ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລະບຽບພວກເລວີ 26
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມລະບຽບພວກເລວີ

      • ຫ້າມ​ນະມັດສະການ​ພະເຈົ້າ​ອື່ນ​ໆ​ (1, 2)

      • ພອນ​ສຳລັບ​ການ​ເຊື່ອ​ຟັງ (3-13)

      • ໂທດ​ສຳລັບ​ການ​ບໍ່​ເຊື່ອ​ຟັງ (14-46)

ລະບຽບພວກເລວີ 26:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:4; ລລວ 19:4; ກຈກ 17:29; 1ກຣ 8:4
  • +ພບຍ 5:8
  • +ຈຊບ 33:52
  • +ດນອ 3:18; 1ກຣ 10:14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 19

ລະບຽບພວກເລວີ 26:2

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ລະບຽບພວກເລວີ 26:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 11:13-15; ປຍຈ 12:13

ລະບຽບພວກເລວີ 26:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:12; ອຊຢ 30:23; ອຊກ 34:26; ຢອ 2:23
  • +ພສ 67:6; 85:12

ລະບຽບພວກເລວີ 26:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 25:18

ລະບຽບພວກເລວີ 26:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 22:9; ພສ 29:11; ຮກ 2:9
  • +ມກ 4:4

ລະບຽບພວກເລວີ 26:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:7; ຢຊ 23:10; ຜຕສ 7:15, 16; 15:15, 16; 1ຂຄ 11:20

ລະບຽບພວກເລວີ 26:9

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ປິ່ນ​ໜ້າ​ໄປ​ຫາ​ເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:4
  • +ອພຍ 6:4

ລະບຽບພວກເລວີ 26:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 25:8; ອຊກ 37:26; ພນມ 21:3

ລະບຽບພວກເລວີ 26:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 23:14
  • +ອພຍ 6:7; 2ກຣ 6:16

ລະບຽບພວກເລວີ 26:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:15

ລະບຽບພວກເລວີ 26:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 17:15
  • +ອພຍ 24:7; ພບຍ 31:16; ຮຣ 8:9

ລະບຽບພວກເລວີ 26:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:22, 33; ຜຕສ 6:3

ລະບຽບພວກເລວີ 26:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:15, 25; ຜຕສ 2:14; 1ຊມ 4:10
  • +ພສ 106:41; ສສ 1:5
  • +ລລວ 26:36

ລະບຽບພວກເລວີ 26:19

ໄຂເງື່ອນ

  • *

    ໝາຍເຖິງ​ຈະ​ບໍ່​ໃຫ້​ຝົນ​ຕົກ​ຈາກ​ຟ້າ

  • *

    ໝາຍເຖິງ​ແຜ່ນດິນ​ຈະ​ແຫ້ງ​ແລ້ງ​ຍ້ອນ​ບໍ່​ມີ​ຝົນ​ຕົກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 11:17; 1ກສ 17:1

ລະບຽບພວກເລວີ 26:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 12:13; ຮກ 1:6, 10

ລະບຽບພວກເລວີ 26:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:24; ຢຣມ 15:3
  • +ອຊກ 5:17
  • +ຜຕສ 5:6; ອຊຢ 33:8; ຊຄຢ 7:14

ລະບຽບພວກເລວີ 26:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:16; ຢຣມ 2:30; 5:3

ລະບຽບພວກເລວີ 26:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 24:7
  • +ພບຍ 28:21; ຢຣມ 24:10; ອມ 4:10
  • +ຜຕສ 2:14; 1ຊມ 4:10

ລະບຽບພວກເລວີ 26:26

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຫັກ​ທ່ອນ​ໄມ້.” ອາດ​ໝາຍເຖິງ​ທ່ອນ​ໄມ້​ທີ່​ເອົາ​ໄວ້​ສອດ​ເຂົ້າຈີ່​ເພື່ອ​ຫ້ອຍ​ມ້ຽນ​ໄວ້.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 5:16
  • +ອຊກ 4:16
  • +ອຊຢ 9:20; ມກ 6:14; ຮກ 1:6

ລະບຽບພວກເລວີ 26:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 21:5

ລະບຽບພວກເລວີ 26:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:53; 2ກສ 6:29; ຢຣມ 19:9; ສສ 4:10; ອຊກ 5:10

ລະບຽບພວກເລວີ 26:30

ໄຂເງື່ອນ

  • *

    ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 34:3; ອຊຢ 27:9
  • +1ກສ 13:2; 2ກສ 23:8, 20; ອຊກ 6:5
  • +ພສ 78:58, 59

ລະບຽບພວກເລວີ 26:31

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຜ່ອນຄາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:9, 10; 2ຂຄ 36:17; ນຮຢ 2:3; ອຊຢ 1:7; ຢຣມ 4:7

ລະບຽບພວກເລວີ 26:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 9:11
  • +ພບຍ 28:37; 29:22-24; ຢຣມ 18:16; ສສ 2:15; ອຊກ 5:15

