ປະຖົມມະການ
12 ພະເຢໂຫວາບອກອັບຣາມວ່າ: “ໃຫ້ເຈົ້າອອກຈາກແຜ່ນດິນນີ້ ໄປຈາກຍາດຕິພີ່ນ້ອງຂອງເຈົ້າແລະຍາດຕິພີ່ນ້ອງຂອງພໍ່ເຈົ້າ. ເຮົາຈະໃຫ້ເຈົ້າເຫັນອີກແຜ່ນດິນໜຶ່ງ.+ 2 ເຮົາຈະເຮັດໃຫ້ລູກຫຼານຂອງເຈົ້າຈະກາຍເປັນຊາດໃຫຍ່. ເຮົາຈະອວຍພອນເຈົ້າ. ເຮົາຈະເຮັດໃຫ້ທຸກຄົນຮູ້ຈັກຊື່ຂອງເຈົ້າ ແລະຄົນອື່ນໆຈະໄດ້ຮັບພອນຍ້ອນເຈົ້າ.+ 3 ເຮົາຈະອວຍພອນໃຫ້ຄົນທີ່ອວຍພອນເຈົ້າ ເຮົາຈະສາບແຊ່ງຄົນທີ່ສາບແຊ່ງເຈົ້າ+ ແລະທຸກຊົນຊາດຈະໄດ້ຮັບພອນຍ້ອນເຈົ້າ.”+
4 ອັບຣາມໄປຕາມທີ່ພະເຢໂຫວາບອກ ແລະໂລດກໍໄປນຳ. ອັບຣາມອອກຈາກເມືອງຮາຣານຕອນອາຍຸ 75 ປີ.+ 5 ລາວເດີນທາງໄປການາອານ+ ພ້ອມກັບຊາຣາຍ+ເມຍຂອງລາວ ໂລດຫຼານຊາຍ+ ແລະພວກຄົນຮັບໃຊ້. ລາວເອົາທຸກສິ່ງທີ່ລາວມີ+ໃນເມືອງຮາຣານໄປນຳ. ເມື່ອເຂົາເຈົ້າໄປຮອດແຜ່ນດິນການາອານ 6 ອັບຣາມເດີນທາງໄປຮອດບ່ອນທີ່ເອີ້ນວ່າເຊເຄັມ +ໃກ້ຕົ້ນໄມ້ໃຫຍ່ຢູ່ໂມເຣ.+ ໃນຕອນນັ້ນພວກການາອານຢູ່ຫັ້ນ. 7 ພະເຢໂຫວາມາຫາອັບຣາມແລະເວົ້າວ່າ: “ເຮົາຈະເອົາແຜ່ນດິນນີ້+ໃຫ້ລູກຫຼານຂອງເຈົ້າ.”+ ອັບຣາມສ້າງແທ່ນບູຊາໃຫ້ພະເຢໂຫວາຢູ່ຫັ້ນ ຍ້ອນວ່າເພິ່ນມາຫາລາວຢູ່ຫັ້ນ. 8 ຫຼັງຈາກນັ້ນ ລາວໄດ້ຍ້າຍໄປຢູ່ເຂດທີ່ມີພູຫຼາຍ ທາງທິດຕາເວັນອອກຂອງເມືອງເບເທນ.+ ລາວກາງເຕັ້ນຢູ່ລະຫວ່າງເມືອງເບເທນກັບເມືອງອາອີ.+ (ເມືອງເບເທນຢູ່ທາງທິດຕາເວັນຕົກ ແລະເມືອງອາອີຢູ່ທາງທິດຕາເວັນອອກ.) ລາວສ້າງແທ່ນບູຊາໃຫ້ພະເຢໂຫວາ+ແລະສັນລະເສີນຊື່ພະເຢໂຫວາຢູ່ຫັ້ນ.+ 9 ຫຼັງຈາກນັ້ນ ອັບຣາມກໍມຸ່ງໜ້າເດີນທາງໄປເນເກັບ*+ແລະຍ້າຍເຕັ້ນຂອງລາວໄປບ່ອນອື່ນເລື້ອຍໆ.
