ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 4
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ກະສັດ

      • ເອລີຊາ​ເຮັດ​ໃຫ້​ນ້ຳມັນ​ໝາກກອກ​ຂອງ​ແມ່​ໝ້າຍ​ມີ​ຫຼາຍ​ຂຶ້ນ (1-​7)

      • ຜູ້​ຍິງ​ຄົນ​ຊູເນມ​ມີ​ນ້ຳໃຈ​ຕ້ອນຮັບ​ແຂກ (8-​16)

      • ຜູ້​ຍິງ​ຄົນ​ຊູເນມ​ໄດ້​ລູກ​ຊາຍ; ລູກ​ຊາຍ​ຂອງ​ລາວ​ຕາຍ (17-​31)

      • ເອລີຊາ​ປຸກ​ລູກ​ຊາຍ​ຂອງ​ຜູ້​ຍິງ​ຄົນ​ຊູເນມ​ຄືນ​ມາ​ຈາກ​ຕາຍ (32-​37)

      • ເອລີຊາ​ເຮັດ​ໃຫ້​ແກງ​ບໍ່​ມີ​ພິດ (38-​41)

      • ເອລີຊາ​ເຮັດ​ໃຫ້​ເຂົ້າຈີ່​ມີ​ຫຼາຍ​ຂຶ້ນ (42-​44)

2 ກະສັດ 4:1

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ພວກ​ລູກ​ຊາຍ​ຂອງ​ພວກ​ຜູ້ພະຍາກອນ.” ອາດ​ໝາຍເຖິງ​ໂຮງຮຽນ​ສອນ​ຜູ້ພະຍາກອນ ຫຼື​ສະມາຄົມ​ຂອງ​ພວກ​ຜູ້ພະຍາກອນ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 2:3, 5
  • +1ກສ 19:18

2 ກະສັດ 4:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 17:9, 12

2 ກະສັດ 4:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 6:41; 8:6-8; ຢຮ 2:7-9

2 ກະສັດ 4:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 14:19
  • +ຢຊ 5:12; 1ກສ 17:14

2 ກະສັດ 4:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 19:17, 18
  • +ປຖກ 19:1-3; ຜຕສ 13:15

2 ກະສັດ 4:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 3:20; 1ກສ 17:19
  • +ມທ 10:41; ຣມ 12:13; ຮຣ 13:2

2 ກະສັດ 4:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 5:25-27; 8:4
  • +ຢຊ 19:17, 18

2 ກະສັດ 4:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 16:6
  • +2ກສ 4:1, 2; ຮຣ 6:10
  • +2ກສ 8:3

2 ກະສັດ 4:14

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ລູກ​ຊາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 15:2; 30:1

2 ກະສັດ 4:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 18:10

2 ກະສັດ 4:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 17:17

2 ກະສັດ 4:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 4:9, 10

2 ກະສັດ 4:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 10:10; 28:11

2 ກະສັດ 4:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 28:9

2 ກະສັດ 4:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 4:16

2 ກະສັດ 4:29

ໄຂເງື່ອນ

  • *

    ການທັກທາຍ​ອາດຈະ​ໃຊ້​ເວລາ​ດົນ ເພາະ​ຕ້ອງ​ຈູບ ຕ້ອງ​ກອດ ແລະ​ລົມ​ກັນ​ດົນ​ໆ​

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 18:46

2 ກະສັດ 4:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 15:22, 28

2 ກະສັດ 4:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 17:15, 16; ມຣກ 9:17, 18

2 ກະສັດ 4:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 4:21

2 ກະສັດ 4:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 17:19, 20; ຢຮ 11:41; ກຈກ 9:40

2 ກະສັດ 4:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 17:21, 22; ກຈກ 20:9, 10

2 ກະສັດ 4:35

ໄຂເງື່ອນ

  • *

    ຫຼື “ຫ້ອງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 8:1, 5

2 ກະສັດ 4:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 11:35

2 ກະສັດ 4:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:23, 24; 2ກສ 8:1; ອຊກ 14:13
  • +2ກສ 2:3, 5
  • +2ກສ 4:12

2 ກະສັດ 4:41

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 15:23-25; 2ກສ 2:19-21

2 ກະສັດ 4:42

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 9:3, 4
  • +ຢຮ 6:9
  • +1ຊມ 9:6, 7

