ຊາມູເອນສະບັບທີໜຶ່ງ
25 ຕໍ່ມາ ຊາມູເອນ+ກໍຕາຍ. ພວກອິດສະຣາເອນທຸກຄົນໄດ້ມາລວມກັນເພື່ອໄວ້ອາໄລແລະຝັງລາວຢູ່ໃກ້ເຮືອນຂອງລາວໃນເມືອງຣາມາ.+ ແລ້ວດາວິດກໍເຂົ້າໄປໃນບ່ອນກັນດານປາຣານ.
2 ມີຜູ້ຊາຍຄົນໜຶ່ງເປັນຄົນມາໂອນ+ ແຕ່ລາວມີຝູງສັດຢູ່ເມືອງກາເມນ.*+ ລາວເປັນຄົນຮັ່ງຫຼາຍ. ລາວມີແກະ 3.000 ໂຕແລະແບ້ 1.000 ໂຕ. ຕອນນັ້ນລາວກຳລັງຕັດຂົນແກະຢູ່ເມືອງກາເມນ. 3 ຜູ້ຊາຍຄົນນີ້ຊື່ນາບານ.+ ເມຍຂອງລາວຊື່ອາບີກາຍ+ເຊິ່ງເປັນຄົນງາມແລະສະຫຼາດ. ແຕ່ຜົວຂອງລາວທີ່ເປັນລູກຫຼານຂອງກາເລັບ+ເປັນຄົນຫຍາບຄາຍແລະນິດໄສບໍ່ດີ.+ 4 ຕອນທີ່ຢູ່ໃນບ່ອນກັນດານ ດາວິດໄດ້ຍິນວ່ານາບານກຳລັງຕັດຂົນແກະຢູ່. 5 ດາວິດຈຶ່ງສົ່ງຄົນຂອງລາວ 10 ຄົນໄປຫານາບານ. ດາວິດສັ່ງເຂົາເຈົ້າວ່າ: “ໃຫ້ຂຶ້ນໄປເມືອງກາເມນແລະເມື່ອເຈິນາບານໃຫ້ບອກລາວວ່າຂ້ອຍຝາກສະບາຍດີ. 6 ບອກລາວວ່າ ‘ຂໍໃຫ້ເຈົ້າມີອາຍຸຍືນຍາວ. ຂໍໃຫ້ເຈົ້າກັບຄອບຄົວແລະທຸກຄົນທີ່ຢູ່ນຳເຈົ້າຢູ່ດີມີແຮງ.* 7 ຂ້ອຍໄດ້ຍິນວ່າເຈົ້າກຳລັງຕັດຂົນແກະຢູ່. ຕອນທີ່ຄົນລ້ຽງແກະຂອງເຈົ້າຢູ່ກັບພວກເຮົາ ພວກເຮົາບໍ່ໄດ້ທຳຮ້າຍເຂົາເຈົ້າ+ ແລະໃນໄລຍະທີ່ເຂົາເຈົ້າຢູ່ກັບພວກເຮົາໃນເມືອງກາເມນກໍບໍ່ມີຫຍັງເສຍເລີຍ. 8 ໃຫ້ຖາມຄົນຂອງເຈົ້າໂລດ ແລ້ວເຂົາເຈົ້າຈະບອກເຈົ້າ. ຂໍໃຫ້ເຈົ້າຕ້ອນຮັບຄົນຂອງຂ້ອຍເພາະພວກເຮົາມາໃນມື້ທີ່ມ່ວນຊື່ນ. ຂໍແບ່ງຂອງກິນທີ່ເຈົ້າມີເຫຼືອໃຫ້ພວກເຮົາທີ່ເປັນຄົນຮັບໃຊ້ຂອງເຈົ້າແລະໃຫ້ດາວິດທີ່ເປັນລູກຊາຍຂອງເຈົ້າ*ແດ່.’”+
9 ຄົນຂອງດາວິດໄປຫານາບານແລະເວົ້າຕາມທີ່ດາວິດບອກ. ເມື່ອເຂົາເຈົ້າເວົ້າຈົບ 10 ນາບານກໍຕອບຄົນຂອງດາວິດວ່າ: “ດາວິດລູກຊາຍຂອງເຢຊີຫັ້ນ ລາວສຳຄັນຫວະ? ເປັນຫຍັງຂ້ອຍຕ້ອງຟັງລາວ? ທຸກມື້ນີ້ພວກຄົນຮັບໃຊ້ໜີປະນາຍບັກຫຼາຍໆ.+ 11 ເປັນຫຍັງຂ້ອຍຕ້ອງເອົາເຂົ້າຈີ່ ເອົານ້ຳ ແລະເອົາຊີ້ນສັດທີ່ຂ້ອຍຂ້າສຳລັບຄົນລ້ຽງແກະຂອງຂ້ອຍໄປໃຫ້ຄົນທີ່ຂ້ອຍບໍ່ຮູ້ຈັກວ່າມາແຕ່ໃສ?”
