ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 29
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຢເຣມີຢາ

      • ເຢເຣມີຢາ​ຂຽນ​ຈົດໝາຍ​ຫາ​ຄົນ​ທີ່​ເປັນ​ຊະເລີຍ​ຢູ່​ບາບີໂລນ (1-23)

        • ອິດສະຣາເອນ​ຈະ​ກັບ​ມາ​ຫຼັງ​ຈາກ 70 ປີ (10)

      • ຂ່າວ​ສານ​ເຖິງ​ເຊມາຢາ (24-32)

ເຢເຣມີຢາ 29:2

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຊ່າງ​ກໍ່​ກຳແພງ​ປ້ອງກັນ​ສັດຕູ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 24:8; ຢຣມ 22:24
  • +ຢຣມ 22:26
  • +2ກສ 24:15, 16; ຢຣມ 24:1

ເຢເຣມີຢາ 29:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 22:8; ຢຣມ 26:24; 39:13, 14; ອຊກ 8:11
  • +2ກສ 24:18

ເຢເຣມີຢາ 29:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຕມ 2:1, 2

ເຢເຣມີຢາ 29:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 14:14; 27:14

ເຢເຣມີຢາ 29:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 23:21; 28:15

ເຢເຣມີຢາ 29:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:20, 21; ອຊຣ 1:1-3; ດນອ 9:2; ຊຄຢ 1:12
  • +ພບຍ 30:3; ອຊຣ 2:1; ຢຣມ 24:6

ເຢເຣມີຢາ 29:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຟຢ 3:15
  • +ຢຣມ 31:17

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 2

ເຢເຣມີຢາ 29:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 9:3

ເຢເຣມີຢາ 29:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:40
  • +ພບຍ 4:29; 30:1-4; 1ກສ 8:47, 48; ຢຣມ 24:7

ເຢເຣມີຢາ 29:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 55:6
  • +ອຊຢ 49:25; ຢຣມ 30:3; ອຊກ 39:28
  • +ພສ 126:1; ຮຊອ 6:11; ອມ 9:14; ຊຟຢ 3:20

ເຢເຣມີຢາ 29:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 28:1

ເຢເຣມີຢາ 29:17

ໄຂເງື່ອນ

  • *

    ຫຼື “ພະຍາດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 24:10
  • +ຢຣມ 24:2, 8

ເຢເຣມີຢາ 29:18

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຜິວ​ປາກ​ໃສ່.” ການ​ເຮັດ​ແບບ​ນີ້​ໝາຍເຖິງ​ອາການ​ຕົກໃຈ​ຫຼື​ເປັນ​ການ​ດູຖູກ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:33
  • +ຢຣມ 24:9
  • +ພບຍ 28:25; ຢຣມ 34:17
  • +1ກສ 9:8; 2ຂຄ 29:8; ຢຣມ 25:9; ສສ 2:15

ເຢເຣມີຢາ 29:19

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຕື່ນ​ແຕ່​ເຊົ້າ​ແລະ​ສົ່ງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 7:13
  • +ຢຣມ 6:19

ເຢເຣມີຢາ 29:21

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເນບູກາດເຣັດຊາ” ເຊິ່ງ​ເປັນ​ການ​ສະກົດ​ອີກ​ແບບ​ໜຶ່ງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 14:14; 29:8; ສສ 2:14

ເຢເຣມີຢາ 29:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 23:14
  • +ຢຣມ 7:9, 10; 27:15
  • +ຢຣມ 16:17; 23:24

ເຢເຣມີຢາ 29:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 29:31, 32

ເຢເຣມີຢາ 29:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:18, 21; ຢຣມ 21:1, 2; 37:3; 52:24, 27

ເຢເຣມີຢາ 29:26

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໃສ່​ຂື່​ຄາ​ໄວ້​ແລະ​ເອົາ​ເຫຼັກ​ໃສ່​ຄໍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 20:2

ເຢເຣມີຢາ 29:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 1:1
  • +ຢຣມ 43:2