2 ກະສັດ 4:43

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 14:17; ມຣກ 8:4
  • +ມທ 14:20; ມຣກ 8:8

2 ກະສັດ 4:44

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 9:17; ຢຮ 6:13

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກສ. 4:12ກສ 2:3, 5
2ກສ. 4:11ກສ 19:18
2ກສ. 4:21ກສ 17:9, 12
2ກສ. 4:5ມຣກ 6:41; 8:6-8; ຢຮ 2:7-9
2ກສ. 4:6ມທ 14:19
2ກສ. 4:6ຢຊ 5:12; 1ກສ 17:14
2ກສ. 4:8ຢຊ 19:17, 18
2ກສ. 4:8ປຖກ 19:1-3; ຜຕສ 13:15
2ກສ. 4:10ຜຕສ 3:20; 1ກສ 17:19
2ກສ. 4:10ມທ 10:41; ຣມ 12:13; ຮຣ 13:2
2ກສ. 4:122ກສ 5:25-27; 8:4
2ກສ. 4:12ຢຊ 19:17, 18
2ກສ. 4:13ຣມ 16:6
2ກສ. 4:132ກສ 4:1, 2; ຮຣ 6:10
2ກສ. 4:132ກສ 8:3
2ກສ. 4:14ປຖກ 15:2; 30:1
2ກສ. 4:16ປຖກ 18:10
2ກສ. 4:201ກສ 17:17
2ກສ. 4:212ກສ 4:9, 10
2ກສ. 4:23ຈຊບ 10:10; 28:11
2ກສ. 4:27ມທ 28:9
2ກສ. 4:282ກສ 4:16
2ກສ. 4:291ກສ 18:46
2ກສ. 4:30ມທ 15:22, 28
2ກສ. 4:31ມທ 17:15, 16; ມຣກ 9:17, 18
2ກສ. 4:322ກສ 4:21
2ກສ. 4:331ກສ 17:19, 20; ຢຮ 11:41; ກຈກ 9:40
2ກສ. 4:341ກສ 17:21, 22; ກຈກ 20:9, 10
2ກສ. 4:352ກສ 8:1, 5
2ກສ. 4:36ຮຣ 11:35
2ກສ. 4:38ພບຍ 28:23, 24; 2ກສ 8:1; ອຊກ 14:13
2ກສ. 4:382ກສ 2:3, 5
2ກສ. 4:382ກສ 4:12
2ກສ. 4:41ອພຍ 15:23-25; 2ກສ 2:19-21
2ກສ. 4:421ຊມ 9:3, 4
2ກສ. 4:42ຢຮ 6:9
2ກສ. 4:421ຊມ 9:6, 7
2ກສ. 4:43ມທ 14:17; ມຣກ 8:4
2ກສ. 4:43ມທ 14:20; ມຣກ 8:8
2ກສ. 4:44ລກ 9:17; ຢຮ 6:13
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
ຄຳພີໄບເບິນສະບັບແປໂລກໃໝ່
2 ກະສັດ 4:1-44

