ມີກາ
4 ໃນສະໄໝສຸດທ້າຍ
ພູທີ່ມີວິຫານຂອງພະເຢໂຫວາຕັ້ງຢູ່+
ຈະຕັ້ງຢ່າງໝັ້ນຄົງແລະສູງກວ່າພູທຸກໜ່ວຍ.
ພູໜ່ວຍນີ້ຈະສູງກວ່າໂນນພູທຸກໂນນ
ແລະຄົນຈາກທຸກຊາດຈະໄປຫັ້ນ.+
2 ຄົນຈາກຊາດຕ່າງໆຈະພາກັນເວົ້າວ່າ:
“ໄປ໋ ໃຫ້ພວກເຮົາຂຶ້ນໄປເທິງພູຂອງພະເຢໂຫວາ
ແລະໄປວິຫານພະເຈົ້າຂອງຢາໂຄບ.+
ເພິ່ນຈະສອນພວກເຮົາໃຫ້ຮູ້ຈັກແນວທາງຂອງເພິ່ນ
ແລະພວກເຮົາຈະໃຊ້ຊີວິດຕາມທີ່ເພິ່ນຕ້ອງການ.”
ກົດໝາຍ*ຂອງເພິ່ນຈະມາຈາກເມືອງຊີໂອນ
ແລະຄຳສອນຂອງພະເຢໂຫວາຈະມາຈາກເມືອງເຢຣູຊາເລັມ.
3 ເພິ່ນຈະເປັນຜູ້ຕັດສິນຊາດຕ່າງໆ+
ແລະເພິ່ນຈະແກ້ໄຂເລື່ອງທີ່ບໍ່ຖືກຕ້ອງຂອງຫຼາຍຊາດທີ່ຢູ່ໄກໆ.
ຊາດຕ່າງໆຈະບໍ່ຕໍ່ສູ້ກັນ
ແລະຈະບໍ່ມີໃຜຝຶກເຮັດສົງຄາມອີກເລີຍ.+
4 ທຸກຄົນຈະນັ່ງ*ຢູ່ກ້ອງເຄືອໝາກລະແຊັງແລະນັ່ງຢູ່ກ້ອງຕົ້ນໝາກເດື່ອຂອງໂຕເອງ+
ແລະຈະບໍ່ມີໃຜເຮັດໃຫ້ເຂົາເຈົ້າຢ້ານ.+
ພະເຢໂຫວາຜູ້ບັນຊາການກອງທັບໄດ້ບອກໄວ້ແນວນີ້.
5 ຄົນຊາດອື່ນໆຈະເຊື່ອຟັງ*ພະເຈົ້າຂອງເຂົາເຈົ້າ
ແຕ່ພວກເຮົາຈະເຊື່ອຟັງພະເຢໂຫວາພະເຈົ້າຂອງພວກເຮົາ+ຕະຫຼອດໄປ.
6 ພະເຢໂຫວາບອກວ່າ:
“ໃນຕອນນັ້ນ ເຮົາຈະລວບລວມຄົນຂາເຢັກ
ຄົນທີ່ກະຈັດກະຈາຍກັນໄປ+
ແລະຄົນທີ່ເຮົາເຄີຍລົງໂທດ.
7 ເຮົາຈະຊ່ວຍຄົນຂາເຢັກທີ່ຍັງເຫຼືອຢູ່ໃຫ້ລອດ+
ແລະເຮັດໃຫ້ຄົນທີ່ກະຈັດກະຈາຍກັນໄປກາຍເປັນຊາດໃຫຍ່.+
ເຮົາເຢໂຫວາຈະປົກຄອງເປັນກະສັດຂອງເຂົາເຈົ້າຢູ່ພູຊີໂອນ
ຕັ້ງແຕ່ຕອນນີ້ຈົນຕະຫຼອດໄປ.
8 ສຳລັບເຈົ້າ ປ້ອມສູງໆທີ່ເບິ່ງແຍງຝູງແກະເອີ້ຍ!