ລະບຽບພວກເລວີ 26:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 44:11
  • +ຢຣມ 9:16; ອຊກ 12:14
  • +ຊຄຢ 7:14

ລະບຽບພວກເລວີ 26:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:20, 21

ລະບຽບພວກເລວີ 26:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 24:6
  • +ລລວ 26:17; ອຊຢ 30:17

ລະບຽບພວກເລວີ 26:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 7:12; ຜຕສ 2:14; ຢຣມ 37:10

ລະບຽບພວກເລວີ 26:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:27; 28:48; ຢຣມ 42:17

ລະບຽບພວກເລວີ 26:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:65
  • +ອພຍ 20:5; ຈຊບ 14:18

ລະບຽບພວກເລວີ 26:40

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 8:33; ນຮຢ 9:2; ອຊກ 6:9; ດນອ 9:5
  • +ອຊກ 36:31

ລະບຽບພວກເລວີ 26:41

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:24
  • +1ກສ 8:47; 2ຂຄ 36:20
  • +ພບຍ 30:6; ຢຣມ 4:4; ກຈກ 7:51

ລະບຽບພວກເລວີ 26:42

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 28:13
  • +ປຖກ 26:3
  • +ປຖກ 12:7; ພບຍ 4:31; ພສ 106:45

ລະບຽບພວກເລວີ 26:43

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:34; 2ຂຄ 36:20, 21
  • +2ກສ 17:15

ລະບຽບພວກເລວີ 26:44

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:31; 2ກສ 13:23; ນຮຢ 9:31
  • +ພບຍ 4:13; ຢຣມ 14:21

ລະບຽບພວກເລວີ 26:45

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 24:3, 8; ພບຍ 9:9
  • +ອຊກ 20:9

ລະບຽບພວກເລວີ 26:46

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 27:34; ພບຍ 6:1

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ລລວ. 26:1ອພຍ 20:4; ລລວ 19:4; ກຈກ 17:29; 1ກຣ 8:4
ລລວ. 26:1ພບຍ 5:8
ລລວ. 26:1ຈຊບ 33:52
ລລວ. 26:1ດນອ 3:18; 1ກຣ 10:14
ລລວ. 26:3ພບຍ 11:13-15; ປຍຈ 12:13
ລລວ. 26:4ພບຍ 28:12; ອຊຢ 30:23; ອຊກ 34:26; ຢອ 2:23
ລລວ. 26:4ພສ 67:6; 85:12
ລລວ. 26:5ລລວ 25:18
ລລວ. 26:61ຂຄ 22:9; ພສ 29:11; ຮກ 2:9
ລລວ. 26:6ມກ 4:4
ລລວ. 26:8ພບຍ 28:7; ຢຊ 23:10; ຜຕສ 7:15, 16; 15:15, 16; 1ຂຄ 11:20
