ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ໂຢຮັນ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ໂຢຮັນ

      • ພະ​ເຢຊູ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ເພື່ອ​ໃຫ້​ພວກ​ເຮົາ​ຄືນດີ​ກັບ​ພະເຈົ້າ (1, 2)

      • ການ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະ​ເຢຊູ (3-11)

        • ກົດໝາຍ​ເກົ່າ​ແລະ​ກົດໝາຍ​ໃໝ່ (7, 8)

      • ເຫດຜົນ​ທີ່​ໂຢຮັນ​ຂຽນ​ຈົດໝາຍ (12-14)

      • ຢ່າ​ຮັກ​ໂລກ (15-17)

      • ຄຳ​ເຕືອນ​ເລື່ອງ​ຜູ້​ຕໍ່ຕ້ານ​ພະຄລິດ (18-29)

1 ໂຢຮັນ 2:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 8:34; ຮຣ 7:25
  • +1ຕມ 2:5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 160

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 27

1 ໂຢຮັນ 2:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 5:7
  • +ອຊຢ 53:5; ຣມ 3:25; 1ຕມ 1:15; ຮຣ 2:17; 1ປຕ 2:24; 1ຢຮ 4:10
  • +ມທ 20:28; ຢຮ 1:29

1 ໂຢຮັນ 2:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຢຮ 4:18
  • +ຢຮ 14:20; 17:21

1 ໂຢຮັນ 2:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 13:15; 1ປຕ 2:21

1 ໂຢຮັນ 2:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 13:34; 2ຢຮ 5

1 ໂຢຮັນ 2:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 1:9; 8:12

1 ໂຢຮັນ 2:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 4:31; ກລຊ 3:8
  • +1ກຣ 13:2; 1ຢຮ 3:15

1 ໂຢຮັນ 2:10

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ລາວ​ຈະ​ບໍ່​ເປັນ​ອຸປະສັກ​ຂັດຂວາງ​ຄວາມ​ເຊື່ອ​ຂອງ​ຄົນ​ອື່ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 5:8

1 ໂຢຮັນ 2:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຢຮ 4:20
  • +ຢຮ 12:35

1 ໂຢຮັນ 2:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 24:47; ກຈກ 4:12; 10:43

1 ໂຢຮັນ 2:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢກບ 4:7; 1ຢຮ 5:19; ພນມ 12:10, 11
  • +ຢຮ 17:25

1 ໂຢຮັນ 2:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 6:10
  • +3ຢຮ 3
  • +ຣມ 8:37

1 ໂຢຮັນ 2:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 12:2; 1ກຣ 7:31; ຕຕ 2:11, 12
  • +ມທ 6:24; ຢກບ 4:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 52

1 ໂຢຮັນ 2:16

ໄຂເງື່ອນ

  • *

    ຫຼື “ສິ່ງ​ທີ່​ໂຕເອງ​ມີ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 5:28; ຣມ 13:14
  • +ປຖກ 3:6; ສພສ 27:20; ມທ 4:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    7/2020, ໜ້າ 6-7

1 ໂຢຮັນ 2:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 7:31; 1ປຕ 1:24
  • +ພສ 37:29; ມທ 7:21; ຢຮ 6:40

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    4/2017, ໜ້າ 10-14

1 ໂຢຮັນ 2:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ທຊ 2:3; 2ປຕ 2:1
  • +2ທຊ 2:7; 2ຢຮ 7; ຢດ 4

1 ໂຢຮັນ 2:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 20:30
  • +1ກຣ 11:19

1 ໂຢຮັນ 2:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 1:21; 1ຢຮ 2:27

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2020, ໜ້າ 22

    ຫໍສັງເກດການ (ສຶກສາ)

    1/2016, ໜ້າ 17

1 ໂຢຮັນ 2:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 8:31, 32
  • +ຢຮ 8:44