ເຢເຣມີຢາ 29:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 29:5

ເຢເຣມີຢາ 29:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:18, 21

ເຢເຣມີຢາ 29:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 14:14; 28:15, 16; ອຊກ 13:8, 9

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຢຣມ. 29:22ກສ 24:8; ຢຣມ 22:24
ຢຣມ. 29:2ຢຣມ 22:26
ຢຣມ. 29:22ກສ 24:15, 16; ຢຣມ 24:1
ຢຣມ. 29:32ກສ 22:8; ຢຣມ 26:24; 39:13, 14; ອຊກ 8:11
ຢຣມ. 29:32ກສ 24:18
ຢຣມ. 29:71ຕມ 2:1, 2
ຢຣມ. 29:8ຢຣມ 14:14; 27:14
ຢຣມ. 29:9ຢຣມ 23:21; 28:15
ຢຣມ. 29:102ຂຄ 36:20, 21; ອຊຣ 1:1-3; ດນອ 9:2; ຊຄຢ 1:12
ຢຣມ. 29:10ພບຍ 30:3; ອຊຣ 2:1; ຢຣມ 24:6
ຢຣມ. 29:11ຊຟຢ 3:15
ຢຣມ. 29:11ຢຣມ 31:17
ຢຣມ. 29:12ດນອ 9:3
ຢຣມ. 29:13ລລວ 26:40
ຢຣມ. 29:13ພບຍ 4:29; 30:1-4; 1ກສ 8:47, 48; ຢຣມ 24:7
ຢຣມ. 29:14ອຊຢ 55:6
ຢຣມ. 29:14ອຊຢ 49:25; ຢຣມ 30:3; ອຊກ 39:28
ຢຣມ. 29:14ພສ 126:1; ຮຊອ 6:11; ອມ 9:14; ຊຟຢ 3:20
ຢຣມ. 29:16ຢຣມ 28:1
ຢຣມ. 29:17ຢຣມ 24:10
ຢຣມ. 29:17ຢຣມ 24:2, 8
ຢຣມ. 29:18ລລວ 26:33
ຢຣມ. 29:18ຢຣມ 24:9
ຢຣມ. 29:18ພບຍ 28:25; ຢຣມ 34:17
ຢຣມ. 29:181ກສ 9:8; 2ຂຄ 29:8; ຢຣມ 25:9; ສສ 2:15
ຢຣມ. 29:19ຢຣມ 7:13
ຢຣມ. 29:19ຢຣມ 6:19
ຢຣມ. 29:21ຢຣມ 14:14; 29:8; ສສ 2:14
ຢຣມ. 29:23ຢຣມ 23:14
ຢຣມ. 29:23ຢຣມ 7:9, 10; 27:15
ຢຣມ. 29:23ຢຣມ 16:17; 23:24
ຢຣມ. 29:24ຢຣມ 29:31, 32
ຢຣມ. 29:252ກສ 25:18, 21; ຢຣມ 21:1, 2; 37:3; 52:24, 27
ຢຣມ. 29:26ຢຣມ 20:2
ຢຣມ. 29:27ຢຣມ 1:1
ຢຣມ. 29:27ຢຣມ 43:2
ຢຣມ. 29:28ຢຣມ 29:5
ຢຣມ. 29:292ກສ 25:18, 21
ຢຣມ. 29:31ຢຣມ 14:14; 28:15, 16; ອຊກ 13:8, 9
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
ຄຳພີໄບເບິນສະບັບແປໂລກໃໝ່
ເຢເຣມີຢາ 29:1-32

