ສຸພາສິດ
24 ຢ່າອິດສາຄົນຊົ່ວ
ແລະຢ່າຢາກໄປຢູ່ນຳເຂົາເຈົ້າ+
2 ຍ້ອນໃຈຂອງເຂົາເຈົ້າຄິດແຕ່ເລື່ອງຮຸນແຮງ
ແລະປາກຂອງເຂົາເຈົ້າກໍເວົ້າເຖິງແຕ່ວິທີທີ່ຈະທຳຮ້າຍຄົນອື່ນ.
5 ຄົນສະຫຼາດມີອຳນາດຫຼາຍ+
ແລະຄົນທີ່ມີຄວາມຮູ້ກໍເຮັດໃຫ້ໂຕເອງມີອຳນາດຫຼາຍຂຶ້ນ.
7 ຄົນໂງ່ບໍ່ມີທາງໄດ້ສະຕິປັນຍາແທ້.+
ຢູ່ປະຕູເມືອງ ລາວບໍ່ຮູ້ຊິເວົ້າຫຍັງ.
8 ຄົນທີ່ວາງແຜນຮ້າຍ
ຈະຖືກເອີ້ນວ່ານັກວາງແຜນຮ້າຍ.+
11 ໃຫ້ຊ່ວຍຊີວິດຄົນທີ່ກຳລັງຖືກພາໄປຫາຄວາມຕາຍ
ແລະຊ່ວຍຄົນທີ່ກຳລັງຕົກຢູ່ໃນອັນຕະລາຍຍ້ອນຈະຖືກຂ້າ.+
12 ຖ້າລູກເວົ້າວ່າ “ແຕ່ພວກເຮົາບໍ່ຮູ້ຫຍັງກ່ຽວກັບເລື່ອງນີ້ເລີຍ”
ພະເຈົ້າຜູ້ທີ່ກວດເບິ່ງຫົວໃຈ*ກໍເຂົ້າໃຈບໍ່ແມ່ນບໍ?+
ພະເຈົ້າຜູ້ທີ່ເຝົ້າເບິ່ງລູກຈະຮູ້
ແລະຈະຕອບແທນແຕ່ລະຄົນຕາມການກະທຳຂອງລາວ.+
13 ລູກເອີ້ຍ ກິນນ້ຳເຜີ້ງແມ້ ຍ້ອນມັນດີແລະມີປະໂຫຍດ.
ນ້ຳເຜີ້ງຈາກຮັງເຜີ້ງກໍມີລົດຫວານ
14 ຄ້າຍຄືກັນ ສະຕິປັນຍາກໍດີສຳລັບລູກ.+
ຖ້າລູກພົບສະຕິປັນຍາ ລູກຈະມີອະນາຄົດທີ່ດີ
ແລະມີຄວາມຫວັງຢູ່ສະເໝີ.+
15 ຢ່າໄປດັກຊຸ້ມຢູ່ໃກ້ເຮືອນຂອງຄົນທີ່ເຮັດສິ່ງທີ່ຖືກຕ້ອງດ້ວຍເຈຕະນາຊົ່ວ.
ຢ່າໄປທຳລາຍບ່ອນພັກຂອງລາວ.
16 ເຖິງວ່າຄົນທີ່ເຮັດສິ່ງທີ່ຖືກຕ້ອງຈະລົ້ມລົງ 7 ເທື່ອ ລາວກໍຈະລຸກຂຶ້ນໄດ້ອີກ+
ແຕ່ຄົນຊົ່ວຈະຕ້ອງເຈິກັບຄວາມຈິບຫາຍແລະລົ້ມລົງ.+
17 ຢ່າດີໃຈເມື່ອເຫັນສັດຕູຂອງລູກລົ້ມ
ແລະຢ່າມີຄວາມສຸກເມື່ອເຫັນລາວສະດຸດ.+
18 ຄັນບໍ່ຊັ້ນ ເມື່ອພະເຢໂຫວາເຫັນ ເພິ່ນຈະບໍ່ພໍໃຈ
ແລະເພິ່ນກໍຈະເຊົາໃຈຮ້າຍໃຫ້ສັດຕູຂອງລູກ.+
19 ຢ່າໃຈຮ້າຍ*ຍ້ອນຄົນບໍ່ດີ.
ຢ່າອິດສາຄົນຊົ່ວ
20 ເພາະຄົນຊົ່ວບໍ່ມີອະນາຄົດ.+
ຄົນຊົ່ວເປັນຄືກັບຕະກຽງທີ່ຈະຖືກມອດ.+
21 ລູກເອີ້ຍ ໃຫ້ຢ້ານຢຳພະເຢໂຫວາແລະກະສັດ+
ບໍ່ມີໃຜຮູ້ວ່າເພິ່ນທັງສອງ*ຈະເຮັດໃຫ້ເກີດຫຍັງຂຶ້ນກັບເຂົາເຈົ້າ.+
23 ຄົນສະຫຼາດເວົ້າໄວ້ອີກວ່າ
ການຕັດສິນແບບບໍ່ຍຸຕິທຳເປັນສິ່ງທີ່ບໍ່ດີ.+
24 ຄົນທີ່ເວົ້າກັບຄົນຊົ່ວວ່າ: “ເຈົ້າເປັນຄົນດີ”+
ຄົນນັ້ນຈະຖືກຊາດຕ່າງໆສາບແຊ່ງແລະຈະຖືກປະເທດຕ່າງໆປະຈານ
26 ຜູ້ຄົນຈະນັບຖືຄົນທີ່ຕອບຢ່າງສັດຊື່.*+
28 ຢ່າເປັນພະຍານກ່າວຫາເພື່ອນບ້ານແບບບໍ່ມີຫຼັກຖານ.+
ຫ້າມເວົ້າຕົວະຫຼອກລວງຄົນອື່ນ.+
29 ຢ່າເວົ້າວ່າ: “ລາວເຮັດແນວໃດກັບຂ້ອຍ ຂ້ອຍກໍຈະເຮັດແນວນັ້ນກັບລາວ.
ຂ້ອຍຈະເອົາຄືນລາວໃຫ້ສົມກັບທີ່ລາວໄດ້ເຮັດກັບຂ້ອຍ.”+
30 ພໍ່ຍ່າງຜ່ານທົ່ງນາຂອງຄົນຂີ້ຄ້ານ+
ແລະຍ່າງຜ່ານສວນໝາກລະແຊັງຂອງຄົນທີ່ບໍ່ຮູ້ຈັກຄິດ
31 ພໍ່ເຫັນວ່າມີແຕ່ຫຍ້າຮົກເຕັມໄປໝົດ
ດິນກໍມີແຕ່ປ່າຫຍ້າຂຶ້ນເຕັມ
ແລະກຳແພງຫີນກໍເປ່ເພໝົດແລ້ວ.+
32 ພໍ່ສັງເກດເລື່ອງນີ້ແລະກໍໄດ້ຄິດຄັກໆ.
ພໍ່ເຫັນສິ່ງທີ່ເກີດຂຶ້ນແລະໄດ້ບົດຮຽນວ່າ
33 ນອນອີກຈັກບຶດ ຫຼັບອີກຈັກໜ້ອຍ
ພັບແຂນແລະນອນອີກໜ້ອຍໜຶ່ງ
34 ແລ້ວເຈົ້າກໍຈະກາຍເປັນຄົນທຸກຢ່າງໄວວາຄືກັບຖືກໂຈນປຸ້ນ.
ມັນຈະເປັນຄືກັບວ່າມີຄົນຈັບອາວຸດມາຍຶດເອົາເຄື່ອງຂອງຂອງເຈົ້າໄປ.+