1 ໂຢຮັນ 2:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຢຮ 4:3; 2ຢຮ 7
  • +1ຢຮ 2:18

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2403

1 ໂຢຮັນ 2:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 5:23; 2ຢຮ 9
  • +ຣມ 10:9, 10
  • +1ຢຮ 4:15

1 ໂຢຮັນ 2:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 14:23; 2ຢຮ 6

1 ໂຢຮັນ 2:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 17:3; 1ຢຮ 1:2

1 ໂຢຮັນ 2:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 1:21; 1ຢຮ 2:20
  • +ຢຮ 14:26; 16:13
  • +ຢຮ 17:21

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2020, ໜ້າ 22

    ຫໍສັງເກດການ (ສຶກສາ)

    1/2016, ໜ້າ 17

1 ໂຢຮັນ 2:28

ໄຂເງື່ອນ

  • *

    ເບິ່ງ​ຄຳ​ວ່າ “ການ​ມາ” ໃນ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຢຮ 4:17

1 ໂຢຮັນ 2:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ປຕ 1:23; 1ຢຮ 4:7

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຢຮ. 2:1ຣມ 8:34; ຮຣ 7:25
1ຢຮ. 2:11ຕມ 2:5
1ຢຮ. 2:21ກຣ 5:7
1ຢຮ. 2:2ອຊຢ 53:5; ຣມ 3:25; 1ຕມ 1:15; ຮຣ 2:17; 1ປຕ 2:24; 1ຢຮ 4:10
1ຢຮ. 2:2ມທ 20:28; ຢຮ 1:29
1ຢຮ. 2:51ຢຮ 4:18
1ຢຮ. 2:5ຢຮ 14:20; 17:21
1ຢຮ. 2:6ຢຮ 13:15; 1ປຕ 2:21
1ຢຮ. 2:7ຢຮ 13:34; 2ຢຮ 5
1ຢຮ. 2:8ຢຮ 1:9; 8:12
1ຢຮ. 2:9ອຟຊ 4:31; ກລຊ 3:8
1ຢຮ. 2:91ກຣ 13:2; 1ຢຮ 3:15
1ຢຮ. 2:10ອຟຊ 5:8
1ຢຮ. 2:111ຢຮ 4:20
1ຢຮ. 2:11ຢຮ 12:35
1ຢຮ. 2:12ລກ 24:47; ກຈກ 4:12; 10:43
1ຢຮ. 2:13ຢກບ 4:7; 1ຢຮ 5:19; ພນມ 12:10, 11
1ຢຮ. 2:13ຢຮ 17:25
1ຢຮ. 2:14ອຟຊ 6:10
1ຢຮ. 2:143ຢຮ 3
1ຢຮ. 2:14ຣມ 8:37
1ຢຮ. 2:15ຣມ 12:2; 1ກຣ 7:31; ຕຕ 2:11, 12
1ຢຮ. 2:15ມທ 6:24; ຢກບ 4:4
1ຢຮ. 2:16ມທ 5:28; ຣມ 13:14
1ຢຮ. 2:16ປຖກ 3:6; ສພສ 27:20; ມທ 4:8
1ຢຮ. 2:171ກຣ 7:31; 1ປຕ 1:24
1ຢຮ. 2:17ພສ 37:29; ມທ 7:21; ຢຮ 6:40
1ຢຮ. 2:182ທຊ 2:3; 2ປຕ 2:1
1ຢຮ. 2:182ທຊ 2:7; 2ຢຮ 7; ຢດ 4
1ຢຮ. 2:19ກຈກ 20:30
1ຢຮ. 2:191ກຣ 11:19
1ຢຮ. 2:202ກຣ 1:21; 1ຢຮ 2:27
1ຢຮ. 2:21ຢຮ 8:31, 32
1ຢຮ. 2:21ຢຮ 8:44
1ຢຮ. 2:221ຢຮ 4:3; 2ຢຮ 7
1ຢຮ. 2:221ຢຮ 2:18
1ຢຮ. 2:23ຢຮ 5:23; 2ຢຮ 9
1ຢຮ. 2:23ຣມ 10:9, 10
1ຢຮ. 2:231ຢຮ 4:15
1ຢຮ. 2:24ຢຮ 14:23; 2ຢຮ 6
1ຢຮ. 2:25ຢຮ 17:3; 1ຢຮ 1:2
1ຢຮ. 2:272ກຣ 1:21; 1ຢຮ 2:20
1ຢຮ. 2:27ຢຮ 14:26; 16:13
1ຢຮ. 2:27ຢຮ 17:21
1ຢຮ. 2:281ຢຮ 4:17
1ຢຮ. 2:291ປຕ 1:23; 1ຢຮ 4:7
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
ຄຳພີໄບເບິນສະບັບແປໂລກໃໝ່
1 ໂຢຮັນ 2:1-29