ເຢເຣມີຢາ

29 ນີ້​ແມ່ນ​ຈົດໝາຍ​ທີ່​ຜູ້​ພະຍາກອນ​ເຢເຣມີຢາ​ສົ່ງ​ຈາກ​ເຢຣູຊາເລັມ​ໄປ​ຫາ​ພວກ​ຜູ້​ນຳ​ຂອງ​ປະຊາຊົນ ພວກ​ປະໂລຫິດ ພວກ​ຜູ້​ພະຍາກອນ ແລະ​ປະຊາຊົນ​ທັງໝົດ​ທີ່​ຖືກ​ກະສັດ​ເນບູກາດເນັດຊາ​ຈັບ​ຈາກ​ເຢຣູຊາເລັມ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ 2 ຫຼັງ​ຈາກ​ທີ່​ກະສັດ​ເຢໂກນີຢາ+ ແມ່​ຂອງ​ກະສັດ+ ພວກ​ຂ້າລາຊະການ ພວກ​ເຈົ້າ​ນາຍ​ຂອງ​ຢູດາ​ແລະ​ເຢຣູຊາເລັມ ພວກ​ຊ່າງ​ທີ່​ມີ​ສີ​ໄມ້​ລາຍ​ມື ແລະ​ພວກ​ຊ່າງ​ເຫຼັກ*​ໄດ້​ອອກ​ຈາກ​ເຢຣູຊາເລັມ​ໄປ​ແລ້ວ.+ 3 ຄົນ​ທີ່​ເຢເຣມີຢາ​ໃຊ້​ໃຫ້​ໄປ​ບາບີໂລນ​ເພື່ອ​ສົ່ງ​ຈົດໝາຍ​ນີ້​ແມ່ນ​ເອລາສາ​ລູກ​ຊາຍ​ຂອງ​ຊາຟານ+​ແລະ​ເກ​ມາຣີ​ຢາ​ລູກ​ຊາຍ​ຂອງ​ຮິນກີຢາ​ຜູ້​ທີ່​ເຊເດກີຢາ+​ກະສັດ​ຂອງ​ຢູດາ​ສົ່ງ​ໄປ​ຫາ​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ. ເນື້ອ​ໃນ​ຈົດໝາຍ​ນັ້ນ​ບອກ​ວ່າ:

4 “ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ກັບ​ປະຊາຊົນ​ທຸກ​ຄົນ​ທີ່​ເພິ່ນ​ເຮັດ​ໃຫ້​ເຂົາ​ເຈົ້າ​ຖືກ​ຈັບ​ຈາກ​ເຢຣູຊາເລັມ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ​ວ່າ 5 ‘ໃຫ້​ປຸກ​ເຮືອນ​ແລະ​ອາໄສ​ຢູ່​ບ່ອນ​ນີ້. ໃຫ້​ເຮັດ​ສວນ​ແລະ​ກິນ​ໝາກ​ໄມ້​ຈາກ​ສວນ. 6 ໃຫ້​ພວກ​ເຈົ້າ​ເອົາ​ເມຍ​ແລະ​ມີ​ລູກ​ຊາຍ​ລູກ​ສາວ. ໃຫ້​ພວກ​ເຈົ້າ​ຫາ​ເມຍ​ໃຫ້​ລູກ​ຊາຍ​ແລະ​ຫາ​ຜົວ​ໃຫ້​ລູກ​ສາວ​ເພື່ອ​ເຂົາ​ເຈົ້າ​ຊິ​ໄດ້​ມີ​ລູກ​ມີ​ຫຼານ​ຄື​ກັນ. ໃຫ້​ພວກ​ເຈົ້າ​ເພີ່ມ​ຈຳນວນ​ຫຼາຍ​ຂຶ້ນ​ຢູ່​ຫັ້ນ​ແລະ​ຢ່າ​ໃຫ້​ຫຼຸດ​ລົງ. 7 ໃຫ້​ຊອກ​ຫາ​ຄວາມ​ສະຫງົບ​ສຸກ​ໃນ​ເມືອງ​ທີ່​ເຮົາ​ໃຫ້​ພວກ​ເຈົ້າ​ໄປ​ຢູ່​ນັ້ນ​ແລະ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ຂໍ​ໃຫ້​ເມືອງ​ນັ້ນ​ມີ​ຄວາມ​ສະຫງົບ​ສຸກ ຍ້ອນ​ຖ້າ​ເມືອງ​ນັ້ນ​ມີ​ຄວາມ​ສະຫງົບສຸກ ພວກ​ເຈົ້າ​ກໍ​ຈະ​ມີ​ຄວາມ​ສະຫງົບສຸກ​ຄື​ກັນ.+ 8 ເຮົາ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ວ່າ “ຢ່າ​ໃຫ້​ພວກ​ຜູ້​ພະຍາກອນ​ແລະ​ພວກ​ໝໍ​ມໍ​ຫຼອກ​ພວກ​ເຈົ້າ+ ແລະ​ຢ່າ​ໄປ​ຟັງ​ຄວາມ​ຝັນ​ທີ່​ເຂົາ​ເຈົ້າ​ເລົ່າ​ໃຫ້​ພວກ​ເຈົ້າ​ຟັງ 9 ‘ຍ້ອນ​ເຂົາ​ເຈົ້າ​ພະຍາກອນ​ເລື່ອງ​ຕົວະ​ໂດຍ​ອ້າງ​ຊື່​ຂອງ​ເຮົາ. ເຮົາ​ບໍ່​ໄດ້​ສົ່ງ​ເຂົາ​ເຈົ້າ​ມາ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.”’

