ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຊາມູເອນ 11
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຊາມູເອນ

      • ຊາອູນ​ຕໍ່ສູ້​ຊະນະ​ພວກ​ອຳໂມນ (1-​11)

      • ປະກາດ​ອີກ​ເທື່ອ​ໜຶ່ງ​ເລື່ອງ​ການ​ແຕ່ງຕັ້ງ​ຊາອູນ​ເປັນ​ກະສັດ (12-​15)

1 ຊາມູເອນ 11:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 2:19
  • +ຜຕສ 21:8; 1ຊມ 31:11, 12

1 ຊາມູເອນ 11:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 10:26; 14:2

1 ຊາມູເອນ 11:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 3:9, 10; 6:34; 11:29; 14:5, 6; 1ຊມ 10:10, 11; 16:13

1 ຊາມູເອນ 11:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 11:3

1 ຊາມູເອນ 11:11

ໄຂເງື່ອນ

  • *

    ໝາຍເຖິງ​ປະມານ 2 ໂມງ​ເຊົ້າ​ຈົນ​ຮອດ 6 ໂມງ​ເຊົ້າ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 11:1

1 ຊາມູເອນ 11:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 10:26, 27

1 ຊາມູເອນ 11:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 19:22

1 ຊາມູເອນ 11:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 7:15, 16
  • +1ຊມ 10:17, 24

1 ຊາມູເອນ 11:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 7:11
  • +1ກສ 1:39, 40; 2ກສ 11:12, 14; 1ຂຄ 12:39, 40

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຊມ. 11:1ພບຍ 2:19
1ຊມ. 11:1ຜຕສ 21:8; 1ຊມ 31:11, 12
1ຊມ. 11:41ຊມ 10:26; 14:2
1ຊມ. 11:6ຜຕສ 3:9, 10; 6:34; 11:29; 14:5, 6; 1ຊມ 10:10, 11; 16:13
1ຊມ. 11:101ຊມ 11:3
1ຊມ. 11:111ຊມ 11:1
1ຊມ. 11:121ຊມ 10:26, 27
1ຊມ. 11:132ຊມ 19:22
1ຊມ. 11:141ຊມ 7:15, 16
1ຊມ. 11:141ຊມ 10:17, 24
1ຊມ. 11:15ລລວ 7:11
1ຊມ. 11:151ກສ 1:39, 40; 2ກສ 11:12, 14; 1ຂຄ 12:39, 40
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
ຄຳພີໄບເບິນສະບັບແປໂລກໃໝ່
1 ຊາມູເອນ 11:1-15

ຊາມູເອນ​ສະບັບ​ທີ​ໜຶ່ງ

11 ນາຮາດກະສັດ​ຂອງ​ອຳໂມນ+ໄດ້​ມາ​ຕັ້ງ​ຄ້າຍ​ຕໍ່ສູ້​ພວກ​ຢາເບັດ+ຢູ່​ເມືອງ​ກິລຽດ. ພວກ​ຢາເບັດ​ຈຶ່ງ​ເວົ້າ​ກັບ​ນາຮາດ​ວ່າ: “ຂໍ​ເຮັດ​ສັນຍາ​ກັບ​ພວກ​ເຮົາ ແລ້ວ​ພວກ​ເຮົາ​ຈະ​ຮັບ​ໃຊ້​ເຈົ້າ.” 2 ນາຮາດ​ກະສັດ​ອຳໂມນ​ຈຶ່ງ​ເວົ້າ​ວ່າ: “ຂ້ອຍ​ເຮັດ​ສັນຍາ​ກັບ​ພວກ​ເຈົ້າ​ກະ​ໄດ້ ແຕ່​ຕ້ອງ​ມີ​ເງື່ອນ​ໄຂ. ຂ້ອຍ​ຈະ​ຈົກ​ຕາ​ເບື້ອງ​ຂວາ​ຂອງ​ພວກ​ເຈົ້າ​ທຸກ​ຄົນ​ອອກ. ຂ້ອຍ​ຈະ​ເຮັດ​ແບບ​ນີ້​ເພື່ອ​ໃຫ້​ພວກ​ອິດສະຣາເອນ​ທຸກ​ຄົນ​ເສຍສັກສີ.” 3 ພວກ​ຜູ້​ນຳ​ຂອງ​ຢາເບັດ​ຕອບ​ລາວ​ວ່າ: “ພວກ​ເຮົາ​ຂໍ​ເວລາ 7 ມື້​ເພື່ອ​ຈະ​ສົ່ງ​ຄົນ​ໄປ​ແຈ້ງ​ຂ່າວ​ທົ່ວ​ເຂດ​ອິດສະຣາເອນ. ຖ້າ​ບໍ່​ມີ​ຜູ້​ໃດ​ມາ​ຊ່ວຍ ພວກ​ເຮົາ​ຈະ​ຍອມ​ແພ້​ເຈົ້າ.” 4 ເມື່ອ​ຄົນ​ສົ່ງ​ຂ່າວ​ໄປ​ຮອດ​ເມືອງ​ກີເບອາ​+ທີ່​ຊາອູນ​ຢູ່​ແລະ​ແຈ້ງ​ຂ່າວ​ໃຫ້​ປະຊາຊົນ​ຮູ້ ປະຊາຊົນ​ກໍ​ຮ້ອງໄຫ້ສຽງ​ດັງ.