ຈົດໝາຍສະບັບທຳອິດຂອງໂຢຮັນ

2 ພວກ​ລູກ​ທີ່​ຮັກ ຂ້ອຍ​ຂຽນ​ເລື່ອງ​ເຫຼົ່າ​ນີ້​ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ເຮັດ​ຜິດ ແຕ່​ຖ້າ​ຜູ້​ໃດ​ເຮັດ​ຜິດ ພວກ​ເຮົາ​ກໍ​ມີ​ຜູ້​ຊ່ວຍ​ທີ່​ຢູ່​ກັບ​ພະເຈົ້າ​ຜູ້​ເປັນ​ພໍ່. ຜູ້​ຊ່ວຍ​ຜູ້​ນີ້​ແມ່ນ​ພະ​ເຢຊູ​ຄລິດ+​ຜູ້​ທີ່​ບໍ່​ເຄີຍ​ເຮັດ​ຫຍັງ​ຜິດ​ເລີຍ.+ 2 ເພິ່ນ​ເປັນ​ເຄື່ອງ​ບູຊາ+​ໄຖ່​ບາບ​ຂອງ​ພວກ​ເຮົາ+​ເພື່ອ​ໃຫ້​ພວກ​ເຮົາ​ຄືນດີ​ກັບ​ພະເຈົ້າ. ບໍ່​ແມ່ນ​ແຕ່​ບາບ​ຂອງ​ພວກ​ເຮົາ​ເທົ່າ​ນັ້ນ ແຕ່​ບາບ​ຂອງ​ໝົດ​ທຸກ​ຄົນ​ໃນ​ໂລກ​ນຳ​ອີກ.+ 3 ຖ້າ​ພວກ​ເຮົາ​ເຮັດ​ຕາມ​ຄຳສັ່ງ​ຂອງ​ພະ​ເຢຊູ​ສະເໝີ ກໍ​ສະແດງ​ວ່າ​ພວກ​ເຮົາ​ໄດ້​ຮູ້​ຈັກ​ເພິ່ນ​ແທ້​ໆ​. 4 ຄົນ​ທີ່​ບອກ​ວ່າ “ຂ້ອຍ​ຮູ້​ຈັກ​ພະ​ເຢຊູ” ແຕ່​ບໍ່​ໄດ້​ເຮັດ​ຕາມ​ຄຳສັ່ງ​ຂອງ​ເພິ່ນ ຜູ້​ນັ້ນ​ກໍ​ເວົ້າ​ຕົວະ​ແລະ​ຄວາມຈິງ​ກໍ​ບໍ່​ໄດ້​ຢູ່​ໃນ​ໃຈ​ລາວ. 5 ແຕ່​ຖ້າ​ຜູ້​ໃດ​ເຮັດ​ຕາມ​ຄຳສອນ​ຂອງ​ເພິ່ນ ກໍ​ສະແດງ​ວ່າ​ລາວ​ຮັກ​ພະເຈົ້າ​ແທ້.+ ເມື່ອ​ພວກ​ເຮົາ​ເຮັດ​ແບບ​ນັ້ນ ກໍ​ສະແດງ​ວ່າ​ພວກ​ເຮົາ​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ເພິ່ນ.+ 6 ຄົນ​ທີ່​ບອກ​ວ່າ​ລາວ​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ເພິ່ນ ກໍ​ຕ້ອງ​ໃຊ້​ຊີວິດ​ແບບ​ດຽວ​ກັບ​ເພິ່ນ.+