10 ພະ​ເຢໂຫວາ​ເວົ້າ​ວ່າ ‘ເມື່ອ​ຄົບ​ໄລຍະ 70 ປີ​ໃນ​ບາບີໂລນ​ແລ້ວ ເຮົາ​ຈະ​ເບິ່ງແຍງ​ພວກ​ເຈົ້າ+​ແລະ​ເຮົາ​ຈະ​ເຮັດ​ຕາມ​ສັນຍາ​ຂອງ​ເຮົາ​ໂດຍ​ພາ​ພວກ​ເຈົ້າ​ກັບ​ມາ​ບ່ອນ​ນີ້.’+

11 ພະ​ເຢໂຫວາ​ເວົ້າ​ວ່າ ‘ເຮົາ​ຮູ້​ວ່າ​ເຮົາ​ຕັ້ງໃຈ​ຈະ​ໃຫ້​ຫຍັງ​ກັບ​ພວກ​ເຈົ້າ. ເຮົາ​ຢາກ​ໃຫ້​ພວກ​ເຈົ້າ​ມີ​ຊີວິດ​ທີ່​ສະຫງົບສຸກ​ແລະ​ບໍ່​ຢາກ​ໃຫ້​ພວກ​ເຈົ້າ​ເຈິ​ແນວ​ບໍ່​ດີ.+ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ມີ​ອະນາຄົດ​ທີ່​ດີ​ແລະ​ມີ​ຄວາມ​ຫວັງ.+ 12 ພວກ​ເຈົ້າ​ຈະ​ເອີ້ນ​ເຮົາ​ແລະ​ຈະ​ມາ​ອະທິດຖານ​ຫາ​ເຮົາ ແລະ​ເຮົາ​ຈະ​ຟັງ​ພວກ​ເຈົ້າ.+

13 ພວກ​ເຈົ້າ​ຈະ​ຊອກ​ຫາ​ເຮົາ​ແລະ​ຈະ​ພົບ​ເຮົາ.+ ຍ້ອນ​ພວກ​ເຈົ້າ​ຊອກ​ຫາ​ເຮົາ​ດ້ວຍ​ສຸດ​ຫົວໃຈ+ 14 ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ພົບ​ເຮົາ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. ‘ເຮົາ​ຈະ​ລວບລວມ​ພວກ​ເຈົ້າ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ ແລະ​ເຮັດ​ໃຫ້​ພວກ​ເຈົ້າ​ກັບ​ມາ​ຈາກ​ຊາດ​ທັງໝົດ​ແລະ​ຈາກ​ບ່ອນ​ຕ່າງ​ໆ​ທີ່​ເຮົາ​ເຮັດ​ໃຫ້​ພວກ​ເຈົ້າ​ກະຈັດ​ກະຈາຍ​ໄປ.+ ແລ້ວ​ເຮົາ​ຈະ​ພາ​ພວກ​ເຈົ້າ​ກັບ​ມາ​ແຜ່ນດິນ​ທີ່​ພວກ​ເຈົ້າ​ເຄີຍ​ຢູ່​ກ່ອນ​ທີ່​ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ໄປ​ເປັນ​ຊະເລີຍ.’ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.+