ກະສັດ​ສະບັບ​ທີ​ສອງ

4 ເມຍ​ຂອງ​ຜູ້​ໜຶ່ງ​ທີ່​ເປັນ​ລູກ​ຫຼານ​ຂອງ​ພວກ​ຜູ້ພະຍາກອນ*+ມາ​ເວົ້າ​ກັບ​ເອລີຊາ​ວ່າ: “ທ່ານ​ເອີ້ຍ ຜົວ​ຂອງ​ຂ້ອຍ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ຕາຍ​ແລ້ວ. ທ່ານ​ກໍ​ຮູ້​ດີ​ວ່າ​ລາວ​ເປັນ​ຄົນ​ຢ້ານ​ຢຳ​ພະ​ເຢໂຫວາ​ສະເໝີ.+ ແຕ່​ຕອນ​ນີ້ ເຈົ້າ​ໜີ້​ຈະ​ມາ​ເອົາ​ລູກ 2 ຄົນ​ຂອງ​ຂ້ອຍ​ໄປ​ເປັນ​ທາດ.” 2 ເອລີຊາ​ຈຶ່ງ​ຖາມ​ລາວ​ວ່າ: “ຂ້ອຍ​ຈະ​ຊ່ວຍ​ຫຍັງ​ເຈົ້າ​ໄດ້​ແດ່? ບອກ​ຂ້ອຍ​ດຸ​ຢູ່​ເຮືອນ​ເຈົ້າ​ມີ​ຫຍັງ​ແດ່?” ລາວ​ຕອບ​ວ່າ: “ຢູ່​ເຮືອນ​ຂ້ອຍ​ບໍ່​ມີ​ຫຍັງ ມີ​ແຕ່​ນ້ຳ​ມັນ​ໄຫ​ດຽວ​ເທົ່າ​ນັ້ນ.”+ 3 ເອລີຊາ​ຈຶ່ງ​ບອກ​ວ່າ: “ໃຫ້​ເຈົ້າ​ໄປ​ຂໍ​ຢືມ​ໄຫ​ເປົ່າ​ຫຼາຍ​ໆ​ໜ່ວຍ​ນຳ​ຄົນ​ຢູ່​ແຖວ​ບ້ານ. ຢ່າ​ເອົາ​ມາ​ແຕ່​ສອງ​ສາມ​ໜ່ວຍ. 4 ໃຫ້​ເຈົ້າ​ກັບ​ພວກ​ລູກ​ຊາຍ​ເຂົ້າ​ໄປ​ໃນ​ເຮືອນ​ແລະ​ອັດ​ປະຕູ​ໄວ້ ແລ້ວ​ເອົາ​ນ້ຳມັນ​ຖອກ​ໃສ່​ໄຫ​ທຸກ​ໜ່ວຍ​ໃຫ້​ເຕັມ. ໜ່ວຍ​ໃດ​ເຕັມ​ແລ້ວ​ໃຫ້​ແຍກ​ໄວ້​ຕ່າງ​ຫາກ.” 5 ແລ້ວ​ຜູ້​ຍິງ​ຄົນ​ນັ້ນ​ກໍ​ໄປ.

ລາວ​ກັບ​ລູກ​ຊາຍ 2 ຄົນ​ເຂົ້າ​ໄປ​ໃນ​ເຮືອນ​ແລະອັດ​ປະຕູ​ໄວ້. ເມື່ອ​ລູກ​ຍື່ນ​ໄຫ​ໃຫ້ ລາວ​ກໍ​ຖອກ​ນ້ຳ​ມັນ​ໃສ່​ໄຫ​ໄປ​ເລື້ອຍໆ​.+ 6 ເມື່ອ​ນ້ຳມັນ​ເຕັມ​ໄຫ​ທຸກ​ໜ່ວຍ​ແລ້ວ ລາວ​ບອກ​ລູກ​ຊາຍ​ຜູ້​ໜຶ່ງ​ວ່າ: “ຍື່ນ​ໄຫ​ມາ​ໃຫ້​ແມ່​ອີກ​ດຸ.”+ ແຕ່​ລູກ​ຊາຍ​ບອກ​ວ່າ: “ແມ່ ໄຫ​ໝົດ​ແລ້ວ.” ຕອນ​ນັ້ນ ນ້ຳມັນ​ກໍເຊົາ​ໄຫຼ.+ 7 ຜູ້​ຍິງ​ຄົນ​ນັ້ນ​ໄປ​ເລົ່າ​ໃຫ້​ເອລີຊາ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ຟັງ ເອລີຊາ​ຈຶ່ງ​ບອກ​ລາວ​ວ່າ: “ໃຫ້​ເຈົ້າ​ເອົາ​ນ້ຳມັນ​ໄປ​ຂາຍ ແລ້ວ​ໄຊ້​ໜີ້​ໃຫ້​ໝົດ. ສ່ວນເງິນ​ທີ່​ເຫຼືອນັ້ນ ເຈົ້າ​ກັບ​ລູກ​ກໍ​ເອົາ​ໄວ້​ໃຊ້​ໄວ້​ຈ່າຍ.”

