫ້​ຟັງ​ຂ້ອຍ​ອະທິບາຍ​ແດ່.”+ 2 ເມື່ອ​ຄົນ​ໄດ້​ຍິນ​ໂປໂລ​ເວົ້າ​ເປັນ​ພາສາ​ເຮັບເຣີ ເຂົາເຈົ້າ​ກໍ​ມິດ​ກວ່າ​ເກົ່າ​ອີກ. ໂປໂລ​ເວົ້າ​ວ່າ: 3 “ຂ້ອຍ​ເປັນ​ຄົນ​ຢິວ+ ເກີດ​ຢູ່​ເມືອງ​ຕາ​ໂຊ​ໃນ​ແຂວງ​ກີລີເກຍ+ ແຕ່​ຂ້ອຍ​ມາ​ຮຽນ​ກັບ​ຄາມາລີ​ເອັນ​ໃນ​ເມືອງ​ນີ້.+ ຂ້ອຍ​ຖືກ​ສອນ​ຢ່າງ​ເຄັ່ງຄັດ​ຕາມ​ກົດໝາຍ​ທີ່​ປູ່ຍ່າ​ຕານາຍ​ໄດ້​ເຮັດ​ມາ+ ແລະ​ຂ້ອຍ​ເອງ​ກໍ​ກະຕືລືລົ້ນໃນ​ການ​ຮັບໃຊ້​ພະເຈົ້າ​ຄື​ກັບ​ພວກເຈົ້າ​ທຸກ​ຄົນ​ທີ່​ຢູ່​ນີ້.+ 4 ຂ້ອຍ​ເຄີຍ​ຂົ່ມເຫງ​ຄົນ​ທີ່ຖື​ທາງ​ນັ້ນ*​ຈົນ​ເຖິງ​ຕາຍ. ຂ້ອຍ​ຈັບ​ເຂົາເຈົ້າ​ທັງ​ຜູ້​ຊາຍ​ແລະ​ຜູ້ຍິງ​ມັດ​ໄວ້​ແລ້ວ​ເອົາ​ໄປ​ຂັງ​ຄຸກ.+ 5 ປະໂລຫິດ​ໃຫຍ່​ແລະ​ພວກ​ຜູ້​ນຳ​ໝົດ​ຄະນະ​ເປັນ​ພະຍານ​ໃຫ້​ຂ້ອຍ​ໄດ້​ໃນ​ເລື່ອງ​ນີ້. ຂ້ອຍ​ຍັງ​ເອົາ​ຈົດໝາຍ​ຈາກ​ເຂົາເຈົ້າ​ທີ່​ຂຽນ​ເຖິງ​ພີ່ນ້ອງ​ໃນ​ເມືອງ​ດາມາເຊ ແລ້ວ​ເດີນທາງ​ໄປ​ຫັ້ນ​ເພື່ອ​ຈະ​ຈັບ​ຄົນ​ທີ່​ຖື​ທາງ​ນັ້ນ​ມັດ​ໄວ້ ແລະ​ເອົາ​ເຂົາເຈົ້າ​ມາ​ລົງໂທດ​ຢູ່​ເມືອງ​ເຢຣູຊາເລັມ.