12 ແລ້ວຄົນຂອງດາວິດກໍກັບໄປເລົ່າທຸກຢ່າງໃຫ້ດາວິດຟັງ. 13 ດາວິດສັ່ງຄົນຂອງລາວທັນທີວ່າ: “ທຸກຄົນເອົາດາບເໜັບໃສ່ແອວ!”+ ເຂົາເຈົ້າຈຶ່ງເອົາດາບເໜັບໃສ່ແອວ ແລ້ວດາວິດກໍເຮັດຄືກັນ. ມີ 400 ຄົນໄປກັບດາວິດແລະ 200 ຄົນຢູ່ເຝົ້າເຄື່ອງ.
14 ຕອນນັ້ນ ຄົນຮັບໃຊ້ຜູ້ໜຶ່ງມາບອກອາບີກາຍເມຍຂອງນາບານວ່າ: “ດາວິດສົ່ງຄົນຈາກບ່ອນກັນດານມາອວຍພອນນາຍຂອງພວກເຮົາ ແຕ່ລາວພັດດ່າເຂົາເຈົ້າ.+ 15 ເຂົາເຈົ້າດີຕໍ່ພວກເຮົາຫຼາຍ. ຕອນທີ່ຢູ່ນຳເຂົາເຈົ້າໃນທົ່ງຫຍ້າ ເຂົາເຈົ້າບໍ່ເຄີຍທຳຮ້າຍພວກເຮົາແລະບໍ່ເຄີຍລັກເອົາຫຍັງຂອງພວກເຮົາເລີຍ.+ 16 ໃນໄລຍະທີ່ພວກເຮົາລ້ຽງຝູງແກະຢູ່ ເຂົາເຈົ້າເປັນຄືກັບກຳແພງທີ່ປົກປ້ອງພວກເຮົາທັງເວັນທັງຄືນ. 17 ຕອນນີ້ຂໍໃຫ້ທ່ານຕັດສິນໃຈເຮັດບາງຢ່າງ ຄັນບໍ່ຊັ້ນນາຍຂອງພວກເຮົາແລະພວກເຮົາທຸກຄົນຈະຕ້ອງຕາຍ.+ ນາຍເປັນຄົນທີ່ບໍ່ໄດ້ເລື່ອງ.+ ບໍ່ມີໃຜເວົ້າກັບລາວໄດ້.”
18 ອາບີກາຍ+ຈຶ່ງຟ້າວກຽມເຂົ້າຈີ່ 200 ກ້ອນ ເຫຼົ້າແວງ 2 ໄຫໃຫຍ່ ແກະທີ່ຂ້າແລະຄົວແລ້ວ 5 ໂຕ ເຂົ້າຂົ້ວ 5 ຊີ* ໝາກລະແຊັງແຫ້ງທີ່ປັ້ນເປັນກ້ອນ 100 ກ້ອນ ແລະໝາກເດື່ອແຫ້ງທີ່ປັ້ນເປັນກ້ອນ 200 ກ້ອນ ແລ້ວເອົາເຄື່ອງທັງໝົດນີ້ໃສ່ຫຼັງລາ.+ 19 ອາບີກາຍບອກຄົນຮັບໃຊ້ວ່າ: “ໃຫ້ພວກເຈົ້າເດີນທາງໄປກ່ອນ ແລ້ວຂ້ອຍຈະນຳໄປ.” ແຕ່ລາວບໍ່ໄດ້ບອກເລື່ອງນີ້ໃຫ້ນາບານຮູ້.