5 ຕອນ​ທີ່​ຊາອູນ​ຍ່າງ​ນຳ​ຫຼັງ​ຝູງ​ສັດ​ກັບ​ມາ​ຈາກ​ທົ່ງ​ຫຍ້າ ລາວ​ຖາມ​ວ່າ: “ເກີດ​ຫຍັງ​ຂຶ້ນ? ເປັນ​ຫຍັງ​ທຸກ​ຄົນ​ຈຶ່ງໄຫ້?” ເຂົາ​ເຈົ້າ​ຈຶ່ງ​ເລົ່າ​ໃຫ້​ລາວ​ຟັງ​ເລື່ອງ​ທີ່​ຄົນ​ຈາກ​ເມືອງ​ຢາເບັດ​ມາ​ບອກ. 6 ເມື່ອ​ຊາອູນ​ໄດ້​ຍິນ​ເລື່ອງ​ນັ້ນ ລາວ​ກໍ​ໄດ້​ຮັບ​ພະລັງ​ຈາກ​ພະເຈົ້າ+ ລາວ​ຈຶ່ງ​ໃຈ​ຮ້າຍ​ຫຼາຍ. 7 ຊາອູນ​ໄດ້​ເອົາ​ງົວ​ໂຕ​ຜູ້ 2 ໂຕມາ​ຂ້າ​ແລະ​ຕັດ​ເປັນ​ຕ່ອນ ແລ້ວໃຫ້​ຜູ້​ສົ່ງ​ຂ່າວ​ເອົາ​ໄປ​ຢາຍ​ທົ່ວ​ເຂດ​ອິດສະຣາເອນ. ຜູ້​ສົ່ງ​ຂ່າວ​ເວົ້າ​ວ່າ: “ຖ້າ​ໃຜ​ບໍ່​ເຮັດ​ຕາມ​ທີ່​ຊາອູນ​ແລະ​ຊາມູເອນ​ບອກ ຝູງ​ງົວ​ຂອງ​ລາວ​ກໍ​ຈະ​ເປັນ​ແບບ​ນີ້!” ພວກ​ອິດສະຣາເອນ​ຢ້ານຢຳ​ພະ​ເຢໂຫວາ ເຂົາ​ເຈົ້າ​ຈຶ່ງພ້ອມໃຈ​ກັນ​ອອກ​ໄປ​ຕໍ່ສູ້. 8 ຊາອູນ​ນັບ​ຈຳນວນ​ຄົນ​ຢູ່​ເບເຊັກ ມີ 30.000 ຄົນ​ຈາກ​ຕະກູນ​ຢູດາແລະ​ມີ 300.000 ຄົນ​ຈາກ​ຕະກູນ​ອື່ນ​ໆ​ຂອງ​ອິດສະຣາເອນ. 9 ຊາອູນ​ແລະທະຫານຈຶ່ງ​ບອກ​ພວກ​ຜູ້​ສົ່ງ​ຂ່າວ​ວ່າ: “ໃຫ້​ໄປ​ບອກ​ພວກ​ຢາເບັດ​ໃນ​ກິລຽດ​ວ່າ ‘ມື້​ອື່ນຕອນສວາຍພວກ​ເຈົ້າຈະ​ລອດ.’” ພວກ​ຜູ້​ສົ່ງ​ຂ່າວ​ກໍ​ໄປ​ບອກ​ພວກ​ຢາເບັດ​ຕາມ​ນັ້ນ​ແລະ​ເຂົາ​ເຈົ້າ​ກໍ​ດີ​ໃຈ​ຫຼາຍ. 10 ພວກ​ຢາເບັດ​ຈຶ່ງ​ໄປ​ບອກ​ນາຮາດ​ວ່າ: “ມື້​ອື່ນ​ພວກ​ເຮົາ​ຈະ​ຍອມ​ແພ້​ເຈົ້າ ເຈົ້າ​ຢາກ​ເຮັດ​ຫຍັງ​ກັບ​ພວກ​ເຮົາ​ກໍ​ເຮັດ​ໂລດ.”+