ລລວ. 26:9ພບຍ 28:4
ລລວ. 26:9ອພຍ 6:4
ລລວ. 26:11ອພຍ 25:8; ອຊກ 37:26; ພນມ 21:3
ລລວ. 26:12ພບຍ 23:14
ລລວ. 26:12ອພຍ 6:7; 2ກຣ 6:16
ລລວ. 26:14ພບຍ 28:15
ລລວ. 26:152ກສ 17:15
ລລວ. 26:15ອພຍ 24:7; ພບຍ 31:16; ຮຣ 8:9
ລລວ. 26:16ພບຍ 28:22, 33; ຜຕສ 6:3
ລລວ. 26:17ພບຍ 28:15, 25; ຜຕສ 2:14; 1ຊມ 4:10
ລລວ. 26:17ພສ 106:41; ສສ 1:5
ລລວ. 26:17ລລວ 26:36
ລລວ. 26:19ພບຍ 11:17; 1ກສ 17:1
ລລວ. 26:20ຢຣມ 12:13; ຮກ 1:6, 10
ລລວ. 26:22ພບຍ 32:24; ຢຣມ 15:3
ລລວ. 26:22ອຊກ 5:17
ລລວ. 26:22ຜຕສ 5:6; ອຊຢ 33:8; ຊຄຢ 7:14
ລລວ. 26:23ອຊຢ 1:16; ຢຣມ 2:30; 5:3
ລລວ. 26:25ອພຍ 24:7
ລລວ. 26:25ພບຍ 28:21; ຢຣມ 24:10; ອມ 4:10
ລລວ. 26:25ຜຕສ 2:14; 1ຊມ 4:10
ລລວ. 26:26ອຊກ 5:16
ລລວ. 26:26ອຊກ 4:16
ລລວ. 26:26ອຊຢ 9:20; ມກ 6:14; ຮກ 1:6
ລລວ. 26:28ຢຣມ 21:5
ລລວ. 26:29ພບຍ 28:53; 2ກສ 6:29; ຢຣມ 19:9; ສສ 4:10; ອຊກ 5:10
ລລວ. 26:302ຂຄ 34:3; ອຊຢ 27:9
ລລວ. 26:301ກສ 13:2; 2ກສ 23:8, 20; ອຊກ 6:5
ລລວ. 26:30ພສ 78:58, 59
ລລວ. 26:312ກສ 25:9, 10; 2ຂຄ 36:17; ນຮຢ 2:3; ອຊຢ 1:7; ຢຣມ 4:7
ລລວ. 26:32ຢຣມ 9:11
ລລວ. 26:32ພບຍ 28:37; 29:22-24; ຢຣມ 18:16; ສສ 2:15; ອຊກ 5:15
ລລວ. 26:33ພສ 44:11
ລລວ. 26:33ຢຣມ 9:16; ອຊກ 12:14
ລລວ. 26:33ຊຄຢ 7:14
ລລວ. 26:342ຂຄ 36:20, 21
ລລວ. 26:36ອຊຢ 24:6
ລລວ. 26:36ລລວ 26:17; ອຊຢ 30:17
ລລວ. 26:37ຢຊ 7:12; ຜຕສ 2:14; ຢຣມ 37:10
ລລວ. 26:38ພບຍ 4:27; 28:48; ຢຣມ 42:17
ລລວ. 26:39ພບຍ 28:65
ລລວ. 26:39ອພຍ 20:5; ຈຊບ 14:18
ລລວ. 26:401ກສ 8:33; ນຮຢ 9:2; ອຊກ 6:9; ດນອ 9:5
ລລວ. 26:40ອຊກ 36:31
ລລວ. 26:41ລລວ 26:24
ລລວ. 26:411ກສ 8:47; 2ຂຄ 36:20
ລລວ. 26:41ພບຍ 30:6; ຢຣມ 4:4; ກຈກ 7:51
ລລວ. 26:42ປຖກ 28:13
ລລວ. 26:42ປຖກ 26:3
ລລວ. 26:42ປຖກ 12:7; ພບຍ 4:31; ພສ 106:45
ລລວ. 26:43ລລວ 26:34; 2ຂຄ 36:20, 21
ລລວ. 26:432ກສ 17:15
ລລວ. 26:44ພບຍ 4:31; 2ກສ 13:23; ນຮຢ 9:31
ລລວ. 26:44ພບຍ 4:13; ຢຣມ 14:21
ລລວ. 26:45ອພຍ 24:3, 8; ພບຍ 9:9
ລລວ. 26:45ອຊກ 20:9
ລລວ. 26:46ລລວ 27:34; ພບຍ 6:1
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
  • 46
ຄຳພີໄບເບິນສະບັບແປໂລກໃໝ່
ລະບຽບພວກເລວີ 26:1-46