20 ຕອນທີ່ອາບີກາຍລັກຂີ່ລາລົງມາຕາມຮ່ອມພູ ດາວິດກັບຄົນຂອງລາວກໍເຈິກັບອາບີກາຍ. 21 ດາວິດເວົ້າວ່າ: “ບໍ່ມີປະໂຫຍດຫຍັງເລີຍທີ່ຂ້ອຍປົກປ້ອງເຄື່ອງຂອງຂອງຜູ້ຊາຍຄົນນີ້ຢູ່ບ່ອນກັນດານ. ເຄື່ອງຂອງຂອງລາວອັນໜຶ່ງກໍບໍ່ເສຍ+ ແຕ່ລາວພັດເຮັດຊົ່ວຕອບແທນຄວາມດີຂອງຂ້ອຍ.+ 22 ຖ້າຂ້ອຍປ່ອຍໃຫ້ຜູ້ຊາຍ*ໃນເຮືອນຂອງນາບານແມ່ນແຕ່ຄົນດຽວລອດຊີວິດຢູ່ຈົນຮອດມື້ອື່ນເຊົ້າ ຂໍໃຫ້ພະເຈົ້າລົງໂທດສັດຕູຂອງຂ້ອຍ*ໜັກໆ.”
23 ເມື່ອອາບີກາຍເຫັນດາວິດ ລາວກໍຟ້າວລົງຈາກຫຼັງລາແລ້ວໝູບໜ້າລົງພື້ນຕໍ່ໜ້າດາວິດ. 24 ລາວເຂົ້າມາໝູບຢູ່ໃກ້ຕີນຂອງດາວິດແລະເວົ້າວ່າ: “ນາຍເອີ້ຍ ທັງໝົດເປັນຄວາມຜິດຂອງຂ້ອຍ. ຂ້ອຍເປັນພຽງຄົນຮັບໃຊ້ຂອງທ່ານ ແຕ່ຂໍໃຫ້ຂ້ອຍໄດ້ມີໂອກາດເວົ້າກັບທ່ານແລະຂໍໃຫ້ທ່ານຟັງຂ້ອຍ. 25 ຂໍທ່ານຢ່າໄປຊາຄົນທີ່ບໍ່ໄດ້ເລື່ອງແບບນາບານ.+ ລາວຊື່ນາບານແລະລາວກໍໂງ່ສົມກັບຊື່ຂອງລາວ. ຂ້ອຍບໍ່ເຫັນຕອນທີ່ຄົນຂອງທ່ານໄປຮອດ. 26 ນາຍເອີ້ຍ ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຜູ້ມີຊີວິດຢູ່ແລະຕໍ່ທ່ານວ່າ ທີ່ຈິງແລ້ວພະເຢໂຫວາເປັນຜູ້ຫ້າມທ່ານ+ບໍ່ໃຫ້ເຮັດຜິດຍ້ອນຂ້າຄົນຕາຍ+ແລະບໍ່ໃຫ້ແກ້ແຄ້ນດ້ວຍໂຕເອງ. ຂໍໃຫ້ສັດຕູຂອງທ່ານແລະຜູ້ທີ່ຢາກທຳຮ້າຍທ່ານເປັນຄືກັບນາບານ. 27 ຂ້ອຍເອົາຂອງກິນນີ້+ມາໃຫ້ທ່ານເພື່ອເປັນຂອງຂວັນສຳລັບຄົນຂອງທ່ານ.+ 28 ຂໍໃຫ້ທ່ານຍົກໂທດໃຫ້ຂ້ອຍທີ່ໄດ້ເຮັດຜິດຕໍ່ທ່ານ. ພະເຢໂຫວາຈະໃຫ້ລູກຫຼານຂອງທ່ານປົກຄອງເປັນກະສັດໄປດົນໆ+ ເພາະທ່ານກຳລັງຕໍ່ສູ້ໃນສົງຄາມຂອງພະເຢໂຫວາ+ແລະທ່ານບໍ່ເຄີຍເຮັດຊົ່ວເລີຍຕະຫຼອດຊີວິດຂອງທ່ານ.