15 ແຕ່​ພວກ​ເຈົ້າ​ເວົ້າ​ວ່າ ‘ພະ​ເຢໂຫວາ​ໄດ້​ແຕ່ງຕັ້ງ​ພວກ​ຜູ້​ພະຍາກອນ​ເພື່ອ​ພວກ​ເຮົາ​ຢູ່​ບາບີໂລນ.’

16 ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ກະສັດ​ທີ່​ນັ່ງ​ເທິງ​ບັນລັງ​ຂອງ​ດາວິດ+​ແລະ​ປະຊາຊົນ​ທັງໝົດ​ທີ່​ອາໄສ​ຢູ່​ໃນ​ເມືອງ​ນີ້​ເຊິ່ງ​ເປັນ​ອ້າຍ​ນ້ອງ​ຂອງ​ພວກ​ເຈົ້າ​ທີ່​ບໍ່​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. 17 ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ “ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຕາຍ​ດ້ວຍ​ດາບ ດ້ວຍ​ຄວາມ​ອຶດຢາກ ແລະ​ດ້ວຍ​ໂລກລະບາດ*+ ແລະ​ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ເປັນ​ຄື​ກັບ​ໝາກ​ເດື່ອ​ທີ່​ເນົ່າ​ຈົນ​ກິນ​ບໍ່​ໄດ້.”+

18 ເຮົາ​ຈະ​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ຮູ້ສຶກ​ຢ້ານ​ເມື່ອ​ເຫັນ​ເຂົາ​ເຈົ້າ. ເຮົາ​ຈະ​ໂຈມຕີ​ເຂົາ​ເຈົ້າ​ດ້ວຍ​ດາບ+ ດ້ວຍ​ຄວາມ​ອຶດຢາກ ແລະ​ດ້ວຍ​ໂລກລະບາດ. ເຂົາ​ເຈົ້າ​ຈະ​ຖືກ​ສາບແຊ່ງ​ແລະ​ຖືກ​ເຍາະເຍີ້ຍ*​ໃນ​ແຜ່ນດິນ​ທີ່​ເຮົາ​ເຮັດ​ໃຫ້​ເຂົາ​ເຈົ້າ​ກະຈັດ​ກະຈາຍ​ກັນ​ໄປ​ຢູ່​ນັ້ນ.+ ຊາດ​ຕ່າງ​ໆ​ທົ່ວ​ໂລກ​ຈະ​ຮູ້ສຶກ​ຢ້ານ+​ແລະ​ຮູ້ສຶກ​ຕົກໃຈ​ເມື່ອ​ເຫັນ​ເຂົາ​ເຈົ້າ+ 19 ຍ້ອນ​ເຂົາ​ເຈົ້າ​ບໍ່​ຍອມ​ຟັງ​ຄຳ​ເວົ້າ​ຂອງ​ເຮົາ​ທີ່​ເຮົາ​ໃຫ້​ພວກ​ຜູ້​ພະຍາກອນ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໄປ​ບອກ​ເຂົາ​ເຈົ້າ​ເທື່ອ​ແລ້ວ​ເທື່ອ​ອີກ.’*+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.

‘ພວກ​ເຈົ້າ​ບໍ່​ຟັງ​ຄວາມ​ເຮົາ​ເລີຍ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.