ລະບຽບພວກເລວີ

26 “‘ຫ້າມ​ໄປ​ນະມັດສະການ​ພະເຈົ້າ​ອື່ນ​ໆ​ທີ່​ບໍ່​ມີ​ຄ່າ.+ ຫ້າມ​ຕັ້ງ​ຮູບ​ພະ+ຫຼື​ເສົາ​ຫີນ​ສັກສິດ. ຫ້າມ​ເອົາຮູບ​ພະ​ທີ່​ເປັນ​ຫີນ+ຕັ້ງ​ໄວ້​ໃນ​ແຜ່ນດິນ​ເພື່ອ​ຂາບ​ໄຫວ້.+ ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ. 2 ໃຫ້​ຖື​ວັນ​ຊະບາໂຕ*ຂອງ​ເຮົາ​ແລະ​ນັບ​ຖື​ບ່ອນ​ບໍລິສຸດ​ຂອງ​ເຮົາ. ເຮົາ​ແມ່ນ​ເຢໂຫວາ.

3 ຖ້າ​ເຈົ້າ​ເຮັດ​ຕາມ​ກົດ​ໝາຍ​ແລະ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ເຮົາ​ຕໍ່​ໆ​ໄປ+ 4 ເຮົາ​ຈະ​ໃຫ້​ຝົນ​ຕົກ​ຕາມ​ລະດູ+ ໃຫ້​ແຜ່ນດິນ​ເກີດ​ຜົນລະປູກ+ ແລະ​ໃຫ້​ຕົ້ນ​ໄມ້​ຕ່າງ​ໆ​ເກີດ​ໝາກ. 5 ເຈົ້າ​ຈະ​ໄດ້ເຂົ້າ​ຫຼາຍ​ໆ​ ແລະ​ຈະ​ຟາດ​ເຂົ້າ​ໄປ​ຈົນ​ຮອດ​ຍາມ​ເກັບ​ໝາກ​ລະແຊັງ. ເຈົ້າ​ຈະ​ໄດ້​ໝາກ​ລະແຊັງ​ຫຼາຍ​ໆ​ ແລະ​ຈະ​ເກັບ​ໝາກ​ລະແຊັງ​ໄປ​ຈົນ​ຮອດ​ຍາມ​ຫວ່ານ​ແນວ​ປູກ. ເຈົ້າ​ຈະ​ມີ​ກິນ​ຈົນ​ໜຳ​ໃຈ ແລະ​ຈະ​ຢູ່​ໃນ​ແຜ່ນດິນ​ຂອງ​ເຈົ້າ​ໂດຍ​ບໍ່​ຕ້ອງ​ກັງວົນ​ຫຍັງ.+ 6 ເຮົາ​ຈະ​ເຮັດ​ໃຫ້​ແຜ່ນດິນ​ຂອງ​ເຈົ້າ​ມີ​ຄວາມ​ສະຫງົບ.+ ຕອນ​ທີ່​ເຈົ້າ​ນອນກໍ​ຈະ​ບໍ່​ມີ​ໃຜ​ເຮັດ​ໃຫ້​ເຈົ້າ​ຢ້ານ.+ ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ມີ​ສັດ​ປ່າ​ທີ່​ເປັນ​ອັນຕະລາຍ​ຢູ່​ໃນ​ແຜ່ນດິນ​ຂອງ​ເຈົ້າ ແລະ​ຈະ​ບໍ່​ໃຫ້​ມີ​ຜູ້​ໃດ​ຈັບ​ດາບມາ​ຕໍ່ສູ້​ພວກ​ເຈົ້າ. 7 ພວກ​ເຈົ້າ​ຈະ​ໄລ່​ພວກ​ສັດຕູ​ໜີ ແລະ​ຈະ​ໃຊ້​ດາບ​ຂ້າ​ພວກ​ເຂົາ. 8 ພວກ​ເຈົ້າ 5 ຄົນ​ຈະ​ໄລ່​ສັດຕູ 100 ຄົນ ແລະ​ພວກ​ເຈົ້າ 100 ຄົນ​ຈະ​ໄລ່​ສັດຕູ 10.000 ຄົນ. ພວກ​ເຈົ້າ​ຈະ​ໃຊ້​ດາບຂ້າ​ສັດຕູ​ໄດ້​ແນ່ນອນ.+

9 ເຮົາ​ຊິ​ອວຍພອນ​ເຈົ້າ*ແລະ​ໃຫ້​ເຈົ້າ​ມີ​ລູກ​ມີ​ຫຼານ​ຫຼາຍ​ໆ​.+ ເຮົາ​ຈະ​ເຮັດ​ຕາມ​ສັນຍາ​ທີ່​ເຮັດ​ນຳ​ເຈົ້າ.+ 10 ຕອນ​ທີ່​ເຈົ້າ​ຍັງ​ກິນ​ຜົນລະປູກ​ຂອງ​ປີ​ທີ່​ຜ່ານ​ມາ​ຢູ່ ເຈົ້າ​ຈະ​ຕ້ອງຖິ້ມ​ຜົນລະປູກ​ເກົ່າເພື່ອ​ຈະ​ມີ​ບ່ອນ​ໃສ່​ຜົນລະປູກ​ໃໝ່. 11 ເຮົາ​ຈະ​ໃຫ້​ເຕັ້ນ​ສັກສິດ​ຂອງ​ເຮົາ​ຢູ່​ນຳ​ເຈົ້າ+ ແລະ​ເຮົາ​ຈະ​ບໍ່​ປະຖິ້ມ​ເຈົ້າ. 12 ເຮົາ​ຈະຢູ່​ນຳ​ເຈົ້າແລະ​ເປັນ​ພະເຈົ້າ​ຂອງ​ເຈົ້າ+ ແລະ​ພວກ​ເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ.+ 13 ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ. ເຮົາ​ພາ​ເຈົ້າ​ອອກ​ມາ​ຈາກ​ເອຢິບ​ແລະ​ປົດ​ປ່ອຍ​ເຈົ້າ​ອອກ​ຈາກ​ການ​ເປັນ​ທາດ. ເຮົາ​ໄດ້​ຫັກແອກທີ່​ເຈົ້າ​ແບກ​ຢູ່​ແລະ​ເຮັດ​ໃຫ້​ເຈົ້າ​ຍ່າງ​ໄປ​ຄື​ກັບ​ຄົນ​ທີ່​ໄດ້​ຮັບ​ອິດ​ສະຫຼະ.