7 ພີ່ນ້ອງ​ທີ່​ຮັກ ຂ້ອຍ​ຂຽນ​ມາ​ນີ້​ບໍ່​ແມ່ນ​ກົດໝາຍ​ໃໝ່ ແຕ່​ເປັນ​ກົດໝາຍ​ເກົ່າ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ຕັ້ງແຕ່​ຕອນ​ທຳອິດ+ ເຊິ່ງ​ເປັນ​ຄຳສອນ​ທີ່​ພວກ​ເຈົ້າ​ເຄີຍ​ໄດ້​ຍິນ​ມາ​ແລ້ວ. 8 ແຕ່​ທີ່​ຂ້ອຍ​ຂຽນ​ມາ​ນີ້​ກໍ​ຖື​ວ່າ​ເປັນ​ກົດໝາຍ​ໃໝ່​ໄດ້​ຄື​ກັນ ທັງ​ພະ​ເຢຊູ​ແລະ​ພວກ​ເຈົ້າ​ເຮັດ​ຕາມ ຍ້ອນ​ຄວາມ​ສະຫວ່າງ​ແທ້​ສ່ອງ​ແສງ​ມາ​ແລ້ວ​ແລະ​ຄວາມ​ມືດ​ກຳລັງ​ຈະຜ່ານ​ພົ້ນ​ໄປ.+

9 ຜູ້​ທີ່​ບອກ​ວ່າ​ລາວ​ຢູ່​ໃນ​ຄວາມ​ສະຫວ່າງ​ແຕ່​ຍັງ​ຊັງ+​ພີ່ນ້ອງ ຜູ້​ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມ​ມືດ.+ 10 ຄົນ​ທີ່​ຮັກ​ພີ່ນ້ອງ​ກໍ​ຢູ່​ໃນ​ຄວາມ​ສະຫວ່າງ+​ແລະ​ຈະ​ບໍ່​ມີ​ສິ່ງ​ໃດ​ເຮັດ​ໃຫ້​ລາວ​ຖິ້ມ​ຄວາມ​ເຊື່ອ* 11 ແຕ່​ຄົນ​ທີ່​ຊັງ​ພີ່ນ້ອງ​ກໍ​ຍັງ​ຢູ່​ໃນ​ຄວາມ​ມືດ. ລາວ​ຍ່າງ​ໃນ​ຄວາມ​ມືດ+​ແລະ​ບໍ່​ຮູ້​ວ່າ​ກຳລັງ​ຍ່າງ​ໄປ​ໃສ+ ຍ້ອນ​ຄວາມ​ມືດ​ເຮັດ​ໃຫ້​ລາວ​ເປັນ​ຄື​ກັບ​ຄົນ​ຕາບອດ.