11 ມື້​ຕໍ່ມາ ຊາອູນ​ໄດ້​ແບ່ງທະຫານອອກ​ເປັນ 3 ກອງ. ເຂົາ​ເຈົ້າ​ບຸກ​ເຂົ້າ​ໄປ​ໃນ​ຄ້າຍ​ຕອນ​ເດິກ​ໆ​* ແລະ​ນຳ​ຂ້າ​ພວກ​ອຳໂມນ+ຈົນ​ຮອດຕອນ​ສວາຍ. ພວກ​ທີ່​ຍັງ​ເຫຼືອ​ກໍ​ແຕກຊະໄປ​ໃຜ​ໄປ​ມັນ. 12 ປະຊາຊົນ​ຈຶ່ງ​ບອກ​ຊາມູເອນ​ວ່າ: “ແມ່ນ​ໃຜ​ທີ່​ເຄີຍ​ເວົ້າ​ວ່າ ‘ຊາອູນ​ນິ​ຫວະ​ຈະ​ເປັນ​ກະສັດ​ປົກຄອງ​ພວກ​ເຮົາ?’+ ໄປ​ຈັບ​ພວກ​ມັນ​ມາ​ນີ້ ພວກ​ເຮົາ​ຊິ​ຂ້າ​ຖິ້ມ.” 13 ແຕ່​ຊາອູນ​ບອກ​ວ່າ: “ມື້​ນີ້​ບໍ່​ຕ້ອງ​ຂ້າ​ໃຜ+ ເພາະ​ມື້​ນີ້​ພະ​ເຢໂຫວາ​ໄດ້​ຊ່ວຍ​ພວກ​ອິດສະຣາເອນ​ໃຫ້​ລອດ.”

14 ຕໍ່ມາ ຊາມູເອນ​ບອກ​ປະຊາຊົນ​ວ່າ: “ໃຫ້​ພວກ​ເຮົາ​ໄປ​ເມືອງ​ກິນການ+ເພື່ອ​ປະກາດ​ອີກ​ເທື່ອ​ໜຶ່ງ​ເລື່ອງ​ການ​ແຕ່ງຕັ້ງ​ຊາອູນ ໃຫ້​ເປັນກະສັດ.”+ 15 ທຸກ​ຄົນ​ກໍ​ໄປ​ເມືອງ​ກິນການ. ຢູ່​ຫັ້ນ​ເຂົາ​ເຈົ້າ​ໄດ້​ແຕ່ງຕັ້ງ​ຊາອູນ​ໃຫ້​ເປັນ​ກະສັດ​ຕໍ່​ໜ້າ​ພະ​ເຢໂຫວາ. ຫຼັງ​ຈາກ​ນັ້ນ ເຂົາ​ເຈົ້າ​ໄດ້​ເຜົາ​ເຄື່ອງ​ບູຊາສ້າງຄວາມ​ສະຫງົບ​ສຸກໃຫ້ພະ​ເຢໂຫວາ.+ ຊາອູນ​ກັບ​ປະຊາຊົນ​ກໍ​ພາກັນ​ສະຫຼອງ​ຢ່າງ​ມ່ວນ​ຊື່ນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