8 ມີ​ມື້​ໜຶ່ງ ເອລີຊາ​ໄດ້​ໄປ​ເມືອງ​ຊູເນມ.+ ຢູ່​ຫັ້ນ​ມີ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ມີ​ຄົນນັບ​ຖືຫຼາຍ. ລາວ​ຊວນ​ເອລີຊາ​ມາ​ກິນ​ເຂົ້າ​ຢູ່​ເຮືອນ.+ ທຸກ​ເທື່ອ​ທີ່​ເອລີຊາ​ກາຍ​ມາ​ທາງ​ນີ້​ກໍ​ຈະ​ແວ່​ກິນ​ເຂົ້າ​ຢູ່​ເຮືອນ​ລາວ. 9 ຜູ້​ຍິງ​ຄົນ​ນີ້​ຈຶ່ງ​ເວົ້າ​ກັບ​ຜົວ​ວ່າ: “ຂ້ອຍ​ຮູ້​ວ່າ​ຜູ້​ທີ່​ກາຍ​ມາ​ທາງ​ນີ້​ເລື້ອຍ​ໆ​ເປັນ​ຜູ້ພະຍາກອນ​ຂອງ​ພະເຈົ້າ. 10 ເຮົາ​ເຮັດ​ຫ້ອງ​ນ້ອຍ​ໆ​ຫ້ອງ​ໜຶ່ງ​ໄວ້​ເທິງ​ດາດ​ຟ້າ+ ແລ້ວ​ເອົາ​ຕຽງ ໂຕະ ຕັ່ງ ແລະ​ຂາ​ຕະກຽງ​ໄປ​ໄວ້​ໃນ​ຫ້ອງ​ນັ້ນ​ດີ​ບໍ່? ເມື່ອ​ລາວ​ມາ​ແວ່​ພວກ​ເຮົາ ລາວ​ຊິ​ໄດ້​ພັກ​ຢູ່​ຫັ້ນ.”+

11 ມື້​ໜຶ່ງ ເອລີຊາ​ໄດ້​ມາ​ເຮືອນ​ຫຼັງ​ນັ້ນ​ແລະ​ໄປ​ນອນ​ຢູ່​ຫ້ອງ​ເທິງ​ດາດ​ຟ້າ. 12 ເອລີຊາ​ບອກ​ເກຮາຊີ+ຄົນ​ຮັບ​ໃຊ້​ຂອງ​ລາວ​ວ່າ: “ໄປ​ຫາ​ຜູ້​ຍິງ​ຄົນ​ຊູເນມ+ 13 ແລະ​ຖາມ​ລາວ​ວ່າ ລາວ​ເຮັດ​ທັງ​ໝົດ​ນີ້​ເພື່ອ​ພວກ​ເຮົາ+ ຂ້ອຍ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຕອບ​ແທນ​ລາວ?+ ຈະ​ໃຫ້​ຂ້ອຍ​ໄປ​ຂໍ​ຫຍັງ​ກັບ​ກະສັດ+ຫຼື​ຫົວ​ໜ້າ​ກອງ​ທັບ​ໃຫ້​ລາວ​ບໍ?” ເກຮາຊີ​ກໍ​ເຮັດ​ຕາມ​ທີ່​ເອລີຊາ​ບອກ. ແຕ່​ຜູ້​ຍິງ​ຄົນ​ຊູເນມ​ຕອບ​ວ່າ: “ຂ້ອຍບໍ່​ຢາກ​ໄດ້​ຫຍັງ. ຂ້ອຍ​ຢູ່​ກັບຄອບຄົວກໍ​ມີ​ຄວາມ​ສຸກ​ແລ້ວ.” 14 ເອລີຊາ​ຈຶ່ງ​ຖາມ​ເກຮາຊີ​ວ່າ: “ຄັນຊັ້ນ ເຮົາ​ຈະ​ເຮັດ​ຫຍັງ​ໃຫ້​ລາວ​ໄດ້​ແດ່?” ເກຮາຊີ​ຕອບ​ວ່າ: “ລາວ​ບໍ່​ມີລູກ*+ແລະ​ຜົວ​ຂອງ​ລາວ​ກໍ​ເຖົ້າ​ແລ້ວ.” 15 ເອລີຊາ​ບອກ​ເກຮາຊີ​ທັນທີ​ວ່າ: “ໄປ​ເອີ້ນ​ລາວ​ມາ​ຫາ​ຂ້ອຍ.” ເກຮາຊີ​ກໍ​ໄປ​ເອີ້ນ​ຜູ້​ຍິງ​ຄົນ​ຊູເນມ ແລະ​ລາວ​ກໍ​ມາ​ຢືນ​ຢູ່​ປະຕູ. 16 ເອລີຊາ​ເວົ້າ​ກັບ​ລາວ​ວ່າ: “ຍາມ​ນີ້​ປີ​ໜ້າ ເຈົ້າ​ຈະ​ໄດ້ອູ້ມລູກ​ຊາຍ.”+ ແຕ່​ລາວ​ບອກ​ວ່າ: “ທ່ານ​ເປັນ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້ ຂໍ​ຢ່າ​ເວົ້າ​ຕົວະ​ຂ້ອຍ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ!”