6 ຕອນ​ທີ່​ຂ້ອຍ​ເດີນທາງ​ໃກ້​ຊິ​ຮອດ​ເມືອງ​ດາມາເຊ​ເຊິ່ງ​ເປັນ​ປະມານ​ຕອນ​ທ່ຽງ ທັນໃດ​ນັ້ນ​ກໍ​ມີ​ແສງ​ເຈີດຈ້າ​ຈາກ​ຟ້າ​ສ່ອງ​ມາ​ໃສ່​ຂ້ອຍ.+ 7 ຂ້ອຍ​ລົ້ມ​ລົງພື້ນ​ແລະ​ໄດ້​ຍິນ​ສຽງ​ເວົ້າ​ວ່າ ‘ໂຊໂລ ໂຊໂລ ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫງ​ຂ້ອຍ?’ 8 ຂ້ອຍ​ຖາມ​ວ່າ ‘ທ່ານ​ເອີ້ຍ ທ່ານ​ແມ່ນ​ໃຜ?’ ເພິ່ນ​ຕອບ​ວ່າ ‘ຂ້ອຍ​ແມ່ນ​ເຢຊູ​ຄົນ​ນາຊາເຣັດ​ຜູ້​ທີ່​ເຈົ້າ​ຂົ່ມເຫງ.’ 9 ຄົນ​ທີ່​ໄປ​ນຳ​ຂ້ອຍ​ກໍ​ເຫັນ​ແສງ​ນັ້ນ​ຄື​ກັນ ແຕ່​ບໍ່​ໄດ້​ຍິນ​ສຽງ​ທີ່​ເວົ້າ​ນຳ​ຂ້ອຍ.* 10 ຂ້ອຍ​ຖາມ​ວ່າ ‘ທ່ານ​ເອີ້ຍ ຂ້ອຍ​ຕ້ອງ​ເຮັດ​ຫຍັງ?’ ຜູ້​ເປັນ​ນາຍ​ບອກ​ຂ້ອຍ​ວ່າ ‘ລຸກ​ຂຶ້ນ ແລ້ວ​ເຂົ້າ​ໄປ​ໃນ​ເມືອງ​ດາມາເຊ. ຢູ່​ຫັ້ນ​ຈະ​ມີ​ຄົນ​ບອກ​ເຈົ້າ​ວ່າ​ເຈົ້າ​ຕ້ອງ​ເຮັດ​ຫຍັງ.’+ 11 ແສງ​ເຈີດຈ້າ​ນັ້ນ​ເຮັດ​ໃຫ້​ຂ້ອຍ​ບໍ່​ເຫັນ​ຮຸ່ງ. ຄົນ​ທີ່​ໄປ​ນຳ​ຈຶ່ງ​ຈູງ​ມື​ຂ້ອຍ​ພາ​ໄປ​ເມືອງ​ດາມາເຊ.

12 ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ອານາເນຍ ລາວ​ເປັນ​ຄົນ​ເຮັດ​ຕາມ​ກົດໝາຍ​ຂອງ​ໂມເຊ​ຢ່າງ​ເຄັ່ງຄັດ. ຄົນ​ຢິວ​ທຸກ​ຄົນ​ທີ່​ຢູ່​ຫັ້ນ​ໄດ້​ເວົ້າເຖິງ​ລາວ​ໃນ​ແງ່​ດີ. 13 ລາວ​ມາ​ຫາ​ຂ້ອຍ​ແລະ​ຢືນ​ເວົ້າ​ຢູ່​ທາງ​ຂ້າງ​ຂ້ອຍ​ວ່າ ‘ໂຊໂລ ພີ່ນ້ອງ​ຂອງ​ຂ້ອຍ ຂໍ​ໃຫ້​ເຈົ້າ​ເຫັນ​ຮຸ່ງ​ອີກ!’ ແລ້ວ​ໃນ​ຕອນ​ນັ້ນ ຂ້ອຍ​ກໍ​ເຫັນ​ຮຸ່ງ​ແລະ​ແນມ​ເຫັນ​ລາວ.+ 14 ອານາເນຍ​ບອກ​ວ່າ ‘ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ເລືອກ​ເຈົ້າ​ໃຫ້​ມາ​ຮູ້ຈັກ​ຄວາມ​ຕ້ອງການ​ຂອງ​ເພິ່ນ ແລະ​ໃຫ້​ເຈົ້າ​ໄດ້​ເຫັນ​ຜູ້​ນັ້ນ​ທີ່​ເຊື່ອຟັງ​ພະເຈົ້າ*+ ແລະ​ໃຫ້​ໄດ້​ຍິນ​ສຽງ​ຈາກ​ປາກ​ຂອງ​ຜູ້​ນັ້ນ. 15 ຍ້ອນ​ເຈົ້າ​ຈະ​ຕ້ອງ​ເປັນ​ພະຍານ​ຂອງ​ລາວ​ເພື່ອ​ໄປ​ບອກ​ທຸກ​ຄົນ​ໃຫ້​ຮູ້​ເລື່ອງ​ທີ່​ເຈົ້າ​ໄດ້​ເຫັນ​ແລະ​ໄດ້​ຍິນ.