20 ດັ່ງ​ນັ້ນ ພວກ​ເຈົ້າ​ທຸກ​ຄົນ​ທີ່​ເຮົາ​ເຮັດ​ໃຫ້​ອອກ​ຈາກ​ເຢຣູຊາເລັມ​ໄປ​ເປັນ​ຊະເລີຍ​ຢູ່​ບາບີໂລນ ໃຫ້​ຟັງ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ເດີ້. 21 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ໄດ້​ເວົ້າ​ກ່ຽວ​ກັບ​ອາຮາບ​ລູກ​ຊາຍ​ຂອງ​ໂກລາຢາ​ແລະ​ເຊເດກີຢາ​ລູກ​ຊາຍ​ຂອງ​ມາອາເສຢາ ເຊິ່ງ​ພະຍາກອນ​ເລື່ອງ​ຕົວະ​ໃຫ້​ພວກ​ເຈົ້າ​ຟັງ​ໂດຍ​ອ້າງ​ຊື່​ຂອງ​ເຮົາ.+ ເພິ່ນ​ເວົ້າ​ວ່າ ‘ເຮົາ​ຈະ​ມອບ​ເຂົາ​ເຈົ້າ​ໄວ້​ໃນ​ມື​ຂອງ​ເນບູກາດເນັດຊາ*​ກະສັດ​ຂອງ​ບາບີໂລນ ແລະ​ລາວ​ຈະ​ຂ້າ​ເຂົາ​ເຈົ້າ​ຕໍ່​ໜ້າ​ຕໍ່​ຕາ​ພວກ​ເຈົ້າ. 22 ເມື່ອ​ຄົນ​ຢູດາ​ທີ່​ເປັນ​ຊະເລີຍ​ໃນ​ບາບີໂລນ​ຢາກ​ສາບແຊ່ງ​ຜູ້​ໃດ ເຂົາ​ເຈົ້າ​ກໍ​ຈະ​ເວົ້າ​ວ່າ “ຂໍ​ໃຫ້​ພະ​ເຢໂຫວາ​ເຮັດ​ໃຫ້​ເຈົ້າ​ເປັນ​ຄື​ກັບ​ເຊເດກີຢາ​ແລະ​ເປັນ​ຄື​ກັບ​ອາຮາບ​ທີ່​ຖືກ​ກະສັດ​ບາບີໂລນ​ເອົາ​ໄຟ​ຈູດ!” 23 ຍ້ອນ​ເຂົາ​ເຈົ້າ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ອາຍ​ໃນ​ອິດສະຣາເອນ.+ ເຂົາ​ເຈົ້າ​ຫຼິ້ນ​ຊູ້​ກັບ​ເມຍ​ຂອງ​ເພື່ອນ​ບ້ານ​ແລະ​ເວົ້າ​ເລື່ອງ​ຕົວະ​ໂດຍ​ອ້າງ​ຊື່​ຂອງ​ເຮົາ ທັງ​ໆ​ທີ່​ເຮົາ​ບໍ່​ໄດ້​ສັ່ງ​ເຂົາ​ເຈົ້າ.+

“ເຮົາ​ຮູ້​ເລື່ອງ​ນີ້​ແລະ​ເຮົາ​ເປັນ​ພະຍານ​ໄດ້.”+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.’

