ໂຢບ
28 “ມີບ່ອນທີ່ຈະຂຸດເອົາເງິນ
ແລະມີບ່ອນທີ່ຈະຫຼອມເອົາຄຳ.+
2 ເຂົາເຈົ້າຂຸດເອົາເຫຼັກຈາກພື້ນດິນ
ແລະຫຼອມເອົາທອງແດງຈາກກ້ອນຫີນ.+
3 ມະນຸດເຮົາຮູ້ວິທີເຮັດໃຫ້ແສງສະຫວ່າງ
ສ່ອງລົງໄປໃນບ່ອນທີ່ມືດໆ
ເພື່ອເຂົາເຈົ້າຈະເອົາແຮ່ທາດທີ່ມີຄ່າໄດ້.
4 ຢູ່ບ່ອນທີ່ບໍ່ມີຜູ້ໃດທຽວ ບ່ອນທີ່ບໍ່ມີຜູ້ໃດເວົ້າເຖິງ
ແລະບ່ອນທີ່ຢູ່ຫ່າງໄກຈາກຜູ້ຄົນ ເຂົາເຈົ້າຂຸດຮູລົງໄປ
ແລະບາງຄົນກໍໄຕ່ເຊືອກລົງໄປ.
5 ຢູ່ເທິງໜ້າດິນມີຜົນລະປູກງອກງາມ
ແຕ່ຢູ່ໃນພື້ນດິນພັດຮ້ອນປານໄຟ.*
6 ຫີນຢູ່ຫັ້ນມີແກ້ວໄພລິນ
ແລະໃນດິນກໍມີຄຳ.
7 ນົກທີ່ກິນຊີ້ນບໍ່ຮູ້ທາງໄປຫັ້ນ
ແລະແຫຼວດຳກໍບໍ່ເຄີຍເຫັນບ່ອນນັ້ນ.
8 ແມ່ນແຕ່ສັດປ່າທີ່ເປັນຕາຢ້ານກໍບໍ່ເຄີຍໄປຫັ້ນ
ແລະໂຕສິງກໍບໍ່ເຄີຍໄປບ່ອນນັ້ນຄືກັນ.
9 ມະນຸດເຈາະຫີນແຂງໆ*ດ້ວຍມືຂອງເຂົາເຈົ້າ.
ແມ່ນແຕ່ຖານຂອງພູ ເຂົາເຈົ້າກໍທຳລາຍໄດ້.
10 ເຂົາເຈົ້າເຈາະຫີນເປັນຮ່ອງໃຫ້ເປັນທາງຂອງນ້ຳ.+
ສິ່ງທີ່ມີຄ່າຢູ່ໃສ ເຂົາເຈົ້າກໍເຫັນໝົດ.
11 ເຂົາເຈົ້າຕັນທາງຂອງຕົ້ນນ້ຳໄວ້
ແລະເອົາສິ່ງມີຄ່າທີ່ເຊື່ອງຢູ່ຂຶ້ນມາ.
13 ເພາະຄົນເຮົາບໍ່ເຫັນຄ່າຂອງສະຕິປັນຍາ+
ແລະບໍ່ມີຜູ້ໃດຫາມັນໄດ້ຈາກບ່ອນໃດໃນໂລກນີ້.
14 ແມ່ນ້ຳຕ່າງໆທີ່ເລິກໆເວົ້າວ່າ ‘ສະຕິປັນຍາບໍ່ໄດ້ຢູ່ນີ້ເດີ້!’
ແລະທະເລກໍເວົ້າວ່າ ‘ສະຕິປັນຍາກໍບໍ່ໄດ້ຢູ່ນີ້ຄືກັນເດີ້!’+
15 ຈະເອົາຄຳແທ້ໄປຊື້ສະຕິປັນຍາກໍບໍ່ໄດ້
ແລະເອົາເງິນບັກຫຼາຍໆໄປແລກກໍບໍ່ໄດ້.+
16 ຈະເອົາຄຳຈາກໂອຟີ*+ໄປຊື້ກໍບໍ່ໄດ້
ຫຼືຈະເອົາແກ້ວໄພລິນແລະຫີນໂອນິກທີ່ຫາຍາກໄປຊື້ກໍບໍ່ໄດ້ຄືກັນ.
17 ຄຳແລະແກ້ວກໍທຽບບໍ່ໄດ້
ເຄື່ອງໃຊ້ທີ່ເຮັດຈາກຄຳຢ່າງດີກໍຍັງເອົາໄປແລກມັນບໍ່ໄດ້.+
18 ປະກາລັງແລະຫີນແກ້ວແຮ່ງທຽບບໍ່ໄດ້ເລີຍ+
ເພາະສະຕິປັນຍາມີຄ່າກວ່າໄຂ່ມຸກເຕັມຖົງຊ້ຳ.
20 ຄັນຊັ້ນ ສະຕິປັນຍາມາຈາກໃສ
ແລະຄວາມເຂົ້າໃຈມາຈາກບ່ອນໃດ?+
21 ບໍ່ມີສິ່ງທີ່ມີຊີວິດໃດເຫັນສະຕິປັນຍາໄດ້+
ແລະນົກຢູ່ເທິງຟ້າກໍແນມບໍ່ເຫັນມັນ.
22 ຂຸມຝັງສົບແລະຄວາມຕາຍກໍເວົ້າວ່າ
‘ພວກເຮົາໄດ້ຍິນແຕ່ຂ່າວລືເລື່ອງຂອງສະຕິປັນຍາເທົ່ານັ້ນ.’
23 ແຕ່ພະເຈົ້າເຂົ້າໃຈວ່າຈະຫາສະຕິປັນຍາໄດ້ແນວໃດ
ແລະມີແຕ່ເພິ່ນຜູ້ດຽວທີ່ຮູ້ວ່າມັນຢູ່ໃສ.+
24 ເພິ່ນເບິ່ງທຸກສິ່ງທຸກຢ່າງຢູ່ທົ່ວໂລກ
ແລະເພິ່ນເຫັນທຸກສິ່ງທຸກຢ່າງທີ່ຢູ່ໃຕ້ຟ້າ.+
25 ຕອນທີ່ເພິ່ນກຳນົດຄວາມແຮງໃຫ້ລົມ+
ແລະຕອນທີ່ເພິ່ນຜອງນ້ຳທັງໝົດ+
26 ຕອນທີ່ເພິ່ນກຳນົດລະດູໃຫ້ຝົນ+
ແລະຕອນທີ່ເພິ່ນກຳນົດທິດທາງໃຫ້ພາຍຸ+
27 ຕອນນັ້ນແຫຼະທີ່ເພິ່ນເຫັນສະຕິປັນຍາແລະອະທິບາຍກ່ຽວກັບເລື່ອງຂອງມັນ.
ເພິ່ນເຮັດໃຫ້ສະຕິປັນຍາເກີດຂຶ້ນແລະທົດສອບເບິ່ງມັນ.
28 ແລ້ວເພິ່ນບອກມະນຸດວ່າ