12 ພວກ​ລູກ​ທີ່​ຮັກ ຂ້ອຍ​ຂຽນ​ຫາ​ພວກ​ເຈົ້າ​ຍ້ອນ​ພວກ​ເຈົ້າ​ໄດ້​ຮັບ​ການ​ຍົກໂທດ​ແລ້ວ​ຍ້ອນ​ຊື່​ຂອງ​ພະ​ເຢຊູ.+ 13 ພວກ​ເຈົ້າ​ທີ່​ເປັນ​ພໍ່ ຂ້ອຍ​ຂຽນ​ຫາ​ພວກ​ເຈົ້າ​ຍ້ອນ​ພວກ​ເຈົ້າ​ໄດ້​ຮູ້​ຈັກ​ຜູ້​ນັ້ນ​ທີ່​ຢູ່​ຕັ້ງແຕ່​ຕອນ​ທຳອິດ. ພວກ​ເຈົ້າ​ທີ່​ເປັນ​ຄົນ​ໜຸ່ມ ຂ້ອຍ​ຂຽນ​ຫາ​ພວກ​ເຈົ້າ​ຍ້ອນ​ພວກ​ເຈົ້າ​ຊະນະ​ຊາຕານ​ໂຕ​ຊົ່ວຮ້າຍ​ແລ້ວ.+ ພວກ​ເຈົ້າ​ທີ່​ເປັນ​ລູກ ຂ້ອຍ​ຂຽນ​ຫາ​ພວກ​ເຈົ້າ​ຍ້ອນ​ພວກ​ເຈົ້າ​ໄດ້​ຮູ້​ຈັກ​ພະເຈົ້າ​ຜູ້​ເປັນ​ພໍ່​ແລ້ວ.+ 14 ພວກ​ເຈົ້າ​ທີ່​ເປັນ​ພໍ່ ຂ້ອຍ​ຂຽນ​ຫາ​ພວກ​ເຈົ້າ​ຍ້ອນ​ພວກ​ເຈົ້າ​ໄດ້​ຮູ້​ຈັກ​ຜູ້​ນັ້ນ​ທີ່​ຢູ່​ຕັ້ງແຕ່​ຕອນ​ທຳອິດ. ພວກ​ເຈົ້າ​ທີ່​ເປັນ​ຄົນ​ໜຸ່ມ ຂ້ອຍ​ຂຽນ​ຫາ​ພວກ​ເຈົ້າ​ຍ້ອນ​ພວກ​ເຈົ້າ​ເຂັ້ມແຂງ+​ແລະ​ຖ້ອຍຄຳ​ຂອງ​ພະເຈົ້າ​ຢູ່​ໃນ​ໃຈ​ພວກ​ເຈົ້າ+ ແລະ​ພວກ​ເຈົ້າ​ຊະນະ​ຊາຕານ​ໂຕ​ຊົ່ວຮ້າຍ​ແລ້ວ.+

15 ຢ່າ​ຮັກ​ໂລກ​ຫຼື​ສິ່ງ​ຂອງ​ໃນ​ໂລກ.+ ຖ້າ​ຜູ້​ໃດ​ຮັກ​ໂລກ ລາວ​ກໍ​ບໍ່​ໄດ້​ຮັກ​ພະເຈົ້າ​ຜູ້​ເປັນ​ພໍ່.+ 16 ທຸກ​ສິ່ງ​ໃນ​ໂລກ​ນີ້ ບໍ່​ວ່າ​ຈະ​ເປັນ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ທີ່​ມີ​ບາບ+ ຄວາມ​ຕ້ອງການ​ທີ່​ເກີດ​ຈາກ​ຕາ+ ຫຼື​ການ​ໂອ້​ອວດ​ຊັບ​ສົມບັດ*​ບໍ່​ໄດ້​ມາ​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່ ແຕ່​ມາ​ຈາກ​ໂລກ. 17 ໂລກ​ນີ້​ກຳລັງ​ຜ່ານ​ພົ້ນ​ໄປ​ພ້ອມ​ໆ​ກັບ​ຄວາມ​ຕ້ອງການ​ຂອງ​ໂລກ+ ແຕ່​ຄົນ​ທີ່​ເຮັດ​ຕາມ​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ຈະ​ຢູ່​ຕະຫຼອດ​ໄປ.+