14 ແຕ່​ຖ້າ​ເຈົ້າ​ບໍ່​ເຊື່ອ​ຟັງ​ເຮົາ ບໍ່​ເຮັດ​ຕາມ​ຄຳ​ສັ່ງ​ທັງ​ໝົດ​ຂອງ​ເຮົາ+ 15 ບໍ່​ຍອມ​ຮັບ​ກົດ​ໝາຍ​ຂອງ​ເຮົາ+ ກຽດ​ຊັງ​ແລະ​ບໍ່​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ ແລະ​ບໍ່​ເຮັດ​ຕາມ​ຄຳ​ສັນຍາ​ທີ່​ເຮັດ​ກັບ​ເຮົາ+ 16 ເຮົາ​ຈະ​ເຮັດ​ແນວ​ນີ້​ໃຫ້​ເຈົ້າ. ເຮົາ​ຈະ​ລົງໂທດ​ໃຫ້​ເຈົ້າ​ທຸກ​ລຳບາກ ໃຫ້​ເຈົ້າ​ເປັນ​ວັນ​ນະ​ໂລກ​ແລະ​ເປັນ​ໄຂ້​ແຮງ ແລ້ວ​ຕາ​ຂອງ​ເຈົ້າ​ກໍ​ຈະ​ມົວ​ແລະ​ເຈົ້າ​ກໍ​ຈະ​ບໍ່​ມີ​ເຫື່ອ​ບໍ່​ມີ​ແຮງ. ເຈົ້າ​ຈະ​ຫວ່ານ​ແນວ​ປູກແຕ່​ບໍ່​ໄດ້​ກິນ ເພາະ​ສັດຕູ​ຂອງ​ເຈົ້າ​ຈະ​ກິນ​ແທນ.+ 17 ເຮົາ​ຈະ​ບໍ່​ຍອມ​ຮັບ​ເຈົ້າ​ແລະ​ຈະ​ໃຫ້​ພວກ​ສັດຕູ​ຊະນະ​ເຈົ້າ.+ ຄົນ​ທີ່​ກຽດ​ຊັງ​ເຈົ້າ​ຈະ​ກົດ​ຂີ່​ເຈົ້າ.+ ເຖິງ​ວ່າ​ຈະ​ບໍ່​ມີ​ຄົນ​ມາ​ໄລ່​ເຈົ້າ ແຕ່​ເຈົ້າ​ກໍ​ຍັງ​ຕ້ອງ​ໜີ.+

18 ຫຼັງ​ຈາກ​ນັ້ນ ຖ້າ​ເຈົ້າ​ຍັງ​ບໍ່​ຍອມ​ຟັງ​ເຮົາ ເຮົາ​ຈະ​ລົງໂທດ​ເຈົ້າ​ຕື່ມ​ອີກ 7 ເທົ່າ​ຍ້ອນ​ຄວາມ​ຜິດ​ທີ່​ເຈົ້າ​ໄດ້​ເຮັດ. 19 ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ເຈົ້າ​ເປັນ​ຄົນຫົວ​ແຂງ​ຫຼື​ຈອງຫອງອີກ​ຕໍ່​ໄປ. ເຮົາ​ຈະ​ໃຫ້​ຟ້າ​ເປັນ​ຄື​ກັບເຫຼັກ*+ ແລະ​ໃຫ້​ແຜ່ນດິນ​ເປັນ​ຄື​ກັບ​ທອງແດງ*ສຳລັບ​ເຈົ້າ. 20 ເຈົ້າ​ຈະ​ເຮັດ​ວຽກ​ໜັກ ແຕ່​ຈະ​ເສຍ​ແຮງ​ໄປ​ລ້າ​ໆ​. ດິນ​ຈະ​ບໍ່​ເກີດ​ຜົນລະປູກ+ ແລະ​ຕົ້ນ​ໄມ້​ຈະ​ບໍ່​ເກີດ​ໝາກ.

21 ແຕ່​ຖ້າ​ເຈົ້າ​ຍັງ​ຕໍ່ຕ້ານ​ແລະ​ບໍ່​ຟັງ​ຄວາມ​ເຮົາ ເຮົາ​ຈະ​ລົງໂທດ​ເຈົ້າ​ຕື່ມ​ອີກ 7 ເທົ່າ​ຍ້ອນ​ຄວາມ​ຜິດ​ທີ່​ເຈົ້າ​ໄດ້​ເຮັດ. 22 ເຮົາ​ຈະປ່ອຍ​ສັດ​ປ່າ​ທີ່​ເປັນ​ອັນຕະລາຍໄປ​ຫາ​ພວກ​ເຈົ້າ.+ ມັນ​ຈະ​ກັດ​ສັດ​ລ້ຽງ​ແລະ​ລູກ​ຂອງ​ພວກ​ເຈົ້າ​ໃຫ້​ຕາຍ.+ ພວກ​ເຈົ້າ​ຈະ​ເຫຼືອ​ຄົນ​ໜ້ອຍ​ລົງ ແລະ​ທາງ​ຂອງ​ພວກ​ເຈົ້າ​ກໍ​ຈະ​ບໍ່​ມີ​ຄົນ​ທຽວ.+