17 ເມື່ອ​ຮອດ​ຍາມ​ນີ້​ໃນ​ປີ​ຕໍ່ມາ ຜູ້​ຍິງ​ຄົນ​ນີ້​ກໍ​ຖື​ພາ ແລະ​ໄດ້​ລູກ​ຊາຍ​ຄື​ກັບ​ທີ່​ເອລີຊາ​ໄດ້​ບອກ​ລາວ. 18 ເດັກ​ນ້ອຍ​ຄົນ​ນັ້ນ​ກໍ​ໃຫຍ່​ຂຶ້ນ. ມີ​ມື້​ໜຶ່ງ ລາວ​ໄດ້​ອອກ​ໄປ​ຫາ​ພໍ່​ທີ່​ຢູ່​ກັບ​ຄົນ​ເກັບ​ກ່ຽວ​ຜົນ​ລະ​ປູກ. 19 ລາວ​ບອກ​ພໍ່​ຫຼາຍ​ເທື່ອ​ວ່າ: “ລູກ​ເຈັບ​ຫົວ! ລູກ​ເຈັບ​ຫົວ!” ພໍ່​ຈຶ່ງ​ບອກ​ຄົນ​ຮັບ​ໃຊ້​ວ່າ: “ອູ້ມ​ລາວ​ໄປ​ຫາ​ແມ່​ໄວ!” 20 ຄົນ​ຮັບ​ໃຊ້​ກໍ​ອູ້ມ​ເດັກ​ນ້ອຍ​ນັ້ນ​ໄປ​ຫາ​ແມ່. ລາວ​ນັ່ງ​ຢູ່​ຕັກ​ແມ່​ຈົນ​ຮອດ 12 ໂມງ​ຕອນ​ສວາຍ ແລ້ວ​ລາວ​ກໍ​ຕາຍ.+ 21 ແມ່​ຈຶ່ງ​ເອົາ​ສົບ​ລູກ​ຊາຍ​ຂຶ້ນ​ໄປ​ຫ້ອງ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້+ ແລະ​ວາງ​ລູກ​ໄວ້​ເທິງ​ຕຽງ. ຈາກ​ນັ້ນ ລາວ​ກໍ​ອອກ​ມາ​ແລະ​ອັດ​ປະຕູ. 22 ລາວ​ເອີ້ນ​ຜົວ​ມາ​ແລະ​ເວົ້າ​ວ່າ: “ຂ້ອຍ​ຢາກ​ໄປ​ຫາ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້. ຂ້ອຍ​ຂໍ​ເອົາ​ຄົນ​ຮັບ​ໃຊ້​ຜູ້​ໜຶ່ງ​ກັບ​ລາ​ໂຕ​ໜຶ່ງ​ໄປ​ນຳ ຂ້ອຍ​ຈະ​ຟ້າວ​ໄປ​ຟ້າວ​ມາ.” 23 ຜົວ​ຈຶ່ງ​ຖາມ​ວ່າ: “ເປັນ​ຫຍັງ​ເຈົ້າ​ຄື​ໄປ​ຫາ​ລາວ​ມື້​ນີ້? ມື້​ນີ້​ບໍ່​ແມ່ນ​ມື້​ເດືອນ​ອອກ​ໃໝ່+ແລະ​ບໍ່​ແມ່ນ​ວັນ​ຊະບາໂຕ.” ລາວ​ຕອບ​ວ່າ: “ບໍ່​ມີ​ຫຍັງ​ດອກ ບໍ່​ຕ້ອງ​ເປັນ​ຫ່ວງ.” 24 ລາວ​ຈຶ່ງ​ເອົາ​ອານ​ໃສ່​ຫຼັງ​ລາ ແລະ​ບອກ​ຄົນ​ຮັບ​ໃຊ້​ວ່າ: “ຈູງລາ​ໄປ​ໄວ​ໆ​. ຖ້າ​ຂ້ອຍ​ບໍ່​ບອກ​ໃຫ້​ຢຸດ ເຈົ້າ​ກໍບໍ່​ຕ້ອງ​ຢຸດ.”