+ 16 ຕອນ​ນີ້ ເຈົ້າ​ຍັງ​ຖ້າ​ຫຍັງ​ອີກ? ໃຫ້​ເຈົ້າ​ຟ້າວ​ຮັບ​ບັບເຕມາ​ແລະ​ຮ້ອງ​ອອກ​ຊື່​ພະ​ເຢຊູ+​ເພື່ອ​ຄວາມ​ຜິດ​ຂອງ​ເຈົ້າ​ຈະ​ຖືກ​ລົບລ້າງ.’+

17 ເມື່ອ​ກັບ​ມາ​ເມືອງ​ເຢຣູຊາເລັມ+ ຕອນ​ທີ່​ກຳລັງ​ອະທິດຖານ​ຢູ່​ວິຫານ ຂ້ອຍ​ກໍ​ເຫັນ​ນິມິດ 18 ແລະ​ເຫັນ​ຜູ້​ເປັນ​ນາຍ​ບອກ​ຂ້ອຍ​ວ່າ ‘ໃຫ້​ຟ້າວ​ອອກ​ຈາກ​ເມືອງ​ເຢຣູຊາເລັມ​ໄວ​ໆ​ ຍ້ອນ​ຄົນ​ຈະ​ບໍ່​ຍອມຮັບ​ເລື່ອງ​ທີ່​ເຈົ້າ​ປະກາດ​ກ່ຽວກັບ​ຂ້ອຍ.’+ 19 ຂ້ອຍ​ບອກ​ວ່າ ‘ນາຍ​ເອີ້ຍ ຄົນ​ເຫຼົ່ານີ້​ຮູ້​ດີ​ວ່າ​ຂ້ອຍ​ເຄີຍ​ໄປ​ຕາມ​ບ່ອນ​ປະຊຸມ​ຂອງ​ຄົນ​ຢິວ ເພື່ອ​ຈັບ​ຄົນ​ທີ່​ເຊື່ອ​ທ່ານ​ໄປ​ຂັງ​ຄຸກ​ແລະ​ເອົາ​ແສ້​ຟາດ​ເຂົາເຈົ້າ.+ 20 ຕອນ​ທີ່​ຊະເຕຟາໂນ​ພະຍານ​ຂອງ​ທ່ານ​ຖືກ​ຂ້າ ຂ້ອຍກໍ​ຢືນ​ຢູ່​ໃກ້​ໆ​ແລະ​ເຫັນດີ​ກັບ​ການ​ເຮັດ​ແບບນັ້ນ ແລະ​ຂ້ອຍ​ຍັງ​ເຝົ້າ​ເສື້ອ​ຄຸມ​ໃຫ້​ພວກ​ທີ່​ຂ້າ​ລາວ​ນຳ​ອີກ.’+ 21 ແຕ່​ເພິ່ນ​ບອກ​ຂ້ອຍ​ວ່າ ‘ໄປ​ໂລດ ຂ້ອຍ​ຈະ​ໃຊ້​ເຈົ້າ​ໄປ​ຫາ​ຄົນ​ໃນ​ຊາດ​ຕ່າງ​ໆ​ທີ່​ຢູ່​ໄກ​ໆ​.’”+

22 ເມື່ອ​ຄົນ​ທີ່​ຢູ່​ຫັ້ນ​ຟັງ​ໂປໂລ​ມາ​ຮອດ​ຕອນ​ນີ້ ເຂົາເຈົ້າ​ກໍ​ຮ້ອງ​ສຽງ​ດັງ​ຂຶ້ນ​ວ່າ: “ກຳຈັດ​ຄົນ​ແບບ​ນີ້​ໄປ​ຈາກ​ໂລກ​ນີ້​ສະ. ລາວ​ສົມຄວນ​ຕາຍ!” 23 ເຂົາເຈົ້າ​ຮ້ອງ​ໂວຍວາຍ ໂຍນ​ເສື້ອ​ຄຸມ​ຂອງ​ໂຕເອງ ແລະກຳ​ຂີ້​ດິນ​ຊັດ​ຂຶ້ນ​ໄປ​ເທິງ​ຟ້າ.