23 ຖ້າ​ພວກ​ເຈົ້າ​ບໍ່​ຍອມ​ຮັບ​ການ​ຕັກ​ເຕືອນ​ຂອງ​ເຮົາ+ ແລະ​ຍັງ​ຕໍ່ຕ້ານ​ເຮົາ​ຢູ່ 24 ເຮົາ​ກໍ​ຈະ​ຕໍ່ຕ້ານ​ພວກ​ເຈົ້າ​ຄື​ກັນ. ເຮົາ​ຈະ​ລົງໂທດ​ພວກ​ເຈົ້າ​ຕື່ມ​ອີກ 7 ເທົ່າ​ຍ້ອນ​ຄວາມ​ຜິດ​ທີ່​ພວກ​ເຈົ້າ​ໄດ້​ເຮັດ. 25 ເຮົາ​ຈະ​ໃຫ້​ສັດຕູ​ມາ​ໂຈມຕີ​ເພື່ອ​ລົງໂທດ​ພວກ​ເຈົ້າ ຍ້ອນ​ພວກ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ສັນຍາ​ທີ່​ໄດ້​ເຮັດ​ກັບ​ເຮົາ.+ ຖ້າ​ພວກ​ເຈົ້າ​ໜີ​ເຂົ້າ​ໄປ​ໃນ​ເມືອງ+ ເຮົາ​ຈະ​ລົງໂທດ​ພວກ​ພວກ​ເຈົ້າ​ດ້ວຍ​ພະຍາດ ແລະ​ຈະ​ໃຫ້ສັດຕູ​ຊະນະພວກ​ເຈົ້າ​ໄດ້.+ 26 ເມື່ອ​ເຮົາ​ທຳລາຍ​ສາງ​ມ້ຽນ​ອາຫານ*ຂອງ​ພວກ​ເຈົ້າ+ ເຖິງ​ວ່າ​ຈະ​ມີ​ຜູ້​ຍິງ 10 ຄົນ​ເຮັດ​ເຂົ້າຈີ່ ແຕ່​ຈະ​ມີ​ແປ້ງ​ໜ້ອຍ​ດຽວ​ທີ່​ເຮັດ​ພໍ​ສຳລັບ​ອົບ​ເຕົາ​ດຽວ​ເທົ່າ​ນັ້ນ.+ ພວກ​ເຈົ້າ​ຈະ​ເອົາ​ເຂົ້າຈີ່​ນັ້ນມາ​ແບ່ງ​ກັນ ແຕ່​ຈະ​ກິນ​ບໍ່​ອີ່ມ.+

27 ແຕ່​ຖ້າ​ພວກ​ເຈົ້າ​ຍັງ​ບໍ່​ຟັງ​ຄວາມ​ແລະ​ຕໍ່ຕ້ານ​ເຮົາ 28 ເຮົາ​ຈະ​ຕໍ່ຕ້ານ​ພວກ​ເຈົ້າ​ແຮງ​ຂຶ້ນ+ ແລະ​ເຮົາ​ຈະ​ລົງໂທດ​ພວກ​ເຈົ້າ​ຕື່ມ​ອີກ 7 ເທົ່າ​ຍ້ອນ​ຄວາມ​ຜິດ​ທີ່​ພວກ​ເຈົ້າ​ໄດ້​ເຮັດ. 29 ພວກ​ເຈົ້າ​ຈະ​ຕ້ອງ​ກິນ​ຊີ້ນ​ລູກ​ຊາຍ​ແລະ​ລູກສາວ​ຂອງ​ໂຕເອງ.+ 30 ເຮົາ​ຈະ​ທຳລາຍບ່ອນ​ນະ​ມັດ​ສະການ+ ແລະ​ບ່ອນ​ເຜົາ​ເຄື່ອງຫອມ​ສຳລັບ​ພະເຈົ້າ​ປອມ​ທີ່​ພວກ​ເຈົ້າ​ເຮັດ​ຂຶ້ນ​ມາ. ເຮົາ​ຈະ​ກອງ​ສົບ​ຂອງ​ພວກ​ເຈົ້າ​ໄວ້​ເທິງ​ຮູບ​ບູຊາ​ທີ່​ເປັນຕາ​ຂີ້ດຽດ*ທີ່ເຮົາ​ໄດ້​ທຳລາຍ.+ ເຮົາ​ຈະ​ປິ່ນ​ໜ້າ​ໜີ​ຍ້ອນ​ເຮົາ​ຂີ້ດຽດ​ພວກ​ເຈົ້າ.+ 31 ເຮົາ​ຈະ​ປ່ອຍ​ໃຫ້​ເມືອງ​ຂອງ​ພວກ​ເຈົ້າຖືກ​ທຳລາຍ+ ແລະບ່ອນ​ນະມັດສະການທີ່​ພວກ​ເຈົ້າ​ເຮັດ​ຂຶ້ນ​ມາ​ເຮົາ​ຈະ​ເຮັດ​ໃຫ້​ມັນ​ຮ້າງ. ເຮົາ​ຈະ​ບໍ່​ພໍ​ໃຈ*ກິ່ນ​ຫອມ​ທີ່​ພວກ​ເຈົ້າ​ເຜົາ. 32 ເຮົາ​ຈະ​ເຮັດ​ໃຫ້​ແຜ່ນດິນ​ຂອງ​ພວກ​ເຈົ້າ​ຮ້າງ+ ແລະ​ສັດຕູ​ຂອງ​ພວກ​ເຈົ້າ​ທີ່​ຈະ​ມາ​ຢູ່​ຫັ້ນ​ຈະ​ຕົກສະເງີ້.+ 33 ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ກະຈັດກະຈາຍ​ໄປ​ຢູ່​ນຳ​ຊາດ​ຕ່າງ​ໆ​+ ແລະ​ເຮົາ​ຈະ​ເຮັດໃຫ້​ສັດຕູໃຊ້​ດາບ​ຕໍ່ສູ້​ພວກ​ເຈົ້າ.+ ແຜ່ນດິນ​ຂອງ​ພວກ​ເຈົ້າ​ຈະ​ຮ້າງ​ເປົ່າ+ ແລະ​ເມືອງ​ຕ່າງ​ໆ​ຂອງ​ພວກ​ເຈົ້າ​ກໍ​ຈະ​ຖືກ​ທຳລາຍ.