25 ລາວ​ໄປ​ຫາ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ຢູ່​ພູ​ກາເມນ. ເມື່ອ​ເອລີຊາ​ເຫັນ​ລາວ​ແຕ່​ໄກ​ກໍ​ເວົ້າ​ກັບ​ເກຮາຊີ​ທີ່​ເປັນ​ຄົນ​ຮັບ​ໃຊ້​ວ່າ: “ອ້າວ ຜູ້​ຍິງ​ຄົນ​ຊູເນມ​ຕົ໋ວ​ຫັ້ນ! 26 ໃຫ້​ເຈົ້າ​ແລ່ນ​ໄປ​ຖາມ​ລາວ​ດຸ​ວ່າ ລາວກັບ​ລູກ​ກັບ​ຜົວສະບາຍ​ດີ​ບໍ່?” ແລ້ວ​ເກຮາຊີ​ກໍແລ່ນ​ໄປ​ຖາມ. ຜູ້​ຍິງ​ຄົນ​ຊູເນມ​ຕອບ​ວ່າ: “ທຸກ​ຄົນ​ສະບາຍ​ດີ.” 27 ເມື່ອ​ລາວ​ມາ​ຫາ​ເອລີຊາ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ຢູ່​ພູ​ນັ້ນ ລາວ​ກໍ​ຈັບ​ຕີນ​ເອລີຊາ​ໄວ້​ບັກ​ແໜ້ນ​ໆ​.+ ເກຮາຊີ​ເຂົ້າ​ມາ​ເພື່ອ​ຈະ​ຍູ້​ລາວ​ອອກ ແຕ່​ເອລີຊາ​ບອກ​ວ່າ: “ບໍ່​ຕ້ອງ​ຫ້າມ​ລາວ. ລາວ​ກຳລັງ​ທຸກໃຈ​ຫຼາຍ. ຂ້ອຍ​ບໍ່​ຮູ້​ວ່າ​ແມ່ນ​ເລື່ອງ​ຫຍັງເພາະ​ພະ​ເຢໂຫວາ​ຍັງ​ບໍ່​ໄດ້​ບອກ​ຂ້ອຍ.” 28 ລາວ​ເວົ້າ​ວ່າ: “ຂ້ອຍ​ບໍ່​ເຄີຍ​ຂໍ​ລູກ​ນຳ​ທ່ານ. ຂ້ອຍ​ບອກ​ແລ້ວ​ແມ່ນ​ບໍ​ວ່າ ‘ຢ່າ​ເຮັດ​ໃຫ້​ຂ້ອຍ​ຜິດ​ຫວັງ’?”+

29 ເອລີຊາ​ຈຶ່ງ​ເວົ້າ​ກັບ​ເກຮາຊີ​ທັນທີ​ວ່າ: “ມ້ວນ​ເຄື່ອງນຸ່ງ​ເຈົ້າ​ຂຶ້ນ​ເໜັບ​ໄວ້​ຢູ່​ແອວ+ ແລະ​ເອົາ​ໄມ້​ຄ້ອນ​ເທົ້າ​ຂອງ​ຂ້ອຍ​ໄປ​ນຳ. ຖ້າ​ເຈົ້າ​ເຈິ​ໃຜ​ກາງ​ທາງ​ກໍ​ບໍ່​ຕ້ອງທັກທາຍ* ແລະ​ຖ້າ​ໃຜ​ທັກທາຍ​ເຈົ້າ​ກໍ​ບໍ່​ຕ້ອງ​ຕອບ. ໃຫ້​ເຈົ້າ​ເອົາ​ໄມ້​ຄ້ອນ​ເທົ້າ​ຂອງ​ຂ້ອຍ​ໄປ​ວາງ​ໄວ້​ເທິງ​ໜ້າ​ເດັກ​ນ້ອຍ​ຜູ້​ນັ້ນ.” 30 ແມ່​ຂອງ​ເດັກ​ນ້ອຍ​ຜູ້​ນັ້ນ​ເວົ້າ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່​ແລະ​ຕໍ່​ທ່ານ​ວ່າ ຂ້ອຍ​ຈະ​ບໍ່​ເມືອຖ້າ​ທ່ານ​ບໍ່​ໄປ​ນຳ.”+ ເອລີຊາ​ຈຶ່ງ​ໄປ​ນຳ​ລາວ. 31 ເກຮາຊີ​ໄດ້​ອອກ​ໄປ​ກ່ອນ​ເຂົາ​ເຈົ້າ ແລະ​ເອົາ​ໄມ້​ຄ້ອນ​ເທົ້າ​ວາງ​ໄວ້​ເທິງ​ໜ້າ​ເດັກ​ນ້ອຍ​ຜູ້​ນັ້ນ ແຕ່​ລາວ​ກໍບໍ່​ເໜັງ​ບໍ່​ຕີງ.+ ເກຮາຊີ​ຈຶ່ງ​ກັບ​ໄປ​ບອກ​ເອລີຊາ​ວ່າ: “ເດັກ​ນ້ອຍ​ຍັງ​ບໍ່​ຟື້ນ​ເທື່ອ.”