+ 29 ເຖິງວ່າຈະມີຄົນໄລ່ລ່າຂ້າທ່ານ ແຕ່ພະເຢໂຫວາພະເຈົ້າຂອງທ່ານຈະປົກປ້ອງທ່ານຄືກັບຄົນທີ່ປົກປ້ອງສິ່ງທີ່ມີຄ່າແລະຫໍ່ໄວ້ໃນຖົງ. ແຕ່ພວກສັດຕູຂອງທ່ານ ເພິ່ນຈະແກວ່ງຖິ້ມຄືກັບເອົາເຊືອກແກວ່ງກ້ອນຫີນໄປໄກໆ. 30 ເມື່ອຮອດເວລາທີ່ພະເຢໂຫວາສັນຍາວ່າຈະໃຫ້ສິ່ງດີໆກັບທ່ານແລະແຕ່ງຕັ້ງທ່ານໃຫ້ເປັນຜູ້ນຳຂອງອິດສະຣາເອນ+ 31 ທ່ານຈະບໍ່ຮູ້ສຶກຜິດຫຼືເສຍໃຈເພາະໄດ້ຂ້າຄົນໂດຍບໍ່ມີສາເຫດຫຼືແກ້ແຄ້ນດ້ວຍໂຕເອງ+ ແລະເມື່ອພະເຢໂຫວາໃຫ້ສິ່ງດີໆກັບທ່ານ ຂໍໃຫ້ທ່ານຢ່າລືມຂ້ອຍ.”
32 ດາວິດຈຶ່ງເວົ້າກັບອາບີກາຍວ່າ: “ຂໍໃຫ້ພະເຢໂຫວາພະເຈົ້າຂອງອິດສະຣາເອນໄດ້ຮັບການສັນລະເສີນ ເພາະເພິ່ນສົ່ງເຈົ້າມາຫາຂ້ອຍມື້ນີ້! 33 ຂໍໃຫ້ເຈົ້າໄດ້ຮັບການຍົກຍ້ອງທີ່ເປັນຄົນມີໄຫວພິບ! ຂໍໃຫ້ພະເຈົ້າອວຍພອນເຈົ້າທີ່ຊ່ວຍຊີວິດຂ້ອຍມື້ນີ້ບໍ່ໃຫ້ເຮັດຜິດຍ້ອນຂ້າຄົນຕາຍ+ແລະແກ້ແຄ້ນດ້ວຍໂຕເອງ. 34 ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາພະເຈົ້າຂອງອິດສະຣາເອນຜູ້ມີຊີວິດຢູ່ທີ່ເປັນຜູ້ຫ້າມຂ້ອຍບໍ່ໃຫ້ທຳຮ້າຍເຈົ້າ+ວ່າ ຖ້າເຈົ້າບໍ່ມາຫາຂ້ອຍໄວແບບນີ້+ ມື້ອື່ນເຊົ້າຈະບໍ່ມີຜູ້ຊາຍແມ່ນແຕ່ຄົນດຽວຢູ່ໃນເຮືອນຂອງນາບານລອດຊີວິດ.”+ 35 ດາວິດຮັບເອົາເຄື່ອງຂອງທີ່ອາບີກາຍເອົາມາໃຫ້ແລະບອກລາວວ່າ: “ໃຫ້ເຈົ້າກັບເມືອເຮືອນແລະບໍ່ຕ້ອງກັງວົນ. ຂ້ອຍຟັງເຈົ້າແລ້ວແລະຈະເຮັດຕາມທີ່ເຈົ້າຂໍ.”