+ 24 ນາຍພັນ​ສັ່ງ​ໃຫ້​ພາ​ໂປໂລ​ເຂົ້າ​ໄປ​ໃນ​ຄ້າຍ​ທະຫານ ແລະ​ບອກ​ໃຫ້​ສອບສວນ​ລາວ​ໂດຍ​ເອົາ​ແສ້​ຟາດເພື່ອ​ຈະ​ຮູ້​ວ່າ​ເປັນຫຍັງ​ຄົນ​ພວກ​ນີ້​ຈຶ່ງ​ຮ້ອງ​ໃສ່​ໂປໂລ​ແບບ​ນັ້ນ. 25 ແຕ່​ເມື່ອ​ເຂົາເຈົ້າ​ມັດ​ມື​ມັດ​ຕີນ​ໂປໂລ​ຄຶງ​ໄວ້​ເພື່ອ​ຈະ​ເອົາ​ແສ້​ຟາດ ໂປໂລ​ກໍ​ຖາມ​ນາຍຮ້ອຍ​ທີ່​ຢືນ​ຢູ່​ຫັ້ນ​ວ່າ: “ພວກ​ເຈົ້າ​ເຮັດ​ຖືກ​ຕາມ​ກົດໝາຍ​ແລ້ວ​ບໍ​ທີ່​ຈະ​ເອົາ​ແສ້​ຟາດ​ພົນລະເມືອງ​ໂຣມ​ທີ່​ຍັງ​ບໍ່​ທັນ​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ?”+ 26 ເມື່ອ​ນາຍຮ້ອຍ​ໄດ້​ຍິນ​ແບບ​ນັ້ນ​ກໍ​ໄປ​ລາຍງານ​ນາຍພັນ​ວ່າ: “ທ່ານ​ເອີ້ຍ ຊິ​ເຮັດ​ແນວ​ໃດ​ດີ? ຜູ້​ນີ້​ເປັນ​ພົນລະເມືອງ​ໂຣມ.” 27 ນາຍພັນ​ຈຶ່ງ​ມາ​ເວົ້າ​ກັບ​ໂປໂລ​ວ່າ: “ບອກ​ຂ້ອຍ​ດຸ ເຈົ້າ​ເປັນ​ພົນລະເມືອງ​ໂຣມ​ບໍ?” ໂປໂລ​ຕອບ​ວ່າ: “ແມ່ນ​ແລ້ວ.” 28 ນາຍພັນ​ເວົ້າ​ວ່າ: “ຂ້ອຍ​ຕ້ອງ​ຈ່າຍ​ເງິນ​ຫຼາຍ​ເພື່ອ​ຊື້​ສິດ​ເປັນ​ພົນລະເມືອງ​ໂຣມ.” ໂປໂລ​ເວົ້າ​ວ່າ: “ແຕ່​ຂ້ອຍ​ໄດ້​ສິດ​ນີ້​ມາ​ຕັ້ງແຕ່​ເກີດ.”+

29 ເມື່ອ​ໄດ້​ຍິນ​ແບບ​ນັ້ນ ຄົນ​ທີ່​ກຳລັງ​ຈະ​ສອບສວນ​ໂປໂລ​ດ້ວຍ​ການ​ທໍລະມານ​ກໍ​ຖອຍ​ອອກ​ຈາກ​ໂປໂລ​ທັນທີ. ສ່ວນ​ນາຍພັນ​ກໍ​ຢ້ານ​ເມື່ອ​ຮູ້​ວ່າ​ໂປໂລ​ເປັນ​ພົນລະເມືອງ​ໂຣມ​ຍ້ອນ​ລາວ​ເປັນ​ຄົນ​ສັ່ງ​ໃຫ້​ລ່າມ​ໂສ້​ໂປໂລ.+

30 ໃນ​ມື້​ຕໍ່​ມາ ນາຍພັນ​ຢາກ​ຮູ້​ວ່າ​ເປັນຫຍັງ​ພວກ​ຢິວ​ຈຶ່ງ​ກ່າວຫາ​ໂປໂລ ລາວ​ຈຶ່ງ​ສັ່ງ​ໃຫ້​ແກ້​ໂສ້​ທີ່​ລ່າມ​ໂປໂລ​ແລະ​ເອີ້ນ​ພວກ​ຫົວໜ້າ​ປະໂລຫິດ​ກັບ​ສະມາຊິກ​ສານ​ຊັນເຮດຣິນ​ທຸກ​ຄົນ​ໃຫ້​ມາ​ປະຊຸມ​ກັນ ແລ້ວ​ເອົາ​ໂປໂລ​ລົງ​ມາ​ແລະ​ໃຫ້​ຢືນ​ຢູ່​ກາງບ່ອນ​ປະຊຸມ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