34 ໃນ​ໄລຍະ​ທີ່​ພວກ​ເຈົ້າ​ຕ້ອງ​ໄປ​ຢູ່​ນຳ​ສັດຕູ​ແລະ​ແຜ່ນດິນ​ຂອງ​ພວກ​ເຈົ້າ​ຮ້າງ​ເປົ່າ​ຢູ່​ນັ້ນ ແຜ່ນດິນ​ກໍ​ຈະ​ໄດ້ພັກ. ແຜ່ນດິນ​ຈະ​ໄດ້​ຊົດເຊີຍ​ຊະບາໂຕ​ທີ່​ພວກ​ເຈົ້າ​ບໍ່​ໄດ້​ຖື​ກ່ອນ​ໜ້າ​ນັ້ນ.+ 35 ຍ້ອນ​ພວກ​ເຈົ້າ​ບໍ່​ໄດ້​ເຮັດ​ຕາມ​ກົດ​ໝາຍຊະບາໂຕໂຕ​ຕອນ​ທີ່​ພວກ​ເຈົ້າ​ຢູ່​ໃນ​ແຜ່ນດິນ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ແຜ່ນດິນ​ຮ້າງ​ເປົ່າ​ເພື່ອ​ດິນ​ຈະ​ໄດ້​ພັກ.

36 ເຮົາ​ຈະ​ເຮັດ​ໃຫ້ຄົນ​ທີ່​ຖືກ​ພາ​ໄປ+​ຢູ່​ແຜ່ນດິນ​ຂອງ​ສັດຕູຢ້ານ​ຫຼາຍ ແມ່ນ​ແຕ່​ໃບ​ໄມ້​ຫຼົ່ນ​ເຂົາ​ເຈົ້າ​ກໍ​ຈະ​ແລ່ນ​ໜີ. ເຂົາ​ເຈົ້າ​ຈະ​ແລ່ນ​ໜີ​ຄື​ກັບ​ມີ​ຄົນ​ຈັບ​ດາບ​ໄລ່​ຂ້າ​ເຂົາ​ເຈົ້າ ເຖິງ​ວ່າ​ຈະ​ບໍ່​ມີ​ໃຜ​ໄລ່​ກໍ​ຕາມ.+ 37 ເຂົາ​ເຈົ້າ​ຈະ​ແລ່ນ​ໜີ​ແລະ​ຕຳ​ກັນ​ລົ້ມ ຄື​ກັບ​ແລ່ນ​ໜີ​ຄົນ​ທີ່​ຈັບ​ດາບ​ໄລ່​ຂ້າ​ເຂົາ​ເຈົ້າ ທັງ​ໆ​ທີ່​ບໍ່​ມີ​ໃຜ​ໄລ່. ພວກ​ເຈົ້າ​ຈະ​ສູ້​ສັດຕູ​ບໍ່​ໄດ້​ເລີຍ.+ 38 ພວກ​ເຈົ້າຫຼາຍ​ຄົນ​ຈະ​ຕາຍໃນ​ແຜ່ນດິນ​ຂອງ​ຄົນ​ຕ່າງ​ຊາດ+ ແລະຈະ​ຕາຍໃນ​ແຜ່ນດິນ​ຂອງ​ສັດຕູ​ພວກ​ເຈົ້າ. 39 ສ່ວນ​ຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່​ກໍ​ຈະ​ຢູ່​ຢ່າງທໍລະມານໃນ​ແຜ່ນດິນ​ຂອງ​ສັດຕູ+ ຍ້ອນຄວາມ​ຜິດ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ ແລະ​ຍ້ອນ​ຄວາມ​ຜິດ​ທີ່ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ໄດ້​ເຮັດ.+ 40 ຈາກ​ນັ້ນ ເຂົາ​ເຈົ້າ​ຈະ​ສາລະພາບ​ຄວາມ​ຜິດ​ຂອງ​ເຂົາ​ເຈົ້າ+ ແລະ​ສາລະພາບ​ຄວາມ​ຜິດ​ກັບ​ຄວາມ​ບໍ່​ສັດຊື່​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຈະ​ຍອມ​ຮັບ​ວ່າ​ໂຕເອງບໍ່​ສັດຊື່ ແລະ​ໄດ້​ຕໍ່ຕ້ານເຮົາ.+ 41 ຍ້ອນ​ແນວ​ນັ້ນ ເຮົາ​ຈຶ່ງ​ຕໍ່ຕ້ານ​ເຂົາ​ເຈົ້າ​ຄືນ+ ແລະ​ພາ​ເຂົາ​ເຈົ້າ​ໄປ​ຢູ່​ໃນ​ແຜ່ນດິນ​ຂອງ​ສັດຕູ.+