32 ເມື່ອ​ເອລີຊາ​ເຂົ້າ​ໄປ​ໃນ​ເຮືອນ ລາວ​ກໍ​ເຫັນ​ວ່າ​ເດັກ​ນ້ອຍ​ຜູ້​ນັ້ນ​ນອນ​ຕາຍ​ຢູ່​ເທິງ​ຕຽງ​ຂອງ​ລາວ.+ 33 ເອລີຊາ​ເຂົ້າ​ໄປແລະ​ອັດ​ປະຕູ​ຫ້ອງ​ໄວ້. ໃນ​ຫ້ອງ​ນັ້ນ​ມີ​ແຕ່​ເຂົາ​ເຈົ້າ 2 ຄົນ ແລະ​ລາວ​ກໍ​ເລີ່ມ​ອະທິດຖານ​ຫາ​ພະ​ເຢໂຫວາ.+ 34 ເອລີຊາ​ຂຶ້ນ​ໄປ​ເທິງ​ຕຽງ ແລະ​ກົ້ມ​ໂຕ​ລົງ​ໃສ່​ເດັກ​ນ້ອຍ​ນັ້ນ. ລາວ​ໃຫ້​ປາກ​ຈຸ​ປາກ ຕາ​ຈຸ​ຕາ ແລະ​ມື​ຈຸ​ມື ແລ້ວ​ໂຕ​ຂອງ​ເດັກ​ນ້ອຍ​ນັ້ນ​ກໍ​ເລີ່ມ​ອຸ່ນ​ຂຶ້ນ.+ 35 ເອລີຊາ​ຍ່າງ​ໄປ​ຍ່າງ​ມາ​ຢູ່​ໃນເຮືອນ* ແລ້ວ​ຂຶ້ນ​ໄປ​ເທິງ​ຕຽງ ແລະ​ລາວ​ກໍ​ກົ້ມ​ໂຕ​ລົງ​ໃສ່​ເດັກ​ນ້ອຍ​ນັ້ນ​ແບບ​ເກົ່າ​ອີກ. ຫຼັງ​ຈາກ​ນັ້ນ ເດັກ​ນ້ອຍ​ກໍ​ຈາມ 7 ເທື່ອ ແລ້ວ​ກໍ​ມືນ​ຕາ.+ 36 ເອລີຊາ​ເອີ້ນ​ບອກ​ເກຮາຊີ​ວ່າ: “ໄປ​ເອີ້ນ​ຜູ້​ຍິງ​ຄົນ​ຊູເນມ​ມາ​ຫາ​ຂ້ອຍ.” ເກຮາຊີ​ກໍ​ໄປ​ເອີ້ນ​ຜູ້​ຍິງ​ຄົນ​ນັ້ນ​ມາ​ຫາ​ເອລີຊາ. ເອລີຊາ​ບອກ​ລາວ​ວ່າ: “ມາ​ອູ້ມ​ເອົາ​ລູກ​ຂອງ​ເຈົ້າ​ແມ້.”+ 37 ລາວ​ໝູບ​ໜ້າ​ລົງ​ຢູ່​ຕີນ​ເອລີຊາ ແລ້ວ​ກໍ​ອູ້ມ​ລູກ​ຂອງ​ລາວ​ອອກ​ໄປ.