ໂນນພູຂອງຄົນທີ່ຢູ່ເມືອງຊີໂອນ+ເອີ້ຍ!
ແຜ່ນດິນສະໄໝແຕ່ກີ້*ທີ່ເຄີຍເປັນຂອງຄົນເຢຣູຊາເລັມ+
ມັນຈະກັບຄືນມາ ມັນຈະກັບຄືນມາເປັນຂອງພວກເຈົ້າແນ່ນອນ.+
9 ເປັນຫຍັງເຈົ້າຄືຮ້ອງດັງແທ້?
ເຈົ້າບໍ່ມີກະສັດບໍ?
ທີ່ປຶກສາຂອງເຈົ້າຕາຍໝົດແລ້ວບໍ?
ຍ້ອນແນວນີ້ບໍເຈົ້າຈຶ່ງເຈັບປວດຄືກັບຜູ້ຍິງທີ່ໃກ້ຈະເກີດລູກ?+
10 ຄົນເມືອງຊີໂອນເອີ້ຍ ເຈົ້າຈະເຈິຄວາມເຈັບປວດຫຼາຍ
ຄືກັບຜູ້ຍິງທີ່ເຈັບທ້ອງແຮງຕອນໃກ້ຈະເກີດລູກ.
ຕັ້ງແຕ່ນີ້ໄປເຈົ້າຈະຕ້ອງອອກຈາກເມືອງນີ້ແລະໄປຢູ່ທົ່ງຫຍ້າ.
ເຈົ້າຈະໄປໄກຈົນຮອດບາບີໂລນ+
ແຕ່ຢູ່ຫັ້ນຈະມີຄົນຊ່ວຍເຈົ້າ.+
ຢູ່ບ່ອນນັ້ນພະເຢໂຫວາຈະໄຖ່ເຈົ້າຄືນມາຈາກພວກສັດຕູຂອງເຈົ້າ.+
11 ຊາດຕ່າງໆຈະມາລວມກັນຕໍ່ສູ້ເຈົ້າ
ເຂົາເຈົ້າຈະເວົ້າວ່າ ‘ໄປ໋ ໄປເຮັດໃຫ້ເມືອງນີ້ເສຍກຽດ
ໄປ໋ ໄປເບິ່ງຄວາມຈິບຫາຍຂອງຊີໂອນ.’
12 ແຕ່ເຂົາເຈົ້າບໍ່ຮູ້ວ່າພະເຢໂຫວາຄິດຫຍັງ
ແລະບໍ່ເຂົ້າໃຈວ່າເພິ່ນຕັ້ງໃຈຈະເຮັດຫຍັງ.
ເພິ່ນຈະລວບລວມເຂົາເຈົ້າຄືກັບລວບລວມມັດເຂົ້າທີ່ຫາກໍກ່ຽວແລ້ວໄປໄວ້ຢູ່ລານຟາດເຂົ້າ.
13 ຄົນເມືອງຊີໂອນເອີ້ຍ ລຸກຂຶ້ນແລະຟາດເຂົ້າແມ້.+
ເຮົາຈະເຮັດໃຫ້ເຈົ້າເປັນຄືກັບງົວທີ່ມີເຂົາເປັນເຫຼັກ
ແລະມີກີບຕີນເປັນທອງແດງ.
ເຈົ້າຈະເຮັດໃຫ້ຊາດຕ່າງໆມຸ່ນອຸ້ຍປຸ້ຍ.+
ເຈົ້າຈະເອົາສິ່ງທີ່ເຂົາເຈົ້າປຸ້ນມາໄດ້ມາໃຫ້ພະເຢໂຫວາ
ແລະຈະເອົາຊັບສົມບັດຂອງເຂົາເຈົ້າມາໃຫ້ຜູ້ເປັນນາຍສູງສຸດຂອງໂລກນີ້.”+