ເມື່ອ​ຮອດ​ຕອນ​ນັ້ນ ໃຈ​ທີ່​ດື້​ດ້ານ​ຂອງ​ເຂົາ​ເຈົ້າ​ອາດ​ຈະ​ຖ່ອມ​ລົງ+ ແລະ​ເຂົາ​ເຈົ້າ​ຈະຍອມ​ຮັບ​ໂທດສຳລັບ​ຄວາມ​ຜິດ​ທີ່​ໄດ້​ເຮັດ. 42 ແລ້ວ​ເຮົາ​ຈະ​ຄິດເຖິງ​ຄຳ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ຢາໂຄບ+ ຄຳ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ອີຊາກ+ ຄຳ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ອັບຣາຮາມ+ ແລະ​ເຮົາ​ຈະ​ຄິດເຖິງແຜ່ນດິນ​ທີ່​ເຮົາ​ສັນຍາວ່າ​ຈະ​ເອົາ​ໃຫ້​ເຂົາ​ເຈົ້າ. 43 ໃນ​ໄລຍະ​ທີ່​ເຂົາ​ເຈົ້າ​ບໍ່​ໄດ້​ຢູ່​ໃນ​ແຜ່ນດິນ​ນັ້ນ ແຜ່ນດິນ​ຈະ​ຮ້າງ​ເປົ່າ​ແລະ​ໄດ້​ຊົດເຊີຍ​ຊະບາໂຕ.+ ເຂົາ​ເຈົ້າ​ຈະ​ຮັບ​ໂທດ​ໃນ​ຄວາມ​ຜິດ​ທີ່​ໄດ້​ເຮັດ ຍ້ອນ​ເຂົາ​ເຈົ້າ​ບໍ່​ຍອມ​ຮັບ​ຄຳ​ສັ່ງ​ແລະ​ກຽດ​ຊັງ​ກົດ​ໝາຍ​ຂອງ​ເຮົາ.+ 44 ແຕ່​ເຖິງ​ວ່າ​ເຮົາ​ຈະ​ເຮັດ​ແນວ​ນີ້​ທັງ​ໝົດ ຕອນ​ທີ່​ເຂົາ​ເຈົ້າ​ຢູ່​ໃນ​ແຜ່ນດິນ​ຂອງ​ສັດຕູ ເຮົາ​ກໍ​ຈະ​ບໍ່​ປະຖິ້ມ​ເຂົາ​ເຈົ້າ​ແທ້​ໆ​+ ແລະ​ເຮົາ​ຈະ​ບໍ່​ປ່ອຍ​ໃຫ້​ເຂົາ​ເຈົ້າ​ຕາຍ​ຈົນ​ໝົດ. ຖ້າ​ເຮັດ​ແນວ​ນັ້ນ ເຮົາ​ກໍ​ເຮັດ​ຜິດ​ສັນຍາ​ທີ່​ໄດ້​ເຮັດ​ກັບ​ເຂົາ​ເຈົ້າ.+ ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ເຂົາ​ເຈົ້າ. 45 ເພື່ອ​ປະໂຫຍດ​ຂອງ​ເຂົາ​ເຈົ້າ ເຮົາ​ຈະ​ຄິດເຖິງ​ຄຳ​ສັນຍາ​ທີ່​ເຮົາ​ໄດ້​ເຮັດ​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ+​ທີ່​ເຮົາ​ພາ​ອອກ​ມາ​ຈາກ​ແຜ່ນດິນ​ເອຢິບ​ຕອນ​ທີ່ຊາດ​ອື່ນ​ໆ​ແນມ​ເບິ່ງຢູ່+ ເພື່ອ​ສະແດງ​ວ່າ​ເຮົາ​ເປັນ​ພະເຈົ້າ​ຂອງ​ເຂົາ​ເຈົ້າ. ເຮົາ​ແມ່ນ​ເຢໂຫວາ.’”

46 ນີ້​ແມ່ນ​ຂໍ້​ກຳນົດ ຄຳ​ສັ່ງ ແລະ​ກົດ​ໝາຍ​ທີ່​ພະ​ເຢໂຫວາໃຫ້​ພວກ​ອິດສະຣາເອນຜ່ານ​ທາງ​ໂມເຊ​ຢູ່​ພູ​ຊີນາຍ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