38 ຈາກ​ນັ້ນ ເອລີຊາ​ກໍ​ກັບ​ໄປ​ເມືອງ​ກິນການ. ຕອນ​ນັ້ນ​ມີ​ຄວາມ​ອຶດຢາກ​ຢູ່​ຫັ້ນ.+ ລູກ​ຫຼານ​ຂອງ​ພວກ​ຜູ້ພະຍາກອນ​+ໄດ້​ມານັ່ງ​ຢູ່​ກັບ​ເອລີຊາ. ລາວ​ບອກ​ຄົນ​ຮັບ​ໃຊ້​+ວ່າ: “ຄ້າງ​ໝໍ້​ໃຫຍ່​ໆ​ ແລ້ວ​ເຮັດ​ແກງ​ໃຫ້​ລູກ​ຫຼານ​ຂອງ​ພວກ​ຜູ້ພະຍາກອນ​ກິນ.” 39 ຜູ້​ຮັບ​ໃຊ້​ຄົນ​ໜຶ່ງຈຶ່ງ​ໄປ​ເກັບ​ຜັກ ລາວ​ເຫັນ​ເຄືອ​ຊະນິດ​ໜຶ່ງ​ຈຶ່ງ​ປິດ​ເອົາ​ໝາກ​ມັນ​ໃສ່​ພົກ​ເສື້ອ​ມາ. ເມື່ອ​ກັບ​ມາ ລາວ​ກໍ​ຊອຍ​ໃສ່​ໝໍ້​ໂດຍ​ທີ່​ບໍ່​ຮູ້​ວ່າ​ແມ່ນ​ໝາກ​ຫຍັງ. 40 ຫຼັງ​ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ຕັກ​ໃຫ້ທຸກ​ຄົນກິນ. ແຕ່​ເມື່ອ​ກິນ​ແລ້ວ ລູກ​ຫຼານ​ຂອງ​ພວກ​ຜູ້ພະຍາກອນ​ກໍ​ຮ້ອງ​ຂຶ້ນ​ວ່າ: “ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ເອີ້ຍ ແກງ​ນີ້​ມີ​ພິດ!” ເຂົາ​ເຈົ້າ​ຈຶ່ງ​ບໍ່​ກິນ​ແກງ​ນັ້ນ. 41 ເອລີຊາ​ບອກ​ວ່າ: “ເອົາ​ແປ້ງ​ມາ​ໃຫ້​ຂ້ອຍ.” ແລ້ວ​ເອລີຊາ​ກໍ​ເອົາ​ແປ້ງ​ໃສ່​ໝໍ້​ນັ້ນ​ແລະ​ເວົ້າ​ວ່າ: “ຕັກ​ໃຫ້​ທຸກ​ຄົນ​ກິນ.” ແກງ​ໃນ​ໝໍ້​ນັ້ນ​ຈຶ່ງ​ບໍ່​ມີ​ພິດ.+

42 ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ມາ​ຈາກ​ບາອານຊາລິຊາ+ ລາວ​ເອົາ​ເຂົ້າຈີ່ 20 ກ້ອນ​ທີ່​ເຮັດ​ຈາກ​ເຂົ້າ​ບາເລ+ທີ່​ເກັບ​ກ່ຽວ​ຊຸດ​ທຳອິດ​ກັບ​ເຂົ້າ​ບາເລ​ໃໝ່​ຖົງ​ໜຶ່ງ​+ມາ​ໃຫ້​ເອລີຊາ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້. ເອລີຊາ​ຈຶ່ງ​ບອກ​ວ່າ: “ເອົາ​ໄປ​ຢາຍ​ໃຫ້​ທຸກ​ຄົນ​ກິນ.” 43 ແຕ່​ຄົນ​ຮັບ​ໃຊ້​ຖາມ​ວ່າ: “ຂອງກິນ​ສ່ຳ​ນີ້​ຊິ​ພໍ​ສຳລັບ 100 ຄົນ​ບໍ?”+ ເອລີຊາ​ຕອບ​ວ່າ: “ເອົາ​ໄປ​ຢາຍ​ໃຫ້​ທຸກ​ຄົນ​ກິນ​ໂລດ ເພາະ​ພະ​ເຢໂຫວາ​ບອກ​ວ່າ ‘ເຂົາ​ເຈົ້າ​ຈະ​ກິນ​ຈົນອີ່ມແລະ​ຍັງ​ມີ​ເຫຼືອ​ຢູ່.’”+ 44 ຄົນ​ຮັບ​ໃຊ້​ຈຶ່ງ​ເອົາ​ໄປ​ຢາຍ​ໃຫ້​ທຸກ​ຄົນ ແລ້ວ​ເຂົາ​ເຈົ້າ​ກໍ​ກິນ​ຈົນ​ອີ່ມ​ແລະ​ຍັງ​ມີ​ເຫຼືອ​ຢູ່+ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