18 ພວກ​ລູກ​ທີ່​ຮັກ ຕອນນີ້​ເວລາ​ເຫຼືອ​ແຕ່​ໜ້ອຍ​ດຽວ. ພວກ​ເຈົ້າ​ເຄີຍ​ໄດ້​ຍິນ​ວ່າ​ຜູ້​ຕໍ່ຕ້ານ​ພະຄລິດ​ກຳລັງ​ຈະ​ມາ+ ແລະ​ດຽວ​ນີ້​ກໍ​ມີ​ຜູ້​ຕໍ່ຕ້ານ​ພະຄລິດ​ຢູ່​ແລ້ວ​ຫຼາຍ​ຄົນ+ ເຊິ່ງ​ເຮັດ​ໃຫ້​ພວກ​ເຮົາ​ຮູ້​ວ່າ​ຕອນນີ້​ເວລາ​ເຫຼືອ​ໜ້ອຍ​ອີ່ຫຼີ. 19 ເຂົາເຈົ້າ​ເຄີຍ​ຢູ່​ກັບ​ພວກ​ເຮົາ ແຕ່​ຖິ້ມ​ພວກ​ເຮົາ​ໄປ​ຍ້ອນ​ເຂົາເຈົ້າ​ບໍ່​ໄດ້​ເປັນ​ພວກ​ດຽວ​ກັບ​ພວກ​ເຮົາ.+ ຖ້າ​ເຂົາເຈົ້າ​ເປັນ​ພວກ​ດຽວ​ກັບ​ພວກ​ເຮົາ ເຂົາເຈົ້າ​ກະ​ຄື​ຊິ​ຍັງ​ຢູ່​ກັບ​ພວກ​ເຮົາ ແຕ່​ເຂົາເຈົ້າ​ຖິ້ມ​ພວກ​ເຮົາ​ໄປ​ກໍ​ສະແດງ​ວ່າ​ບໍ່​ແມ່ນ​ທຸກ​ຄົນ​ເປັນ​ພວກ​ດຽວ​ກັບ​ພວກ​ເຮົາ.+ 20 ພະເຈົ້າ​ອົງ​ບໍລິສຸດ​ໄດ້​ເລືອກ​ພວກ​ເຈົ້າ+ ແລະ​ພວກ​ເຈົ້າ​ທຸກ​ຄົນ​ຮູ້​ຈັກ​ຄວາມຈິງ. 21 ຂ້ອຍ​ຂຽນ​ຫາ​ພວກ​ເຈົ້າ​ບໍ່​ແມ່ນ​ຍ້ອນ​ພວກ​ເຈົ້າ​ບໍ່​ຮູ້​ຈັກ​ຄວາມຈິງ+ ແຕ່​ຂຽນ​ຍ້ອນ​ພວກ​ເຈົ້າ​ຮູ້​ຢູ່​ແລ້ວ ແລະ​ຍ້ອນ​ຄຳ​ຕົວະ​ຈະ​ອອກ​ມາ​ຈາກ​ຄວາມຈິງ​ບໍ່​ໄດ້.+