24 ໃຫ້​ເຈົ້າ​ບອກ​ເຊມາຢາ+​ຄົນ​ເນ​ເຮລາມ​ວ່າ 25 ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ “ເຈົ້າ​ໄດ້​ສົ່ງ​ຈົດໝາຍ​ໃນ​ຊື່​ຂອງ​ເຈົ້າ​ເອງ​ໄປ​ຫາ​ປະໂລຫິດ​ເຊຟານີຢາ+​ລູກ​ຊາຍ​ຂອງ​ມາອາເສຢາ ພວກ​ປະໂລຫິດ​ທຸກ​ຄົນ ແລະ​ປະຊາຊົນ​ທຸກ​ຄົນ​ທີ່​ຢູ່​ໃນ​ເຢຣູຊາເລັມ. ເຈົ້າ​ຂຽນ​ວ່າ 26 ‘ເຊຟານີຢາ ພະ​ເຢໂຫວາ​ໄດ້​ແຕ່ງຕັ້ງ​ເຈົ້າ​ເພື່ອ​ໃຫ້​ເບິ່ງແຍງ​ວິຫານ​ຂອງ​ພະ​ເຢໂຫວາ​ແທນ​ປະໂລຫິດ​ເຢໂຮຢາດາ. ເຈົ້າ​ຈະ​ຕ້ອງ​ຈັດການ​ຄົນ​ບ້າ​ທຸກ​ຄົນ​ທີ່​ອ້າງ​ວ່າ​ເປັນ​ຜູ້​ພະຍາກອນ​ແລະ​ຈັບ​ເຂົາ​ເຈົ້າ​ໃສ່​ຂື່​ຄາ​ໄວ້.*+ 27 ແຕ່​ເປັນ​ຫຍັງ​ເຈົ້າ​ບໍ່​ໄດ້​ລົງໂທດ​ເຢເຣມີຢາ​ຄົນ​ອານາໂທດ+​ທີ່​ອ້າງ​ວ່າ​ເປັນ​ຜູ້​ພະຍາກອນ?+ 28 ລາວ​ເຖິງຂັ້ນ​ສົ່ງ​ຈົດໝາຍ​ມາ​ຫາ​ພວກ​ເຮົາ​ຢູ່​ບາບີໂລນ​ແລະ​ບອກ​ວ່າ “ເຈົ້າ​ຈະ​ຢູ່​ນີ້​ອີກ​ດົນ! ໃຫ້​ປຸກ​ເຮືອນ​ແລະ​ອາໄສ​ຢູ່​ບ່ອນ​ນີ້. ໃຫ້​ເຮັດ​ສວນ​ແລະ​ກິນ​ໝາກ​ໄມ້​ຈາກ​ສວນ​ນັ້ນ+​ . . .”’”’”

29 ຕອນ​ທີ່​ປະໂລຫິດ​ເຊຟານີຢາ+​ອ່ານ​ຈົດໝາຍ​ນີ້ ຜູ້​ພະຍາກອນ​ເຢເຣມີຢາ​ກໍ​ຟັງ​ຢູ່​ນຳ. 30 ພະ​ເຢໂຫວາ​ເວົ້າ​ກັບ​ເຢເຣມີຢາ​ວ່າ: 31 “ໃຫ້​ເຈົ້າ​ສົ່ງ​ຂ່າວ​ໄປ​ບອກ​ທຸກ​ຄົນ​ທີ່​ເປັນ​ຊະເລີຍ​ວ່າ ‘ພະ​ເຢໂຫວາ​ເວົ້າ​ກ່ຽວ​ກັບ​ເຊມາຢາ​ຄົນ​ເນ​ເຮລາມ​ວ່າ “ຍ້ອນ​ເຊມາຢາ​ພະຍາກອນ​ໃຫ້​ພວກ​ເຈົ້າ​ຟັງ​ທັງ​ໆ​ທີ່​ເຮົາ​ບໍ່​ໄດ້​ສົ່ງ​ລາວ​ມາ​ແລະ​ພະຍາຍາມ​ເຮັດ​ໃຫ້​ພວກ​ເຈົ້າ​ເຊື່ອ​ຄຳ​ຕົວະ​ຂອງ​ລາວ+ 32 ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ເວົ້າ​ວ່າ ‘ເຮົາ​ຈະ​ລົງໂທດ​ເຊມາຢາ​ຄົນ​ເນ​ເຮລາມ​ແລະ​ລູກ​ຫຼານ​ຂອງ​ລາວ. ລູກ​ຫຼານ​ຂອງ​ລາວ​ຈະ​ບໍ່​ມີ​ໃຜ​ລອດ​ຈັກ​ຄົນ​ແລະ​ຈະ​ບໍ່​ມີ​ໃຜ​ເຫັນ​ສິ່ງ​ດີ​ທີ່​ເຮົາ​ຈະ​ເຮັດ​ໃຫ້​ປະຊາຊົນ​ຂອງ​ເຮົາ ຍ້ອນ​ເຊມາຢາ​ກະຕຸ້ນ​ປະຊາຊົນ​ໃຫ້​ກະບົດ​ຕໍ່​ພະ​ເຢໂຫວາ.’ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.”’”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