ໂຢບ
27 ໂຢບເວົ້າຕໍ່ໄປວ່າ:
2 “ຂ້ອຍຂໍສາບານຕໍ່ພະເຈົ້າຜູ້ມີຊີວິດຢູ່ ຜູ້ມີລິດເດດສູງສຸດ
ຜູ້ທີ່ເຮັດໃຫ້ຂ້ອຍບໍ່ໄດ້ຮັບຄວາມຍຸຕິທຳ+ ແລະເຮັດໃຫ້ຂ້ອຍມີຄວາມທຸກວ່າ+
3 ຖ້າຂ້ອຍຍັງມີລົມຫາຍໃຈ*
ແລະພະເຈົ້າຍັງໃຫ້ຂ້ອຍຫາຍໃຈຢູ່+
4 ປາກຂ້ອຍຈະບໍ່ເວົ້າແນວບໍ່ດີ
ແລະລີ້ນຂ້ອຍຈະບໍ່ເວົ້າຕົວະ.
5 ຈັ່ງໃດຂ້ອຍກໍຈະບໍ່ເວົ້າວ່າພວກເຈົ້າເປັນຝ່າຍຖືກດອກ
ແລະຂ້ອຍຈະສັດຊື່ຈົນຮອດມື້ຕາຍ!+
7 ຂໍໃຫ້ສັດຕູຂອງຂ້ອຍເປັນຄືກັບຄົນຊົ່ວ
ແລະໃຫ້ຄົນທີ່ທຳຮ້າຍຂ້ອຍເປັນຄືກັບຄົນບໍ່ດີ.
8 ຄົນທີ່ບໍ່ນັບຖື*ພະເຈົ້າຈະມີຄວາມຫວັງຫຍັງບໍ
ຕອນທີ່ລາວຖືກທຳລາຍ+ແລະຕອນທີ່ພະເຈົ້າເອົາຊີວິດລາວໄປ?
9 ຕອນທີ່ລາວມີຄວາມທຸກລຳບາກ
ພະເຈົ້າຈະຟັງສຽງຮ້ອງຂໍຄວາມຊ່ວຍເຫຼືອຂອງລາວບໍ?+
10 ພະເຈົ້າຜູ້ມີລິດເດດສູງສຸດຈະເຮັດໃຫ້ລາວດີໃຈບໍ?
ລາວຈະອະທິດຖານເຖິງພະເຈົ້າຕະຫຼອດເວລາບໍ?
11 ຂ້ອຍຈະສອນພວກເຈົ້າເລື່ອງລິດເດດ*ຂອງພະເຈົ້າ.
ຂ້ອຍຈະບໍ່ປິດບັງເລື່ອງຂອງຜູ້ມີລິດເດດສູງສຸດ.
12 ຖ້າພວກເຈົ້າທຸກຄົນເຄີຍເຫັນນິມິດ
ເປັນຫຍັງພວກເຈົ້າຄືເວົ້າສິ່ງທີ່ບໍ່ເປັນປະໂຫຍດເລີຍ?
13 ຕໍ່ໄປນີ້ແມ່ນລາງວັນທີ່ພະເຈົ້າເອົາໃຫ້ຄົນຊົ່ວ+
ແລະມໍລະດົກທີ່ຜູ້ມີລິດເດດສູງສຸດເອົາໃຫ້ຜູ້ທີ່ມັກກົດຂີ່ຄົນອື່ນ.
14 ຖ້າເຂົາເຈົ້າມີລູກຊາຍຫຼາຍຄົນ ລູກຂອງເຂົາເຈົ້າຈະຕາຍດ້ວຍດາບ+
ແລະລູກຫຼານຂອງເຂົາເຈົ້າກໍຈະອຶດຢາກ.
15 ຄົນທີ່ຍັງເຫຼືອຢູ່ຈະຕາຍຍ້ອນໂລກລະບາດ
ແລະເມຍຂອງເຂົາເຈົ້າກໍຈະບໍ່ຮ້ອງໄຫ້ໃຫ້ເຂົາເຈົ້າ.
16 ເຖິງວ່າເຂົາເຈົ້າຈະທ້ອນເງິນໄວ້ຫຼາຍຄືກັບຂີ້ຝຸ່ນ
ແລະສະສົມເຄື່ອງນຸ່ງດີໆໄວ້ຫຼາຍຄືກັບຂີ້ດິນ
17 ແຕ່ຄົນດີຈະເອົາເຄື່ອງນຸ່ງຂອງເຂົາເຈົ້າໄປນຸ່ງ+
ແລະຄົນທີ່ບໍ່ມີຄວາມຜິດຈະເອົາເງິນຂອງເຂົາເຈົ້າໄປໃຊ້.
18 ເຮືອນທີ່ເຂົາເຈົ້າປຸກກໍຈະພັງງ່າຍໆຄືກັບຮັງຂອງໂຕດັກແດ້
ຄືກັບຕູບ+ຂອງຄົນທີ່ເຝົ້າໄຮ່ເຝົ້ານາ.
19 ຕອນທີ່ເຂົ້ານອນ ເຂົາເຈົ້າຈະຍັງລວຍຢູ່*
ແຕ່ເມື່ອຕື່ນຂຶ້ນມາ ເຂົາເຈົ້າພັດບໍ່ເຫຼືອຫຍັງແລ້ວ.
20 ຄວາມຢ້ານຈະມາຖືກເຂົາເຈົ້າ ຄືກັບນ້ຳຖ້ວມທີ່ຊັດເອົາເຂົາເຈົ້າໄປ
ແລະພາຍຸຈະພັດເຂົາເຈົ້າໄປໃນຕອນກາງຄືນ.+
21 ມີລົມຈາກທິດຕາເວັນອອກພັດມາໃສ່ເຂົາເຈົ້າ ແລະເຂົາເຈົ້າກໍບໍ່ກັບມາອີກເລີຍ.
ລົມໄດ້ພັດເຂົາເຈົ້າໄປຈາກບ່ອນທີ່ເຂົາເຈົ້າຢູ່.+