10 ຕອນນັ້ນມີໄພອຶດຢາກເກີດຂຶ້ນ. ຍ້ອນຄວາມອຶດຢາກນັ້ນຮ້າຍແຮງຫຼາຍ+ ອັບຣາມຈຶ່ງຍ້າຍໄປຢູ່ເອຢິບໄລຍະໜຶ່ງ.+ 11 ຕອນທີ່ໃກ້ຈະຮອດເອຢິບ ລາວເວົ້າກັບຊາຣາຍເມຍຂອງລາວວ່າ: “ຊາຣາຍ ຟັງອ້າຍເດີ້. ນ້ອງເປັນຄົນງາມຫຼາຍ.+ 12 ຖ້າພວກເອຢິບເຫັນນ້ອງ ເຂົາເຈົ້າຊິເວົ້າກັນວ່າ ‘ຜູ້ນີ້ແມ່ນເມຍຂອງລາວ’ ແລ້ວເຂົາເຈົ້າກໍຊິຂ້າອ້າຍແລ້ວເອົານ້ອງໄປ. 13 ຂໍໃຫ້ນ້ອງບອກວ່ານ້ອງເປັນນ້ອງສາວຂອງອ້າຍ ເພື່ອເຂົາເຈົ້າຈະເບິ່ງແຍງອ້າຍຢ່າງດີແລະຈະບໍ່ຂ້າອ້າຍ.”+
14 ເມື່ອອັບຣາມໄປຮອດເອຢິບ ຄົນເອຢິບກໍເຫັນວ່າຊາຣາຍເປັນຄົນງາມຫຼາຍ. 15 ເມື່ອພວກເຈົ້າໜ້າທີ່ລະດັບສູງຂອງຟາໂຣ*ເຫັນຊາຣາຍ ເຂົາເຈົ້າຍ້ອງລາວໃຫ້ກະສັດຟັງ ແລ້ວກໍພາລາວໄປວັງຂອງກະສັດ. 16 ຍ້ອນຊາຣາຍ ກະສັດຈຶ່ງເບິ່ງແຍງອັບຣາມເປັນຢ່າງດີ ແລະເອົາແກະ ເອົາງົວ ລາຜູ້ກັບລາແມ່ ແລະອູດ ພ້ອມທັງຄົນຮັບໃຊ້ຊາຍຍິງໃຫ້ອັບຣາມ.+ 17 ຈາກນັ້ນ ພະເຢໂຫວາເຮັດໃຫ້ຟາໂຣກັບຄອບຄົວຂອງລາວ ແລະພວກຂ້າລາຊະການເຈິໄພພິບັດຮ້າຍແຮງ ຍ້ອນຊາຣາຍເມຍຂອງອັບຣາມ.+ 18 ຟາໂຣຈຶ່ງເອີ້ນອັບຣາມມາແລະເວົ້າວ່າ: “ເຈົ້າໄດ້ເຮັດຫຍັງລົງໄປ? ເປັນຫຍັງເຈົ້າຄືບໍ່ບອກວ່າຊາຣາຍເປັນເມຍເຈົ້າ? 19 ເປັນຫຍັງເຈົ້າຈຶ່ງບອກວ່າລາວເປັນນ້ອງສາວ?+ ຂ້ອຍເກືອບຊິເອົາລາວມາເປັນເມຍແລ້ວ. ໃຫ້ເຈົ້າພາເມຍໄປໄກໆ.” 20 ຟາໂຣຈຶ່ງໃຊ້ຄົນໄປສັ່ງໃຫ້ອັບຣາມແລະເມຍອອກໄປຈາກແຜ່ນດິນເອຢິບພ້ອມກັບທຸກສິ່ງທີ່ລາວມີ.+