22 ແມ່ນ​ຜູ້​ໃດ​ທີ່​ເວົ້າ​ຕົວະ? ກໍ​ແມ່ນ​ຜູ້​ທີ່​ປະຕິເສດ​ວ່າ​ພະ​ເຢຊູ​ເປັນ​ພະຄລິດ.+ ຄົນ​ແບບ​ນີ້​ແຫຼະ​ເປັນ​ຜູ້​ຕໍ່ຕ້ານ​ພະຄລິດ.+ ລາວ​ປະຕິເສດ​ທັງ​ພະເຈົ້າ​ຜູ້​ເປັນ​ພໍ່​ແລະ​ລູກ​ຂອງ​ເພິ່ນ. 23 ຄົນ​ທີ່​ປະຕິເສດ​ລູກ​ຂອງ​ພະເຈົ້າ ພະເຈົ້າ​ຜູ້​ເປັນ​ພໍ່​ຈະ​ບໍ່​ຍອມຮັບ​ລາວ.+ ແຕ່​ຄົນ​ທີ່​ຍອມຮັບ​ລູກ​ຂອງ​ເພິ່ນ+ ພະເຈົ້າ​ຜູ້​ເປັນ​ພໍ່​ກໍ​ຈະ​ຍອມຮັບ​ລາວ.+ 24 ພີ່ນ້ອງ​ເອີ້ຍ ໃຫ້​ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ຍິນ​ມາ​ຕັ້ງແຕ່​ທຳອິດ​ຢູ່​ໃນ​ໃຈ​ພວກ​ເຈົ້າ​ສະເໝີ+ ຍ້ອນ​ວ່າ​ຖ້າ​ສິ່ງ​ທີ່​ພວກ​ເຈົ້າ​ໄດ້​ຍິນ​ມາ​ຕັ້ງແຕ່​ທຳອິດ​ຢູ່​ໃນ​ໃຈ​ພວກ​ເຈົ້າ ພວກ​ເຈົ້າ​ກໍ​ຈະ​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ພະເຈົ້າ​ຜູ້​ເປັນ​ພໍ່​ແລະ​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ລູກ​ຂອງ​ເພິ່ນ. 25 ເພິ່ນ​ສັນຍາ​ກັບ​ພວກ​ເຮົາ​ເລື່ອງ​ຊີວິດ​ຕະຫຼອດ​ໄປ.+

26 ຂ້ອຍ​ຂຽນ​ເລື່ອງ​ເຫຼົ່າ​ນີ້​ເພື່ອ​ບອກ​ພວກ​ເຈົ້າ​ກ່ຽວກັບ​ຄົນ​ທີ່​ພະຍາຍາມ​ຫຼອກລວງ​ພວກ​ເຈົ້າ. 27 ພີ່ນ້ອງ​ເອີ້ຍ ພະເຈົ້າ​ເລືອກ​ພວກ​ເຈົ້າ​ດ້ວຍ​ພະລັງ​ບໍລິສຸດ+​ແລະ​ພະລັງ​ນັ້ນ​ຍັງ​ຢູ່​ກັບ​ພວກ​ເຈົ້າ. ດັ່ງນັ້ນ ພວກ​ເຈົ້າ​ບໍ່​ຕ້ອງ​ໃຫ້​ຜູ້​ໃດ​ມາ​ສອນ ແຕ່​ພະລັງ​ນັ້ນ​ສອນ​ພວກ​ເຈົ້າ​ທຸກ​ສິ່ງ.+ ການ​ຖືກ​ເລືອກ​ດ້ວຍ​ພະລັງ​ບໍລິສຸດ​ເປັນ​ເລື່ອງ​ແທ້ ບໍ່​ແມ່ນ​ເລື່ອງ​ຕົວະ. ຂໍ​ໃຫ້​ພວກ​ເຈົ້າ​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ເພິ່ນ​ສະເໝີ​ຕາມ​ທີ່​ພະລັງ​ນັ້ນ​ສອນ.+ 28 ພວກ​ລູກ​ທີ່​ຮັກ ໃຫ້​ພວກ​ເຈົ້າ​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ພະ​ເຢຊູ​ຕໍ່​ໄປ ເພື່ອ​ວ່າ​ເມື່ອ​ເພິ່ນ​ມາ​ເປີດເຜີຍ​ໂຕ ພວກ​ເຮົາ​ຈະ​ກ້າ​ເວົ້າ+​ແລະ​ບໍ່​ຕ້ອງ​ຫຼົບໜ້າ​ເພິ່ນ​ດ້ວຍຄວາມ​ອາຍ​ໃນ​ຕອນ​ທີ່​ເພິ່ນ​ມາ.* 29 ຖ້າ​ພວກ​ເຈົ້າ​ຮູ້​ວ່າ​ເພິ່ນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ສະເໝີ ພວກ​ເຈົ້າ​ກໍ​ຕ້ອງ​ຮູ້​ວ່າ​ທຸກ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ກໍ​ເປັນ​ລູກ​ຂອງ​ພະເຈົ້າ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