36 ອາບີກາຍຈຶ່ງກັບໄປຫານາບານທີ່ກຳລັງກິນລ້ຽງໃຫຍ່ຢູ່ໃນເຮືອນຄືກັບພະລາຊາ. ນາບານອາລົມດີແລະເມົາເຫຼົ້າຫຼາຍ. ອາບີກາຍບໍ່ໄດ້ເລົ່າຫຍັງໃຫ້ລາວຟັງເລີຍຈົນຮອດເຊົ້າມື້ຕໍ່ໄປ. 37 ຕອນເຊົ້າເມື່ອນາບານສ່ວງເຫຼົ້າແລ້ວ ອາບີກາຍໄດ້ເລົ່າທຸກຢ່າງໃຫ້ລາວຟັງ. ຫົວໃຈຂອງນາບານເກືອບເຊົາເຕັ້ນແລະລາວນອນແຂງຢູ່ບໍ່ເໜັງບໍ່ຕີງຄືກັບກ້ອນຫີນ. 38 ປະມານ 10 ມື້ຕໍ່ມາ ພະເຢໂຫວາກໍລົງໂທດນາບານແລະລາວກໍຕາຍ.
39 ເມື່ອດາວິດຮູ້ວ່ານາບານຕາຍແລ້ວ ລາວເວົ້າວ່າ: “ຂໍໃຫ້ພະເຢໂຫວາໄດ້ຮັບການສັນລະເສີນ. ພະອົງໄດ້ສູ້ຄະດີແທນຂ້ອຍ+ ເພາະນາບານດູຖູກຂ້ອຍ.+ ພະອົງຫ້າມຂ້ອຍບໍ່ໃຫ້ເຮັດສິ່ງທີ່ບໍ່ດີ+ ແລະພະເຢໂຫວາໄດ້ໃຫ້ນາບານຊົດໄຊ້ສິ່ງບໍ່ດີທີ່ລາວເຮັດ.” ແລ້ວດາວິດກໍສົ່ງຄົນໄປຂໍອາບີກາຍໃຫ້ມາເປັນເມຍຂອງລາວ. 40 ຄົນຂອງດາວິດຈຶ່ງໄປຫາອາບີກາຍຢູ່ເມືອງກາເມນແລະບອກລາວວ່າ: “ດາວິດສົ່ງພວກເຮົາໃຫ້ມາຮັບເຈົ້າໄປເປັນເມຍຂອງລາວ.” 41 ອາບີກາຍຟ້າວໝູບໜ້າລົງພື້ນທັນທີແລະເວົ້າວ່າ: “ຂ້ອຍເຕັມໃຈເປັນທາດລ້າງຕີນ+ໃຫ້ຄົນຮັບໃຊ້ຂອງນາຍຂ້ອຍ.” 42 ອາບີກາຍ+ຟ້າວຂຶ້ນຂີ່ລາແລະມີສາວໃຊ້ 5 ຄົນຍ່າງນຳຫຼັງລາວໄປ. ອາບີກາຍໄປກັບຄົນຂອງດາວິດແລະໄປເປັນເມຍຂອງດາວິດ.
43 ກ່ອນໜ້ານີ້ ດາວິດໄດ້ແຕ່ງດອງກັບອາຮີໂນອາມ+ຄົນເຢດຊະເຣເອນ.+ ທັງອາຮີໂນອາມແລະອາບີກາຍໄດ້ເປັນເມຍຂອງດາວິດ.+
44 ແຕ່ຊາອູນໄດ້ຍົກມີການ+ລູກສາວຂອງລາວທີ່ເປັນເມຍຂອງດາວິດໃຫ້ປານຕີ+ລູກຊາຍຂອງລາອິດທີ່ມາຈາກກັນລີມ.